ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານລາວ ຈະຫລຸດຈຳນວນລັດຖະກອນ ລົງສູ່ອັດຕາສະເລ່ຍ 2.2 ເປີເຊັນ ຂອງຈຳນວນປະຊາກອນທັງໝົດ ໃນປີ 2025


ໃນພາບນີ້ ຖ່າຍເມື່ອວັນທີ 25 ກໍລະກົດ 2016, ບັນດານັກສຶກສາລາວ ພວມແນມເບິ່ງຢູ່ນອກກອງປະຊຸມອາຊຽນ ປະຈຳປີ ແລະກອງປະຊຸມສົນທະນາດ້ານຄວາມໝັ້ນຄົງໃນພາກພື້ນ.
ໃນພາບນີ້ ຖ່າຍເມື່ອວັນທີ 25 ກໍລະກົດ 2016, ບັນດານັກສຶກສາລາວ ພວມແນມເບິ່ງຢູ່ນອກກອງປະຊຸມອາຊຽນ ປະຈຳປີ ແລະກອງປະຊຸມສົນທະນາດ້ານຄວາມໝັ້ນຄົງໃນພາກພື້ນ.

ລັດຖະບານລາວ ຈະລົດຈຳນວນລັດຖະກອນລົງສູ່ອັດຕາສະເລ່ຍ 2.2 ເປີເຊັນ ຂອງຈຳນວນປະຊາກອນທັງໝົດ ໃນປີ 2025 ແຕ່ໂຮງຮຽນທຸກລະດັບ ໃນທົ່ວປະເທດ ກຳລັງປະເຊີນກັບການຂາດແຄນຄູຢ່າງໜັກ.

ທ່ານກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ຖະແຫລງວ່າ ລັດຖະບານລາວ ໄດ້ວາງແຜນການທີ່ຈະລົດຈຳນວນລັດຖະກອນລົງຈາກອັດຕາສະເລ່ຍ 2.4 ເປີເຊັນຂອງຈຳນວນປະຊາກອນລາວ ໃນປັດຈຸບັນ ໃຫ້ຢູ່ທີ່ 2.2 ເປີເຊັນຂອງຈຳນວນປະຊາກອນລາວ ໃນປີ 2025 ແຕ່ກໍບໍ່ແມ່ນເລື້ອງງ່າຍທີ່ຈະສາມາດຈັດຕັ້ງປະຕິບັດໄດ້ຈິງ ເພາະວ່າ ຈະຕ້ອງມີການພັດທະນາ-ປັບປຸງທັງໃນດ້ານການຄັດເລືອກເອົາພະນັກງານໃໝ່ທີ່ມີຄວາມຮູ້ຄວາມສາມາດຢ່າງແທ້ຈິງ ແລະການຍົກລະດັບຄວາມຮູ້ຄວາມສາມາດຂອງລັດຖະກອນໃນປັດຈຸບັນ ລວມເຖິງການຈັດສັນຈຳນວນບຸຄະລາກອນໃຫ້ພຽງພໍກັບຄວາມຕ້ອງການຕົວຈິງໃນທົ່ວປະເທດອີກດ້ວຍ ດັ່ງທີ່ ທ່ານກິແກ້ວ ໄດ້ໃຫ້ການຢືນຢັນວ່າ:

“ປັດຈຸບັນນີ້ ພວກເຮົາກໍມີລັດຖະກອນຢູ່ໃນກົງກັກ 2.4 ເປີເຊັນຂອງພົນລະເມືອງ ສິຢາກຫລຸດລົງ 0.2 ເປີເຊັນ ຂອງພົນລະເມືອງໃນປີ 2025 ໃຫ້ມັນເຫຼືອຢູ່ປະມານ 2.2 ເປີເຊັນ ນີ້ເນາະ ຢູ່ໃນອັດດັບທີ 5 ຂອງອາຊຽນ ຄັນຢາກຫລຸດລົງ ມັນກໍຕ້ອງໄດ້ຫັນເປັນທັນສະໄໝ ຄົ້ນຄວ້າລະບົບສອບເສັງການເລື່ອນຕຳແໜ່ງບໍລິຫານແຕ່ລະຂັ້ນ ການຄົ້ນຄວ້າກົນໄກວິທີການ ຂັ້ນຕອນໃນການເຄື່ອນຍ້າຍ ຫັນພະນັກງານຈາກສູນກາງລົງສູ່ທ້ອງຖິ່ນຢ່າງເປັນລະບົບ.”

ແຕ່ຢ່າງໃດກໍຕາມ ບັນຫາທີ່ລັດຖະບານລາວ ກຳລັງປະເຊີນຢູ່ໃນເວລານີ້ ກໍຄືພະນັກງານລັດໃນທຸກພາກສ່ວນໄດ້ພາກັນລາອອກຈາກພາກລັດເພີ້ມຂຶ້ນນັບມື້ ໂດຍມີສາເຫດມາຈາກວິກົດການທາງເສດຖະກິດທີ່ຍັງບໍ່ມີທີທ່າວ່າ ຈະສາມາດແກ້ໄຂໃຫ້ກັບຄືນສູ່ພາວະປົກກະຕິໄດ້ເລີຍ ເຖິງແມ່ນວ່າ ລັດຖະບານຈະໃຫ້ເງິນອຸດໜຸນເພີ້ມຂຶ້ນຄົນລະ 150,000 ກີບຕໍ່ເດືອນກໍຕາມ ແຕ່ກໍຍັງບໍ່ພຽງພໍສຳລັບຄ່າຄອງຊີບທີ່ເພີ້ມຂຶ້ນສູຸງກວ່າ 220 ເປີເຊັນໃນປັດຈຸບັນ ທັງຍັງບໍ່ມີມາດຕະການໃຫ້ການຊ່ວຍເຫຼືອອື່ນໆອີກເພື່ອເຮັດໃຫ້ລັດຖະກອນ ສາມາດທີ່ຈະສ້າງລາຍຮັບໄດ້ຢ່າງພຽງພໍກັບການດຳເນີນຊີວິດປະຈຳວັນດ້ວຍນັ້ນ ຈຶ່ງຕ້ອງລາອອກຈາກພາກລັດເພື່ອໄປທຳງານກັບພາກເອກະຊົນທີ່ໃຫ້ເງິນເດືອນສູງກວ່າພາກລັດ ຫຼືວ່າ ພຽງພໍສຳລັບຄ່າຄອງຊີບທີ່ເພີ້ມຂຶ້ນ ໂດຍລັດຖະກອນທີ່ລາອອກຫຼາຍທີ່ສຸດ ແລະຍັງໄດ້ສົ່ງຜົນກະທົບຕຫຼສັງຄົມລາວຢຢາງກວ້າງຂວາງດ້ວຍນັ້ນ ກໍແມ່ນຄູຢູ່ໃນເຂດຕົວເມືອງຕ່າງໆໃນທົ່ວປະເທດ ດັ່ງເຈົ້າໜ້າທີ່ຂັ້ນສູງໃນກະຊວງສຶກສາທິການແລະກິລາ ໄດ້ໃຫ້ການຢືນຢັນວ່າ:

“ໃນປັດຈຸບັນນີ້ນິ ພາບລວມກໍເຫັນວ່າ ຄູລັດເຮົານີ້ນະ ກໍເຫັນວ່າ ຍັງມີຄວາມຫຍຸ້ງຍາກ ກະມີສະເໜີຂໍຮັບບຳເນັດໄປ ກະມີຫຼາຍເນາະ ອອກໄປສ້າງເສດຖະກິດຄອບຄົວ ແຕ່ພວກເຮົາ ກະມີຄວາມພະຍາຍາມປຸກລະດົມຈິດໃຈຫັ້ນແຫລະເນາະ ໃນປັດຈຸບັນນີ້ ສະພາບເສດຖະກິດຄືແນວນີ້ ປະເທດຊາດເຮົາ ກໍພວມຫຍຸ້ງຍາກ ຂໍໃຫ້ພວກສະຫາຍຄູ-ອາຈານ ຈົ່ງໄດ້ຕັດສິນໃຈ ຊ່ວຍກ່ອນ ບໍ່ຢາກໃຫ້ປະລະຫຼືວ່າ ຢາກໃຫ້ສະເໜີອອກວ່າ ຊັ້ນສາ ພວກເຮົາພົບກັບຄວາມຫຍຸ້ງຍາກຫຼາຍທີ່ສຸດ ໂດຍສະເພາະກໍແມ່ນປັດຈຸບັນນີ້ ຄູເຮົາກະວິກິດແລ້ວ.”

ທັງນີ້ ອັດຕາສ່ວນຂອງຈຳນວນພະນັກງານລັດຕໍ່ປະຊາກອນລາວ ໃນປັດຈຸບັນຢູ່ທີ່ອັດຕາສູງກວ່າ 2.4 ເປີເຊັນ ຊຶ່ງເປັນອັດຕາສ່ວນທີ່ສູງທີ່ສຸດໃນອາຊຽນ ທັງຍັງເຮັດໃຫ້ຕ້ອງນຳໃຊ້ງົບປະມານສຳລັບເງິນເດືອນ ແລະເງິນນະໂຍບາຍໃຫ້ແກ່ພະນັກງານລັດໃນສັດສ່ວນທີ່ເກີນກວ່າ 48 ເປີເຊັນ ຂອງງົບປະມານລາຍຈ່າຍທັງໝົດຂອງລັດຖະບານລາວ ໃນແຕ່ລະປີ ທັງຍັງມີທ່ານອຽງເພີ້ມສູງຂຶ້ນທຸກປີດ້ວຍນັ້ນ ຈຶ່ງເຮັດໃຫ້ລັດຖະບານລາວ ຈະຕ້ອງຈຳກັດໂຄວຕາໃນການບັນຈຸພະນັກງານໃໝ່ໃຫ້ໜ້ອຍລົງ ພາຍໃຕ້ເປົ້າໝາຍທີ່ຈະລົດອັດຕາສ່ວນຂອງຈຳນວນພະນັກງານລັດ ຕໍ່ປະຊາກອນລາວໃຫ້ລົງມາຢູທີ່ອັດຕາ 2.2 ເປີເຊັນ ໃຫ້ໄດ້ໃນປີ 2025 ແຕ່ເມື່ອເກີດບັນຫາວິກິດການທາງເສດຖະກິດນັບແຕ່ປີ 2021 ເປັນຕົ້ນມາ ກໍໄດ້ເຮັດໃຫ້ພະນັກງານລັດທີ່ມີຄວາມຮູ້-ຄວາມສາມາດຢ່າງແທ້ຈິງນັ້ນ ໄດ້ພາກັນລາອອກຈາກພາກລັດເປັນຈຳນວນຫຼາຍ ອັນເຮັດໃຫ້ເກີດເປັນບັນຫາຂາດແຄນດ້ານບຸຄະລາກອນໄປແລ້ວໃນເວລານີ້.

ທັງນີ້ ລັດຖະບານລາວ ກຳນົດໂຄວຕາການບັນຈຸລັດຖະກອນໃໝ່ ໄດ້ບໍ່ເກີນ 800 ຄົນໃນປີ 2024 ໃນນີ້ເປັນໂຄວຕາຂອງ ກະຊວງສຶສາທິການ 340 ຄົນ ຈຶ່ງເຮັດໃຫ້ໂຮງຮຽນ 12,744 ແຫ່ງໃນຊົນນະບົດຂາດແຄນຄູກວ່າ 25,000 ຄົນ ຂະນະທີ່ໂຮງຮຽນໃນເຂດເມືອງມີຄູເກີນຫຼາຍກວ່າ 10,000 ຄົນ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG