ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລາວ ໃຫ້ການສະໜັບ ສະໜູນ ນະໂຍບາຍ ໜຶ່ງແລວທາງ ໜຶ່ງເສັ້ນທາງຂອງ ຈີນ


ປະທານປະເທດ ສປປ ລາວ ທ່ານ ບຸນຍັງ ວໍລະຈິດ ພົບປະກັບປະທານປະເທດ ຈີນ ທ່ານ ສີ ຈິ່ນຜິງ ໃນການເດີນທາງຢ້ຽມຢາມ ຈີນ.
ປະທານປະເທດ ສປປ ລາວ ທ່ານ ບຸນຍັງ ວໍລະຈິດ ພົບປະກັບປະທານປະເທດ ຈີນ ທ່ານ ສີ ຈິ່ນຜິງ ໃນການເດີນທາງຢ້ຽມຢາມ ຈີນ.

ລັດຖະບານ ລາວ ໃຫ້ການສະໜັບສະໜູນ ແລະ ຕ້ອງການທີ່ຈະເຂົ້າຮ່ວມເປັນພາກສ່ວນ ໜຶ່ງ ໃນແນວນະໂຍບາຍໜຶ່ງແລວທາງ-ໜຶ່ງເສັ້ນທາງຂອງ ຈີນ ໂດຍແນໃສ່ການພັດທະ ນາ ລາວ ເປັນເຂດເຊື່ອມຈອດໃນພາກພື້ນ.

ການຢືນຢັນໃຫ້ການສະໜັບສະໜູນຕໍ່ແນວນະໂຍບາຍໜຶ່ງແລວທາງ-ໜຶ່ງເສັ້ນທາງ (One belt-One Road) ຂອງລັດຖະບານ ຈີນ ໄດ້ມີຂຶ້ນໃນໂອກາດການເດີນທາງໄປ ຢ້ຽມຢາມ ນະຄອນຫຼວງ ປັກກິ່ງ ຂອງ ຈີນ ຢ່າງເປັນທາງການໂດຍທ່ານ ສະເຫຼີມໄຊ ກົມມະສິດ ລັດ ຖະມົນຕີວ່າການຕ່າງປະເທດ ຊຶ່ງໄດ້ພົບປະເຈລະຈາ ກັບ ທ່ານ ຫວັງ ອີ້ ລັດຖະມົນຕີການ ຕ່າງປະເທດຂອງ ຈີນ ເມື່ອບໍ່ດົນມານີ້.

ໂດຍລັດຖະບານ ລາວ ມອງວ່າແນວນະໂຍບາຍດັ່ງກ່າວຂອງລັດຖະບານ ຈີນ ມີຄວາມ ສຳຄັນ ແລະ ສອດຄ່ອງຢ່າງຍິ່ງກັບແນວນະໂຍບາຍຂອງລັດຖະບານ ລາວ ທີ່ຕ້ອງການ ຈະຫັນປະເທດ ລາວ ຈາກປະເທດທີ່ບໍ່ມີທາງອອກສູ່ທະເລ ເປັນປະເທດເຊື່ອມຈອດ ຫຼື ເປັນສູນກາງການເຊື່ອມຕໍ່ທາງດ້ານຄົມມະນາຄົມ-ຂົນສົ່ງໃນເຂດລຸ່ມແມ່ນຳ້ຂອງ ແລະ ອາຊຽນ ໃຫ້ໄດ້ຢ່າງແທ້ຈິງ, ທັງນີ້ດ້ວຍການເຂົ້າໄປເປັນພາກສ່ວນໜຶ່ງທີ່ສຳຄັນໃນແນວ ນະໂຍບາຍໜຶ່ງແລວທາງ-ໜຶ່ງເສັ້ນທາງຂອງລັດຖະບານ ຈີນ ຊຶ່ງໃນນີ້ກໍລວມເຖິງການ ຮ່ວມລົງທຶນກໍ່ສ້າງທາງລົດໄຟເຊື່ອມຕໍ່ ລາວ ກັບ ຈີນ ດ້ວຍດັ່ງທີ່ທ່ານ ລັດຕະນະມະນີ ຄູນ ນິວົງ ລັດຖະມົນຕີຊ່ວຍວ່າການ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ໃຫ້ການຊີ້ແຈງວ່າ.

"ການວາງສີລາລືກໂຄງການທາງລົດໄຟຂອງພວກເຮົານີ້ ແມ່ນເປັນສັນຍານບອກວ່າ ພວກເຮົາເລີ່ມຕົ້ນ ພວກເຮົາມີບໍລິສັດກໍ່ສ້າງແລ້ວທີ່ວ່າເຮົາຮ່ວມທຶນກັນ ລະຫວ່າງ ລາວ ກັບ ຈີນ, ຈີນ ນີ້ຮ່ວມທຶນກັບເຮົານີ້ເພິ່ນເອົາ 70 ເປີເຊັນ ເຮົາເອົາ 30 ເປີເຊັນ ສະນັ້ນ ເຮົາຕ້ອງໄດ້ລົງທຶນ 40 ເປີເຊັນ ຂອງ 30 ຝ່າຍ ຈີນ ເພີ່ນກໍລົງທຶນ 40 ເປິເຊັນຂອງ 70 ເນາະ ຊຶ່ງໄດ້ມີການປະມູນຜູ້ຮັບເໝົາ ຊຶ່ງປະມູນນີ້ເຊີນມາປະມູນຮ່ວມບໍລິສັດຮັບເໝົາ ຫຼັກທີ່ໄດ້ມາດຕະຖານມີຈຳນວນ 12 ບໍລິສັດ."

ກ່ອນໜ້ານີ້ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ລາວ ໄດ້ໃຫ້ການຢືນຢັນໃນໂອກາດ ທີ່ທ່ານເດີນທາງໄປຢ້ຽມຢາມ ສປ ຈີນ ຕາມການເຊີນຂອງທ່ານ ສີ ຈິ່ນຜິງ ປະທານປະ ເທດ ຈີນ ເມື່ອເດືອນພຶດສະພາ 2016 ວ່າການພົວພັນຮ່ວມມືແບບຄູ່ຮ່ວມຍຸດທະສາດ ຮອບດ້ານ ລະຫວ່າງ ລາວ-ຈີນ ໄດ້ຮັບການພັດທະນາຢ່າງຕັ້ງໜ້າ ແລະ ຈະຍັງຄົງໄດ້ຮັບ ການຊຸກຍູ້ຕໍ່ໄປຢ່າງບໍ່ຢຸດຢັ້ງໃນທຸກໆດ້ານ.

ທັງນີ້ໂດຍບັນດາບໍລິສັດຈາກ ຈີນ ນັບເປັນກຸ່ມລົງທຶນໂດຍກົງໃນ ລາວ ເປັນອັນດັບ 1 ໃນ ປະຈຸບັນທີ່ມີການລົງທຶນຈາກ 53 ປະເທດໃນ ລາວ ດ້ວຍມູນຄ່າການລົງທຶນລວມຫຼາຍ ກວ່າ 25,000 ລ້ານໂດລາ ໂດຍຄະນະກຳມະທິການຮ່ວມມືດ້ານເສດຖະກິດການຄ້າ ແລະ ເທັກນິກ ລາວ-ຈີນ ໃຫ້ການອະທິບາຍວ່າ ສາເຫດທີ່ສຳຄັນທີ່ເຮັດໃຫ້ການລົງທຶນ ຂອງ ຈີນ ໃນ ລາວ ເພີ່ມຂຶ້ນຢ່າງຕໍ່ເນື່ອງກໍເພາະວ່າ ທັງສອງຝ່າຍໄດ້ຕົກລົງເສີມຂະຫຍາຍ ການຮ່ວມມືທາງເສດຖະກິດ ລະຫວ່າງກັນຢ່າງຮອບດ້ານ ແລະ ໄດ້ຮ່ວມກັນສ້າງແຜນແມ່ ບົດການຮ່ວມມືທາງເສດຖະກິດ ແລະ ເທັກນິກ ເພື່ອຈັດຕັ້ງປະຕິບັດຮ່ວມກັນໃນຊ່ວງປີ 2016-2020.

ໂດຍການລົງທຶນຂອງບັນດາບໍລິສັດເອກະຊົນ ຈີນ ໃນ ລາວ ທັງໃນສ່ວນທີ່ເປັນການລົງ ທຶນຂອງ ຈີນ ທັງ 100 ເປີເຊັນ ແລະ ຮ່ວມທຶນກັບເອກະຊົນ ລາວ ນັ້ນກໍມີຢູ່ເຖິງ 761 ໂຄງ ການ ໂດຍມີມູນຄ່າການລົງທຶນລວມກັນເກີນກວ່າ 7,000 ລ້ານໂດລາໃນປະຈຸບັນ ແລະ ການລົງທຶນຂອງບັນດາບໍລິສັດ ຈີນ ຢູ່ໃນ ລາວ ກໍໄດ້ເນັ້ນໜັກໃນການພາກພະລັງງານ ແລະ ການຂຸດຄົ້ນແຮ່ທາດເປັນດ້ານຫຼັກ.

ສ່ວນທາງດ້ານການຄ້ານັ້ນ ກະຊວງອຸດສາຫະກຳ ແລະ ການຄ້າ ລາຍງານວ່າການຄ້າ ລະຫວ່າງ ຈີນ ກັບ ລາວ ໃນຕະຫຼອດປີ 2015 ຖືເປັນປີທຳອິດທີ່ມີມູນຄ່າຫຼຸດລົງໃນຮອບ 5 ປີທີ່ຜ່ານມາ ກໍຄືໃນປີ 2011 ການຄ້າ ລະຫວ່າງ ລາວ ກັບ ຈີນ ມີມູນຄ່າ 1,300 ລ້ານໂດ ລາ ແລະ ເພີ່ມຂຶ້ນເປັນ 1,700 ລ້ານໂດລາໃນປີ 2012 ສ່ວນໃນປີ 2013 ກໍມີມູນຄ່າການ ຄ້າເຖິງ 2,700 ລ້ານໂດລາ ແລະ ເພີ່ມຂຶ້ນເປັນເກີນກວ່າ 3,600 ລ້ານໂດລາ ໃນປີ 2014 ແລ້ວກໍຫຼຸດລົງມາເປັນ 2,780 ລ້ານໂດລາໃນປີ 2015 ຊຶ່ງຫຼຸດລົງເຖິງ 23 ເປີເຊັນ ທຽບໃສ່ ປີ 2014 ໂດຍມີສາເຫດທີ່ສຳຄັນມາຈາການຕົກຕ່ຳລົງຂອງລາຄາແຮ່ທາດ ແລະ ຢາງພາ ລາ.

ແຕ່ຢ່າງໃດກໍຕາມ ທາງການ ລາວ ກັບ ຈີນ ກໍໄດ້ວາງເປົ້າໝາຍຮ່ວມກັນວ່າຈະເພີ່ມມູນຄ່າ ການຄ້າສອງຝ່າຍໃຫ້ເຖິງ 5,000 ລ້ານໃນປີ 2020 ທັງຍັງຄາດໝາຍວ່າການລົງທຶນຂອງ ຈີນ ໃນ ລາວ ຈະເພີ່ມຂຶ້ນເປັນຫຼາຍກວ່າ 10,000 ລ້ານໂດລາໃນປີ 2020 ອີກດ້ວຍ.

XS
SM
MD
LG