ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ລາວ ຂາຍພັນທະບັດ ໃນຕະຫຼາດທຶນ ຂອງໄທ ໄດ້ສຳເລັດ


ການອອກ ແລະ ຈຳໜ່າຍພັນທະບັດ ຂອງລັດຖະບານລາວ ໃນຕະຫຼາດທຶນຂອງໄທ
ການອອກ ແລະ ຈຳໜ່າຍພັນທະບັດ ຂອງລັດຖະບານລາວ ໃນຕະຫຼາດທຶນຂອງໄທ

ລັດຖະບານລາວ ປະສົບຜົນສຳເລັດ ໃນການຂາຍພັນທະບັດ
ໃນຕະຫລາດທຶນຂອງໄທ ໂດຍສາມາດລະດົມເງິນທຶນໄດ້ເຖິງ
12,000 ລ້ານບາດ ມີລະຍະຊຳລະຄືນ 3 ຫາ 10 ປີ ດ້ວຍ
ອັດຕາດອກເບ້ຍ 3.56 ຫາ 5 ເປີເຊັນ ຕໍ່ປີ.

ທ່ານທີຣັດ ອັດຕະນະວານິດ ຮອງຜູ້ອຳນວຍການ ສຳນັກງານບໍລິຫານໜີ້ສາທາລະນະ
ຂອງລັດຖະບານໄທ ໄດ້ໃຫ້ການຢືນຢັນວ່າ ລັດຖະມົນຕີວ່າການ ກະຊວງການຄັງຂອງໄທ
ໄດ້ອະນຸມັດໃຫ້ກະຊວງການເງິນຂອງລາວ ສາມາດອອກ ແລະ ຈຳໜ່າຍພັນທະບັດ ໃນ
ຕະຫຼາດທຶນຂອງໄທໄດ້ ຢ່າງເປັນທາງການ ເມື່ອວັນທີ 29 ເມສາ 2015 ແລະ ກະຊວງ
ການເງິນຂອງລາວ ກໍໄດ້ເປີດໃຫ້ມີການຈອງພັນທະບັດ ດັ່ງກ່າວນັບແຕ່ວັນທີ 25 ມິຖຸນາ
2015 ເປັນຕົ້ນມາ.

ທ່ານທີຣັດ ອັດຕະນະວານິດ ຮອງຜູ້ອຳນວຍການ ສຳນັກງານ ບໍລິຫານໜີ້ສາທາລະນະ ຂອງລັດຖະບານໄທ
ທ່ານທີຣັດ ອັດຕະນະວານິດ ຮອງຜູ້ອຳນວຍການ ສຳນັກງານ ບໍລິຫານໜີ້ສາທາລະນະ ຂອງລັດຖະບານໄທ

ຊຶ່ງກໍປາກົດວ່າ ໃຊ້ເວລາພຽງ 2 ສັບປະດາເທົ່ານັ້ນ ນັກລົງທຶນ
ໃນໄທ ກໍໄດ້ພາກັນຈອງຊື້ພັນທະບັດ ຂອງລັດຖະບານລາວ ຢ່າງ
ຄົບຖ້ວນໃນມູນຄ່າລວມ 12,000 ລ້ານບາດ ໂດຍລັດຖະບານລາວ ມີພັນທະທີ່ຈະຕ້ອງຊຳລະຄືນໃນ 3 ໄລຍະດ້ວຍກັນກໍຄື 1,000
ລ້ານບາດ ໃນ 3 ປີ ດ້ວຍອັດຕາດອກເບ້ຍ 3.56 ເປີເຊັນ ຕໍ່ປີ ສ່ວນ
ທີ່ເຫຼືອ 5,000 ລ້ານບາດ ແລະ 6,000 ລ້ານບາດ ກໍຈະຕ້ອງຊຳລະ
ຄືນໃນ 5 ປີ ດ້ວຍອັດຕາດອກເບ້ຍ 4.32 ເປີເຊັນ ແລະ ໃນ 10 ປີ
ດ້ວຍອັດຕາດອກເບ້ຍ 5 ເປີເຊັນ ຕໍ່ປີຕາມລຳດັບ.

ການອອກ ແລະ ຈຳໜ່າຍພັນທະບັດ ຂອງລັດຖະບານລາວ ເພື່ອ
ລະດົມເງິນທຶນໃນໄທຄັ້ງນີ້ ຖືເປັນຄັ້ງທີ 4 ແລ້ວ ນັບແຕ່ປີ 2013 ເປັນຕົ້ນມາ ຊຶ່ງກໍເຮັດໃຫ້
ລັດຖະບານລາວມີພັນທະ ທີ່ຈະຕ້ອງຊຳລະຄືນໃຫ້ນັກລົງທຶນ ໃນໄທຄິດເປັນມູນຄ່າລວມ
ເຖິງ 21,590 ລ້ານບາດ ຫຼື ປະມານ 655 ລ້ານໂດລາ ໂດຍຄິດເປັນ 25 ເປີເຊັນຂອງຍອດ
ຄົງຄ້າງທັງໝົດ ທີ່ເປັນເງິນບາດ ໃນຕະຫຼາດທຶນຂອງໄທ ໃນປັດຈຸບັນ ຊຶ່ງເຮັດໃຫ້
ລັດຖະບານລາວ ມີໜີ້ຕ່າງປະເທດເພີ້ມຂຶ້ນອີກ.

ໂດຍເຈົ້າໜ້າທີ່ຂັ້ນສູງຂອງທະນາຄານແຫ່ງ ສປປ ລາວ ຍອມຮັບວ່າ ລັດຖະບານລາວ ກຳລັງ ປະເຊີນກັບບັນຫາການມີໜີ້ສາທາລະນະເພີ້ມສູງຂຶ້ນ ຢ່າງຕໍ່ເນື່ອງ ໂດຍສະເພາະແມ່ນໜີ້ ທີ່ເກີດຈາກການກູ້ຢືມເງິນທຶນຈາກຕ່າງປະເທດໄດ້ເພີ້ມຂຶ້ນຈາກ 3,000 ກວ່າລ້ານໂດລາ ທີ່ຄິດເປັນ 33.43 ເປີເຊັນ ຂອງຍອດຜະລິດຕະພັຍລວມ (GDP) ໃນປີ 2012 ເປັນຫຼາຍກວ່າ 4,700 ລ້ານໂດລາ ຊຶ່ງຄິດເປັນ 47 ເປີເຊັນ ຂອງ GDP ໃນປີ 2014.

ຍິ່ງໄປກວ່ານັ້ນ ລັດຖະບານລາວ ກໍຍັງມີໜີ້ສາທາລະນະ ທີ່ເກີດຈາກການກູ້ຢືມພາຍໃນ
ແລະ ໂຄງການພັດທະນາຕ່າງໆ ທີ່ບັນດາບໍລິສັດເອກະຊົນ ໃນລາວເປັນຝ່າຍທີ່ໄດ້ອອກ
ທຶນໃຫ້ກ່ອນ ຄິດເປັນມູນຄ່າລວມກັນເກີນກວ່າ 18,000 ຕື້ກີບ ຫຼື ປະມານ 2,250 ລ້ານໂດລາ ດ້ວຍນັ້ນ ຈຶ່ງເຮັດໃຫ້ລັດຖະບານລາວມີໜີ້ສາທາລະນະລວມເກີນກວ່າ 6,950 ລ້ານໂດລາ ຫຼືຫຼາຍກວ່າ 69 ເປີເຊັນ ຂອງ GDP ໃນປີ 2014 ແລ້ວນັ້ນເອງ.

ພາຍໃຕ້ສະພາບການດັ່ງກ່າວນີ້ ບໍ່ພຽງຈະຖືເປັນໜີ້ສາທາລະນະ ທີ່ເກີນລະດັບມາດຕະຖານ
ເຖິງ 24 ເປີເຊັນ ເນື່ອງຈາກວ່າ ລັດຖະບານຂອງແຕ່ລະປະເທດ ຈະຖືກຈຳກັດໃຫ້ກູ້ຢືມ
ເງິນທຶນຈາກຕ່າງປະເທດໄດ້ ໃນອັດຕາທີ່ບໍ່ເກີນ 45 ເປີເຊັນຂອງມູນຄ່າ GDP ທັງໝົດ
ຂອງແຕ່ລະປະເທດເທົ່ານັ້ນ ແຕ່ຍັງເຮັດໃຫ້ລັດຖະບານລາວ ຈະຕ້ອງຖືກຈຳກັດສິດ ທີ່ຈະ
ກູ້ຢືມຈາກສະຖາບັນ ການເງິນສາກົນ ເຊັ່ນທະນາຄານໂລກ ທະນາຄານພັດທະນາເອເຊຍ
ແລະ ກອງທຶນການເງິນສາກົນ (IMF) ລວມເຖິງທະນາຄານເອກະຊົນດ້ວຍ ດັ່ງທີ່ເຈົ້າໜ້າທີ່ ຂັ້ນສູງ ໄດ້ຢືນຢັນວ່າ:

“ຖືວ່າມາຮອດປັດຈຸບັນນີ້ ໂຄງການໃໝ່ໆ ຫຼືວ່າໂຄງການທີ່ວ່າ ຫາກໍເລີ້ມກໍ່ສ້າງນີ້ນະ ຖືວ່າທະນາຄານທຸລະກິດ ຫຼືວ່າ ທະນາຄານກາງ ແມ່ນຂາດຕົວເລຍ ຄືບໍ່ປ່ອຍ ໃນເມື່ອ ພວກເຮົາຢຸດພາກສ່ວນດັ່ງກ່າວນີ້ ພວກເຮົາກະເອົາເງິນດັ່ງກ່າວນັ້ນ ໄປໃຫ້ພາກສ່ວນ ທີ່ທຳການຜະລິດ ແລະ ການບໍລິການ ຍ້ອນວ່າ ທະນາຄານນີ້ ຕ້ອງໄດ້ນຳໃຊ້ທຶນເດ້ ເພື່ອໄປປ້ອຍກູ້ ເພື່ອການກຸ້ມຕົວຂອງຕົນເອງ ແລະປ່ອຍກູ້ຢ່າງມີປະສິດທິຜົນ.”

ທາງດ້ານ IMF ລາຍງານວ່າ ໜີ້ຕ່າງປະເທດຂອງລັດຖະບານລາວ ໄດ້ເພີ້ມຂຶ້ນເປັນຫຼາຍກວ່າ
49 ເປີເຊັນ ຂອງ GDP ໃນປີ 2014 ຈຶ່ງເຮັດໃຫ້ລັດຖະບານລາວ ຕ້ອງປະເຊີນກັບ ວິກິດການ ດ້ານງົບປະມານ ຢ່າງສົມບູນແບບແລ້ວໃນປັດຈຸບັນນີ້ ສ່ວນມາດຕະການແກ້ໄຂບັນຫາ
ໃນໄລຍະສະເພາະໜ້າ ກໍມີພຽງການຈັດເກັບລາຍຮັບ ໃຫ້ໄດ້ຕາມເປົ້າໝາຍ ແລະ ຄວບຄຸມ ລາຍຈ່າຍ ໃຫ້ໄດ້ຕາມແຜນການ ທີ່ວາງໄວ້ ຢ່າງແທ້ຈິງ ລວມໄປເຖິງການຮ້ອງຂໍ ການຊ່ວຍ ເຫຼືອຈາກຕ່າງປະເທດ ໃຫ້ໄດ້ຫຼາຍທີ່ສຸດ ເທົ່າທີ່ຈະຫຼາຍໄດ້ອີກດ້ວຍ.

ທັງນີ້ໂດຍກະຊວງແຜນການ ແລະ ການລົງທຶນລາຍງານວ່າ ການທີ່ຈະຊຸກຍູ້ ການພັດທະນາ ເສດຖະກິດ ໃຫ້ຂະຫຍາຍຕົວເພີ້ມຂຶ້ນ ໃນອັດຕາສະເລ່ຍ 8 ເປີເຊັນ ໃນແຜນການປີ 2014-
2015 ນີ້ ຈະຕ້ອງລະດົມການລົງທຶນທັງຈາກພາຍໃນ ແລະ ຕ່າງປະເທດໃຫ້ໄດ້ຫຼາຍກວ່າ
33,000 ຕື້ກີບ ຫຼື 32 ເປີເຊັນ ຂອງ GDP ຕະຫຼອດປີ.

XS
SM
MD
LG