ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລັດຖະບານລາວ ເກັບ​ລາຍ​ຮັບ ​ເຂົ້າງົບປະມານ ​​ໄດ້​ພຽງ 87% ໃນ​ແຜນການ ​ປະຈຳ​ປີ 2013-2014


ທ່ານລຽນ ທິແກ້ວ ລັດຖະມົນຕີວ່າການ ກະຊວງການເງິນ ຮັບເອົາເງິນ ຈາກໂຄງການບໍ່ແຮ່ ໃນເມືອງເຊໂປນ ແຂວງສະຫວັນນະເຂດ.
ທ່ານລຽນ ທິແກ້ວ ລັດຖະມົນຕີວ່າການ ກະຊວງການເງິນ ຮັບເອົາເງິນ ຈາກໂຄງການບໍ່ແຮ່ ໃນເມືອງເຊໂປນ ແຂວງສະຫວັນນະເຂດ.

ການຈັດ​ເກັບ​ລາຍ​ຮັບ​ເຂົ້າງົບປະມານ ຂອງ​ລັດຖະບານ​ລາວ
​ບັນລຸ​ໄດ້​ພຽງ 87 ​ເປີ​ເຊັນ ​ໃນ​ແຜນການ​ປະຈຳ​ປີ 2013-2014
ສ່ວນ​ໃນ​ດ້ານ​ງົບປະມານ​ລາຍ​ຈ່າຍ ກໍ​ມີ​ການ​ໃຊ້​ຈ່າຍ​ນອກ​ແຜນ
ການ​ຢ່າງກວ້າງຂວາງ.

ກະຊວງການເງິນ ລາຍງານວ່າໃນຕະຫລອດແຜນການປະຈຳປີ 2013-2014 ທີ່ຜ່ານມາ
ລັດຖະບານລາວ ຈັດເກັບລາຍຮັບໄດ້ ໃນມູນຄ່າລວມ 21,145 ຕື້ກີບ ຫຼືຄິດເປັນ 87 ເປີເຊັນ
ຂອງເປົ້າໝາຍແຜນການ ທີ່ວາງໄວ້ຕະຫລອດປີ ຊຶ່ງດ້ວຍສະພາບ ການດັ່ງກ່າວ ເມື່ອປະ
ກອບກັບ ມີການໃຊ້ຈ່າຍງົບປະມານ ນອກແຜນ ການ ຫຼື ການໃຊ້ຈ່າຍງົບປະມານ ໄປໃນ
ໂຄງການ ທີ່ບໍ່ໄດ້ຜ່ານການ ຮັບຮອງຈາກສະພາແຫ່ງຊາດລາວ ຄິດເປັນມູນຄ່າລວມເກີນ
ກວ່າ 3,340 ຕື້ກີບ ດ້ວຍແລ້ວ ຈຶ່ງເຮັດໃຫ້ລັດຖະບານລາວ ຕ້ອງປະເຊີນກັບການຂາດດຸນ ດ້ານງົບປະມານ ຢ່າງໜັກໜ່ວງ ແລະ ຕໍ່ເນື່ອງມາຈົນເຖິງຂະນະນີ້.

ໂດຍສາເຫດທີ່ສຳຄັນປະການໜຶ່ງ ທີ່ເຮັດໃຫ້ການຈັດເກັບລາຍຮັບຂອງລັດຖະບານລາວ ບໍ່ເປັນໄປຕາມແຜນການ ທີ່ວາງໄວ້ນັ້ນ ກໍຄືການປະຕິບັດໜ້າທີ່ ໂດຍທຸດຈະລິດ ຂອງ
ພະນັກງານລັດ ທີ່ກ່ຽວຂ້ອງ ກັບການຈັດເກັບລາຍຮັບ ຈາກພາສີອາກອນ ແລະ ຄ່າທຳ
ນຽມຕ່າງໆ ຊຶ່ງເຮັດໃຫ້ເກີດການຮົ່ວໄຫລ ຂອງລາຍຮັບຢ່າງຫລວງຫຼາຍ ໃນຕະຫລອດ
ປີຜ່ານມາ.

ໂດຍຕໍ່ບັນຫາດັ່ງກ່າວ ກໍໄດ້ເປັນຜົນເຮັດໃຫ້ ທ່ານລຽນ ທິແກ້ວ ລັດຖະມົນຕີວ່າການ ກະຊວງການເງິນ ໄດ້ມີຄຳສັ່ງເຖິງກົມພາສີ ແລະ ໜ່ວຍງານກ່ຽວຂ້ອງ ກັບການຈັດເກັບ
ລາຍຮັບເຂົ້າງົບປະມານ ຂອງລັດຖະບານ ໃນທົ່ວປະເທດ ເພື່ອໃຫ້ເພີ້ມຄວາມເຂັ້ມງວດ
ເຂົ້າໃນການກວດກາ ການແຈ້ງລາຄາ ຂອງສິນຄ້າທີ່ນຳເຂົ້າຈາກຕ່າງປະເທດ ເພື່ອປະເມີນ
ການເສຍພາສີ ແລະ ພັນທະຕ່າງໆ ຢ່າງຖືກຕ້ອງຕາມກົດໝາຍ.

ທາງການລາວ ໄດ້ທຳ ການຄວບຄຸມ ຄຸນນະພາບ ດ້ວຍການກວດສອບ ນ້ຳມັນຢູ່ທີ່ປ້ຳນ້ຳມັນ ແຫ່ງນຶ່ງໃນລາວ.
ທາງການລາວ ໄດ້ທຳ ການຄວບຄຸມ ຄຸນນະພາບ ດ້ວຍການກວດສອບ ນ້ຳມັນຢູ່ທີ່ປ້ຳນ້ຳມັນ ແຫ່ງນຶ່ງໃນລາວ.

ໂດຍສະເພາະແມ່ນຍານພາຫະນະ ແລະ ນ້ຳມັນນັ້ນ ໃຫ້ຖືເປັນ
ປະເພດສິນຄ້າ ທີ່ຈະຕ້ອງກວດຢ່າງເຂັ້ມງວດທີ່ສຸດ ເນື່ອງຈາກ
ປາກົດວ່າ ໄດ້ມີການລັກລອບນຳເຂົ້າມາໃນລາວ ໂດຍບໍ່ຖືກ
ຕ້ອງຕາມລະບຽບກົດໝາຍ ທັງຍັງໄດ້ມີການນຳໃຊ້ ທະບຽນ
ຍານພາຫະນະປອມ ເພີ້ມຂຶ້ນນັບມື້ ເຊັ່ນດຽວກັນກັບການສວຍ
ໂອກາດ ນຳເຂົ້ານ້ຳມັນເກີນໂຄຕ້າ ຂອງບັນດາໜ່ວຍທຸລະກິດ
ຕ່າງຊາດ ທີ່ລົງທຶນໃນລາວ ໂດຍເມື່ອປະກອບກັບ ພະນັກງານ
ພາສີຂອງລັດ ກໍຍັງທຸດຈະລິດ ໃນການປະຕິບັດໜ້າທີ່ ດ້ວຍ
ການຍອມຮັບສິນບົນ ຈາກພາກທຸລະກິດດ້ວຍນັ້ນ ຈຶ່ງເຮັດໃຫ້
ລັດຖະບານ ສູນເສຍລາຍຮັບໄປ ຢ່າງຫລວງຫຼາຍ ໃນລະຍະ
ທີ່ຜ່ານມາ.

ສະພາບການດັ່ງກ່າວ ໄດ້ສົ່ງຜົນກະທົບຕໍ່ລາຍຮັບຂອງລັດຖະບານ ແລະ ລະບົບການຄ້າ
ພາຍໃນລາວ ຢ່າງກວ້າງຂວາງໃນເວລານີ້ ເພາະການຍົກເວັ້ນພາສີອາກອນ ການນຳເຂົ້າ
ນ້ຳມັນໃຫ້ແກ່ບໍລິສັດຕ່າງຊາດ ທີ່ລົງທຶນໃນລາວ ເມື່ອສົມທົບກັບການກວດກາ ທີ່ຂາດ
ປະສິດທິພາບ ແລະ ການປະຕິບັດໜ້າທີ່ ບໍ່ສຸດຈະລິດຂອງພະນັກງານພາສີ ດ້ວຍນັ້ນ ໄດ້
ກາຍເປັນຊ່ອງທາງ ເຮັດໃຫ້ມີການນຳເຂົ້ານ້ຳມັນ ເກີນຄວາມຕ້ອງການທີ່ເປັນຈິງ ແລະ
ລັກລອບຈຳໜ່າຍ ໃຫ້ແກ່ບັນດາຜູ້ຄ້ານ້ຳມັນ ລາຍຍ່ອຍໃນລາວ ໂດຍທີ່ບໍ່ເສຍພາສີອາ
ກອນແຕ່ຢ່າງໃດ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງ ໃນກະຊວງການເງິນ ໄດ້ໃຫ້ການຢືນຢັນວ່າ:

“ໃນເມື່ອວ່ານ້ຳມັນດັ່ງກ່າວນີ້ ເອົາໄປລົງປ້ຳແລ້ວ ມັນກະສ້າງຄວາມວຸ້ນວາຍ ໃຫ້
ຕະຫລາດນ້ຳມັນຂອງພວກເຮົາ ເພາະວ່າ ບໍລະສັດທີ່ເຮັດຖືກຕ້ອງແລ້ວ ເອົານ້ຳມັນ
ໄປສົ່ງໃຫ້ປ້ຳຫັ້ນ ຖືວ່າປ້ຳຫັ້ນກະຈະໄດ້ກຳໄລລິດໜຶ່ງ 150 ກີບ ນ້ຳມັນໂຄງການ
ນ້ຳມັນຍົກເວັ້ນພາສີ ເພິ່ນເອົາໄປລົງໃຫ້ປ້ຳນີ້ ເພິ່ນກໍໃຫ້ກຳໄລ ພໍ່ຄ້າຜູ້ບໍລິການ
ປ້ຳຫັ້ນ ລິດໜຶ່ງ 400 ຫາ 500 ກີບ ຮອດ 1,100-1,200 ກີບ ຕໍ່ລິດ.”

ໂດຍຄາດໝາຍວ່າ ໃນຕະຫລອດປີ 2014 ນີ້ ບັນດາບໍລິສັດຕ່າງຊາດ ທີ່ລົງທຶນໃນລາວ
ຈະນຳເຂົ້ານ້ຳມັນໃນປະລິມານລວມກັນ ຫຼາຍກວ່າ 230 ລ້ານລິດ ຊຶ່ງຖ້າຫາກວ່າ ເປັນ
ການນຳເຂົ້າ ນ້ຳມັນເກີນ ຄວາມຕ້ອງການ ທີ່ເປັນຈິງ ແລະ ມີການລັກລອບຈຳໜ່າຍ
ພາຍໃນລາວຈິງ ກໍຈະເຮັດໃຫ້ລັດຖະບານລາວຕ້ອງສູນເສຍ ລາຍຮັບ ຄິດເປັນມູນຄ່າ
ບໍ່ນ້ອຍກວ່າ 1,600 ຕື້ກີບ ທັງຍັງຈະເຮັດໃຫ້ລາວ ຕ້ອງຂາດດຸນການຄ້າ ເກີນກວ່າແຜນ
ການທີ່ວາງໄວ້ ຄິດເປັນມູນຄາ ລວມກວ່າ 1,550 ລ້ານດອນລ້ານ ຫຼື ເກີນແຜນການເຖິງ
180 ເປີເຊັນອີກດ້ວຍ.

XS
SM
MD
LG