ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລາວ ຕັ້ງຄະນະສະເພາະກິດ ເພື່ອສຶກສາວິໄຈ ແລະວິເຄາະ ບັນຫາການນຳໃຊ້ທີ່ດິນ


ລົດຈົກ ກຳລັງບຸກເບີກ ເນື້ອທີ່ດິນ ທີ່ລັດຖະບານລາວ ອະນຸຍາດ ສຳປະທານ ໃຫ້ແກ່ ບໍລິສັດຕ່າງປະເທດ.
ລົດຈົກ ກຳລັງບຸກເບີກ ເນື້ອທີ່ດິນ ທີ່ລັດຖະບານລາວ ອະນຸຍາດ ສຳປະທານ ໃຫ້ແກ່ ບໍລິສັດຕ່າງປະເທດ.

ລັດຖະບານລາວ ແຕ່ງຕັ້ງຄະນະສະເພາະກິດ ເພື່ອສຶກສາວິໄຈ ແລະວິເຄາະບັນຫາ
ການນຳໃຊ້ທີ່ດິນໃນທົ່ວປະເທດ ໃຫ້ແລ້ວເສັດ ແລະລາຍງານ ຕໍ່ລັດຖະບານ ເພື່ອ
ສ້າງເປັນແຜນການ ໃນເດືອນຕຸລາ 2017 ນີ້.

ລັດຖະບານລາວ ໄດ້ມີມະຕິຕົກລົງໃຫ້ແຕ່ງຕັ້ງ ຄະນະສະເພາະກິດ ເພື່ອສຶກສາວິໄຈ
ແລະວິເຄາະບັນຫາ ການນຳໃຊ້ທີ່ດິນໃນທົ່ວປະເທດ ເມື່ອບໍ່ນານມານີ້ ໂດຍມອບ
ໝາຍໃຫ້ທ່ານບຸນທອງ ຈິດມະນີ ຮອງນາຍົກ ລັດຖະມົນຕີ ເປັນຜູ້ຊີ້ນຳ ແລະ
ລັດຖະມົນຕີວ່າການ ກະຊວງຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ
ເປັນຫົວໜ້າຄະນະ ທີ່ປະກອບດ້ວຍ ບັນດາຮອງລັດຖະມົນຕີ ກະຊວງກ່ຽວຂ້ອງ
ເປັນຄະນະກຳມະການ ທັງມີ ກອງເລຂາປະຈຳການ ຢູ່ກະຊວງຊັບພະຍາກອນ
ທຳມະຊາດ ແລະສິ່ງແວດລ້ອມ ແລະ ມີງົບປະມານ ໃນການເຄື່ອນໄຫວປະຕິບັດ
ໜ້າທີ່ໃຫ້ແລ້ວເສັດພາຍໃນ ເດືອນຕຸລາ 2017 ນີ້ ດັ່ງທີ່ ທ່ານຈະເລີນ ເຢຍປາວເຮີ
ໂຄສົກຄະນະລັດຖະບານລາວ ໄດ້ໃຫ້ການຢືນຢັນວ່າ:

ທ່ານຈະເລີນ ເຢຍປາວເຮີ ໂຄສົກຄະນະລັດຖະບານລາວ ໄດ້ໃຫ້ການຢືນຢັນ ກ່ຽວກັບ ການແຕ່ງຕັ້ງຄະນະສະເພາະກິດ ເພື່ອສຶກສາວິໄຈ ແລະວິເຄາະບັນຫາ ການນຳໃຊ້ທີ່ດິນໃນທົ່ວປະເທດ.
ທ່ານຈະເລີນ ເຢຍປາວເຮີ ໂຄສົກຄະນະລັດຖະບານລາວ ໄດ້ໃຫ້ການຢືນຢັນ ກ່ຽວກັບ ການແຕ່ງຕັ້ງຄະນະສະເພາະກິດ ເພື່ອສຶກສາວິໄຈ ແລະວິເຄາະບັນຫາ ການນຳໃຊ້ທີ່ດິນໃນທົ່ວປະເທດ.

“ໃຫ້ຄະນະທີ່ຖືກແຕ່ງຕັ້ງນີ້ ດຳເນີນການສຶກສາວິເຄາະ-ວິໄຈບັນຫາທີ່ດິນ ໃຫ້ລະອຽດ ເລິກເຊິ່ງ ພ້ອມທັງເບິ່ງບົດຮຽນຂອງປະເທດເພື່ອນມິດສາກົນ
ຕື່ມ ໝາຍຄວາມວ່າ ຈະໄດ້ເບິ່ງ ເນາະວ່າ ການມອບສິດນຳໃຊ້ ແຕ່ລະ ປະເພດທີ່ດິນ ເປັນແນວໃດ ສິດເຊົ່າ ສິດສຳປະທານ ເປັນແນວໃດ ຖືກ
ກົດໝາຍ ບໍ່ຖືກກົດໝາຍ ຄືແນວໃດ ຄາດໝາຍໃນການເຮັດວຽກ ຂອງ
ຄະນະນີ້ ແມ່ນໃຫ້ສຳເລັດ ແລະສາມາດລາຍງານໃຫ້ ລັດຖະບານ ຢ່າງ
ຊ້າ ບໍ່ໃຫ້ກາຍເດືອນຕຸລາ ປີ 2017 ນີ້.”

ບັນຫາຂັດແຍ້ງ ກ່ຽວກັບທີ່ດິນ ໃນລາວ ທີ່ສັ່ນຄອນ ລັດຖະບານ ໄດ້ຖືກເປີດເຜີຍໂດຍ ທ່ານ Marwaan Macan-Markar ໃນບາງກອກ.
ບັນຫາຂັດແຍ້ງ ກ່ຽວກັບທີ່ດິນ ໃນລາວ ທີ່ສັ່ນຄອນ ລັດຖະບານ ໄດ້ຖືກເປີດເຜີຍໂດຍ ທ່ານ Marwaan Macan-Markar ໃນບາງກອກ.

ໂດຍໃນຊ່ວງປີ 2011-2015 ກະຊວງຊັບພະຍາກອນທຳມະຊາດ ແລະສິ່ງ
ແວດລ້ອມ ສາມາດຈັດສັນທີ່ດິນທຳກິນ ໃຫ້ກັບປະຊາຊົນລາວ ໄດ້ສຳເລັດໃນ
3,779 ບ້ານ ຄິດເປັນ 43.2 ເປີເຊັນ ຂອງບ້ານທັງໝົດທີ່ມີຢູ່ເຖິງ 8,657 ບ້ານ
ໃນທົ່ວປະເທດ ຊຶ່ງກໍເຮັດໃຫ້ສາມາດຂຶ້ນທະບຽນ ແລະອອກໃບຕາດິນໃຫ້ແກ່
ປະຊາຊົນລາວໄດ້ແລ້ວ ໃນພື້ນທີ່ 871,317 ຕອນ ຄິດເປັນ 33.5 ເປີເຊັນ
ຂອງທີ່ດິນທຳກິນ ແລະທີ່ຢູ່ອາໄສ ທີ່ໄດ້ສັງລວມໄວ້ໃນສຳມະໂນທີ່ດິນ ຈຳນວນ
ທັງໝົດ 2 ລ້ານ 6 ແສນຕອນ ໃນທົ່ວປະເທດ ໝາຍຄວາມວ່າ ຍັງມີທີ່ດິນອີກ
1 ລ້ານ 7 ແສນຕອນ ທີ່ຈະຕ້ອງສຳຫຼວດ ເພື່ອອອກໃບຕາດິນໃຫ້ກັບປະຊາຊົນ
ລາວ ຕໍ່ໄປ ອັນຖືເປັນພາກສ່ວນທີ່ສຳຄັນຢ່າງຍິ່ງ ໃນແຜນການເພີ່ມຜົນຜະລິດ
ກະສິກຳ ແລະສະບຽງອາຫານໃນລາວ.

ທັງນີ້ ກະຊວງກະສິກຳ ແລະປ່າໄມ້ ໄດ້ວາງເປົ້າໝາຍ ທີ່ຈະດຶງດູດເອົາການລົງທຶນ
ໃຫ້ເຂົ້າມາໃນພາກກະສິກຳ ໃຫ້ໄດ້ 79,200 ຕື້ກີບ ຫຼື 9,900 ລ້ານໂດລາ ໃນຊ່ວງ
ປີ 2016-2020 ໂດຍໃນນີ້ເປັນການລົງທຶນ ຂອງເອກກະຊົນລາວ ແລະຕ່າງຊາດ
65,000 ຕື້ກີບ ຫຼື 82 ເປີເຊັນ ຂອງມູນຄ່າລົງທຶນທັງໝົດ ສ່ວນທີ່ເຫຼືອຈະເປັນການ
ລົງທຶນ ຂອງລັດຖະບານລາວ 1,200 ຕື້ກີບ ແລະພ້ອມກັນນີ້ ຍັງຈະຕ້ອງດຶງດູດ
ເອົາການຊ່ວຍເຫຼືອ ຈາກຕ່າງປະເທດ ໃຫ້ໄດ້ເຖິງ 13,000 ຕື້ກີບ ຫຼື ປະມານ
1,625 ລ້ານໂດລາ ອີກດ້ວຍ.

ແຕ່ຢ່າງໃດກໍຕາມ ເຈົ້າໜ້າທີ່ຂັ້ນສູງຂອງລາວ ກໍຍອມຮັບວ່າ ບໍ່ແມ່ນເລື່ອງງ່າຍ
ທີ່ຈະສາມາດລະດົມ ຫຼືດຶງດູດເອົາເງິນລົງທຶນໄດ້ຕາມເປົ້າໝາຍດັ່ງກ່າວ ເພາະ
ໃນຊ່ວງປີ 2011-2015 ນີ້ ກໍປາກົດວ່າ ການລົງທຶນໃນພາກກະສິກຳ ມີມູນຄ່າ
ລວມ 17,300 ຕື້ກີບ ໃນນີ້ກໍເປັນການລົງທຶນຂອງລັດຖະບານລາວ ພຽງແຕ່ 380
ຕື້ກີບເທົ່ານັ້ນ ສ່ວນທີ່ເຫຼືອນັ້ນ ກໍເປັນການລົງທຶນຂອງເອກກະຊົນລາວ ແລະຕ່າງ
ຊາດ ໃນມູນຄ່າ 5,000 ຕື້ກີບ ແລະ ການຊ່ວຍເຫຼືອຈາກຕ່າງປະເທດ 12,000 ຕື້ກີບ.

ພ້ອມກັນນີ້ ລັດຖະບານລາວ ກໍໄດ້ວາງຄາດໝາຍວ່າ ໃນຕະຫຼອດປີ 2016 ປະຊາ
ຊົນລາວທົ່ວປະເທດ ຕ້ອງການບໍລິໂພກເຂົ້າໃນປະລິມານລວມ 2 ລ້ານ 1 ແສນໂຕນ
ກັບສ່ວນທີ່ເປັນຄັງແຮ່ 4 ແສນໂຕນ ແນວພັນ 6 ໝື່ນໂຕນ ການປຸງແຕ່ງເປັນສິນຄ້າ
640,000ໂຕນ ແລະເພື່ອການຈຳໜ່າຍພາຍໃນ ແລະສົ່ງອອກໄປຕ່າງປະເທດ
1 ລ້ານໂຕນ.

ຫາກແຕ່ເຈົ້າໜ້າທີ່ຂັ້ນສູງ ໃນກະຊວງກະສິກຳ ແລະປ່າໄມ້ ຍອມຮັບວ່າ ເປັນການ
ຍາກທີ່ຊາວນາລາວ ຈະສາມາດເພີ່ມຜົນຜະລິດເຂົ້າ ເພື່ອໃຫ້ກາຍເປັນຜູ້ສົ່ງອອກ
ລາຍໃຫຍ່ໃນຕະຫຼາດໂລກໄດ້ ອີກທັງລາວກໍເປັນປະເທດດຽວໃນອາຊຽນ ທີ່ບໍ່ມີ
ຄັງແຮ່ເຂົ້າອີກດ້ວຍ.

XS
SM
MD
LG