ທຶນສຳຮອງເງິນຕາຕ່າງປະເທດຂອງລັດຖະບານລາວຫຼຸດລົງສູ່ລະດັບທີ່ເທົ່າກັບການນຳເຂົ້າສິນຄ້າຈາກຕ່າງປະເທດໄດ້ບໍ່ເຖິງ 2 ເດືອນ ທັງຍັງຂາດດຸນການຊໍາລະເງິນຕາຕ່າງປະເທດ ເພີ່ມຂຶ້ນອີກດ້ວຍ. ຊົງຣິດ ໂພນເງິນ ມີລາຍງານເລື້ອງນີ້ຈາກບາງກອກ.
ທ່ານສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ຖະແຫຼງວ່າ: ການພັດທະນາ ແລະ ປັບປຸງການຈັດເກັບລາຍຮັບຈາກພາສີອາກອນ ເປັນແບບໃຫ້ບໍລິການປະຕູດຽວ (One Stop Service) ຢູ່ທີ່ດ່ານການຄ້າໃນທົ່ວປະເທດ ນັບຈາກເດືອນເມສາ ປີ 2023 ເປັນຕົ້ນມາ ເຮັດໃຫ້ລັດຖະບານສາມາດເກັບລາຍຮັບພາສີອາກອນການຄ້າໄດ້ເພີ່ມຂຶ້ນເຖິງ 93 ເປີເຊັນ ທຽບກັບໄລຍະດຽວກັນ ໃນປີ 2022 ແລະ ຖ້າຫາກຄິດໄລ່ສະເພາະລາຍຮັບຈາກການສົ່ງອອກແຮ່ທາດໃນໄລຍະ 5 ເດືອນຕົ້ນປີ 2023 ນີ້ ເຊິ່ງມີມູນຄ່າເກີນກວ່າ 14,000 ຕື້ກີບ ແລະ ຄໍ້າປະກັນເງິນຈາກສຳປະທານແຮ່ທາດແບບເລັ່ງດ່ວນອີກ 58 ລ້ານໂດລາ ກັບ 100 ຕື້ກີບດ້ວຍນັ້ນ ໄດ້ເຮັດໃຫ້ລາຍຮັບຂອງລັດຖະບານທີ່ເປັນເງິນຕາຕ່າງປະເທດ ເພີ່ມຂຶ້ນເຖິງ 130 ເປີເຊັນ ທຽບໃສ່ໄລຍະດຽວກັນຂອງປີ 2022, ຫາກແຕ່ວ່າດ້ວຍການຕົກຕໍ່າລົງຂອງຄ່າເງິນກີບ ຈຶ່ງເຮັດໃຫ້ ລາຍຮັບເງິນຕາຕ່າງປະເທດດັ່ງກ່າວນີ້ ເທົ່າກັບ 0.6 ເປີເຊັນ ເທົ່ານັ້ນຂອງລາຍຮັບພາຍໃນທັງໝົດຂອງລັດຖະບານລາວໃນໄລຍະ 5 ເດືອນດັ່ງກ່າວ, ດັ່ງທີ່ ທ່ານ ສັນຕິພາບ ໄດ້ຖະແຫຼງຢືນຢັນວ່າ:
“ໂດຍລວມແລ້ວ ການເກັບລາຍຮັບເພີ້ມຂຶ້ນດ້ວຍຫຼາຍປັດໄຈ ໃນນັ້ນການເພີ້ມຂຶ້ນຂອງອັດຕາແລກປ່ຽນ ກໍ່ມີສ່ວນທີ່ມີຜົນກະທົບ ແຕ່ບໍ່ແມ່ນປັດໄຈຕົ້ນຕໍ ເຖິງແມ່ນວ່າການເກັບລາຍຮັບເປັນສະກຸນເງິນຕາຕ່າງປະເທດເພີ້ມຂຶ້ນປະມານ 130 ເປີເຊັນ ເມື່ອຄິດໄລ່ທຽບກັບສ່ວນຕ່າງຂອງອັດຕາແລກປ່ຽນເຫັນວ່າກວມອັດຕາສ່ວນພຽງເລັກນ້ອຍ ຂອງລາຍຮັບທີ່ສາມາດເກັບໄດ້ຕົວຈິງ ປະມານ 214 ຕື້ກີບ ຫຼືກວມເອົາ 0.6 ເປີເຊັນ ຂອງລາຍຮັບພາຍໃນ.”
ທັງນີ້ ຜູ້ຊ່ຽວຊານຂອງທະນາຄານພັດທະນາແຫ່ງເອເຊຍ (ADB) ປະຈຳເຂດລຸ່ມນໍ້າຂອງ ປະເມີນວ່າສະພາວະໜີ້ສິນຕ່າງປະເທດຂອງລັດຖະບານລາວ ທີ່ສືບຕໍ່ເພີ້ມຂຶ້ນ ຈາກອັດຕາສະເລ່ຍ 110 ເປີເຊັນຂອງມູນຄ່າຜະລິດຕະພັນລວມພາຍໃນ (GDP) ໃນປີ 2022 ເປັນເກີນກວ່າ 120 ເປີເຊັນ ຂອງ GDP ໃນປີ 2023 ຈະສົ່ງຜົນເຮັດໃຫ້ລັດຖຸະບານລາວ ມີພັນທະທີ່ຈະຕ້ອງຊໍາລະຄືນໜີ້ຕ່າງປະເທດ ຄິດເປັນມູນຄ່າສະເລ່ຍ 1,300 ລ້ານໂດລາ ຕໍ່ປີ ໃນຊ່ວງປີ 2023-2026 ທັງຍັງຈະເພີ້ມຂຶ້ນເປັນເກີນກວ່າ 1,700 ລ້ານໂດລາ ຕໍ່ປີ ໃນຊ່ວງປີ 2027-2030 ເຊິ່ງກໍ່ເຮັດໃຫ້ລັດຖະບານລາວຈະຕ້ອງເກັບລາຍວຮັບໃຫ້ໄດ້ເຖິງ 19 ເປີເຊັນ ຂອງ GDP ໃນແຕ່ລະປີ ຈຶງຈະເຮັດໃຫ້ລັດຖະບານລາວ ມີລາຍຮັບພຽງພໍ່ກັບລາຍຈ່າຍຕົວຈິງທີ່ເພີ້ມຂຶ້ນຈາກການເພີ້ມຂຶ້ນຂອງໜີ້ສິນຕ່າງປະເທດດັ່ງກ່າວ.
ໂດຍໃນຊ່ວງ 5 ເດືອນຕົ້ນປີ 2023 ລັດຖະບານລາວເກັບລາຍຮັບໄດ້ໃນມູນຄ່າ 15,155 ກວ່າຕື້ກີບ ຄິດເປັນ 39 ເປີເຊັນ ຂອງແຜນການປີ 2023 ທີ່ລັດຖະບານລາວໄດ້ວາງຄາດໝາຍຈະເກັບລາຍຮັບໃຫ້ໄດ້ບໍ່ນ້ອຍກວ່າ 38,448 ຕື້ກີບ ຄິດເປັນ 16.42 ເປີເຊັນ ຂອງມູນຄ່າ GDP ໃນປີ 2023 ເພາະສະນັ້ນ ຖ້າຫາກວ່າການເກັບລາຍຮັບໃນປີ 2023 ນີ້ ຍັງບໍ່ດີຂຶ້ນກວ່າທີ່ຜ່ານມາ ກໍ່ຄືບໍ່ເກີນ 19 ເປີເຊັນ ຂອງ GDP ນັ້ນກໍ່ຍ່ອມຈະເຮັດໃຫ້ລັດຖະບານລາວຕ້ອງກູ້ຍືມເງິນພາຍໃນ ແລະ ຈາກຕ່າງປະເທດເພີ້ມຂຶ້ນອີກຢ່າງຫຼີກລ່ຽງບໍ່ໄດ້ ເຊ່ິງບັນຫາທີ່ຈະຕາມມາກໍ່ຄື ໜີ້ສາທາລະນະ ທີ່ເພີ້ມຂຶ້ນນັ້ນ ຍ່ອມຈະສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນລາວຢ່າງກວ້າງຂວາງ ດັ່ງທີ່ປະຊາຊົນລາວໄດ້ໃຫ້ທັດສະນະວ່າ:
“ເພີ່ນປະຊຸມສະພາ ກະຟັງວ່າເງິນນັ້ນບໍ່ເຂົ້າລະບົບ ເງິນມັນມີເງິນໄຟຟ້າ ຂາຍໄຟຟ້າແຕ່ລະບ່ອນ ແຕ່ລະບ່ອນ ກ່ອນສິເຮັດນີ້ເຂົ້າຕ້ອງເຈລະຈາກ່ອນ ມີບ່ອນຂາຍເຂົາຈິງເຮັດ ແຮ່ທາດນີ້ ເບິ່ງມີທາດເຫຼັກ ທາດຫຍັງຕ່າງໆ ແຕ່ວ່າເງິນບໍ່ເຂົ້າລະບົບ ປະຊາຊົນນີ້ກະບໍ່ຊ່າງສິວ່າ ຢາກຍອມດຽວນີ້.”
ໂດຍບັນດາສະມາຊິກສະພາແຫ່ງຊາດ ໄດ້ປະກອບຄວາມເຫັນໃນກອງປະຊຸມສະໄໝສາມັນຄັ້ງທີ 5 ຂອງສະພາແຫ່ງຊາດລາວ ເຊິ່ງດຳເນີນກອງປະຊຸມໃນຊ່ວງວັນທີ 26 ມິຖະນາ ຫາ 18 ກໍລະກົດ 2023 ໄປໃນແນວທາງດຽວກັນວ່າ ລັດຖະບານລາວໄດ້ຮັບຜົນຕອບແທນບໍ່ຄຸ້ມຄ່າກັບການໃຫ້ສຳປະທານການຂຸດຄົ້ນແຮ່ທາດແບບເລັ່ງດ່ວນ ແກ່ 98 ບໍລິສັດຈາກຈີນ ກໍ່ຄື ລັດຖະບານລາວໄດ້ຮັບຄ່າສຳປະທານພຽງແຕ່ 100 ລ້ານໂດລາເທົ່ານັ້ນໃນປີ 2022 ປລະ ຍັງເກັບຄ່າສຳປະທານບໍ່ທັນໄດ້ 128 ລ້ານໂດລາ ໃນປີ 2023 ນີ້.