ທຶນສຳຮອງເງິນຕາຕ່າງປະເທດຂອງລັດຖະບານລາວ ຫຼຸດລົງຢ່າງຕໍ່ເນື່ອງ ຂະນະທີ່ໜີ້ສາທາລະນະມີທ່າອ່ຽງເພີ່ມຂຶ້ນ ແລະ ຄາດວ່າຈະເພີ່ມຂຶ້ນເປັນເກີນກວ່າ 100 ເປີເຊັນ ຂອງມູນຄ່າ GDP ໃນທ້າຍປີ 2023 ນີ້. ຊົງຣິດ ໂພນເງິນ ມີລາຍງານເລື້ອງນີ້ຈາກບາງກອກ.
ດຣ. ປິຕິ ສີແສງນາມ ຜູ້ອຳນວຍການສູນເສດຖະກິດລະຫວ່າງປະເທດ ແຫ່ງຈຸລາລົງກອນມະຫາວິທະຍາໄລ ໃຫ້ທັດສະນະວ່າ ປະຊາຊົນລາວ ຍັງຈະຕ້ອງປະເຊີນກັບບັນຫາວິກິດການທາງເສດຖະກິດຕໍ່ໄປ ຖ້າຫາກວ່າທາງການລາວຍັງບໍ່ສາມາດທີ່ຈະແກ້ໄຂບັນຫາອັດຕາເງິນເຟີ້ສູງ ແລະ ການຂາດແຄນເງິນຕາຕ່າງປະເທດໄດ້ຢ່າງແທ້ຈິງ ເພາະທັງ 2 ບັນຫາດັ່ງກ່າວຖືເປັນສາເຫດສຳຄັນທີ່ສຸດ ທີ່ເຮັດໃຫ້ເກີດວິກິດການທາງເສດຖະກິດ ໃນລາວນັ້ນເອງ ດັ່ງທີ່ ດຣ. ປິຕິ ໄດ້ໃຫ້ການອະທິບາຍວ່າ:
“ວິກິດເສດຖະກິດໃນ ສປປ ລາວ ເກີດຂຶ້ນຈາກ 2 ເຫດຜົນຫຼັກ ເຫດຜົນທຳອິດກໍ່ຄືວິກິດເງິນເຟີ້ ແລະ ວິກິດເງິນເຟີ້ໃນ ສປປ ລາວ ນີ້ ມັນເປັນວິກິດທີ່ເກີດຂຶ້ນຈາກຕົ້ນທຶນການຜະລິດ ແລະ ຕົ້ນທຶນການບໍລິໂພກມັນສູງຂຶ້ນ ສ່ວນໃຫຍ່ກໍ່ເປັນເພາະວ່າ ສປປ ລາວ ນັ້ນ ເປັນເສດຖະກິດຂະໜາດນ້ອຍ ແລະ ເພິ່ງພາການນຳເຂົ້າ ໂດຍສະເພາະພະລັງງານກັບອາຫານ ກໍ່ເລີຍເຮັດໃຫ້ ສປປ ລາວ ມີຕົ້ນທຶນການຜະລິດ-ຕົ້ນທຶນການບໍລິໂພກສູງຂຶ້ນ ແລະ ເຮັດໃຫ້ເກີດອັດຕາເງິນເຟີ້ສູງຂຶ້ນ ແລະ ບັນຫານີ້ມັນຊໍ້າເຕີມຫຼາຍຍິງຂຶ້ນ ເພາະວ່າ ສປປ ລາວ ມີພາວະຂາດແຄນເງິນຕາຕ່າງປະເທດ”
ທັງນີ້ ຜູ້ຊ່ຽວຊານຂອງທະນາຄານພັດທະນາເອເຊຍ (ADB) ປະຈຳເຂດລຸ່ມນໍ້າຂອງ ໄດ້ປະເມີນສະພາບການດ້ານໜີ້ສາທາລະນະ ຂອງລັດຖະບານລາວວ່າ ຈະສືບຕໍ່ເພີ່ມຂຶ້ນຈາກອັດຕາສະເລ່ຍ 96 ເປີເຊັນຂອງມູນຄ່າຜະລິດຕະພັນລວມພາຍໃນ (GDP) ໃນປີ 2022 ທີ່ຜ່ານມາ ເປັນເກີນກວ່າ 100 ເປີເຊັນ ຂອງ GDP ພາຍໃນທ້າຍປີ 2023 ນີ້ ຖ້າຫາກວ່າການເກັບລາຍຮັບຂອງລັດຖະບານລາວຍັງຈັດຕັ້ງປະຕິບັດໄດ້ບໍ່ເຖິງ 19 ເປີເຊັນ ຂອງ GDP ໂດຍຈະເຮັດໃຫ້ລັດຖະບານລາວມີລາຍຮັບທີ່ບໍ່ພຽງພໍກັບລາຍຈ່າຍຕົວຈິງ ທີ່ເພີ່ມຂຶ້ນຈາກການເພີ່ມເງິນອຸດໜູນ 150,000 ຕໍ່ເດືອນໃຫ້ແກ່ພພະນັກງານລັດໃນທົ່ວປະເທດ ເພື່ອຈະໃຫ້ສອດຄ່ອງກັບສະພາວະຄ່າຄອງຊີບຕົວຈິງ ທີ່ດັດຊະນີລາຄາການຊົມໃຊ້ໄດ້ປັບຕົວເພີ່ມຂຶ້ນ ໃນລະດັບທີ່ເກີນກວ່າ 190 ເປີເຊັນ ອັດຕາເງິນເຟີ້ສະເລ່ຍສູງເຖິງ 40 ເປີເຊັນ ແລະ ເງິນກີບໄດ້ອ່ອນຄ່າລົງຫຼາຍກວ່າ 70 ເປີເຊັນໃນເດືອນກໍລະກົດ 2023 ທຽບໃສ່ເດືອນກໍລະກົດ 2022 ທີ່ຜ່ານມາ.
ໂດຍໃນຊ່ວງ 5 ເດືອນຕົ້ນປີ 2023 ລັດຖະບານລາວເກັບລາຍຮັບໄດ້ໃນມູນຄ່າລວມ 15,155 ກວ່າຕື້ກີບ ຄິດເປັນ 39 ເປີເຊັນ ຂອງແຜນການປີ 2023 ທີ່ລັດຖະບານລາວໄດ້ວາງຄາດໝາຍຈະເກັບລາຍຮັບໃຫ້ໄດ້ບໍ່ນ້ອຍກວ່າ 38,448 ຕື້ກີບ ຄິດເປັນ 16.42 ເປີເຊັນ ຂອງມູນຄ່າ GDP ໃນປີ 2023 ເພາະສະນັ້ນ ຖ້າຫາກວ່າການເກັບລາຍຮັບໃນປີ 2023 ນີ້ຍັງບໍ່ດີຂຶ້ນກວ່າປີຜ່ານມາ ກໍ່ຄືບໍ່ເຖິງ 19 ເປີເຊັນຂອງ GDP ນັ້ນ ຍ່ອມຈະເຮັດໃຫ້ລັດຖະ ບານລາວ ຕ້ອງກູ້ຍືມເງິນທັງພາຍໃນ ແລະຕ່າງປະເທດເພີ່ມຂື້ນອີກຢ່າງຫຼີກລ່ຽງບໍ່ໄດ້ ເຊິ່ງບັນຫາທີ່ຈະຕາມມາກໍ່ຄືໜີ້ສາທາລະນະທີ່ເພີ່ມຂຶ້ນ ເພາະວ່າຈະຕ້ອງກູ້ຍືມຈາກຕ່າງປະເທດເພີ່ມຂຶ້ນນັ້ນເອງ ດັ່ງທີ່ທ່ານສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ຖະແຫຼງຍອມຮັບວ່າ:
“ການຜັນແປຂອງສະພາບສາກົນ ແລະ ພາກພື້ນ ສົ່ງຜົນກະທົບຕໍ່ລາວເຮົາຢ່າງຫຼີກລ່ຽງບໍ່ໄດ້ ໂດຍສະເພາະກໍ່ເຮັດໃຫ້ລາຄານໍ້າມັນແພງຂຶ້ນ ທັງຕ້ອງຊອກຫາເງິນຕາຕ່າງປະເທດເພື່ອນຳເຂົ້ານໍ້າມັນ ແລະ ເພື່ອຊໍາລະໜີ້ສິນສາທາລະນະເພີ່ມຂຶ້ນ ແລະ ເງິນຕາທີ່ໄດ້ຈາກການກູ້ຍືມ ແລະ ການລົງທຶນຂອງຕ່າງປະ ເທດກໍ່ຫຼຸດລົງ ຈຶ່ງເຮັດໃຫ້ພວກເຮົາເກີດສະພາບຂາດດຸນຊໍາລະເງິນຕາກັບຕ່າງປະເທດ ແລະ ເປັນຜົນພວງໃຫ້ເງິນກີບອ່ອນຄ່າ. ທັງໝົດນັ້ນ ໄດ້ສົ່ງຜົນກະທົບຕໍ່ໄພເງິນເຟີ້ຂອງລາວເຮົາເພີ່ມສູງຂຶ້ນ ເພາະປະເທດເຮົາພື້ນຖານເສດຖະກິດຍັງອ່ອນນ້ອຍ ບອບບາງ ແລະ ເປັນປະເທດທີ່ນຳເຂົ້ານໍ້າມັນ”
ທັງນີ້ໂດຍລັດຖະບານລາວປະເຊີນກັບການມີໜີ້ສາທາລະນະເພີ່ມຂຶ້ນຢ່າງກ້າວກະໂດດ ນັບແຕ່ປີ 2010 ເປັນຕົ້ນມາ ໂດຍເຫັນໄດ້ຈາກການທີ່ລັດຖະບານລາວ ມີພັນທະຕ້ອງຊໍາລະໜີ້ຕ່າງປະເທດພຽງແຕ່ 160 ລ້ານໂດລາ ໃນປີ 2010 ເພີ່ມຂຶ້ນເປັນ 1,400 ລ້ານໂດລາ ໃນປີ 2022 ແລະ ເກີນກວ່າ 1,700 ລ້ານໂດລາໃນປີ 2023.