ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ລັດຖະບານ ລາວ ໄດ້ຮັບເງິນຊ່ວຍເຫຼືອ ແລະ ກູ້ຢືມ ຈາກ ADB ແລະ ທະນາຄານໂລກ


ເງິນກີບໃບລະ 100,000 ກີບ.
ເງິນກີບໃບລະ 100,000 ກີບ.

ລັດຖະບານ ລາວ ໄດ້ຮັບການຊ່ວຍເຫຼືອ ແລະ ກູ້ຢືມຈາກທະນາຄານພັດທະນາ
ເອເຊຍ ແລະ ທະນາຄານໂລກ ໃນມູນຄ່າລວມເກີນກວ່າ 1,262 ລ້ານໂດລາສຳລັບ
56 ໂຄງການພັດທະນາໃນແຜນການປີ 2016-2017.

ທ່ານ ກິແກ້ວ ຈັນທະບູລີ ລັດຖະມົນຕີຊ່ວຍວ່າການກະຊວງແຜນການ ແລະ ການລົງ
ທຶນ ຢືນຢັນວ່າໃນຊ່ວງປີ 2016-2017 ທີ່ຜ່ານມາ ລັດຖະບານ ລາວ ໄດ້ຮັບການຊ່ວຍ
ເຫຼືອ ແລະ ກູ້ຢືມຈາກທະນາຄານໂລກ ໃນມູນຄ່າລວມ 503.35 ລ້ານໂດລາສຳລັບນຳ
ໃຊ້ໃນ 18 ໂຄງການພັດທະນາ ໂດຍພ້ອມກັນນີ້ກໍໄດ້ຮັບການຊ່ວຍເຫຼືອ ແລະ ກູ້ຢືມ
ຈາກທະນາຄານພັດທະນາເອເຊຍ (ADB) ໃນມູນຄ່າລວມ 759.58 ລ້ານໂດລາເພື່ອ
ນຳໃຊ້ໃນ 28 ໂຄງການພັດທະນາເສດຖະກິດ ແລະ ສັງຄົມກັບ 10 ໂຄງການຊ່ວຍ
ເຫຼືອດ້ານເທັກນິກທີ່ແນໃສ່ການພັດທະນາລະບົບການຈັດເກັບລາຍຮັບ ແລະ ການນຳ
ໃຊ້ງົບປະມານຂອງລັດຖະບານ ລາວ ໃຫ້ມີປະສິດທິພາບສູງຂຶ້ນ.

ໂດຍສຳລັບໃນແຜນການງົບປະມານລາຍຮັບ ແລະ ລາຍຈ່າຍປະຈຳປີ 2018 ນີ້ລັດ
ຖະບານ ລາວ ກໍໄດ້ຕົກລົງຮ່ວມກັບທະນາຄານໂລກ ແລະ ADB ວ່າຈະຈັດຕັ້ງປະຕິ
ບັດຕາມແຜນການ-ເປົ້າໝາຍທີ່ວາງໄວ້ຢ່າງເຂັ້ມງວດກໍຄື ຈະຕ້ອງຈັດເກັບລາຍຮັບ
ໃຫ້ໄດ້ໃນມູນຄ່າ 25,452 ຕື້ກີບ ຄິດເປັນ 17.02 ເປີເຊັນຂອງຍອດຜະລິດຕະພັນ
ລວມພາຍໃນ (GDP) ແລະ ພ້ອມກັນນີ້ກໍຍັງຈະຕ້ອງຄວບຄຸມລາຍຈ່າຍໃຫ້ຢູ່ໃນມູນ
ຄ່າບໍ່ເກີນ 32,809 ຕື້ກີບ ຄິດເປັນ 21.94 ເປີເຊັນຂອງ GDP ໂດຍກະຊວງການເງິນ
ນັ້ນກໍໄດ້ກຳນົດໃຫ້ທຸກພາກສ່ວນຈະຕ້ອງຈັດຕັ້ງປະຕິບັດວິໄນການເງິນຢ່າງເຂັ້ມງວດ
ລວມທັງຍັງຈະນຳໃຊ້ເທັກນິກທີ່ທັນສະໄໝເຂົ້າໃນການຈັດເກັບລາຍຮັບຈາກພາສີ
ອາກອນຕ່າງໆອີກດ້ວຍ.

ຊຶ່ງຖ້າຫາກສາມາດຈັດຕັ້ງປະຕິບັດໄດ້ຕາມແຜນການດັ່ງກ່າວ ກໍຈະເຮັດໃຫ້ລັດຖະ
ບານ ລາວ ຂາດດຸນດ້ານງົບປະມານໃນມູນຄ່າບໍ່ເກີນ 7,357 ຕື້ກີບຄິດເປັນ 4.92 ເປີ
ເຊັນຂອງ GDP ໃນປີ 2018 ທີ່ຄາດວ່າ GDP ຈະມີມູນຄ່າລວມທັງໝົດ 149,471
ຕື້ກີບ ຫຼື ປະມານ 18,100 ລ້ານໂດລາ ຫາກແຕ່ໃນແຜນການປີ 2017 ທີ່ຜ່ານມາ ກໍ
ປາກົດວ່າລັດຖະບານ ລາວ ຂາດດຸນງົບປະມານໃນມູນຄ່າລວມ 8,019 ຕື້ກີບ ຄິດ
ເປັນ 6.18 ເປີເຊັນຂອງ GDP ໂດຍລາຍຈ່າຍພາກລັດມີມູນຄ່າລວມ 31,508 ຕື້ກີບ
ຄິດເປັນ 97.24 ເປີເຊັນຂອງແຜນການປີ ແຕ່ວ່າລາຍຈ່າຍດັ່ງກ່າວຍັງບໍ່ລວມເຖິງໜີ້
ສິນ 6,216 ຕື້ກີບ ທີ່ລັດຖະບານ ລາວ ຕ້ອງຊຳລະໃຫ້ເຈົ້າໜີ້ທັງພາຍໃນ ແລະ ຕ່າງ
ປະເທດໃນທ້າຍປີ 2017 ແຕ່ຢ່າງໃດ ຈຶ່ງເຮັດໃຫ້ລັດຖະບານ ລາວ ຂາດດຸນງົບປະ
ມານໃນຄວາມເປັນຈິງເກີນກວ່າ 10.97 ເປີເຊັນຂອງ GDP ນັ້ນເອງ.

ໂດຍໃນແຜນການປີ 2017 ລັດຖະບານ ລາວ ສາມາດຈັດເກັບລາຍຮັບໄດ້ 95 ເປີ
ເຊັນຂອງແຜນການ ແລະ ປະຕິບັດລາຍຈ່າຍໄດ້ 96 ເປີເຊັນຂອງແຜນການ ເນື່ອງ
ຈາກລາຍຮັບທີ່ໄດ້ຈາກຄ່າສຳປະທານໃນພາກທຸລະກິດໂທລະຄົມມະນາຄົມ ແລະ
ການຂຸດຄົ້ນແຮ່ທາດນັ້ນຫຼຸດລົງ ເພາະຜູ້ລົງທຶນປະສົບບັນຫາຂາດທຶນຢ່າງໜັກ ເຊັ່ນ
ບໍ່ຄຳຢູ່ ພູເບ້ຍ ແລະ ຢູ່ບ້ານຫ້ວຍຊາຍໃນແຂວງໄຊສົມບູນນັ້ນຈາດທຶນຄິດເປັນມູນຄ່າ
ຫຼາຍກວ່າ 200 ຕື້ກີບ ຈຶ່ງບໍ່ມີການປັນຜົນກຳໄລໃຫ້ກັບລັດຖະບານ ລາວ ໃນປີ 2017
ທີ່ຜ່ານມາ ທັງຍັງເຮັດໃຫ້ລັດຖະບານ ລາວ ຕ້ອງປັບປຸງການຈັດຕັ້ງປະຕິບັດງານພາຍ
ໃນອີກດ້ວຍ ດັ່ງທີ່ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ໃຫ້ການຢືນຢັນວ່າ

"ໂດຍສະເພາະການຄຸ້ມຄອງ ແລະ ບໍລິຫານລັດໃຫ້ເຂົ້າສູ່ກົດໝາຍ ແລະ ລະບຽບການ
ຈຳກັດ ກ້າວໄປເຖິງການຍຸຕິການສ້າງໜີ້ນອກແຜນງົບປະມານ ຫັນປ່ຽນຈາກການ
ຄາດຄະເນທີ່ເກີນຄວາມສາມາດ ຄາດຫວັງນຳລາຍຮັບບັງເອີນ ແລະ ແຫຼ່ງໂຕເລກ
ເຕີບໂຕທີ່ບໍ່ຍືນຍົງໄປສູ່ຄວາມເປັນຈິງ ທັງນີ້ກໍເພື່ອປະຄັບປະຄອງເສດຖະກິດມະຫາ
ພາກບໍ່ໃຫ້ເກີດຄວາມທ້າທາຍຫຼາຍກວ່ານີ້ ເພື່ອເປັນກຳລັງແຮງໃຫ້ແກ່ການແກ້ໄຂບັນ
ຫາບອບບາງຂອງເສດຖະກິດໃນຊຸມປີຕໍ່ໜ້າ."

ທັງນີ້ ADB ຄາດໝາຍວ່າເສດຖະກິດຂອງ ລາວ ຈະຂະຫຍາຍຕົວເພີ່ມຂຶ້ນ 7 ເປີເຊັນ
ໃນປີ 2018 ທຽບໃສ່ປີ 2017 ຫາກແຕ່ວ່າລັດຖະບານ ລາວ ຍັງຈະຕ້ອງປະເຊີນກັບ
ການຂາດດຸນໃນດ້ານເງິນທຶນໝຸນວຽນຄິດເປັນສັດສ່ວນເຖິງ 20 ເປີເຊັນຂອງ GDP
ໂດຍເພີ່ມຂຶ້ນຈາກ 19 ເປີເຊັນຂອງ GDP ໃນປີ 2017 ທີ່ຜ່ານມາ.

XS
SM
MD
LG