ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ລັດຖະບານລາວ ເລັ່ງປັບປຸງຂັ້ນຕອນ ການຈົດທະບຽນບໍລິສັດ ໃຫ້ສະດວກວ່ອງໄວຂຶ້ນ ເພື່ອດຶງເອົາການລົງທຶນ ຂອງຕ່າງຊາດ


ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ຢືນຢັນວ່າ ການຍົກລະດັບປະສິດທິພາບໃນການປະຕິບັດໜ້າທີ່ຂອງພະນັກງານລັດໃຫ້ສູງຂຶ້ນຄືເປົ້າໝາຍສຳຄັນ.
ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ຢືນຢັນວ່າ ການຍົກລະດັບປະສິດທິພາບໃນການປະຕິບັດໜ້າທີ່ຂອງພະນັກງານລັດໃຫ້ສູງຂຶ້ນຄືເປົ້າໝາຍສຳຄັນ.

ລັດຖະບານລາວ ກຳລັງດຳເນີນການປັບປຸງຂັ້ນຕອນການຈົດທະບຽນບໍລິສັດ ໃຫ້ສະດວກວ່ອງໄວຂຶ້ນ ເພື່ອດຶງເອົາການລົງທຶນຂອງຕ່າງຊາດໃຫ້ໄດ້ເພີ້ມຂຶ້ນພາຍຫລັງຄວບຄຸມໄວຣັສ ໂຄວິດ-19 ໄດ້ແລ້ວນັ້ນ.

ທ່ານສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີວ່າການ ກະຊວງແຜນການແລະການລົງທຶນ ຖະແຫລງວ່າ ກະຊວງແຜນການແລະການລົງທຶນ ໄດ້ຮັບມອບໝາຍຈາກຄະນະລັດຖະບານລາວ ເພື່ອໃຫ້ດຳເນີນການປັບປຸງຂັ້ນຕອນການຈົດທະບຽນແລະກໍ່ຕັ້ງບໍລິສັດຫຼືວິສາຫະກິດຕ່າງໆໃນລາວ ໃຫ້ມີຄວາມສະດວກວ່ອງໄວຂຶ້ນ ໂດຍແນໃສ່ການດຶງດູດເອົາການລົງທຶນຂອງຕ່າງປະເທດໃຫ້ເຂົ້າມາໃນລາວຫຼາຍຂຶ້ນ ພາຍຫລັງຈາກທີ່ລາວແລະສາກົນ ສາມາດຄວບຄຸມການລະບາດຂອງເຊື້ອໄວຣັສ ໂຄວິດ-19 ໄດ້ຢ່າງຄັກແນ່ແລ້ວນັ້ນ ໂດຍການດຳເນີນງານໃນປັດຈຸບັນນີ້ ເປັນການຈັດຕັ້ງປະຕິບັດຕາມຄຳສັ່ງຂອງນາຍົກລັດຖະມົນຕີ ຊຶ່ງໄດ້ກຳນົດໄວ້ຢ່າງຊັດເຈນວ່າ ການຈົດທະບຽນບໍລິສັດໃນໄລຍະຕໍ່ໄປນີ້ ຈະຕ້ອງໃຊ້ເວລາພຽງແຕ່ 3 ວັນເທົ່ານັ້ນ ໂດຍໃຫ້ກະຊວງແຜນການແລະການລົງທຶນ ປະສານງານຢ່າງໃກ້ຊິດກັບກະຊວງອຸດສາຫະກຳແລະການຄ້າ ດັ່ງທີ່ ທ່ານສອນໄຊ ໃຫ້ການຢືນຢັນວ່າ:

“ຜ່ານມານີ້ ກໍໄດ້ມີການປັບປຸງລະບຽບການຕາມຄຳສັ່ງ 02 ຂອງນາຍົກ ກະຊວງອຸດສາຫະກຳແລະການຄ້າ ກະໄດ້ປັບປຸງລະບົບການແຈ້ງຂຶ້ນທະບຽນວິສາຫະກິດຕາມຂໍ້ຕົກລົງ 0023 ລົງວັນທີ 9 ມັງກອນ 2019 ທີ່ເຮັດໃຫ້ຂັ້ນຕອນການອອກທະບຽນວິສາຫະກິດນີ້ ໄດ້ຫລຸດລົງ ໃຊ້ເວລາພຽງ 3 ວັນ ແລະ ກະໄດ້ເປີດ ເວັບໄຊ້ (Website) ເພື່ອອຳນວຍຄວາມສະດວກໃຫ້ຜູ້ລົງທຶນແລະນັກທຸລະກິດ ສາມາດເຂົ້າເຖິງການຈົດທະບຽນຜ່ານເຄືອຂ່າຍຫລືວ່າ ການດາວໂຫຼດ ເອົາແບບຟອມຕ່າງໆ.”

ກອງປະຊຸມວ່າດ້ວຍການອະນຸຍາດການລົງທຶນຂອງຕ່າງຊາດດ້ວຍລະບົບບໍລິການແບບປະຕູດຽວ ຫຼື "One Stop Service" ລະຫວ່າງ ລັດຖະບານລາວ ແລະຫວຽດນາມ.
ກອງປະຊຸມວ່າດ້ວຍການອະນຸຍາດການລົງທຶນຂອງຕ່າງຊາດດ້ວຍລະບົບບໍລິການແບບປະຕູດຽວ ຫຼື "One Stop Service" ລະຫວ່າງ ລັດຖະບານລາວ ແລະຫວຽດນາມ.

ທັງນີ້ ການລະບາດຂອງເຊື້ອໄວຣັສ ໂຄວິດ-19 ໄດ້ສົ່ງຜົນກະທົບເຮັດໃຫ້ຕ່າງຊາດເຂົ້າມາລົງທຶນໃນລາວພຽງ 23 ໂຄງການທີ່ມີມູນຄ່າລົງທຶນລວມ 2,064 ລ້ານດລາ ໃນຊ່ວງ 10 ເດືອນຜ່ານມາຂອງປີ 2020 ຊຶ່ງລົດລົງເກີນກວ່າ 80 ເປີເຊັນ ທຽບໃສ່ຊ່ວງດຽວກັນໃນປີ 2019 ທີ່ຕ່າງຊາດລົງທຶນໃນລາວໃນມູນຄ່າເກີນກວ່າ 9,800 ລ້ານໂດລາ ຍິ່ງໄປກວ່ານັ້ນ ການລະບາດຂອງໄວຣັສໂຄວິດ-19 ກໍຍັງເປັນສາເຫດສຳຄັນທີ່ເຮັດໃຫ້ບໍລິສັດຕ່າງຊາດໄດ້ນຳເງິນທຶນເຂົ້າມາໃນລາວຈິງພຽງ 17 ເປີເຊັນຂອງການລົງທຶນທັງໝົດອີກດ້ວຍ.

ສ່ວນທ່ານນາງຄຳຈັນ ວົງແສນບຸນ ຮອງລັດຖະມົນຕີກະຊວງແຜນການແລະການລົງທຶນ ກໍຍອມຮັບວ່າ ການອະນຸຍາດການລົງທຶນຂອງຕ່າງຊາດດ້ວຍລະບົບບໍລິການແບບປະຕູດຽວທີ່ມີປະສິດທິພາບຕ່ຳແລະຊັກຊ້າ ຄືບັນຫາສຳຄັນ ເພາະກົດໝາຍສົ່ງເສີມການລົງທຶນໄດ້ກຳນົດໄວ້ຢ່າງຊັດເຈນແລ້ວວ່າ ການອະຍາດການລົງທຶນໃນກິດຈະການທີ່ລັດຄວບຄຸມນັ້ນ ໃຫ້ໃຊ້ເວລາບໍ່ເກີນ 8 ວັນ ທຳການແລະ 60 ວັນທຳການສຳລັບກິດຈະການສຳປະທານຈາກລັດ ແຕ່ກໍຍັງປະຕິບັດບໍ່ທັນໄດ້ ດັ່ງທີ່ ທ່ານນາງຄຳຈັນ ຢືນຢັນວ່າ:

“ສາເຫດທີ່ຍັງເກີດສະພາບດັ່ງກ່າວຍ້ອນ (1) ຍັງບໍ່ທັນມີກົນໄກການສ້າງຕັ້ງໜ່ວຍງານປະສານງານສັງກັດຢູ່ນຳຂະແໜງການຂັ້ນສູນກາງແລະທ້ອງຖິ່ນ (2) ພະນັກງານຜູ້ທີ່ເຮັດວຽກງານປະຕູດຽວຍັງບໍ່ທັນຍົກສູງຄວາມເປັນເຈົ້າການໃນການຕິດຕາມເອກກະສານທີ່ສົ່ງຂໍຄວາມເຫັນນຳບັນດາຂະແໜງການທີ່ກ່ຽວຂ້ອງ (3) ການຈັດຕັ້ງປະຕິບັດການບໍລິການລົງທຶນປະຕູດຽວຢູ່ຂັ້ນທ້ອງຖິນຍັງປະຕິບັດບໍ່ທັນໄດ້ດີ ຍ້ອນຂໍ້ຈຳກັດທາງດ້ານຈຳນວນພະນັກງານ ແລະສະຖານທີ່ເຮັດວຽກຍັງພົບຄວາມຫຍຸ້ງຍາກ.”

ທາງດ້ານ ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ຢືນຢັນວ່າ ການຍົກລະດັບປະສິດທິພາບໃນການປະຕິບັດໜ້າທີ່ຂອງພະນັກງານລັດໃຫ້ສູງຂຶ້ນຄືເປົ້າໝາຍສຳຄັນທີ່ຈະຈັດຕັ້ງປະຕິບັດໃຫ້ໄດ້ຢ່າງເປັນຮູບປະທຳເພື່ອຈະເຮັດໃຫ້ສະພາບແວດລ້ອມໃນການດຳເນີນທຸລະກິດໃນລາວ ໄດ້ຮັບການຈັດອັນດັບທີ່ດີຂຶ້ນເພື່ອທີ່ຈະດຶງດູດເອົາການລົງທຶນຈາກຕ່າງຊາດໃຫ້ເຂົ້າມາໃນລາວເພີ້ມຂຶ້ນຢ່າງຕໍ່ເນື່ອງ.

ທັງນີ້ ທະນາຄານໂລກ ໄດ້ຈັດໃຫ້ລາວເປັນປະເທດທີ່ໜ້າລົງທຶນອັນດທີ 154 ໃນ 190 ປະເທດທົ່ວໂລກໃນປີ 2020 ໂດຍພິຈາລະນາຈາກຄວາມຍາກ-ງ່າຍຂອງການເລີ້ມຕົ້ນດຳເນີນທຸລະກິດ ການຂໍອະນຸຍາດກໍ່ສ້າງສຳນັກງານ ການຕອບສະໜອງໄຟຟ້າ ການແຈ້ງທະບຽນສິນຊັບ ການເຂົ້າເຖິງສິນເຊື່ອ ການຄຸ້ມຄອງຜູ້ລົງທຶນ ມາດຕະຖານການຊຳຫລະພາສີ ການຄ້າຂ້າມແດນທີ່ສະດວກ ການບັງຄັບສັນຍາລົງທຶນ ການຕັດສິນໃນກໍລະນີລົ້ມລະລາຍ ໂດຍລາວໄດ້ຄະແນນສະເລ່ຍ 50.8 ເປີເຊັນທີ່ມີ 2 ດ້ານທີ່ປັບປຸງດີຂຶ້ນຄື ການເລີ້ມຕົ້ນດຳເນີນທຸລະກິດກັບການຕອບສະໜອງໄຟຟ້າ ສ່ວນການຕັດສິນໃນກໍລະນີລົ້ມລະລາຍ ແລະການຄຸ້ມຄອງຜູ້ລົງທຶນນັ້ນ ຈະຕ້ອງໄດ້ຮັບການປັບປຸງຢ່າງຮີບດ່ວນທີ່ສຸດ.

XS
SM
MD
LG