ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານລາວ ຈະປະຕິບັດທຸກ ວິທີທາງ ເພື່ອບັນລຸເປົ້າໝາຍ ການພັດທະນາເສດຖະກິດປີ 2021


ເງິນ​ກີບ​ຂອງລາວທຽບ​ໃສ່​ເງິນ​ຕາ​ຕ່າງ​ປະ​ເທດ
ເງິນ​ກີບ​ຂອງລາວທຽບ​ໃສ່​ເງິນ​ຕາ​ຕ່າງ​ປະ​ເທດ

ລັດຖະບານລາວຈະຈັດຕັ້ງປະຕິບັດທຸກວິທີທາງເພື່ອບັນລຸເປົ້າໝາຍການພັດທະນາເສດຖະກິດປີ 2021, ໂດຍສະເພາະແມ່ນການແກ້ໄຂຄວາມຫຍຸ້ງຍາກທາງການເງິນ ແລະການຂາດແຄນເງິນຕາຕ່າງປະເທດ, ຊົງລິດ ໂພນເງິນມີລາຍງານເລື້ອງນີ້ມາສະເໜີທ່ານຈາກບາງກອກ.

ທ່ານນາງທິບພະກອນ ຈັນທະວົງສາ, ໂຄສົກປະຈໍາສໍານັກງານນາຍົກລັດຖະມົນຕີຖະແຫລງວ່າ ລັດຖະບານລາວຈະດໍາເນີນໃນທຸກວິທີທາງເຂົ້າໃນການຈັດຕັ້ງປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ເພື່ອໃຫ້ບັນລຸເປົ້າໝາຍທີ່ວາງໄວ້ ໂດຍສະເພາະແມ່ນການຮັບປະກັນເສດຖະກິດມະຫາພາກໃຫ້ມີຄວາມໝັ້ນທ່ຽງ ດ້ວຍການແກ້ໄຂບັນຫາຫຍຸ້ງຍາກທາງດ້ານການເງິນ ແລະການຂາດແຄນເງິນຕາຕ່າງປະເທດ ນັ້ນກໍຄືມາດຕະການທີ່ສໍາຄັນທີ່ຈະດໍາເນີນໄປຄຽງຄູ່ກັບການເກັບລາຍຮັບເຂົ້າງົບປະມານລາຍຮັບ ແລະຄຸ້ມຄອງລາຍຈ່າຍຢ່າງມີປະສິດທິພາບ, ດັ່ງທີ່ນາງທິບພະກອນ ໄດ້ຖະແຫລງຢືນຢັນວ່າ:

ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ ແລະການເງິນໃຫ້ມີທິດທາງໃໝ່ທີ່ໜັກແໜ້ນ ໂດຍສະເພາະການຈັດຕັ້ງປະຕິບັດມາດຕະການຕ່າງໆ ເຊັ່ນ: ການປະຢັດງົບປະມານ, ການປັບປຸງກົນໄກການສົ່ງເສີມການລົງທຶນ, ການຫັນເປັນທັນສະໄໝ ເພື່ອຕິດຕາມການເກັບລາຍຮັບ ແລະຄຸ້ມຄອງລາຍຈ່າຍ, ການນຳເຂົ້າ-ສົ່ງອອກສິນຄ້າ ແລະແຮ່ທາດຢູ່ດ່ານຊາຍແດນ, ສູ້ຊົນຈັດຕັ້ງປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມ ແລະແຜນງົບປະມານແຫ່ງລັດປີ 2021 ໃຫ້ໄດ້ຕາມແຜນ.

ທັງນີ້ລັດຖະບານລາວ ໄດ້ວາງແຜນການຈະສ້າງລາຍຮັບໃຫ້ໄດ້ 27,629 ຕື້ກີບ ຫຼືຄິດເປັນ 15.13 ເປີເຊັນຂອງ GDP ໃນປີ 2021 ແລະຈະຄຸ້ມຄອງລາຍຈ່າຍໃຫ້ຢູ່ໃນມູນຄ່າລວມບໍ່ເກີນ 31,583 ຕື້ກີບຊຶ່ງຄິດເປັນ 17.3 ເປີເຊັນ ຂອງ GDP ເພື່ອທີ່ຈະຄວບຄຸມການຂາດດຸນງົບປະມານໃນມູນຄ່າລວມບໍ່ເກີນ 3,954 ຕື້ກີບ ຫຼືຄິດເປັນ 2.17ເປີເຊັນ ຂອງ GDP ໃນປີ 2021. ຫາກແຕ່ການທີ່ຈະສາມາດບັນລຸເປົ້າໝາຍດັ່ງກ່າວໄດ້ໃນການຈັດຕັ້ງປະຕິບັດຕົວຈິງນັ້ນ ກໍບໍ່ແມ່ນເລື່ອງງ່າຍເພາະວ່າການລະບາດຂອງໄວຣັສ COVID-19 ນັບຕັ້ງແຕ່ປີ 2020 ເປັນຕົ້ນມາໄດ້ເຮັດໃຫ້ລັດຖະບານ ລາວ ຈັດເກັບລາຍຮັບໄດ້ຕໍ່າກວ່າແຜນການທີ່ວາງໄວ້.

ສ່ວນທະນາຄານພັດທະນາເອເຊຍຄາດວ່າເສດຖະກິດລາວ ໃນປີ 2021 ຈະຂະຫຍາຍຕົວຂຶ້ນ 4 ເປີເຊັນ ທຽບໃສ່ປີ 2020 ແລະເພີ່ມຂຶ້ນເປັນ 4.5 ເປີເຊັນໃນປີ 2022 ໂດຍຈະເຮັດໃຫ້ລາຍໄດ້ສະ ເລ່ຍຂອງປະຊາຊົນລາວ ເພີ່ມຂຶ້ນອີກ 2.4 ເປີເຊັນ ໃນປີ 2021 ແລະ 2.9 ເປີເຊັນໃນປີ 2022 ແຕ່ ວ່າການອ່ອນຄ່າລົງຂອງເງິນກີບຍ້ອນການຂາດດຸນການຄ້າຕ່າງປະເທດຈະເຮັດໃຫ້ລາວ ຕ້ອງປະເຊີນກັບພາວະເງິນເຟີ້ສູງກວ່າ 5 ເປີເຊັນ ໃນປີນີ້.

ຍິ່ງໄປກວ່ານັ້ນ ທຶນສຳຮອງເງິນຕາຕ່າງປະເທດຂອງລັດຖະບານລາວ ໄດ້ປັບຕົວຫຼຸດລົງຢ່າງຕໍ່ເນື່ອງ ແລະ ຍັງຈະສືບຕໍ່ຫຼຸດລົງອີກ ໂດຍມີສາເຫດສຳຄັນມາຈາກການທີ່ລາວ ຕ້ອງປະເຊີນກັບການຂາດດຸນການຄ້າຕ່າງປະເທດທີ່ເພີ່ມຂຶ້ນນັບມື້ ເມື່ອສົມທົບກັບການຂາດດຸນບັນຊີເງິນຕາຕ່າງປະເທດ 9.4 ເປີເຊັນຂອງມູນຄ່າຜະລິດຕະພັນລວມ (GDP) ໃນປັດຈຸບັນຈຶ່ງເຮັດໃຫ້ທຶນສຳຮອງເງິນຕາຕ່າງປະເທດຂອງລາວຍັງເຫຼືອພຽງ 1,207 ລ້ານໂດລາ ຫຼື ເທົ່າກັບການນຳເຂົ້າສິນຄ້າຈາກຕ່າງປະເທດໄດ້ພຽງ 2​ ເດືອນ ແລະເຮັດໃຫ້ລັດຖະບານລາວ ຕ້ອງກູ້ຢືມຈາກຕ່າງປະເທດເພີ່ມຂຶ້ນ ເພື່ອນຳມາໃຊ້ດຸ່ນດ່ຽງລາຍຈ່າຍທີ່ສູງກວ່າລາຍຮັບ ອັນໄດ້ສົ່ງຜົນເຮັດໃຫ້ລັດຖະບານ ມີໜີ້ສະສົມເຖິງ 13,491 ລ້ານໂດລາ ຄິດເປັນ 68 ເປີເຊັນຂອງ GDP ປີ 2020 ແລະ ຍັງຈະເພີ່ມຂຶ້ນເປັນເກີນກວ່າ 70 ເປີເຊັນຂອງ GDP ໃນປີ 2021 ນີ້ເນື່ອງຈາກວ່າລັດຖະບານ ລາວ ຕ້ອງການຈະກູ້ຢືມເງິນຈາກຕ່າງປະເທດໃນມູນຄ່າເກີນກວ່າ 2,000 ລ້ານໂດລາໃນປີ 2021 ນີ້.

ທັງນີ້ ລັດຖະບານລາວ ມີຄວາມຕ້ອງການເງິນຕາຕ່າງປະເທດຫຼາຍກວ່າ 4,000 ລ້ານ ໂດລາຕໍ່ປີ ຫາກແຕ່ວ່າ ສາມາດປະຕິບັດໄດ້ຈິງພຽງ 50 ເປີເຊັນ ຈຶ່ງເຮັດໃຫ້ຂາດດຸນບັນຊີການຊຳລະເງິນຕາຕ່າງປະເທດເກີນກວ່າ 2,000 ລ້ານ ອັນເປັນສາເຫດທີ່ເຮັດໃຫ້ສະຖາບັນ Moody’s Investor Service ໄດ້ປັບຫຼຸດລະດັບໜີ້ສິນຂອງລັດຖະບານລາວ ຈາກລະດັບທີ່ມີຄວາມຫວັງວ່າຈະພັດທະນາໃຫ້ດີຂຶ້ນນັ້ນ ລົງມາເປັນລະດັບທີ່ຕິດລົບ ຫຼືພັດທະນາໃຫ້ດີຂຶ້ນໄດ້ຍາກ. ພາຍໃຕ້ສະພາບການດັ່ງ່ກ່າວ ຍັງເຮັດໃຫ້ລັດຖະບານລາວຈະຕ້ອງເລັ່ງເສີມຂະຫຍາຍການພົວພັນທາງການທູດກັບຕ່າງປະເທດໃຫ້ກວ້າງຂວາງຫຼາຍຂຶ້ນ ໂດຍເປົ້າໝາຍໃນປີ 2021-2025 ຄືການຍາດເອົາການຊ່ວຍເຫຼືອຈາກຕ່າງປະເທດໃຫ້ໄດ້ 800 ລ້ານໂດລາຕໍ່ປີ ຫລື 4,000 ລ້ານ ໃນ 5 ປີຕໍ່ໄປນີ້.

XS
SM
MD
LG