ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດ​ຖະ​ບານ​ລາວ ໄດ້​ຮັບ​ການ​ຊ່ວຍ​ເຫຼື​ອ ​ຈາກ​ນາໆ​ຊາດ ໜ້ອຍກວ່າ​ເປົ້າ​ໝາຍ ທີ່​ວາງ​ໄວ້


ການ​ຊ່ວຍ​ເຫຼືອ ສ​ປ​ປ ລາວ ຈາກ​ຕ່າງ​ປະ​ເທດ.
ການ​ຊ່ວຍ​ເຫຼືອ ສ​ປ​ປ ລາວ ຈາກ​ຕ່າງ​ປະ​ເທດ.

ລັດ​ຖະ​ບານ​ລາວ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຈາກ​ນາ​ໆ​ຊາດ​ນ້ອຍກວ່າ​ເປົ້າ​ໝາຍ​ທີ່​ວາງ​ໄວ້​
ໂດຍ​ມີ​ສາ​ເຫດ​ມາ​ຈາກ​ບັນ​ດາ​ປະ​ເທດ​ທີ່​ໃຫ້​ການ​ຊ່ວຍ​ເຫຼືອ​ນັ້ນ​ບໍ່​ເຊື່ອ​ໝັ້ນ​ຕໍ່​ປະ​ສິດ​ທິ
​ພາບ​ໃນ​ຫານ​ໃຊ້​ຈ່າຍ​ຂອງ​ລັດ​ຖະ​ບານ​ລາວ ຊຶ່ງ​ຊົງ​ລິດ ໂພນ​ເງິນ​ ມີ​ລາ​ຍ​ງານ​ຈາກ
​ບາງກອກ.

ເຈົ້າ​ໜ້າ​ທີ່​ຂັ້ນ​ສູງຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດເພື່ອ​ການ​ພັດ​ທະ​ນາ (UNDP) ປະ
​ຈຳ​ລາວ​ເປີດ​ເຜີຍ​ວ່າ ນ​າ​ໆ​ຊາດ​ໄດ້​ໃຫ້​ການ​ຊ່ວຍ​ເຫຼືອ​ແກ່​ລັດ​ຖະ​ບານ​ລາວ​ຫລຸດ​ລົງ​
ຢ່າງຕໍ່​ເນື່ອງ​ນັບ​ຕັ້ງ​ແຕ່​ປີ 2017 ເປັນຕົ້ນ​ມາ.

ໂດຍ​ມີ​ສາ​ເຫດ​ສຳ​ຄັນ​ມາ​ຈາກ​ບັນ​ຫາ​ການ​ໃຊ້​ຈ່າຍ​ງົບ​ປະ​ມານ​ຢ່າງ​ບໍ່​ມີ​ປະ​ສິດ​ທິ​ພາບ​
ຂອງ​ລັດ​ຖະ​ບານ​ລາວ ຊຶ່ງ​ເຮັດ​ນ​າ​ໆ​ຊ​າດ​ທີ່​ໃຫ້​ການ​ຊ່​ວຍ​ເຫືອ​ແກ່​ລັດ​ຖະ​ລາວ​ນັ້ນ​ໄດ້​
ພາ​ກັນ​ຫລຸດ​ການ​ຊ່ວຍ​ເຫຼືອ​ລົງ​ໂດຍ​ມີ​ເງື່ອນ​ໄຂວ່າ ຈະ​ເພີ້ມ​ການ​ຊ່ວຍ​ເຫຼືອ​ກໍ​ຕໍ່​ເມື່ອ
​ວ່າ ​ລັດ​ຖະ​ບານ​ລາວ​ໄດ້​ພັດ​ທະ​ນາ​ປັບ​ປຸງ​ການ​ໃຊ້​ຈ່າຍ​ງົບ​ປະ​ມານ​ ທີ່​ໄດ້​ຮັບ​ການ
ຊ່ວຍ​ເຫຼືອນັ້​ນ ຢ່າງ​ມີ​ປະ​ສິດ​ທິ​ພາບ ​ຕ​າມ​ທີ່​ໄດ້​ຕົກ​ລົງ​ໄວ້​ກັບ​ນາ​ໆ​ຊາດ​ຢ່າງ​ແທ້​ຈິງ.

ທາງ​ດ້ານ​ທ່ານ​ກິ​ແກ້ວ ຈັນ​ທະ​ບູ​ລີ ຮອ​ງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ແຜນ​ການ ແລະ​ການ​ລົງ​
ທຶນ ຖະ​ແຫຼງວ່າ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ເພື່ອ​ການ​ພັດ​ທະ​ນາ (UNDP) ໄດ້​ຕົກ​ລົງ​
ຈະ​ໃຫ້​ການ​ຊ່ວຍ​ເຫຼືອ​ແກ່​ລັດ​ຖະ​ບານ​ລາວ​ໃນ​ຊ່ວງ​ປີ 2017-2021 ຄຶດ​ເປັນ​ມູນ​ຄ່າ​ບໍ່​
ໜ້ອຍກວ່າ 426 ລ້ານ​ໂດ​ລາ​ ສຳ​ລັບ​ນຳ​ໃຊ້​ເຂົ້າ​ໃນ​ໂຄງ​ການ​ພັດ​ທະ​ນາ​ຕ່າງໆ ໃນ​
ເຂດ​ຊົນ​ນະ​ບົດ​ເພື່ອ​ຫລຸດ​ຜ່ອນ​ບັນ​ຫາ​ຄວາມ​ຍາກ​ຈົນ​ຂອງ​ປະ​ຊາ​ຊົນ​ລາວ ຫາກ​ແຕ່
​ຈົນ​ເຖິງ​ເວ​ລາ​ນີ້ປາ​ກົດ​ວ່າ​ການ​ຊ່ວຍ​ເຫຼືອ​ບໍ່​ໄດ້​ເປັນ​ໄປ​ຕາມ​ການ​ຕົກ​ລົງ​ດັ່ງ​ກ່າວແຕ່
​ຢ່າງ​ໃດ ທັງ​ຍັງ​ໄດ້​ປັບ​ຫລຸດ​ການ​ຊ່ວຍ​ເຫຼືອ​ລົງ​ມາ​ເປັນ 291 ລ້ານ​ໂດ​ລາ​ສະ​ຫະ​ລັດ
ແລະຍັງ​ບໍ່​ແນ່​ວ່າ​ລັດ​ຖະ​ບານ​ລາວ​ຈະ​ໄດ້​ຮັບ​ການ​ຊ່ວ​ຍ​ເຫຼືອ​ຕາມ​ການ​ປັບ​ຫລຸດ​ລົງ
​ດັ່ງ​ກ່າວຢ່າງ​ຄົບ​ຖ້ວນ ຫຼື​ບໍ່​ອີກ​ດ້ວຍ ດັ່ງ​ທີ່​ທ່ານ​ກິ​ແກ້ວ ໄດ້​ຖະ​ແຫຼງ​ຢືນ​ຢັນ​ວ່າ:

“ຕາມ​ໂຕ​ເລກ​ຂອງ​ຄວາມ​ຕ້ອງ​ການໃນ​ 5 ປີຂອງ​ພວກ​ເຮົາ​ນີ້​ກໍປະ​ມານ 426 ລ້ານ
​ໂດ​ລາ​ພຸ້ນໄດ້ ທັງ​ໝົດ​ນີ້​ນະ​ທົ່ວ​ປະ​ເທດ​ເອົາ​ກັບ​ອົງ​ການ UN ພວກ​ເຮົາ​ພາ​ກັນ​ຂຶ້ນ​
ແຜນ​ກັບ​ເຂົາ​ເຈົ້າໄວ​ຫັ້ນ​ນະ ແຕ່​ວ່າ​ໃນ​ໄລ​ຍະ 2017 ຫາ 2021 ນີ້​ເວົ້າ​ໄປ​ເວົ້າ​ມາ​ນີ້
​ຍັງ​ເຫຼືອ​ແຕ່ 291 ລ້ານ​ໂດ​ລາ ນອກ​ຈາກ​ນັ້ນ​ແລ້ວ ​ອັນ​ນີ້​ກໍ​ຍັງ​ເປັນ commitment
ຊື່ໆ​ກະ​ຍັງ​ບໍ່​ທັນ​ວ່າ​ສິ​ໄດ້​ແທ້​ຫຼື​ບໍ່.”

ທາງ​ດ້ານ​ທ່າ​ນ​ນາງ​ປາ​ນີ ຢາ​ທໍ​ຕູ້ ປະ​ທານ​ສະ​ພາ​ແຫ່​ງ​ຊາດ ຖະ​ແຫຼງ​ຢືນ​ຢັນ​ວ່າ​ສາ​
ເຫດ​ສຳ​ຄັນ​ປະ​ການ​ນຶ່ງ​ທີ່​ເຮັດ​ໃຫ້​ລັດ​ຖະ​ບານ​ລາວ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຈາກ​ຕ່າງ​
ປະ​ເທດ​ຫລຸດ​ລົງ​ຢ່າງ​ຕໍ່​ເນື່ອງ ກໍ​ເພາະ​ການ​ຄຸ້​ມ​ຄອງ​ດ້ານ​ງົບ​ປະ​ມານ​ລາ​ຍ​ຈ່າຍ ທີ່​ມີ​
ປະ​ສິດ​ທິ​ພາບ​ຕ່ຳ​ໂດຍ​ເຫັນ​ໄດ້​ຈາກ​ການ​ກຳ​ນົດ​ງົບ​ປະ​ມານ​ລາຍ​ຈ່າຍ​ທີ່​ບໍ່​ສອດ​ຄ້ອງ
​ກັບ​ຄວາ​ມ​ສາ​ມາດ​ໂຕ​ຈິງ​ໃນ​ການ​ຈັດ​ເກັບ​ລ​າຍ​ຮັບ ຈຶ່ງ​ເຮັດ​ໃຫ້​ຕ້ອງ​ກູ້​ຢືມ​ເງິນ​ຈາກ
​ພາກ​ເອກ​ກະ​ຊົນ​ລາວ ແລະ​ຕ່າງ​ຊາດ​ເພີ້​ມ​ຂຶ້ນ​ນັບ​ມື້ ໂດຍ​ສະ​ເພາະ​ແມ່ນ​ການ​ອອກ​
ພັດ​ທະ​ບັດ​ລັດ​ຖະ​ບານ​ນັ້ນ.

ສ່ວນ​ທ່ານ​ສົມ​ດີ ດວງ​ດີ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ແລະ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​
ການ​ເງິນ ກໍ​ຖະ​ແຫຼງຍອມ​ຮັບ​ວ່າ​ໜີ້​ສິນ​ຂອງ​ລັດ​ຖະ​ບານ​ລາວ​ຍັງ​ມີ​ທ່າ​ອຽງ​ເພີ້ມ​ຂຶ້ນ
​ຢ່າງ​ຕໍ່​ເນື່ອງ ຂະ​ນະ​ທີ່​ການຈັດເກັບ​ລາຍ​ຮັບ​ກັບ​ຍັງ​ບໍ່​ສາ​ມາດ​ຈັດ​ຕັ້ງ​ປະ​ຕິ​ບັດ​ໄດ້​ຕາມ
​ເປົ້າ​ໝາຍ​ທີ່​ວາງ​ໄວ້ ແລະ​ເມື່ອ​ປະ​ກອບ​ກັບ​ການ​ທີ່​ລັດ​ຖະ​ບານ​ລາວ​ມີ​ພັນ​ທະ ທີ່​ຈ​ະ
ຕ້ອງ​ຊຳ​ລະ​ຄືນ​ໜີ້​ເງິນ​ກູ້​ທັງ​ພາຍ​ໃນ ແລະ​ຕ່າງ​ປະ​ເທດ​ຫຼາຍ​ຂຶ້ນ​ໃນ​ໄລ​ຍະ 3 ປີ​ຕໍ່​ໜ້າ
ຈຶ່ງ​ເຮັດ​ໃຫ້​ຈະ​ຕ້ອງ​ຫາ​ແຫລ່ງ​ເງິນ​ທຶນ​ສຳ​ລັບ​ນຳ​ມາ​ຊຳ​ລະໜີ້​ດັ່ງ​ກ່າວ ໃຫ້​ໄດ້​ຢ່າງ​ເທົ່າ
​ທັນ​ກັບ​ເວ​ລາ ໂດຍ​ທາງ​ເລືອກ​ທີ່​ສ​າ​ມາດ​ຈະ​ຈັດ​ຕັ້ງ​ປະ​ຕິ​ບັດ​ໄດ້​ຢ່າງ​ເປັນ​ຮູບ​ປະ​ທຳ​ທີ່
​ສຸດ ຄື​ການ​ອອກ​ພັນ​ທະ​ບັດ​ລັດ​ຖະ​ບານ​ລາວ ເພື່ອ​ລະ​ດົມເງິນ ​ທຶນ​ກູ້​ຢືມ​ຈາກ​ຕ່າງ​
ປະ​ເທດເປັນ​ດ້ານ​ຫລັກ ເພາະ​ແຫຼ່ງ​ເງິນ​ທຶນ​ພາຍ​ໃນ​ປະ​ເທດ​ບໍ່​ພຽງ​ພໍ​ກັບ​ຄວາມ​ຕ້ອງ​
ການ​ໂຕ​ຈິງ.

ທາງ​ດ້ານ​ຊ່ຽວ​ຊານໃນ​ດ້ານ​ການ​ເງິນ​ຂອງ​ທະ​ນາ​ຄານ​ໂລກ​ປະ​ຈຳ ສ​ປ​ປ ລາວ ເປີດ​
ເຜີຍ​ວ່າ ລັດ​ຖະ​ບານ​ລາວ​ຍັງຈະ​ຕ້ອງ​ປະ​ເຊີນ​ກັບ​ສະ​ພາບ​ການ​ເປັນ​ໜີ້​ພາກ​ລັດ​ເພີ້ມ
​ຂຶ້ນ​ຢ່າງ​ຕໍ່​ເນື່ອງ ທັງ​ນີ້​ໂດຍ​ມີ​ສາ​ເຫດ​ມາ​ຈາກ​ການ​ກູ້​ຢືມ​ເງິນ​ທັງ​ພາຍ​ໃນ ແລະ​ຕ່າງ​ປະ​
ເທດ ​ເພື່​ອ​ນໍ​າ​ມາ​ໃຊ້​ສຳ​ລັບ​ການ​ສ້າງ​ຄວາມ​ດຸນ​ດ່ຽງ​ດ້ານງົບ​ປະ​ມານ​ລາຍ​ຈ່າຍ ​ທີ່​ສູງ
ກວ່າ​ລາຍ​ຮັບ​ຂອງ​ລັດ​ຖະ​ບານ​ລ​າວ ​ໃນ​ແຕ່​ລະ​ປີ ໂດຍ​ເຫັນ​ໄດ້​ໃນ​ປີ 2016 ທີ່​ຖື​ເປັນ
​ປີ​ທຳ​ອິດ​ທີ່​ໜີ້​ສິນ​ຂອງ​ລັດ​ຖະ​ບານ​ລາວ​ມີ​ມູ​ນ​ຄ່າ​ລວ​ມ​ເກີນກວ່າ 60 ເປີ​ເຊັນ ຂອງຍອດ
​ຜະ​ລິດຕະ​ພັນລວມ (GDP) ແລະ​ເພີ້ມ​ຂຶ້ນ​ເປັນ 65.3 ເປິ​ເຊັນ ຂອງ GDP ໃນ​ປີ
2018 ທັງຍັງ​ຄາດ​ວ່າ ​ຈະ​ເພີ້ມ​ຂຶ້ນ​ເປັນ​ເກີນກວ່າ 68 ເປີ​ເຊັນ ຂອງ GDP ໃນ​ປີ
2019 ອີກ​ດ້ວຍ.

ຜູ້​ຊ່ຽວ​ຊ​ານ​ຂອງ​ທະ​ນາ​ຄານ​ໂລກ ລະ​ບຸ​ວ່າ​ການ​ກູ້​ຢືມ​ເງິນ​ຈາກ​ຕ່າງ​ປະ​ເທດ​ນັບ​ເປັນ​ສາ​ເຫດສຳ​ຄັນ​ທີ່​ເຮັດ​ໃຫ້​ໜີ້​ສິນ​ຂອງ​ລັດ​ຖະ​ບານ​ລາວ​ເພີ້ມ​ຂຶ້ນ​ຢ່າງ​ໄວ​ວາ ໂດຍ​ໃນ​ປີ 2016 ລັດ​ຖະ​ບານ​ລາວ​ມີ​ໜີ້​ຕ່າງ​ປະ​ເທດ ແລະ​ໜີ້​ພາຍ​ໃນ ຄິດ​ເປັນ​ມູນ​ຄ່າ​ລວມ​ເຖິງ 9,550 ລ້ານໂດ​ລາ ແລະ​ເພີິ້ມ​ຂຶ້ນເປັນ 20,530 ລ້ານໂດ​ລາ ໃນ​ປີ 2017 ສ່ວນ​ໃນ​ປີ 2018 ກໍ​ເພີ້ມ​ຂຶ້ນ​ເປັນ 12,104 ລ້ານ​ໂດລາ ແລະ​ຄາດ​ວ່າ​ຈະ​ເພີ້ມ​ຂຶ້ນ​ເປັນ 13,491 ລ້ານ​ໂດ​ລາ​ ​ໃນ​ປີ 2019 ນີ້ ສ່ວນທຶນ​ສຳ​ຮອງເງິນຕາ​ຕ່າງ​ປ​ະເທດ​ຂອງ​ລາວ ກໍ​ສ​າ​ມາດ​ນຳ​ເຂົ້​າສິນ​ຄ້າ​ຕ່​າງ​ປ​ະ​ເທດ​ໄດ້ 2 ເດືອນ​ເທົ່າ​ນັ້ນ.

XS
SM
MD
LG