ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານ ລາວ ວາງຄາດໝາຍວ່າຈະປະຕິບັດ 18 ວຽກງານຂອງ UN


ລັດຖະບານ ລາວ ໄດ້ວາງຄາດໝາຍການຈັດຕັ້ງປະຕິບັດ
ເປົ້າໝາຍ SDGs ໄວ້ໃນ 18 ດ້ານດ້ວຍກັນ ກໍຄືລົບລ້າງ
ຄວາມຍາກຈົນ, ລົບລ້າງຄວາມອຶດຫິວ, ຮັບປະກັນສຸຂະ
ພາບທີ່ດີ, ຮັບປະກັນຄວາມສະເໝີພາບດ້ານການສຶກສາ, ຄວາມສະເໝີພາບລະຫວ່າງ ຍິງ-ຊາຍ, ຕອບສະໜອງນ້ຳສະອາດ ...
ລັດຖະບານ ລາວ ໄດ້ວາງຄາດໝາຍການຈັດຕັ້ງປະຕິບັດ ເປົ້າໝາຍ SDGs ໄວ້ໃນ 18 ດ້ານດ້ວຍກັນ ກໍຄືລົບລ້າງ ຄວາມຍາກຈົນ, ລົບລ້າງຄວາມອຶດຫິວ, ຮັບປະກັນສຸຂະ ພາບທີ່ດີ, ຮັບປະກັນຄວາມສະເໝີພາບດ້ານການສຶກສາ, ຄວາມສະເໝີພາບລະຫວ່າງ ຍິງ-ຊາຍ, ຕອບສະໜອງນ້ຳສະອາດ ...

ລັດຖະບານ ລາວ ວາງຄາດໝາຍການຈັດຕັ້ງປະຕິບັດໃນ 18 ວຽກງານພາຍໃຕ້ເປົ້າໝາຍ ການພັດທະນາຢ່າງຍືນຍົງຂອງອົງການສະຫະປະຊາຊາດ ທີ່ຈະຈັດຕັ້ງປະຕິບັດໃຫ້ບັນລຸ ເປົ້າໝາຍໃນປີ 2030.

ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີວ່າການຕ່າງປະເທດ ຖະແຫຼງຢືນຢັນວ່າລັດຖະ ບານ ລາວ ໄດ້ຕົກລົງຮ່ວມກັບອົງການສະຫະປະຊາຊາດ ເມື່ອບໍ່ນານມານີ້ວ່າຈະດຳເນີນ ການຈັດຕັ້ງປະຕິບັດພາຍໃຕ້ເປົ້າໝາຍການພັດທະນາຢ່າງຍືນຍົງ (Sustainable Development Goals ຫຼື SDGs) ທັງຍັງຈະເຮັດໃຫ້ສາມາດບັນລຸເປົ້າໝາຍໃຫ້ໄດ້ຢ່າງ ແທ້ຈິງຕາມກຳນົດພາຍໃນປີ 2030 ອີກດ້ວຍ.

ແຕ່ຢ່າງໃດກໍຕາມ ລັດຖະບານ ລາວ ກໍໄດ້ດັດແກ້ເປົ້າໝາຍ SDGs ບາງດ້ານເພື່ອໃຫ້ ສອດຄ່ອງກັບສະພາບການຕົວຈິງໃນ ລາວ ດັ່ງທີ່ທ່ານ ສະເຫຼີມໄຊ ໄດ້ໃຫ້ການອະທິບາຍ ວ່າ.

"ພວກເຮົາຈະບໍ່ສາມາດຈັດຕັ້ງປະຕິບັດ SDGs ໄດ້ຖ້າວ່າພວກເຮົາບໍ່ທັນເອົາບັນດາ ເປົ້າໝາຍ ດັ່ງກ່າວມາເປັນເປົ້າໝາຍແຫ່ງຊາດຂອງພວກເຮົາ ແລ້ວກະປັບອັນໃດທີ່ວ່າ ມັນບໍ່ສອດຄ່ອງກັບສະພາບຄວາມເປັນຈິງຂອງ ລາວ ເຮົານີ້ ບາງຄາດໝາຍນີ້ເວົ້າເຖິງ ເລື່ອງການຄຸ້ມຄອງ, ການພັດທະນາຊັບພະຍາກອນທາງທະເລ ອັນນີ້ນີ່ ລາວ ເຮົາບໍ່ມີ ທະເລ ແລ້ວເຮົາສິໄປຈັດຕັ້ງປະຕິບັດໄດ້ແນວໃດ ສະນັ້ນເຮົາຕ້ອງເອົາອັນໃດທີ່ມັນ ສອດຄ່ອງ ພວກເຮົາກະເອົາມາເປັນເປົ້າໝາຍແຫ່ງຊາດຂອງພວກເຮົາ."

ທັງນີ້ໂດຍລັດຖະບານ ລາວ ໄດ້ວາງຄາດໝາຍການຈັດຕັ້ງປະຕິບັດເປົ້າໝາຍ SDGs ໄວ້ ໃນ 18 ດ້ານດ້ວຍກັນ ກໍຄືລົບລ້າງຄວາມຍາກຈົນ, ລົບລ້າງຄວາມອຶດຫິວ, ຮັບປະກັນສຸ ຂະພາບທີ່ດີ, ຮັບປະກັນຄວາມສະເໝີພາບດ້ານການສຶກສາ, ຄວາມສະເໝີພາບລະຫວ່າງ ຍິງ-ຊາຍ, ຕອບສະໜອງນ້ຳສະອາດ, ພະລັງງານສະອາດ, ຮັບປະກັນການມີງານທຳ, ຊຸກ ຍູ້ອຸດສາຫະກຳທີ່ຍືນຍົງ,​ ຫຼຸດຜ່ອນຄວາມບໍ່ເທົ່າທຽມ, ສ້າງຕັ້ງເຂດທີ່ຢູ່ອາໄສທີ່ປອດໄພ, ຕອບສະໜອງຄວາມຕ້ອງການໃນຊີວິດປະຈຳວັນຢ່າງພຽງພໍ, ສະກັດກັ້ນພາວະໂລກຮ້ອນ, ນຳໃຊ້ຊັບພະຍາກອນທຳມະຊາດຢ່າງຍືນຍົງ, ຟື້ນຟູປ່າໄມ້ ແລະ ລະບົບນິເວດທຳມະ ຊາດ, ສົ່ງເສີມຄວາມຍຸຕິທຳທາງສັງຄົມ, ປະກອບສ່ວນເຂົ້າໃນການພັດທະນາສາກົນ ຢ່າງຍືນຍົງ ແລະ ຫຼຸດຜ່ອນຜົນກະທົບຈາກລະເບີດບໍ່ທັນແຕກທີ່ຕົກຄ້າງໃນ ລາວ.

ທາງດ້ານທ່ານ ກອງແກ້ວ ວົງປະເສີດ ຫົວໜ້າຫ້ອງການພັດທະນາຊົນນະບົດ ແລະ ລົບ ລ້າງຄວາມທຸກຍາກແຫ່ງຊາດຖະແຫຼງວ່າ ລັດຖະບານ ລາວ ຍັງໄດ້ວາງເປົ້າໝາຍຈະ ເຮັດ ໃຫ້ ລາວ ຫຼຸດພົ້ນໄປຈາກສະພາບດ້ອຍພັດທະນາໃນປີ 2020 ເພື່ອກ້າວສູ່ການເປັນປະ ເທດກຳລັງພັດທະນາທີ່ປະຊາຊົນມີລາຍໄດ້ລະດັບກາງຫາສູງໃຫ້ໄດ້ຕາມວິໄສທັດການ ການພັດທະນາ ລາວ ຈາກປັດຈະບັນເຖິງປີ 2030 ອີກດ້ວຍ.

ຫາກແຕ່ວ່າຈາກການປະເມີນຮ່ວມກັນ ລະຫວ່າງ ລັດຖະບານ ລາວ ກັບອົງການສະຫະ ປະຊາຊາດເພື່ອການພັດທະນາ (UNDP) ກ່ຽວກັບ ຜົນການຈັດຕັ້ງປະຕິບັດແຜນການ ພັດທະນາເສດຖະກິດ-ສັງຄົມໃນ ລາວ ຈາກປີ 2011 ເຖິງເດືອນກັນຍາ 2015 ພົບວ່າລັດ ຖະບານ ລາວ ບໍ່ສາມາດບັນລຸເປົ້າໝາຍສະຫັດສະວັດຂອງການພັດທະນາໃນ 6 ດ້ານ ຈາກທັງໝົດ 9 ດ້ານທີ່ໄດ້ຕົກລົງໄວ້ກັບອົງການສະຫະປະຊາຊາດ ກ່ອນໜ້ານີ້.

ໂດຍທັງ 6 ດ້ານດັ່ງກ່າວນີ້ ປະກອບດ້ວຍການທີ່ເດັກນ້ອຍອາຍຸຕ່ຳກວ່າ 5 ປີຍັງມີສ່ວນສູງ ແລະ ນ້ຳໜັກຕ່ຳກວ່າເກນມາດຕະຖານ, ອັດຕາການຕາຍຂອງເດັກນ້ອຍທີ່ອາຍຸຕ່ຳກວ່າ 1 ປີກໍຍັງສູງ, ສ່ວນອັດຕາການຕາຍຂອງແມ່ຍິງຂະນະຖືພາກໍຍັງສູງເຊັ່ນດຽວກັນ ໃນຂະນະ ທີ່ການເພີ່ມອັດຕາການປົກຫຸ້ມຂອງປ່າໄມ້ກໍຍັງປະຕິບັດໄດ້ໃນລະດັບຕ່ຳ ແລະ ການເກັບ ກູ້ລະເບີດບໍ່ທັນແຕກ UXO ກໍປະຕິບັດໄດ້ໃນພື້ນທີ່ຢ່າງຈຳກັດ. ສ່ວນອັດຕາການເຂົ້າໂຮງ ຮຽນ ແລະ ສືບຕໍ່ການຮຽນຈົນຈົບຊັ້ນປະຖົມປີທີ 5 ກໍຍັງບໍ່ເປັນໄປຕາມເປົ້າໝາຍ.

ທາງດ້ານກະຊວງສາທາລະນະສຸກ ໄດ້ລາຍງານວ່າ ການຈັດຕັ້ງປະຕິບັດເປົ້າໝາຍສະຫັດ ສະວັດການພັດທະນາດ້ານສາທາລະນະສຸກໃນ ລາວ ຍັງມີບັນຫາທ້າທາຍໃນຫຼາຍດ້ານ ທີ່ເປັນອຸປະສັກຕໍ່ການພັດທະນາຄຸນນະພາບໃຫ້ບໍລິການ ແກ່ປະຊາຊົນໃຫ້ໄດ້ມາດຕະ ຖານດຽວກັນກັບບັນດາປະເທດທີ່ເປັນສະມາຊິກໃນກຸ່ມອາຊຽນ ດ້ວຍກັນ.

ຕົວຢ່າງກໍຄືບັນຫາການຂາດສານອາຫານຂອງເດັກນ້ອຍອາຍຸຕ່ຳກວ່າ 5 ປີກໍເປັນສາເຫດ ທີ່ເຮັດໃຫ້ການຫຼຸດຈຳນວນເດັກນ້ອຍທີ່ໂຕເຕ້ຍ ສາມາດດຳເນີນການໄດ້ຢ່າງຊັກຊ້າ ກໍຄື ສາມາດຫຼຸດໄດ້ຈາກອັດຕາສະເລ່ຍ 40 ເປີເຊັນໃນປີ 2006 ມາເປັນ 38 ເປີເຊັນໃນປະຈຸ ບັນນີ້. ໝາຍຄວາມວ່າຫຼຸດລົງພຽງ 2 ເປີເຊັນເທົ່ານັ້ນໃນໄລຍະ 9 ປີທີ່ຜ່ານມາ, ສ່ວນເດັກ ອາຍຸຕ່ຳກວ່າ 5 ປີມີນຳ້ໜັກຕ່ຳກວ່າເກນກໍຍັງສູງເຖິງ 32 ເປີເຊັນ ໃນຂະນະທີ່ເປົ້າໝາຍ ສະຫັດສະວັດໄດ້ວາງໄວ້ທີ່ອັດຕາສະເລ່ຍບໍ່ເກີນ 22 ເປີເຊັນ ຂອງຈຳນວນເດັກທີ່ອາຍຸ ຕ່ຳກວ່າ 5 ປີໃນທົ່ວປະເທດ ຈຶ່ງເປັນອີກບັນຫາໜຶ່ງທີ່ຍາກຈະສາມາດບັນລຸເປົ້າໝາຍໄດ້ ຢ່າງແທ້ຈິງພາຍໃນປີ 2020 ດັ່ງກ່າວ.

XS
SM
MD
LG