ລັດຖະບານ ລາວ ວາງເປົ້າໝາຍຈະລົບລ້າງຄວາມບໍ່ຮູ້ໜັງສືໃຫ້ໄດ້ຢ່າງສິ້ນເຊີງໃນທົ່ວປະ ເທດພາຍໃນປີ 2020 ແລະ ປະຊາຊົນ ລາວ ທຸກຄົນທີ່ມີອາຍຸ 15-35 ປີຈະຕ້ອງຮຽນຈົບ ຊັ້ນມັດທະຍົມຕົ້ນ.
ທ່ານນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີວ່າການກະຊວງສຶກສາທິການ ແລະ ກິລາ ໃຫ້ການຢືນຢັນວ່າ ເປົ້າໝາຍສຳຄັນໃນການພັດທະນາດ້ານການສຶກສາທີ່ລັດຖະ ບານ ລາວ ໄດ້ວາງອອກຈົນເຖິງປີ 2020 ຄືການລົບລ້າງຄວາມບໍ່ຮູ້ໜັງສືຂອງປະຊາຊົນ ລາວ ທີ່ມີອາຍຸແຕ່ 15 ປີຂຶ້ນໄປໃຫ້ໄດ້ຢ່າງສິ້ນເຊີງທັງຍັງຈະຍົກລະດັບການສຶກສາເພື່ອ ເຮັດໃຫ້ປະຊາຊົນ ລາວ ທຸກຄົນທີ່ມີອາຍຸ 15-35 ປີໄດ້ຮັບການບຳລຸງດ້ານການສຶກສາ ຫຼື ໄດ້ຮຽນຈົນຈົບຊັ້ນມັດທະຍົມຕົ້ນພາຍໃນປີ 2020 ອີກດ້ວຍ.
ໂດຍການຈັດຕັ້ງປະຕິບັດໃນແຜນການປີ 2015-2016 ທາງການ ລາວ ສາມາດລົບລ້າງ ຄວາມບໍ່ຮູ້ໜັງສື ໃຫ້ກັບປະຊາຊົນ ລາວ ທີ່ມີອາຍຸແຕ່ 15 ປີຂຶ້ນໄປໄດ້ 6,402 ຄົນຊຶ່ງໃນນີ້ ເປັນແມ່ຍິງ 3,864 ຄົນ ພ້ອມກັນນີ້ ກໍສາມາດບຳລຸງການຮຽນຈົນຈົບຊັ້ນປະຖົມ 18,575 ຄົນ, ຊັ້ນມັດທະຍົມຕົ້ນ 65,618 ຄົນ, ມັດທະຍົມປາຍ 2,332 ຄົນ ປະກາດການຮຽນຈົບ ມັດທະຍົມຕົ້ນຢ່າງຄົບຖ້ວນໃນ 80 ເມືອງກັບ 3 ແຂວງ ຄືແຂວງຊຽງຂວາງ, ໄຊຍະບູລີ ແລະ ນະຄອນຫຼວງວຽງຈັນ ອັນຖືເປັນຂີດໝາຍສຳຄັນຂອງການພັດທະນາຊັບພະຍາ ກອນມະນຸດ ແລະ ການພັດທະນາ ລາວ ໃຫ້ຈະເລີນກ້າວໜ້າດັ່ງທີ່ທ່ານນາງ ແສງເດືອນ ໄດ້ຢືນຢັນວ່າ.
"ຂ້າພະເຈົ້າຂໍຮຽກຮ້ອງມາຍັງຄະນະພັກ ປະເທດເພື່ອນມິດ ແລະ ທຸກການຈັດຕັ້ງສາ ກົນ ຈົ່ງໄດ້ປະກອບສ່ວນສະໜັບສະໜູນ ແລະ ຈັດຕັ້ງປະຕິບັດວຽກງານສຶກສາ ແລະ ກິລາ ເປັນຕົ້ນແມ່ນວຽກງານການສຶກສານອກໂຮງຮຽນ ກໍຄືວຽກງານລົບລ້າງຄວາມບໍ່ຮູ້ ໜັງສືໃຫ້ມີຜົນສຳເລັດເປັນຢ່າງດີ ໂດຍສະເພາະແມ່ນດ້ອຍໂອກາດ ພາດໂອກາດທາງ ການສຶກສາ ຊຶ່ງຕົ້ນຕໍແມ່ນຄວາມບໍ່ຮູ້ໜັງສື ແລະ ການຮຽນບໍ່ຈົບການສຶກສາພື້ນຖານ ຊຶ່ງມັນໄດ້ກາຍ ເປັນອຸປະສັກຢ່າງໃຫຍ່ຫຼວງຕໍ່ກັບການພັດທະນາຄົນກໍຄືການພັດ ທະນາຊັບພະຍາກອນ ມະນຸດ, ພັດທະນາສັງຄົມຂອງຊາດ ຂອງສັງຄົມ ຂອງຕົນເອງ ແລະ ຂອງຄອບຄົວ."
ແຕ່ຢ່າງໃດກໍຕາມ ກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາທົ່ວປະເທດປະຈຳປີ 2016 ໂດຍການເປັນປະທານຂອງທ່ານນາງ ແສງເດືອນ ຊຶ່ງຈັດຂຶ້ນເມື່ອບໍ່ນານມານີ້ໄດ້ ມີການສະເໜີລາຍງານວ່າ ການເຂົ້າຮຽນຂອງເດັກນ້ອຍອາຍຸ 3-5 ປີມີອັດຕາສະເລ່ຍ 49 ເປີເຊັນ ສ່ວນການເຂົ້າຮຽນລະດັບປະຖົມ-ມັດທະຍົມຕົ້ນ ເຖິງ ມັດທະຍົມປາຍຢູ່ທີ່ອັດຕາ ສະເລ່ຍ 97.9 ເປີເຊັນ ກັບ 82.2 ເປີເຊັນ ແລະ 47.8 ເປີເຊັນຕາມລຳດັບ.
ໂດຍອັດຕາສະເລ່ຍດັ່ງກ່າວນີ້ຖືເປັນການພັດທະນາທາງດ້ານການສຶກສາທີ່ມີການຂະ ຫຍາຍຕົວເພີ່ມຂຶ້ນໃນທຸກພາກສ່ວນ ເພາະໃນປີ 2015 ທີ່ຜ່ານມານັ້ນ ອັດຕາການເຂົ້າ ຮຽນຂອງເດັກອາຍຸ 3-5 ປີຢູ່ທີ່ລະດັບ 43 ເປີເຊັນ ສ່ວນການເຂົ້າຮຽນໃນລະດັບປະຖົມ, ລະດັບມັດທະຍົມຕົ້ນ ແລະ ມັດທະຍົມປາຍຢູ່ທີ່ລະດັບ 97.2 ເປີເຊັນ, 78 ເປີເຊັນ ແລະ 45.8 ເປີເຊັນ ຕາມລຳດັບ ຫາກແຕ່ວ່າການພັດທະນາດ້ານການສຶກສາໃນ ລາວ ຍັງຂາດ ເຂີນຄຸນນະພາບໂດຍຈະເຫັນໄດ້ຈາກອັດຕາການຄ້າງຫ້ອງໃນລະດັບປະຖົມສຶກສາ ຍັງຢູ່ ທີ່ລະດັບ 4.9 ເປີເຊັນ ສ່ວນບັນຫາຍາກຈົນກໍເຮັດໃຫ້ເດັກນ້ອຍຕ້ອງປະລະການຮຽນໃນ ອັດ ຕາສະເລ່ຍ 4.8 ເປີເຊັນ ຊຶ່ງສູງທີ່ສຸດໃນກຸ່ມອາຊຽນ.
ຍິ່ງໄປກວ່ານັ້ນ ດ້ວຍສະພາບຊີວິດການເປັນຢູ່ທີ່ຍາກຈົນຢ່າງຍິ່ງຂອງປະຊາຊົນ ລາວ ຊຶ່ງ ມີສາເຫດມາຈາກລະດັບຄ່າຄອງຊີບທີ່ປັບຕົວສູງຂຶ້ນນັບມື້ ໃນຂະນະທີ່ລັດຖະບານ ລາວ ກໍບໍ່ສາມາດຈະໃຫ້ການຊ່ວຍເຫຼືອໄດ້ເລີຍນັ້ນ ກໍຍັງເຮັດໃຫ້ການປະການຮຽນຂອງເດັກ ນ້ອຍໃນລະດັບປະຖົມສຶກສາໃນເຂດຊົນນະບົດຂອງ ລາວ ນັ້ນມີອັດຕາສະເລ່ຍສູງກວ່າ 20 ເປີເຊັນອີກດ້ວຍ.
ໂດຍເຖິງແມ່ນວ່າການເຂົ້າຮຽນລະດັບປະຖົມສຶກສາຂອງເດັກນ້ອຍໃນເຂດຊົນນະບົດໃນ ປີ 2016 ນີ້ຈະມີອັດຕາສະເລ່ຍທີ່ສູງເຖິງ 95 ເປີເຊັນກໍຕາມ ຫາກແຕ່ໃນຄວາມເປັນຈິງ ແລ້ວກັບປະກົດວ່າມີເດັກນ້ອຍ ລາວ ມາໂຮງຮຽນຕາມປົກກະຕິພຽງ 75 ເປີເຊັນເທົ່ານັ້ນ.
ຍິ່ງໄປກວ່ານັ້ນ ບັນຫາດັ່ງກ່າວຍັງຖືເປັນສະພາບການທີ່ກົງກັນຂ້າມກັບນະໂຍບາຍຂອງ ລັດຖະບານ ລາວ ທີ່ໄດ້ປະກາດເປັນເປົ້າໝາຍໂອກາດດ້ານການສຶກສາສຳລັບເດັກນ້ອຍ ໃນເຂດຊົນນະບົດ ໃຫ້ໄດ້ຢ່າງທົ່ວເຖິງພາຍໃນປີ 2015 ທີ່ຜານມາ ຫາກແຕ່ວ່າດ້ວຍບັນ ຫາຄວາມຍາກຈົນຂອງປະຊາຊົນທີ່ຍັງບໍ່ໄດ້ຮັບການແກ້ໄຂນັ້ນ ຈຶ່ງເຮັດໃຫ້ລັດຖະບານ ລາວ ບໍ່ສາມາດບັນລຸເປົ້າໝາຍດັ່ງກ່າວໄດ້ເລີຍ ແລະ ບັນຫາຂາດແຄນດ້ານງົບປະມານ ຂອງ ລັດຖະບານ ລາວ ຊຶ່ງເຮັດການຈັດພິມ ແລະ ແຈກຈ່າຍປຶ້ມຮຽນສຳລັບນັກຮຽນຊັ້ນ ປະຖົມທຸກຄົນບໍ່ສາມາດປະຕິບັດໄດ້ຈິງ ໂດຍສະເພາະຢູ່ທີ່ແຂວງພາກເໜືອທີ່ມີການແຈກ ຈ່າຍປຶ້ມຕຳລາຮຽນໄດ້ບໍ່ເຖິງ 50 ເປີເຊັນເທົ່ານັ້ນຂອງຈຳນວນນັກຮຽນທັງໝົດ.