ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານລາວ ຫລຸດລາຄາໄຟຟ້າ ແລະເກັບພາສີ ເພື່ອຊ່ວຍບັນເທົາ ໄວຣັສໂຄໂຣນາ


ບໍລິສັດໄຟຟ້າລາວ
ບໍລິສັດໄຟຟ້າລາວ

ເພື່ອຊ່ວຍປະຊາຊົນແບ່ງເບົາຄວາມລໍາບາກເກີດຈາກຜົນກະທົບຂອງ ການລະບາດ
ພະຍາດໂຄວິດ-19 ທີ່ນັບມື້ນັບຮ້າຍແຮງຢູ່ນີ້ ລັດຖະບານກໍໄດ້ຖະແຫລງວ່າ ກໍາລັງ
ຈະພິຈາລະນາ ມາດຕະການບາງຢ່າງ ລວມທັງການຫລຸດຄ່າໄຟຟ້າ ແລະນໍ້າປະປາ
ລົງ ແຕ່ວ່າມາດຕະການຊ່ວຍເຫລືອນີ້ ເຮັດໃຫ້ປະຊາຊົນ ສ່ວນໃຫຍ່ພໍໃຈຊໍ່າໃດນັ້ນ
ນັກຂ່າວຂອງພວກເຮົາໄດ້ໂອ້ລົມປະຊາຊົນ ແລະເຈົ້າໜ້າທີ່ບາງຄົນໃນນະຄອນ
ຫລວງວຽງຈັນ ຊຶ່ງກິ່ງສະຫວັນ ຈະນຳມາສະເໜີທ່ານ ໃນອັນດັບຕໍ່ໄປ.

ເມື່ອຄື້ນລະບາດຂອງພະຍາດໂຄວິດ-19 ສືບຕໍ່ເພີ້ມຂຶ້ນເລື້ອຍໆ ນັບຕັ້ງແຕ່ຕົ້ນ ເດືອນ
ເມສາເປັນຕົ້ນມາທາງການລາວກໍໄດ້ສືບຕໍ່ ໃຊ້ມາດຕະການປິດປະເທດ ແລະປິດບ້ານ,
ປິດເມືອງເກືອບໝົດປະເທດ ເພື່ອສະກັດກັ້ນບໍ່ໃຫ້ພະຍາດ ຂະຫຍາຍຕົວໃນວົງກວ້າງ
ກວ່າເກົ່າ ດັ່ງໃນຄໍາສັ່ງຂອງນາຍົກລັດຖະມົນຕີ ເລກທີ 462/ຫສນຍ ລົງວັນທີ 5 ພຶດສະ
ພາແມ່ນໃຫ້ສືບຕໍ່ມາດຕະການປິດເມືອງທີ່ກໍານົດໄວ້ວ່າ ໃຫ້ເຂັ້ມງວດກວດກາການເດີນ
ທາງໃນເຂດບ້ານ, ເມືອງແລະແຂວງທີ່ມີການລະບາດ ຂອງພະຍາດ ນັບແຕ່ວັນທີ 22
ເມສານັ້ນ ໃຫ້ຈົນເຖິງວັນທີ 20 ພຶດສະພາແທນທີ່ຈະຈົບລົງໃນວັນທີ 5 ຜ່ານມານີ້. ມາດ
ຕະການປິດເມືອງ ທີ່ວ່ານີ້ສ່ວນໃຫຍ່ກໍເຮັດໃຫ້ການຈໍລະຈອນສິນຄ້າແລະການໄປມາຫາ
ສູ່ກັນຫຍຸ້ງ ຍາກ ແລະຫລາຍຄົນຕ້ອງຂາດລາຍໄດ້ຫລືມີລາຍໄດ້ຕົກຕໍ່າລົງ. ສະນັ້ນໂດຍ
ອີງໃສ່ການຮ້ອງຂໍຂອງປະຊາຊົນທີ່ທ່ານກິແກ້ວ ໄຂຄໍາພິທູນ, ຮອງນາຍົກລັດ ຖະມົນຕີ
ຮັບຜິດຊອບຊີ້ນໍາວຽກງານຄວບຄຸມ ແລະແກ້ໄຂ ການລະບາດຂອງໂຄວິດ-19 ກໍໄດ້ຕາງ
ໜ້າໃຫ້ລັດຖະບານ ອອກມາຖະແຫລງ ກ່ຽວກັບນະໂຍ ບາຍຊ່ວຍເຫລືອບັນເທົາທຸກ ໂດຍ
ໃນນັ້ນ ຈະປະະຕິບັດຜ່ານຫລາຍຮູບແບບ ລວມທັງການຫລຸດພາສີ ແລະຫລຸດຄ່ານໍ້າ
ແລະ ຄ່າໄຟຟ້າ ລົງໃນລະດັບໃດນຶ່ງ ຊຶ່ງຄໍາຖະແຫລງຕອນນຶ່ງຂອງທ່ານບອກວ່າ:

“ ການລະບາດຂອງພະຍາດໂຄວິດມັນກໍ່ໃຫ້ເກີດບໍ່ຈັກເທົ່າສິ່ງກະທົບ ຕໍ່ກັບຊີວິດການເປັນ
ຢູ່ ແລະການຜະລິດທຸລະກິດຂອງທົ່ວສັງຄົມ ເຫັນໄດ້ຄວາມຈໍາເປັນນີ້ ລັດຖະບານກໍາລັງ
ຄົ້ນຄ້ວາ ມາດຕະການທີ່ຈໍາເປັນຈໍານວນນຶ່ງ ນອກຈາກມາດຕະການທີ່ມີແລ້ວທີ່ໄດ້ປະກາດ
ແລ້ວ ເປັນຕົ້ນຫລຸດຜ່ອນເລື່ອງພາສີ ຫລຸດຜ່ອນເລື່ອງອາກອນ ອາກອນມູນຄ່າເພີ້ມຕ່າງໆ
ເຫລົ່ານີ້ ແລະຈະໄດ້ຄົ້ນຄ້ວາພິຈາລະ ນາມາດຕະການລະອຽດຈໍານວນນຶ່ງເພື່ອຊ່ວຍ
ເຫລືອບັນດາການຜະລິດທຸລະກິດ ຈົນເຖິງບັນດາມາດຕະການຕ່າງໆທີ່ໄດ້ວາງອອກແລ້ວ
ໃນປີ 2020 ກໍໄດ້ປະກາດອອກມາແລ້ວ ຈໍານວນນຶ່ງແລ້ວ ເຫັນວ່າເລື້ອງຄ່ານໍ້າ ຄ່າໄຟ
ເລື້ອງ ອື່ນໆ ອັນນັ້ນແມ່ນຈະໄດ້ຮັບຕໍ່ກັບຄືນໄປເບິ່ງມາດຕະການເຫລົ່ານີ້ເພື່ອເຮັດແນວ
ໃດຮັບປະກັນດ້ານໜຶ່ງໃຫ້ການຜະລິດທຸລະກິດກໍ່ສາມາດຢູ່ລອດໄດ້ ຜູ້ປະກອບການ
ຕ່າງໆ ກໍສາມາດເຄື່ອນໄຫວໄດ້ ເຖິງຈະມີຄວາມຈໍາກັດທີ່ສຸດກໍ່ ຕາມ ແລະປະຊາຊົນຜູ້
ທຸກຍາກກໍມີວິທີທາງອອກຂອງຕົນເອງ ນີ້ຄືຄວາມເປັນຫ່ວງໄຍຂອງລັດຖະບານ.”

ແຕ່ຢ່າງໃດກໍຕາມມີຫລາຍຄົນກໍຄິດວ່າ ມາດຕະການຊ່ວຍເຫລືອທີ່ກໍາລັງຖືກພິຈາລະນາ
ຢູ່ນີ້ ຈະບໍ່ຊ່ວຍແບ່ງເບົາຄວາມລໍາບາກທີ່ເຂົາເຈົ້າກໍາລັງ ປະເຊີນຢູ່ນີ້ໄດ້ຫລາຍພໍປານໃດ.
ກົງກັນຂ້າມ ບາງຄົນຜັດເຫັນວ່າ ຄ່າໄຟຟ້າ ກໍາລັງຂຶ້ນໄປພ້ອມໆກັບການລະບາດຂອງ
ໂຄວິດ-19 ອີກດ້ວຍຊໍ້າ ດັ່ງການໃຫ້ຄໍາເຫັນຂອງນັກທຸລະກິດຂະໜາດນ້ອຍທ່ານນຶ່ງ
ເວົ້າວ່າ: ​

“ບໍ່ແມ່ນແກ້ໄຂ ຄັນຕັ້ງໃຈແກ້ໄຂ ເຈົ້າຕ້ອງແກ້ໄຂໃຫ້ເຂົາພົ້ນແທ້, ສົມມຸດວ່າ 30 ເປີເຊັນ
ໂອເຄ ຄັນ 3 ເປີເຊັນຫັ້ນ ຄືຂ້ອຍເວົ້າຫັ້ນຫລະ ບິນໄຟລ້ານກີບ ບາງຄົນກໍບໍ່ຮອດດອກ
ບິນໄຟຫ້າແສນ ຫລຸດສິບຫ້າພັນກີບ ເງິນສິບຫ້າພັນກີບຊິມີຫຍັງໄດ້ແຕ່ເບຍແກ້ວດຽວ
ຫລຸດຕາຍຫຍັງ ບໍ່ຫລຸດກະຍັງໄດ້ ໂອ້ຍມັນແຮງໄລ່ 4 ຂັ້ນພຸ້ນ, ແຕ່ກີ້ 710 ກະຊິຕາຍ
ແລ້ວ, ດຽວນີ້ມັນຂັ້ນຮອດ 900 ພຸ້ນ ຈາກຂ້ອຍໃຊ້ໄຟປະລິມານສໍ່າເກົ່າ ສີ່ຮ້ອຍກວ່າ
ສີ່ຮ້ອຍສິບຫ້າ (ກີບ) ພະລັງ ງານຂ້ອຍໃຊ້ຜ່ານມາ 415 (ກີບ) ຂ້ອຍເສຍສອງແສນ
ແປດ ດຽວນີ້ຂ້ອຍເສຍສາມແສນປາຍໆ ໝາຍຄວາມວ່າ ມັນເພີ້ມຂຶ້ນ ສີ່ແສນສີ່ສິບ
ພັນ (ກີບ).”

ບໍ່ພຽງແຕ່ເທົ່ານັ້ນ ທ່ານໃຫ້ຄໍາເຫັນອີກວ່າ ຄ່າໄຟຟ້ານີ້ຈະມີທ່າອ່ຽງເພີ້ມຂຶ້ນໄປ
ເລື້ອຍໆ ຊຶ່ງທ່ານເວົ້າວ່າ: ​


“ຂ້ອຍວ່າ ມັນກະແພງຂຶ້ນ ແພງຂຶ້ນຫັ້ນລະ ຍ້ອນອັດຕາເຂົາຫັ້ນລະ ຢ່າມັນຫັ້ນລະ
ໂຕນັ້ນ ມັນກະຊິແພງຂຶ້ນເລື້ອຍໆ ມັນແພງຂຶ້ນໄປຮອດ 2025 ພຸ້ນເດ “

ເຊັ່ນດຽວກັນ, ປະຊາຊົນທ່ານນຶ່ງໃນເມືອງສີສັດຕະນາກ, ນະຄອນຫລວງວຽງຈັນ
ກໍເວົ້າກ່ຽວກັບຄ່າໄຟຟ້ານີ້ວ່າ ມັນຂ້ອນຂ້າງຈະແພງຂຶ້ນໃນຂະນະທີ່ມີການລະບາດ
ຂອງພະຍາດໂຄວິດ” ຢ່າງໜັກຢູ່ນີ້ ມັນກໍາລັງເພີ້ມຂຶ້ນ ຊຶ່ງທ່ານໃຫ້ຄໍາເຫັນດັ່ງນີ້:

“ ຂຶ້ນ ຜ່ານມາມັນຫລຸດ ຫລັງຈາກໂຄວິດແລ້ວ ມັນຫລຸດ ລະມັນກະຂຶ້ນອີກລະເດ
ແສນນຶ່ງສອງແສນມັນຂຶ້ນແລ້ວເດ ດຽວນີ້ສີ່ຫ້າແສນ (ກີບ) ເດືອນໜ້າມັນຊິຂຶ້ນອີກ
ບໍ, ຂຶ້ນລະເຫວີຍເດືອນນີ້ ດຽວນີ້ຂຶ້ນທົບນຶ່ງພຸ້ນລະ ທົບນຶ່ງຫັ້ນລະ, ຕໍ່າສຸດບໍ່ຫລຸດ
5 (ແສນ) ຢ່າງຂີ້ຮ້າຍ “

ແຕ່ຢ່າງໃດກໍຕາມ, ດັ່ງທີ່ວີໂອເອໄດ້ສະເໜີໄປ ໃນເດືອນແລ້ວນີ້ ທ່ານທອງລຸນ
ສີສຸລິດ, ປະທານປະເທດ ໃຫ້ຄໍາເຫັນວ່າ ລັດຖະະບານ ປະເຊີນກັບການຂາດດຸນ
ງົບປະມານຕະຫລອດໄລຍະ 5 ປີ ຜ່ານມາ ຊຶ່ງຢູ່ໃນລະດັບ 4.73 ເປີເຊັນ ຂອງ
GDP. ພ້ອມກັນນັ້ນ, ການລະບາດຂອງພະຍາດໄວຣັສໂຄວິດ-19 ນັບຕັ້ງແຕ່ປີ
2020 ເປັນຕົ້ນມາໄດ້ເຮັດໃຫ້ລັດຖະບານສາມາດຈັດເກັບລາຍຮັບໄດ້ຕ່ຳກວ່າ
ແຜນການທີ່ວາງໄວ້ ໃນປີ 2020 ຊຶ່ງກໍຄືຫລາຍກວ່າ 6,322 ຕື້ກີບ ຫລື ເທົ່າກັບ
15.9 ເປີເຊັນຂອງ GDP, ໃນຕົວຈິງແລ້ວແມ່ນປະຕິບັດໄດ້ພຽງແຕ່ 98.4 ເປີ
ເຊັນຂອງແຜນການ. ສ່ວນລາຍຈ່າຍທັງໝົດນັ້ນ ຜັດປະຕິບັດໄດ້ 95.9 ເປີເຊັນ
ຂອງແຜນການ ຊຶ່ງສະເລ່ຍໄດ້ເທົ່າກັບ 20.6 ເປີເຊັນ GDP.

ສ່ວນທາງພະນັກງານຂັ້ນສູງທ່ານນຶ່ງ ໃນບໍລິສັດລັດວິສາຫະກິດລາວ ກໍໃຫ້ການ
ຍອມຮັບວ່າ ນະໂຍບາຍຫລຸດຄ່າໄຟຟ້າທີ່ວ່ານີ້ຈະບໍ່ມີຜົນທີ່ຊ່ວຍບັນເທົາທຸກ ໃຫ້
ປະຊາຊົນທົ່ວໄປໄດ້ຫລາຍພໍປານໃດ ແຕ່ວ່າ ການທີ່ລັດຖະບານມີແຫລ່ງ ລາຍ
ຮັບອັນຈໍາກັດ ແລະໄຟຟ້າ ເປັນແຫລ່ງລາຍຮັບຕົ້ນຕໍທີ່ນໍາເອົາມາໃຊ້ ເຂົ້າເປັນງົບ
ປະມານໃຊ້ຈ່າຍ ກໍເຮັດໃຫ້ເປັນການຍາກທີ່ຈະແກ້ໄຂບັນຫາ ນີ້ໄດ້ ຊຶ່ງທ່ານໃຫ້
ຄໍາເຫັນດັ່ງນີ້:

“ ສໍ່ານັ້ນແຫລະ ມັນບໍ່ຮູ້ສຶກດອກເລັກນ້ອຍຫັ້ນ ໄຟຟ້າມັນແມ່ນເສດຖະກິດຂອງ
ຊາດ ເມື່ອໄຟຟ້າດໍາເນີນທຸລະກິດບໍ່ໄດ້ ລັດຖະບານກະເກັບເງິນບໍ່ໄດ້ ລາຍຮັບ
ຂອງຊາດເກືອບ 40 ເປີເຊັນ ມັນແມ່ນມາຈາກໄຟຟ້າ ເມື່ອໄຟຟ້າຫລຸດ ຫລືເກັບ
ບໍ່ໄດ້ ບໍ່ຕ້ອງຄິດດອກ ແຈບມັບ, ເງິນດໍ້າ ເງິນເດືອນກະແມ່ນອາໄສລາຍຮັບຂອງ
ໄຟຟ້າໜີ້ໝົດ. ອັນອື່ນເພິ່ນກະຢຸດແລ້ວເດ ບໍ່ເງິນ ບໍ່ຄໍາ ຕັດໄມ້ຕັດຕ໊ອກ ອັນນັ້ນ
ອັນນີ້ມັນກະໝົດແລ້ວເດ ມີແຕ່ໄຟຟ້າຢ່າງດຽວ.”

ສະຫລຸບແລ້ວ ກໍເຫັນວ່າປະຊາຊົນລາວກໍຄົງຈະຕ້ອງສືບຕໍ່ປະສົບກັບຄວາມລໍາ
ບາກຕໍ່ໄປ ເມື່ອລັດຖະບານມີງົບປະມານອັນຈໍາກັດ. ຂະນະດຽວກັນການລະບາດ
ຂອງ ພະຍາດໂຄວິດ-19 ຍັງສືບຕໍ່ເພີ້ມຂຶ້ນທຸກມື້ ຄືໃນວັນທີ 8 ພຶດສະພາຜ່ານມາ
ລາວມີຜູ້ຕິດເຊື້ອລາຍໃໝ່ 28 ຄົນ ຊຶ່ງເຮັດໃຫ້ຈໍານວນຜູ້ຕິດເຊື້ອສະສົມທັງໝົດ
ຫລາຍເຖິງ 1,233 ຄົນແລ້ວ.

XS
SM
MD
LG