ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວຕ້ອງການ ງົບປະມານ ສໍາລັບ ການພັດທະນາ 30,100 ຕື້ກີບ


ພິທີເຊັນສັນຍາ ມອບການຊ່ວຍເຫລືອລ້າ ຂອງຍີ່ປຸ່ນ ໃຫ້ແກ່ລາວ
ພິທີເຊັນສັນຍາ ມອບການຊ່ວຍເຫລືອລ້າ ຂອງຍີ່ປຸ່ນ ໃຫ້ແກ່ລາວ
ລັດຖະບານລາວຕ້ອງການເງິນລົງທຶນສໍາລັບໂຄງການພັດທະ
ນາຕ່າງໆຄິດເປັນມູນຄ່າເຖິງ 30,100 ຕື້ກີບ ເພື່ອຮັບປະກັນ
ວ່າເສດຖະກິດຈະຂະຫຍາຍຕົວບໍ່ຕໍ່າກວ່າ 8.3% ໃນແຜນ
ການປະຈໍາປີ 2013-2014.

ທ່ານຄໍາລຽນ ພົນເສນາ ລັດຖະມົນຕີຊ່ວຍວ່າການກະຊວງ
ແຜນການແລະການລົງທຶນໄດ້ນໍາສະເໜີຮ່າງແຜນການພັດ
ທະນາເສດຖະກິດແລະສັງຄົມປະຈໍາປີ 2013-2014 ຕໍ່ກອງ
ປະຊຸມຮ່ວມລະຫວ່າງລັດຖະບານກັບສະພາແຫ່ງຊາດລາວ
ເມື່ອທ້າຍອາທິດທີ່ຜ່ານມານີ້ ໂດຍລັດຖະບານລາວໄດ້ວາງ
ເປົ້າໝາຍຈະຊຸກຍູ້ໃຫ້ເສດຖະກິດແຫ່ງຊາດ ຂະຫຍາຍຕົວ
ເພີ່ມຂຶ້ນໃນອັດຕາສະເລ່ຍບໍ່ຕໍ່າກວ່າ 8.3% ເມື່ອທຽບກັບ
ແຜນການປີ 2012-2013ທີ່ກໍາລັງຈະສິ້ນສຸດແຜນການໃນ
ທ້າຍເດືອນກັນຍານີ້.

ແຕ່ຢ່າງໃດກໍຕາມ ທ່ານຄໍາລຽນ ກໍຍອມຮັບວ່າການທີ່ລັດຖະບານລາວຈະສາມາດບັນລຸ
ເປົ້າໝາຍທີ່ວາງໄວ້ດັ່ງກ່າວໄດ້ຢ່າງແທ້ຈິງນັ້ນ ກໍມີຄວາມຈໍາເປັນຢ່າງຍິ່ງທີ່ຈະຕ້ອງລະດົມ
ການລົງທຶນຈາກທຸກພາກສ່ວນ ທັງຈາກພາຍໃນແລະຕ່າງປະເທດໃຫ້ໄດ້ໃນມູນຄ່າລວມ
ບໍ່ໜ້ອຍກວ່າ 30,100 ຕື້ກີບ ຫຼືປະມານ 3,760 ລ້ານໂດລ່າ ຊຶ່ງຄິດເປັນ 33.2% ຂອງ
ຍອດຜະລິດລວມພາຍໃນ ຫຼື GDP ໃນ ແຜນການປີ 2013-2014 ດັ່ງກ່າວ.

ທັງນີ້ ໂດຍລັດຖະບານລາວຄາດໝາຍວ່າ ຈະສາມາດປະກອບສ່ວນຈາກງົບປະມານ
ລາຍຈ່າຍໄດ້ໃນສັດສ່ວນທີ່ບໍ່ເກີນ 10.9% ຂອງຄວາມຕ້ອງການເງິນທຶນທັງໝົດດັ່ງ
ກ່າວເທົ່ານັ້ນ ຊຶ່ງໝາຍຄວາມວ່າໃນສ່ວນທີ່ເຫຼືອເຖິງ 89.1% ນັ້ນກໍຈະຕ້ອງລະດົມ
ຈາກການລົງທຶນຂອງພາກເອກກະຊົນ ລວມເຖິງການກູ້ຢືມຈາກສະຖາບັນການເງິນ
ທັງພາຍໃນແລະຕ່າງປະເທດດ້ວຍ ໂດຍໃນນີ້ລັດຖະບານລາວ ກໍໄດ້ວາງຄາດໝາຍ
ທີ່ຈະລະດົມເອົາຈາກການລົງທຶນຂອງພາກເອກກະຊົນໃນ ສັດສ່ວນ 18.4% ແລະ
ການຊ່ວຍເຫຼືອລ້າຈາກຕ່າງປະເທດ 15.9% ຫຼື ຄິດເປັນເງິນທຶນທີ່ຈະຕ້ອງໄດ້ຮັບການ
ຊ່ວຍເຫຼືອລ້າຈາກຕ່າງປະເທດ ເກືອບ 600 ລ້ານໂດລານັ້ນເອງ.

ເຈົ້າໜ້າທີ່ແລະການນໍາລາວທີ່ກອງປະຊຸມຂອງຄະນະລັດຖະບານ ມໍ່ໆມານີ້
ເຈົ້າໜ້າທີ່ແລະການນໍາລາວທີ່ກອງປະຊຸມຂອງຄະນະລັດຖະບານ ມໍ່ໆມານີ້

ທາງການລາວເຊື່ອໝັ້ນວ່າ ຖ້າຫາກການດໍາເນີນງານເປັນ
ໄປຕາມແຜນການທີ່ວາງໄວ້ດັ່ງກ່າວນີ້ ກໍຈະເປັນປັດໄຈທີ່
ຮັບປະກັນໄດ້ວ່າ ລາວຈະສາມາດບັນລຸເປົ້າໝາຍສະຫັດ
ສະວັດຂອງການພັດທະນາແຫ່ງຊາດໄດ້ຕາມແຜນການທີ່
ວາງໄວ້ ໃນປີ2015 ດັ່ງທີ່ທ່ານພູເພັດ ຄໍາພູນວົງ ລັດຖະມົນ
ຕີວ່າການກະຊວງການເງິນໄດ້ຖະແຫຼງຢືນຢັນວ່າ:

ສູ້ຊົນຕອບສະໜອງຄວາມຕ້ອງການໃຊ້ຈ່າຍບໍລິຫານ
ເພື່ອສ້າງເງື່ອນໄຂບັນລຸ ເປົ້າໝາຍສະຫັດສະລັດດ້ານ
ການພັດທະນາໃນປີ 2015 ຮັບປະກັນສະຖຽນລະພາບທາງດ້ານເສຖະກິດມະຫາ
ພາກໃຫ້ມີຄວາມໝັ້ນທ່ຽງ ເຮັດໃຫ້ເສດຖະກິດຂະຫຍາຍຕົວຕໍ່ເນື່ອງໃນລະດັບ
8.3% ອັດຕາເງິນເຟີ້ໃຫ້ຢູ່ໃນລະດັບຕໍ່າກວ່າ ອັດຕາການຂະຫຍາຍຕົວທາງເສດ
ຖະກິດ ແກ້ໄຂຄວາມທຸກຍາກຂອງປະຊາຊົນໃຫ້ໄດ້ຕາມຄາດໝາຍທີ່ກໍານົດໄວ້.”


ທະນາຄານການຄ້າຕ່າງປະເທດລາວ ແລະທະນາຄານຈີນ ເຊັນສັນຍາດ້ານການຮ່ວມມືກັນ
ທະນາຄານການຄ້າຕ່າງປະເທດລາວ ແລະທະນາຄານຈີນ ເຊັນສັນຍາດ້ານການຮ່ວມມືກັນ

ກ່ອນໜ້ານີ້ ຄະນະລັດຖະບານລາວໄດ້ມີມະຕິຕົກລົງເພື່ອ
ມອບໃຫ້ກະຊວງແຜນ ການແລະການລົງທຶນເປັນພາກສ່ວນ
ຮັບຜິດຊອບ ໃນການຮ່າງແຜນການພັດທະນາທາງເສດຖະ
ກິດແລະສັງຄົມແຫ່ງຊາດສະບັບນີ້ 8 ສໍາລັບການຈັດຕັ້ງປະຕິ
ບັດ ໃນຊ່ວງປີ 2016-2020 ໂດຍມີເປົ້າໝາຍທີ່ຈະເຮັດໃຫ້
ເສດຖະກິດຂະຫຍາຍຕົວ ເພີ່ມຂຶ້ນລະຫວ່າງ 8.5% ຫາ 9%
ໃນແຕ່ລະປີ ຊຶ່ງກໍຈະເຮັດໃຫ້ GDP ສາມາດຄິດສະເລ່ຍ ເປັນ
ລາຍຮັບຂອງປະຊາຊົນໄດ້ເຖິງ 3,200 ໂດລ່າຕໍ່ ຄົນຕໍ່ປີ ໃນປີ
2020 ແລະເປັນການຮັບປະກັນວ່າ ລາວໄດ້ຫຼຸດພົ້ນຈາກການ
ເປັນປະເທດດ້ອຍພັດທະນາແລ້ວ ອີກດ້ວຍ.

ສໍາລັບແຜນການພັດທະນາທີ່ລັດຖະບານລາວກໍາລັງປະຕິບັດຈັດຕັ້ງຢູ່ໃນເວລານີ້ ກໍ
ແມ່ນສະບັບທີ່ 7 ຊຶ່ງໄດ້ເລີ່ມລົງມືປະຕິບັດນັບຕັ້ງແຕ່ປີ 2011 ເປັນຕົ້ນມາ ແລະຈະຍັງ
ຄົງປະຕິບັດຈັດຕັ້ງຕໍ່ໄປຈົນເຖິງປີ 2015 ໂດຍການປະຕິບັດແຜນການໃນໄລຍະທີ່ຜ່ານ
ມາກໍປາກົດວ່າ ເສດຖະກິດລາວໄດ້ຂະຫຍາຍຕົວ ເພີ່ມຂຶ້ນຈາກ 8.1% ໃນແຜນການ
ປີ 2010-2011 ເປັນ 8.3%ໃນແຜນປີ 2011-2012 ແລະໃນແຜນການປີ 2012 -
2013 ນີ້ກໍຈະຫລຸດ 8% ແລະມູນຄ່າ GDP ກໍຈະສະເລ່ຍເປັນລາຍຮັບຂອງປະຊາຊົນ
ໄດ້ 1,490 ຕໍ່ຄົນ ຕໍ່ປີ.
XS
SM
MD
LG