ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ລັດຖະບານ ລາວ ຄັດເລືອກ 4 ບໍລິສັດ ເພື່ອ ກໍ່ສ້າງທາງດ່ວນ ເຊື່ອມຕໍ່ ນະຄອນຫຼວງ ວຽງຈັນ ຫາ ປາກເຊ


ຕົວຢ່າງທາງດ່ວນລາວ - ຫວຽດນາມ.
ຕົວຢ່າງທາງດ່ວນລາວ - ຫວຽດນາມ.

ລັດຖະບານ ລາວ ຄັດເລືອກ 2 ບໍລິສັດຈາກ ຈີນ ແລະ 2 ບໍລິສັດເອກະຊົນ ລາວ ໃຫ້
ເປັນຜູ້ລົງທຶນໃນຮູບແບ BOT ໃນໂຄງການກໍ່ສ້າງທາງດ່ວນເຊື່ອມຕໍ່ຈາກນະຄອນ
ຫຼວງວຽງຈັນ ໄປເມືອງ ປາກເຊ ໃນແຂວງຈຳປາສັກ.

ກະຊວງໂຍທາທິການ ແລະ ຂົນສົ່ງລາຍງານວ່າ ຄະນະລັດຖະບານ ລາວ ໄດ້ຕົກລົງ
ຄັດເລືອກເອົາ 2 ບໍລິສັດເອກະຊົນ ຈີນ ກັບ 2 ບໍລິສັດເອກະຊົນ ລາວ ໃຫ້ເປັນຜູ້ລົງທຶນ
ໃນໂຄງການກໍ່ສ້າງທາງດ່ວນເຊື່ອມຕໍ່ຈາກນະຄອນຫຼວງວຽງຈັນ ໄປທີ່ເມືອງປາກເຊ
ເມື່ອບໍ່ນານມານີ້ ໂດຍທັງ 4 ບໍລິສັດຈະລົງທຶນໃນຮູບແບບ BOT ຄືກໍ່ສ້າງ ແລະ ເກັບ
ເອົາຜົນປະໂຫຍດເປັນເວລາ 30 ປີແລ້ວຈຶ່ງໂອນໂຄງການໃຫ້ກັບລັດຖະບານ ລາວ.

ທັງນີ້ລັດຖະບານ ລາວ ໄດ້ຈັດແບ່ງສັນຍາສຳປະທານການກໍ່ສ້າງທາງດ່ວນນະຄອນ
ຫຼວງ ວຽງຈັນ-ປາກເຊ ອອກເປັນ 4 ຕອນ ຊຶ່ງມີຂະໜາດກວ້າງ 23 ແມັດ ແບ່ງເປັນ 4
ຊ່ອງຈະລາຈອນ ແຕ່ລະຊ່ອງຈາລະຈອນກວ້າງ 3.5 ແມັດ ແລະ 2 ຂ້າງທາງມີຄວາມ
ກວ້າງເບື້ອງລະ 4.5 ແມັດໃນຕະຫຼອດເສັ້ນທາງຍາວ 580 ກິໂລແມັດ ຊຶ່ງຈະເຊື່ອມຕໍ່
ກັບໂຄງການທາງດ່ວນວຽງຈັນ-ຮາໂນ່ຍ ທີ່ແຂວງບໍລິຄຳໄຊ ເພາະສະນັ້ນ ຕອນທີ 1
ຂອງໂຄງການຈຶ່ງຕັ້ງຕົ້ນຈາກບໍລິຄຳໄຊ ໄປຫາເມືອງທ່າແຂກ ດ້ວຍໄລຍະທາງຍາວ
164 ກິໂລແມັດຊຶ່ງລັດຖະບານ ລາວ ໄດ້ຕົກລົງໃຫ້ເປັນສຳປະທາງຂອງບໍລິສັດ
China Yunnan Sunny Road ຈາກ ຈີນ.

ສ່ວນຕອນທີ 2 ຈາກ ທ່າແຂກ ໄປ ສະຫວັນນະເຂດ ດ້ວຍໄລຍະທາງຍາວ 117 ກິໂລ
ແມັດ ລັດຖະບານ ລາວ ກໍໄດ້ຕົກລົງໃຫ້ເປັນສຳປະທານຂອງບໍລິສັດດວງຈະເລີນ ພັດ
ທະນາຈຳກັດ ແລະ ຕອນທີ 3 ຈາກສະຫວັນນະເຂດໄປຫາທາງແຍກຖະໜົນເລກ 15
ໃນແຂວງສາລະວັນ ທີ່ມີໄລຍະທາງຍາວ 128 ກິໂລແມັດນັ້ນ ກໍເປັນສຳປະທານຂອງ
ບໍລິສັດພູສີກໍ່ສ້າງ ແລະ ພັດທະນາຈຳກັດ (ມະຫາຊົນ) ສ່ວນຕອນທີ 4 ຈາກສາລະວັນ
ໄປຫາເມືອງ ປາກເຊ ໄລຍະທາງຍາວ 82 ກິໂລແມັດເປັນສຳປະທານຂອງບໍລິສັດ
China Road & Bridge.

ສຳລັບໂຄງການກໍ່ສ້າງທາງດ່ວນວຽງຈັນ-ຮາໂນ່ຍ ນັ້ນຈະເລີ່ມຈາກນະຄອນຫຼວງວຽງ
ຈັນໄປຕາມທາງເລກທີ 13 ໃຕ້ໄປຫາເມືອງປາກຊັນ ຜ່ານເມືອງວຽງທອງ ແຂວງບໍລິ
ຄຳໄຊ ໄປເຊື່ອມຕໍ່ກັບຊາຍແດນ ຫວຽດນາມ ທີ່ດ່ານແທ່ງຖຸຍ ແລະ ເມືອງ ແທ່ງເຈືອງ
ແຂວງ ເຫງອ່ານ ມີໄລຍະທາງຍາວລວມ 365 ກິໂລແມັດ ສ່ວນເສັ້ນທາງໃນ ຫວຽດ
ນາມ ຈະມີໄລຍະທາງລວມ 342 ກິໂລແມັດ ຈາກດ່ານແທ່ງຖຸຍ ໄປຕາມທາງຫຼວງ
ເລກ 46 ເຊື່ອມຕໍ່ກັບທາງດ່ວນພາກເໜືອໄປຫານະຄອນຫຼວງ ຮາໂນ່ຍ.

ນອກຈາກນັ້ນ ກອງທັບປະຊາຊົນ ລາວ ແລະ ຫວຽດນາມ ຍັງໄດ້ຕົກລົງຮ່ວມມືກັນກໍ່
ສ້າງເສັ້ນທາງຍຸດທະສາດລຽບຕາມຊາຍແດນ ລາວ ກັບ ຫວຽດນາມ ອີກດ້ວຍໂດຍ
ໄລຍະທີ 1 ຂອງໂຄງການທີ່ເລີ່ມຕົ້ນທີ່ເຂດສາມຫຼ່ຽມພັດທະນາລະຫວ່າງ ລາວ-
ຫວຽດນາມ-ກຳປູເຈຍ ໃນແຂວງອັດຕະປື ໄປຫາແຂວງເຊກອງ ໄລຍະທາງ 115 ກິ
ໂລແມັດ ກວ້າງ 5 ແມັດ ຢູ່ຫ່າງຈາກຊາຍແດນຫວຽດນາມ 150-200 ແມັດເທົ່ານັ້ນ
ຊຶ່ງຈະສົ່ງຜົນດີຕໍ່ການເຊື່ອມໂຍງການທ່ອງທ່ຽວລະຫວ່າງ ລາວ-ໄທ-ຫວຽດນາມ ອີກ
ດ້ວຍ ດັ່ງທີ່ທ່ານ ເຫຼັກໄຫຼ ສີວິໄລ ຮອງເຈົ້າແຂວງເຊກອງ ໄດ້ໃຫ້ການຢືນຢັນວ່າ.

"ແຂວງເຊກອງ ເປັນເທດສະບານແຂວງທີ່ໃກ້ກັບນະຄອນ ດາໜັງ ທີ່ສຸດທີ່ເປັນສູນ
ກາງທ່ອງທ່ຽວຂອງພາກໃຕ້ຫວຽດນາມ ນັກທ່ອງທ່ຽວເຂົ້າມາຫຼາຍ ແລ້ວກະຈັງຫວັດ
ອຸບົນ ກໍສົນໃຈຢາກຜ່ານພວກເຮົາ ໃນເມື່ອວ່າທາງແລ້ວ, ເປີດດ່ານແລ້ວ ກະສິຜ່ານ
ໄປນະຄອນດາໜັງ ນີ້ ນັກທ່ອງທ່ຽວກະສິຫຼາຍໝື່ນຄົນ ກະສິມາທ່ຽວ ມາພັກຜ່ອນ
ມາຊົມທຳມະຊາດ ມາເບິ່ງປະຫວັດສາດ ແລະ ບຸນປະເພນີຂອງບັນດາເຜົ່າຊາວ
ແຂວງເຊກອງພວກເຮົາ."

ທາງດ້ານກຸ່ມແລກປ່ຽນຂໍ້ມູນດ້ານທີ່ດິນ (LIWG) ອົງກອນທີ່ບໍ່ຂຶ້ນກັບລັດຖະບານໃນ
ລາວ ສະເໜີລາຍງານວ່າປະຊາຊົນ ລາວ ທີ່ຖືກເວນຄືນທີ່ດິນໃນບັນດາໂຄງການສຳ
ປະທານຂະໜາດໃຫຍ່ໄດ້ຮັບຄ່າຊົດເຊີຍທີ່ບໍ່ເປັນທຳເຊັ່ນ ໂຄງການຂະຫຍາຍສະໜາມ
ບິນຫຼວງພະບາງ ທີ່ກະທົບປະຊາຊົນ ລາວ 350 ຄົວເຮືອນ ແລະ ໂຄງການກໍ່ສ້າງຖະ
ໜົນ 450 ປີ ວຽງຈັນ ທີ່ກະທົບປະຊາຊົນ 442 ຄົວເຮືອນນັ້ນ ກໍປາກົດວ່າ ປະຊາຊົນ
ໄດ້ຮັບການຊົດເຊີຍທີ່ຄິດພຽງ 50 ເປີເຊັນຂອງລາຄາທີ່ດິນທີ່ເປັນຈິງເທົ່ານັ້ນ.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 28 ມີນາ 2024

XS
SM
MD
LG