ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລັດ​ຖະ​ບານ​ລາວ ​ພະ​ຍາ​ຍາມ ຈຳ​ກັດການ ​ໃຊ້ປຸຍເຄ​ມີ ໃນ​ການ​ປູກ​ຝັງ​ ຢູ່​ ມ. ປາກ​ລາຍ ຂ. ໄຊ​ຍະ​ບູ​ລີ


​ການ​ປູກ​ຝັງ​ຢູ່​ໃນ ສ​ປ​ປ ລາວ
​ການ​ປູກ​ຝັງ​ຢູ່​ໃນ ສ​ປ​ປ ລາວ

ຜົນກະທົບຈາກການນໍາໃຊ້ປຸຍເຄມີໃນການປູກພືດເພື່ອເປັນສິນຄ້າ ໄດ້ ສົ່ງຜົນກະ​ທົບຕໍ່ສຸ
ຂະພາບຂອງຊາວສວນ ແລະຜູ້ບໍລິໂພກໃນເຂດເມືອງ ປາກລາຍ ແຂວງໄຊຍະບູລີຢ່າງ
ແຜ່​ຫລາຍ. ແຕ່​ກໍ​ຍັງມີຊາວ​ສວນ​ບາງ​ຄົນກໍຍັງຄິດ​ວ່າຈະ​ສືບ​ຕໍ່​ນຳ​ໃຊ້​ປຸຍ​ເຄ​ມີ​ຕໍ່​ໄປເຖິງ​ແມ່ນ
​ວ່າ​ຈະ​ມີຄຳສັ່ງແນະນຳ ຈາກລັດຖະບານ ແລະມີ​ວິ​ຊາ​ການ​ລົງ​ໄປອົບ​ຮົມ​ຊາວ​ນາ, ຊາວ​ສວນ​
ໃນ​ເຂດ​ເມືອງ​ດັ່ງ​ກ່າວໃຫ້ຮູ້ໃຊ້ປຸຍຊີວະພາບເຂົ້າໃນການປູກພືດຜັກແທນການໃຊ້ປຸຍ​ທີ່​ມີ
ສານເຄມີກໍ​ຕາມ. ເພາະ​ສະ​ນັ້ນ ທາງ​ການ​ລາວ​ຈະ​ຕ້ອງ​ໄດ້​ໃຊ້​ຄວາມ​ພະ​ຍາ​ຍາມ​ເພີ້ມ​ອີກ
ໃນ​ການ​ສົ່ງ​ເສີມ​ການ​ໃຊ້​ປຸຍ​ຊີ​ວະ​ພາບ ແລະ​ສະ​ກັດ​ກັ້ນການ​ນຳ​ເຂົ້າ ແລະ​ໃຊ້​ປຸຍ​ເຄ​ມີ. ​ກິ່ງ
​ສະ​ຫວັນ ​ຈະ​ນຳ​ລາຍ​ລະ​ອຽດ​ກ່ຽວ​ກັບເລື້ອງນີ້ມາ​ສະ​ເໜີ​ທ່ານໃນອັນດັບຕໍ່ໄປ.

​ໄດ້ຫຼາຍສິບປີມາ​ແລ້ວ ທີ່ປະຊາຊົນລາວບັນດາຊົນເຜົ່າສ່ວນໃຫຍ່ຍັງເພິ່ງ​ພາ​ອາ​ໄສການ
ເຮັດ​ກະ​ສິ​ກຳ​ເພື່ອ​ສະ​ໜອງ​ອາ​ຫານ​ໃຫ້​ຄອບ​ຄົວ ແລະ​ຂາຍເພື່ອ​ສ້າງ​ລາຍ​ຮັບ​ຕົ້ນ​ຕໍໃຫ້​ແກ່
ຄອບ​ຄົວໂດຍສະເພາະແມ່ນປະຊາຊົນໃນເຂດ ຊົນນະບົດທີ່ບໍ່ມີອາຊີບອັນ​ອື່ນ ດັ່ງບົດໃຫ້
ສໍາພາດຕອນໜຶ່ງຂອງທ່ານກ້ານ ແກ້ວມະນີທີ່ກ່າວຕໍ່​ພວກ​ນັກ​ຂ່າວວ່າ: “ຊາວເມືອງປາກ
ລາຍ ແຂວງໄຊຍະບູລີ ສ່ວນຫຼາຍເຂົາເຈົ້າແມ່ນຢຶດຖື ເອົາພື້ນຖານດ້ານ ການຜະ
ລິດກະສີກໍາເປັນອາຊີບຫຼັກ ເຊັ່ນ: ການຢຶດ ຖືເອົາການປູກພືດພັນ, ຜັກ ໝາກໄມ້
ແລະເຂົ້າ ເປັນສິນຄ້າ.

ການ​ກ້າ​ແກ່ນ​ຜັກ​ເພື່ອ​ເຮັດສວນ​ປອດ​ສານ​ພິດ​ແຫ່ງ​ນຶ່ງ​ໃນ​ລາວ
ການ​ກ້າ​ແກ່ນ​ຜັກ​ເພື່ອ​ເຮັດສວນ​ປອດ​ສານ​ພິດ​ແຫ່ງ​ນຶ່ງ​ໃນ​ລາວ

ບໍ່​ພຽງ​ແຕ່​ເທົ່າ​ນັ້ນ ໃນໄລຍະປີຜ່ານມາ ພາກລັດຖະບານກໍໄດ້ໃຫ້ ຄວາມສໍາຄັນ ອັນດັບໜຶ່ງ
ກໍ​ຄືເອົາໃຈໃສ່ຢ່າງເລັ່ງດ່ວນເຮັດໃຫ້ປະຊາຊົນບໍ່ໄດ້ຮັບຜົນກະທົບ ບໍ່ວ່າທາງກົງ ກໍຄືທາງ
ອ້ອມຈາກສະພາບແວດລ້ອມອ້ອມຕົວທີ່​ມີ​ມົນ​ລະ​ພິດ ໃນອະນາຄົດຍ້ອນການນໍາໃຊ້ປຸຍເຄ
ມີ ທີ່ສືບເນື່ອງມາຫຼາຍສິບປີມາແລ້ວນັ້ນ ຊຶ່ງ​ໄດ້ເຮັດໃຫ້ປະຊາຊົນຈຳ​ນວນນຶ່ງຍັງເງີຍຫົວບໍ່ຂຶ້ນ​.

ໃນວັນທີ 12 ພຶສະພາ 2019 ຜ່ານ​ມາ ເຈົ້າໜ້າ​ທີ່ກະ​ຊວງກະ​ສິ​ກຳ ແລະ​ປ່າ​ໄມ້ ແລະພາກ
​ສ່ວນທີ່​ກ່ຽວ​ຂ້ອງໄດ້​ໄປ​ຢ້ຽ​ມ​ຢາມ​ຊາວ​ສວນ​ໃນ​ເຂດ​ເມືອງ​ປາກ​ລາຍ. ພ້ອມ​ກັນ​ນັ້ນເຈົ້າ​ໜ້າ​
ທີ່​ໃນຂະ​ແໜງ​ກະ​ສິ​ກຳ​ຂອງ​ເມືອງ​ປາ​ກ​ລາຍກໍ່ຄາດຫວັງວ່າໃນໄລຍະອີກ 3-4 ປີ ຂ້າງ​ໜ້າ
ການຜະລິດທີ່ໃຊ້ປຸຍ​ທີ່​ມີ​ສານເຄມີຈະໝົດໄປຢ່າງສິ້ນເຊີງ, ດັ່ງຄໍາເຫັນຂອງ ທ່ານຄໍາຝັ້ນ
ວົງສະ ຫວັນ, ຜູ້ນໍາຄົນນຶ່ງຢູ່​ໃນ​ຄະ​ນະ​ພັກ ເມືອງປາກລາຍ ທັງເປັນຫົວໜ້າພະແນກກະສິ
ກໍາແລະປ່າໄມ້ຂອງເມືອງປາກລາຍທີ່ກ່າວຢູ່ໃນຄຳ​ປາ​ໄສເປີດກອງປະຊຸມຂອງພະແນກ
ກະສິກໍາ ແລະປ່າໄມ້ວ່າ:
“ຕາມວິໃສທັດຂອງລັດຖະບານກ່ຽວກັບວຽກກະສີກໍາ ແລະ ປ່າໄມ້ນັ້ນ ແມ່ນປະຕິບັດ ຕາມທິດສີຂຽວ ແລະ ຍືນຍົງ ໝາຍຄວາມວ່າ ການຜະລິດ ກະສີກໍາ ແລະ ປ່າໄມ້ນັ້ນ ຕ້ອງສະອາດ ແລະເປັນມິດຕໍ່ສິ່ງແວດລ້ອມ ດັ່ງນັ້ນ ກະຊວງກະສີກໍາ ແລະ ປ່າໄມ້
ພວກ​ເຮົາ​ຈຶ່ງໄດ້ກໍານົດຂໍ້ຫ້າມຕໍ່ການນໍາ ເຂົ້າຢາສັດຕູພືດ 55 ກວ່າລາຍການເຊັ່ນ:
ເດເດເຕ, ພວກປາລາກວນ ຫລື ​ອື່ນໆ ເປັນຕົ້ນ.”

ການ​ປູກ​ຜັກ​ປອດ​ສານ​ຜິດ​ຢູ່​ສວນ​ແຫ່ງ​ນຶ່ງ​ໃນ​ເມືອງ ປາກ​ລາຍ, ຂ. ໄຊ​ຍະ​ບູ​ລີ
ການ​ປູກ​ຜັກ​ປອດ​ສານ​ຜິດ​ຢູ່​ສວນ​ແຫ່ງ​ນຶ່ງ​ໃນ​ເມືອງ ປາກ​ລາຍ, ຂ. ໄຊ​ຍະ​ບູ​ລີ

ບໍ່ພຽງແຕ່ເທົ້ານັ້ນ ເພື່ອສະກັດ ຫຼືຫຼຸດຜ່ອນການນໍາໃຊ້ ສານເຄມີເຂົ້າໃນການ ຜະລິດ
ໃຫ້ໄດ້ 100% ໃນອະນາຄົດ ເຈົ້າ​ໜ້າ​ທີ່ໃນພະແນກກະສີກໍາ ແລະ ປ່າໄມ້ ເມືອງປາກ
ລາຍ ແລະຕົວແທນຜູ້ຜະລິດກະ​ສິ​ກຳຈໍານວນໜຶ່ງ ກໍຊອກຫາທຸກວິທີທາງເພື່ອສະກັດ
ກັ້ນການນໍາເຂົ້າປຸຍ​ເຄ​ມີ ໂດຍ​ການ​ອະ​ທິ​ບາຍ​ໃຫ້ຊາວ​ສວນເຂົ້າໃຈກ່ຽວກັບຜົນດີຂອງ
ການນໍາໃຊ້ປຸຍຊີວະພາບເຂົ້າ​ໃນການປູກຜັກທີ່ປອດ ສານພິດເພື່ອສຸຂະພາບຂອງ
ປະຊາຊົນ ແລະປະກາດ ສະກັດກັ້ນທຸກການນໍາເຂົ້າປຸຍເຄມີໃນແຕ່ລະດ່ານນໍາ
ເຂົ້າສິນ​ຄ້າ.

ໃນການສ້າງຄວາມເຂົ້າໃຈໃຫ້ຊາວສວນນັ້ນ ທາງການກໍໄດ້ເຊື້ອເຊີນຝ່າຍບໍລິສັດ
DMX Group ແລະສະຖາບັນວິໄຈ ດ້ານ ກະສີກໍາຈາກປະເທດໄທມາອະ​ທິ​ບາຍ​
ໃຫ້ປະຊາຊົນ ແລະວິຊາການເຂົ້າ​ໃຈເຖິງຜົນປະໂຫຍດ ແລະ​ຜົນ​ຮ້າຍຂອງການນໍາ
ໃຊ້ປຸຍເຄມີ ແລະ​ຜົນ​ປະ​ໂຫຍດ​ຂອງ​ການ​ໃຊ້​ປຸຍ​ຊີ​ວະ​ພາບ ແລະ​ວິ​ທີການປະຢັດ
ຕົ້ນທຶນການ​ຜະ​ລິດ ແລະເຄື່ອງມືປ້ອງກັນສານພິດຕ່າງໆ ແບບມືອາຊີບ ເພື່ອໃຫ້ມີ
ການຍອມຮັບປຸຍ​ຊີ​ວະ​ພາບ​ທີ່​ເປັນຜະລິດຕະພັນໃໝ່ນີ້.

ໃນ​ຂະ​ນະ​ດຽວ​ກັນ ກໍ່ຍັງມີ​ປະ​ຊາ​ຊົນ​ບາງ​ຄົນ​ທີ່ເຫັນດີນໍາໃຊ້ປຸຍເຄມີທີ່ຄາດວ່າ ຈະເຮັດ
ໃຫ້ຕົນມີກໍາໄລຫຼາຍ, ດັ່ງທີ່​ທ້າວ​ລິນ​ທອງປະຊາຊົນບ້ານ​ບຸນ​ໃຫຍ່, ເມືອງ ປາກລາຍໄດ້
ກ່າວວ່າ ຍັງບໍ່ເຫັນດີທີ່ຈະນໍາເອົາເທັກໂນໂລຊີ ແລະ​ປຸຍ​ແບບໃໝ່ ກໍ​ຄືປຸຍທໍາມະຊາດ
ແບບປອດສານພິດມາໃຊ້ໃນເວລານີ້, ດັ່ງບົດສໍາພາດ ຂອງທ່ານກ່າວວ່າ:​
““ຂ້າພະເຈົ້າ ຊື່ ທ້າວລິນທອງ ປະຊາຊົນບ້ານບຸ່ນໃຫຍ່ ເມືອງປາກລາຍ ແຂວງໄຊ ຍະບູລີ,ຊາວສວນແມ່ນຍັງບໍ່ທັນເຫັນພ້ອມກັນທີ່ ຈະນໍາເຂົ້າປຸຍຊີວະພາບເຂົ້າມາ
ນໍາໃຊ້ໃນເທື່ອນີ້ ເພາະວ່າຍັງບໍ່ມີ ບໍລິສັດ ຫຼືຜູ້ສະໜອງທີ່ມີຄວາມສາມາດ ສະໜອງ ສິນຄ້າໃຫ້ທັນເວລາຕາມຄວາມຕ້ອງການຂອງຊາວສວນໃນເທື່ອນີ້ ຈຶ່ງສະເໜີ
ໃຫ້ຂັ້ນເທິງ ຫຼື ຜູ້ກ່ຽວຂ້ອງເລື່ອນໄປຕື່ມ. ເພາະຜ່ານມາ ການນໍາໃຊ້ຝຸ່ນ ເຄມີ ເຂົ້າໃນການຜະລິດ ຜ່ານມາ ກໍແມ່ນມີຜົນຜະລິດດີຢູ່ແລ້ວ.”

ສະຫຼຸບແລ້ວ ການນໍາເອົາປຸຍຊີວະພາບທີ່ປອດສານພິດເຂົ້າມາໃຫ້ ປະຊາຊົນໃຊ້ເຂົ້າ
ໃນການປູກພືດຜັກໃນເວລານີ້ເຖິງ​ຈະ​ມີ​ຫລາຍ​ຄົນ​ຄິດ​ວ່າ ເປັນສິ່ງທີ່ດີຫຼາຍຕໍ່ສຸຂະພາບ
ທັງຂອງຜູ້ຜະລິດ ແລະຜູ້ບໍລິໂພກຊາວເມືອງປາກລາຍ ແຂວງໄຊຍະບູລີ ກໍຄືຄົນລາວ
ທັງປະເທດ ຊຶ່ງເປັນຂີດໝາຍອັນດີ ແລະ ແທດເໝາະກັບແນວທາງນະໂຍບາຍຂອງ
ລັດຖະບານ. ແຕ່ກໍບໍ່ສາມາດຫຼີກລ້ຽງ ຫຼືຮັບປະກັນໄດ້ວ່າຈະທໍາໄດ້ຕາມຄາດໝາຍ
ຂອງແຜນການທີ່ວາງໄວ້ ຍ້ອນວ່າ ຍັງມີກຸ່ມຜູ້ປະກອບການຈໍານວນໜຶ່ງ ທີ່ຍັງມີແນວ
ຄິດຫາຜົນປະໂຫຍດສ່ວນຕົວ ຊຶ່ງບັນຫາດັ່ງກ່າວ ຍັງ​ຈະຮຽກຮ້ອງໃຫ້ຫຼາຍພາກສ່ວນ
ທີ່ກ່ຽວຂ້ອງ ຕ້ອງໄດ້ຊ່ວຍກັນ ສະກັດກັ້ນການນໍາເຂົ້າແລະ​ອະ​ທິ​ບາຍ​ໃຫ້​ຄົນ​ເຂົ້າ​ໃຈ​
ເພີ້ມ​ຂຶ້ນ​ເຖິງ​ຜົນ​ຮ້າຍ​ຂອງ​ການ​ໃຊ້ປຸຍເຄມີ.

XS
SM
MD
LG