ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລັດຖະບານລາວ ຈະປັບງົບປະມານ ລາຍຈ່າຍ ໃນງວດສຸດທ້າຍ ຂອງປີ 2017 ລົງ


ໃນໄລຍະ 6 ເດືອນທຳອິດຂອງແຜນການປະຈຳສົກປີ 2017 ນີ້ ລັດຖະບານລາວ ສາມາດຈັດເກັບລາຍຮັບໄດ້ພຽງ 43 ເປີເຊັນເທົ່ານັ້ນ ຂອງແຜນການຕະຫຼອດປີ.
ໃນໄລຍະ 6 ເດືອນທຳອິດຂອງແຜນການປະຈຳສົກປີ 2017 ນີ້ ລັດຖະບານລາວ ສາມາດຈັດເກັບລາຍຮັບໄດ້ພຽງ 43 ເປີເຊັນເທົ່ານັ້ນ ຂອງແຜນການຕະຫຼອດປີ.

ລັດຖະບານລາວ ຈະປັບລົດງົບປະມານລາຍຈ່າຍ ໃນງວດສຸດທ້າຍຂອງປີ 2017
ລົງຈາກແຜນການເດີມ ເພາະສາມາດຈັດເກັບລາຍຮັບໄດ້ພຽງ 43 ເປີເຊັນ ເທົ່ານັ້ນ
ໃນ 6 ເດືອນທຳອິດ ຂອງແຜນການປີ 2017 ນີ້.

ທ່ານສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີ ວ່າການກະຊວງ
ການເງິນ ຖະແຫລງຢືນຊັນວ່າ ລັດຖະບານລາວ ຈຳເປັນຈະຕ້ອງດັດແກ້ແຜນການ
ງົບປະມານ ປະຈຳສົກປີ 2017 ດ້ວຍການປັບລົດລາຍຈ່າຍພາກລັດຖະບານ ໃນ
ໄຕມາດທີ 4 ຫຼື 3 ເດືອນສຸດທ້າຍຂອງແຜນການ ລົງຈາກເດີມຢ່າງຫລີກລ່ຽງບໍ່ໄດ້ ເພາະໃນໄລຍະ 6 ເດືອນທຳອິດຂອງແຜນການປະຈຳສົກປີ 2017 ນີ້ ລັດຖະບານ
ລາວ ສາມາດຈັດເກັບລາຍຮັບໄດ້ພຽງ 43 ເປີເຊັນເທົ່ານັ້ນ ຂອງແຜນການຕະຫຼອດປີ.

ທ່ານສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີ ວ່າການກະຊວງ ການເງິນ ແຫ່ງ ສປປ ລາວ
ທ່ານສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີ ວ່າການກະຊວງ ການເງິນ ແຫ່ງ ສປປ ລາວ

ຫາກແຕ່ ກໍຍັງບໍ່ມີຄວາມຊັດເຈນວ່າ ລັດຖະບານລາວ ຈະປັບລົດລາຍຈ່າຍລົງຈາກ
ເດີມ ໃນອັດຕາສະເລ່ຍເທົ່າໃດແທ້ ເພາະຈະຕ້ອງຄອຍຖ້າຜົນການເກັບກຳຂໍ້ມູນ ແລະ
ປະເມີນຜົນການຈັດຕັ້ງປະຕິບັດງົບປະມານ ລາຍຮັບ-ລາຍຈ່າຍ ໃນຊ່ວງໄຕມາດທີ 3
ທີ່ຜ່ານມາເສຍກ່ອນ ຊຶ່ງໃນປັດຈຸບັນ ກະຊວງການເງິນ ກໍໄດ້ປະສານໄປຍັງທຸກພາກ
ສ່ວນຂອງລັດຖະບານ ໃນທົ່ວປະເທດແລ້ວ ດັ່ງທີ່ ທ່ານສົມດີ ໄດ້ຢືນຢັນວ່າ:

“ປີ 2017 ນີ້ ກໍເປັນປີນຶ່ງທີ່ວຽກງານການເງິນພວກເຮົາ ກໍຍັງສືບຕໍ່ມີຄວາມຫຍຸ້ງ
ຍາກ ເຖິງວ່າເສດຖະກິດ ມີການຂະຫຍາຍຕົວ ແຕ່ວ່າການເກັບລາຍຮັບຂອງ
ພວກເຮົາ ກໍຍັງມີຄວາມຫຍຸ້ງຍາກ ຊຶ່ງມາຮອດ 6 ເດືອນ ການຈັດຕັ້ງປະຕິບັດ
ລາຍຮັບທັງໝົດໃນທົ່ວປະເທດ ກໍໄດ້ 43 ກວ່າສ່ວນຮ້ອຍ ຂອງແຜນການ ໃນ
ເວລາດຽວກັນ ເບື້ອງລາຍຈ່າຍ ກະອາດຈະບໍ່ໄດ້ຈ່າຍໝົດໃນງວດທີ 4 ນີ້ ເພາະ
ວ່າ ຈະໄດ້ກວດກາເບິ່ງໝົດການໃຊ້ຈ່າຍຕ່າງໆ ຂອງບັນດາຂະແໜງການ ແລະ
ທ້ອງຖິ່ນ ດຽວນີ້ ພວກເຮົາກະໄດ້ແຕ່ງໃຫ້ຄະນະນຳຂອງກະຊວງ ແບ່ງຄວາມຮັບ
ຜິດຊອບໃຫ້ລົງເລີກ ໃນແຕ່ລະຂະແໜງການ ໃນແຕ່ລະທ້ອງຖິ່ນ ເພື່ອກວດເບິ່ງ
ນຳກັນ ການຈັດຕັ້ງປະຕິບັດລາຍຈ່າຍ ໃຫ້ມັນດີ.”

ແຕ່ຢ່າງໃດກໍຕາມ ທ່ານສົມດີ ກໍຢືນຢັນວ່າ ຈະສູ້ຊົນເພື່ອຈັດເກັບລາຍຮັບໃຫ້ໄດ້ເຖິງ
98 ເປີເຊັນ ຂອງແຜນການຕະຫຼອດປີ ໂດຍອີງຕາມແຜນງົບປະມານຕະຫຼອດປີ 2017
ນີ້ ລັດຖະບານລາວ ໄດ້ວາງເປົ້າໝາຍ ທີ່ຈະຈັດເກັບລາຍຮັບໃຫ້ໄດ້ ໃນມູນຄ່າລວມ
ບໍ່ນ້ອຍກວ່າ 23,946 ຕື້ກີບ ຫາກແຕ່ວ່າ ໃນໄລຍະ 6 ເດືອນຕົ້ນປີນີ້ ກໍປາກົດວ່າ
ລັດຖະບານລາວ ສາມາດຈັດເກັບໄດ້ພຽງ 10,296.78 ຕື້ກີບ ຄິດເປັນ 43 ເປີເຊັນ
ຂອງແຜນການປີ ໝາຍຄວາມວ່າ ລັດຖະບານລາວ ຈະສາມາດບັນລຸເປົ້າໝາຍ 98
ເປີເຊັນ ຂອງແຜນການໄດ້ຢ່າງແທ້ຈິງນັ້ນ ກໍຈະຕ້ອງຈັດເກັບລາຍຮັບໃຫ້ໄດ້ອີກ ບໍ່
ນ້ອຍກວ່າ 13,172 ຕື້ກີບ ນັ້ນເອງ.

ທັງນີ້ ໂດຍລາຍຮັບຂອງລັດຖະບານລາວ ທີ່ລົດລົງຫຼາຍທີ່ສຸດ ໃນປັດຈຸບັນ ຄືລາຍຮັບ
ຈາກຄ່າສຳປະທານ ໃນທຸລະກິດໂທລະຄົມມະນາຄົມ ແລະການຂຸດຄົ້ນແຮ່ທາດ ໂດຍ
ສະເພາະບໍ່ແຮ່ຄຳ ຢູ່ພູເບ້ຍ ແລະ ບ້ານຫ້ວຍຊາຍ ໃນແຂວງໄຊສົມບູນ ນັ້ນ ຍັງຕ້ອງ
ປະເຊີນ ກັບພາວະຂາດທຶນຄິດເປັນມູນຄ່າລວມກັນ ບໍ່ນ້ອຍກວ່າ 200 ຕື້ກີບ ອີກດ້ວຍ
ຊຶ່ງໝາຍຄວາມວ່າ ລັດຖະບານລາວ ຈະບໍ່ມີລາຍຮັບຈາກບໍ່ແຮ່ຄຳຂະໜາດໃຫຍ່ ທັງ 2
ແຫ່ງດັ່ງກ່າວນີ້ເລີຍ ໃນຕະຫຼອດປີ 2017 ນີ້.

ບໍລິສັດ ລາວ ໂທລະຄົມ ທີ່ໄດ້ຮັບສຳປະທານ ຈາກລັດຖະບານລາວ ໄດ້ມອບເງິນຄ່າຄື້ນຄວາມຖີ່ ໃຫ້ແກ່ ກະຊວງໄປສະນີ ໂທລະຄົມ ແລະ ການສື່ສານ
ບໍລິສັດ ລາວ ໂທລະຄົມ ທີ່ໄດ້ຮັບສຳປະທານ ຈາກລັດຖະບານລາວ ໄດ້ມອບເງິນຄ່າຄື້ນຄວາມຖີ່ ໃຫ້ແກ່ ກະຊວງໄປສະນີ ໂທລະຄົມ ແລະ ການສື່ສານ

ສ່ວນລາຍຮັບຈາກຄ່າສຳປະທານທຸລະກິດ ໂທລະຄົມມະນາຄົມ ທີ່ລົດລົງນັ້ນ ກໍເພາະ
ວ່າ ໄດ້ມີການໃຊ້ບໍລິການໂທລະຄົມມະນາຄົມລົດລົງ ໂດຍປະຊາຊົນລາວ ແລະ ບັນດາ
ຫົວໜ່ວຍທຸລະກິດຕ່າງໆ ໄດ້ພາກັນຫັນໄຟຊົມໃຊ້ລະບົບທີ່ບໍ່ຕ້ອງເສຍຄ່າບໍລິການ ກໍຄື
ລະບົບ Line ແລະ Internet ເພື່ອສື່ສານກັນຫລາຍຂຶ້ນ ຈຶ່ງສົ່ງຜົນເຮັດໃຫ້ລາຍຮັບຂອງ
ລັດຖະບານລາວ ລົດລົງດ້ວຍ.

ທາງດ້ານທະນາຄານພັດທະນາເອເຊຍ (ADB) ລາຍງານວ່າ ໃນແຜນການປີ 2016
ລັດຖະບານລາວ ສາມາດຈັດເກັບລາຍຮັບໄດ້ 22,555 ຕື້ກີບ ຄິດເປັນ 95.17 ເປີເຊັນ
ຂອງແຜນການປີ ເຮັດໃຫ້ລັດຖະບານລາວ ຕ້ອງປັບລົດເປົ້າໝາຍລາຍຮັບຈາກ
26,159 ຕື້ກີບ ລົງມາເປັນ 23,700 ຕື້ກີບ ທັງຍັງປັບລົດລາຍຈ່າຍລົງຈາກ 31,946
ຕື້ກີບ ເປັນ 31,118 ຕື້ກີບ ອັນເຮັດໃຫ້ລັດຖະບານລາວ ຂາດດຸນດ້ານງົບປະມານ
ເພີ່ມຂຶ້ນຈາກ 5,787 ຕື້ກີບ ເປັນ 7,418 ຕື້ກີບ ຄິດເປັນ 6.43 ເປີເຊັນ ຂອງມູນຄ່າ
ຜະລິດຕະພັນລວມ (GDP) ຕະຫຼອດປີ.

XS
SM
MD
LG