ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວຈະຫລຸດຜ່ອນ ການນໍາເຂົ້າ ກະແສໄຟຟ້າ ຈາກໄທ ລົງໃຫ້ເຫຼືອ ບໍ່ເກີນ 1%


ເຂື່ອນໄຟຟ້າເທີນຫີນບູນ ທີ່ໄດ້້ຮັບການຂະຫຍາຍອອກ
ເຂື່ອນໄຟຟ້າເທີນຫີນບູນ ທີ່ໄດ້້ຮັບການຂະຫຍາຍອອກ
ລັດຖະບານລາວວາງແຜນການທີ່ຈະລົດການນໍາເຂົ້າພະລັງງານ
ໄຟຟ້າຈາກໄທລົງ ໃຫ້ເຫຼືອບໍ່ເກີນ 1% ຂອງການຊົມໃຊ້ທັງໝົດ
ພາຍໃນປີ 2015 ແລະຈະເລີ່ມການສົ່ງອອກໃຫ້ໄດ້ເຖິງ 10 ເທົ່າ
ພາຍໃນປີ 2025.

ທ່ານດາວວົງ ພອນແກ້ວ ຫົວໜ້າກົມນະໂຍບາຍແລະແຜນພະລັງ
ງານ ກະຊວງພະລັງງານ ແລະບໍ່ແຮ່ ຖະແຫຼງຢືນຢັນວ່າ ເປົ້າໝາຍ
ທີ່ສໍາຄັນປະການນຶ່ງ ໃນແຜນການພັດທະນາດ້ານພະລັງງານແຫ່ງ
ຊາດລາວ ນັບຈາກປັດຈຸບັນນີ້ ໄປຈົນເຖິງປີ 2015 ກໍຄືຫລຸດການ
ນໍາເຂົ້າກະແສໄຟຟ້າຈາກໄທ ໃຫ້ຢູ່ໃນອັດຕາທີ່ບໍ່ເກີນ 1% ຈາກ
10% ຂອງການຊົມໃຊ້ພະລັງງານໄຟຟ້າທັງໝົດພາຍໃນປະເທດ.

ທັງນີ້ດ້ວຍການຂະຫຍາຍລະບົບຕາໜ່າງສາຍສົ່ງກະແສໄຟຟ້າໃຫ້ໄດ້ຢ່າງທົ່ວເຖິງຫຼາຍ
ຂຶ້ນ ພ້ອມທັງຊຸກຍູ້ບັນດາໂຄງການກໍ່ສ້າງເຂື່ອນໄຟຟ້າ ທີ່ກໍາລັງດໍາເນີນການຢູ່ໃນເວລານີ້
ຈໍານວນ 11 ໂຄງການ ໃຫ້ເປັນໄປຕາມແຜນການທີ່ວາງໄວ້ໃນທຸກໆດ້ານ ກໍຄືໂຄງການ
ເຂື່ອນນໍ້າງຽບ 2 ໂຄງການເຂື່ອນນໍ້າລອງ ໂຄງການເຂື່ອນນໍ້າງື່ມ 5 ໂຄງການຕາດສະ
ແລນ ໂຄງການນໍ້າສະນາ ໂຄງການຫ້ວຍລໍາພັນໃຫຍ່ ໂຄງການນໍ້າຄານ ໂຄງການນໍ້າ
ເທີນ-ຫີນບູນ ພາກຂະຫຍາຍ ແລະນໍ້າຍວງ ໂຄງການເຊຂະໝານ 1 ໂຄງການເຊຂະໜານ
3 ແລະໂຮງໄຟຟ້າຫົງສາລິກໄນຕ໌ ຊຶ່ງກໍຈະເຮັດໃຫ້ລາວສາມາດຜະລິດພະລັງງານໄຟຟ້າ
ໄດ້ ເພີ່ມຂຶ້ນອີກເຖິງ 3,270 ເມກາວັດ.

ທາງດ້ານທ່ານ ສຸລິວົງ ດາລາວົງ ລັດຖະມົນຕີວ່າການກະຊວງພະລັງງານແລະບໍ່ແຮ່ ກໍໄດ້
ຖະແຫຼງຢືນຢັນວ່າ ຈົນເຖິງປັດຈຸບັນ ລັດຖະບານລາວໄດ້ເຊັນສັນຍາ ກ່ຽວກັບການລົງທຶນ
ກໍ່ສ້າງແຫຼ່ງຜະລິດກະແສໄຟຟ້າ ກັບທັງເອກກະຊົນລາວ ແລະຕ່າງຊາດໄປແລ້ວ ຈໍານວນ
ທັງໝົດ 88 ໂຄງການ ຊຶ່ງ 37 ໂຄງການ ແມ່ນຢູ່ໃນຂັ້ນຕອນການສຶກສາຄວາມເປັນໄປໄດ້
27 ໂຄງການຢູ່ໃນຂັ້ນຂອງການພັດທະນາ 13 ໂຄງການ ກໍໄດ້ເຊັນສັນຍາສໍາປະທານ
ໄປແລ້ວ ແລະອີກ 11 ໂຄງການ ກໍກໍາລັງກໍ່ສ້າງຢ່າງຕັ້ງໜ້າ.

ທ່ານສຸລິວົງ ໄດ້ຢືນຢັນອີກດ້ວຍວ່າ ໃນປັດຈຸບັນນີ້ ຢູ່ໃນລາວມີເຂື່ອນທີ່ສ້າງສໍາເລັດແລ້ວ
ແລະຜະລິດກະແສໄຟຟ້າແລ້ວ 18 ໂຄງການ ທີ່ຜະລິດພະລັງງານໄຟຟ້າໄດ້ ລວມກັນເຖິງ
12,039.67 ລ້ານກິໂລວັດ/ໂມງຕໍ່ປີ ໂດຍໃນນີ້ ໄດ້ສົ່ງໄປຂາຍໃຫ້ການໄຟຟ້າຝ່າຍຜະລິດ
ແຫ່ງປະເທດໄທ (EGAT) ຫຼາຍກວ່າ 11,178 ລ້ານກິໂລວັດ/ໂມງ ຫຼືຄິດ ເປັນມູນຄ່າເຖິງ
470 ລ້ານໂດລາ ແລະຊື້ຄືນຈາກໄທ ເກືອບ 500 ລ້ານກິໂລວັດ/ໂມງ.

ຍິ່ງໄປກວ່ານັ້ນ ຖ້າຫາກວ່າການດໍາເນີນງານເປັນໄປຕາມແຜນການທີ່ລັດຖະບານລາວ
ໄດ້ວາງເອົາໄວ້ ກໍຄືການກໍ່ສ້າງແຫຼ່ງຜະລິດກະແສໄຟຟ້າໃຫ້ສໍາເລັດທັງ 88 ​ໂຄງການດັ່ງ
ກ່າວ ກໍຈະເປັນຜົນເຮັດໃຫ້ລາວສາມາດຜະລິດກະແສໄຟຟ້າ ໄດ້ເພີ່ມຂຶ້ນອີກຫລາຍກວ່າ
1 ແສນລ້ານກິໂລວັດ/ໂມງ ຫຼືເພີ່ມຂຶ້ນຈາກປັດຈຸບັນນີ້ ເຖິງ 10 ເທົ່າ ພາຍໃນປີ 2025 ອີກດ້ວຍ.

ການດໍາເນີນແຜນການດັ່ງກ່າວນີ້ ຂອງກະຊວງພະລັງງານແລະບໍ່ແຮ່ ກໍຄືການຕອບສະ
ໜອງ ຕໍ່ເປົ້າໝາຍຂອງພັກແລະລັດຖະບານລາວ ທີ່ຈະພັດທະນາລາວເປັນໝໍ້ໄຟຂອງ
ເອເຊຍ (Battery of Asia) ໃຫ້ໄດ້ດ້ວຍການສົ່ງເສີມການລົງທຶນເພື່ອກໍ່ສ້າງເຂື່ອນຢູ່ໃນ
ລາວໃຫ້ຫຼາຍຂຶ້ນຢ່າງບໍ່ຢຸດຍັ້ງ ແລະກໍຍັງຖືວ່າເປັນການນໍາໃຊ້ປະໂຫຍດຈາກທ່າແຮງບົ່ມ
ຊ້ອນ ໃນດ້ານຊັບພະຍາກອນນໍ້າຂອງລາວ ໄດ້ເປັນຢ່າງດີ ອີກດ້ວຍ ດັ່ງທີ່ທ່ານຈູມມາລີ
ໄຊຍະສອນ ປະທານປະເທດລາວ ກໍເຄີຍໄດ້ໃຫ້ການເນັ້ນຢໍ້າຕໍ່ບັນດາຄະນະທູຕານຸທູດ
ຕ່າງປະເທດໃນລາວ ເມື່ອບໍ່ດົນມານີ້ວ່າ:

ສປປ.ລາວ ເປັນປະເທດທີ່ມີທ່າແຮງບົ່ມຊ້ອນໃນການຜະລິດໄຟຟ້ານໍ້າຕົກ
ຢ່າງ ຫຼວງຫຼາຍ ສະນັ້ນລັດຖະບານລາວຈຶ່ງໄດ້ສຸມທຸກຄວາມສາມາດຂອງ
ຕົນ ບວກກັບການສະໜັບສະໜຸນທາງດ້ານວັດຖຸເທກນິກ ແລະທຶນຮອນ
ຈາກສາກົນ ເພື່ອພັດທະນາແຫຼ່ງພະລັງງານທີ່ສະອາດດັ່ງກ່າວ ໃຫ້ສາມາດ
ຕອບສະໜອງໄດ້ກັບຄວາມຕ້ອງການທາງດ້ານພະລັງງານຢູ່ພາຍໃນປະ
ເທດ ແລະເພື່ອສົ່ງອອກໄປປະເທດເພື່ອນບ້ານ.”


ຫາກແຕ່ວ່າ ບັນຫາໃນເວລານີ້ ກໍຄືບັນດາອົງການອະນຸລັກສະພາບແວດລ້ອມທໍາມະຊາດ
ໃນລະດັບສາກົນໄດ້ປະກາດທ່າທີຢ່າງຊັດເຈນວ່າ ຈະຄັດຄ້ານການກໍ່ສ້າງເຂື່ອນ ທັງໃນ
ລາວແລະເທິງແມ່ນໍ້າຂອງຢ່າງເຖິງທີ່ສຸດ ເພາະເຊື່ອວ່າຈະສົ່ງຜົນກະທົບຕໍ່ສະພາບແວດ
ລ້ອມທໍາມະຊາດແລະສັດນໍ້າຢ່າງກວ້າງຂວາງ ໂດຍຫລ້າສຸດກໍໄດ້ພາກັນເຄື່ອນໄຫວ ເພື່ອ
ຄັດຄ້ານການກໍ່ສ້າງເຂື່ອນໄຊຍະບຸລີເທິງແນວແມ່ນໍ້າຂອງ ໃນແຂວງໄຊຍະບຸລີ ທັງກໍຍັງ
ໄດ້ພາກັນເຄຶ່ອນໄຫວ ເພື່ອຄັດຄ້ານແຜນການຮັບຊື້ພະລັງງານໄຟຟ້າຈາກລາວຂອງລັດຖະ
ບານໄທອີກດ້ວຍ.
XS
SM
MD
LG