ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາວ ໄດ້ຮັບ ການຊ່ວຍເຫຼືອລ້າ ຈາກຕ່າງ ປະເທດ ຫຼາຍກວ່າ 28,890 ລ້ານໂດລາ


ກອງປະຊຸມ ລິເລີ້ມ ໃນການປຶກສາຫາລື ກ່ຽວກັບ ແຜນງາານ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ບັນດາປະເທດສະມາຊິກ ໃນສະຫະພາບ ຢູໂຣບ ສົກປີ 2016-2020
ກອງປະຊຸມ ລິເລີ້ມ ໃນການປຶກສາຫາລື ກ່ຽວກັບ ແຜນງາານ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ບັນດາປະເທດສະມາຊິກ ໃນສະຫະພາບ ຢູໂຣບ ສົກປີ 2016-2020

ລາວໄດ້ຮັບການຊ່ວຍເຫຼືອລ້າ ຈາກຕ່າງປະເທດຫຼາຍກວ່າ 28,890 ລ້ານໂດລາ
ໃນປີ 2000-2015 ສ່ວນບັນດາປະເທດຜູ້ບໍລິຈາກ ກໍເນັ້ນໜັກໃຫ້ການຊ່ວຍເຫຼືອ ໃນໂຄງການພັດທະນາຢ່າງຍືນຍົງ.

ເຈົ້າໜ້າທີ່ຂັ້ນສູງ ໃນກະຊວງການຕ່າງປະເທດເປີດເຜີຍວ່າ ອົງການສາກົນ ແລະ ນານາຊາດ ໄດ້ໃຫ້ການຊ່ວຍເຫຼືອແກ່ລັດຖະບານລາວເພີ່ມຂຶ້ນຢ່າງຕໍ່ເນື່ອງ ໂດຍ ສະເພາະໃນຊ່ວງປີ 2000-2015 ຜ່ານມາ ປະກົດວ່າ ລັດຖະບານລາວໄດ້ຮັບ ການຊ່ວຍເຫຼືອລ້າ ຈາກຕ່າງປະເທດຄິດເປັນມູນຄ່າລວມເຖິງ 28,894.9 ລ້ານ
ໂດລາ ຊຶ່ງສ່ວນໃຫຍ່ເປັນການຊ່ວຍເຫຼືອຈາກບັນດາປະເທດທີ່ພັດທະນາແລ້ວ ທີ່ແນໃສ່ການພັດທະນາພື້ນຖານໂຄງຮ່າງ ແລະການຍົກລະດັບຄຸນນະພາບ ຊີວິດການເປັນຢູ່ ຂອງປະຊາຊົນລາວ ໃຫ້ໄດ້ດີຂຶ້ນນັບມື້.

ກອງປະຊຸມໂຕະມົນ ຂອງບັນດາຄູ່ຮ່ວມພັດທະນາ ແລະ ລັດຖະບານລາວ ກ່ຽວກັບ ສະຫັດສະວັດ ຂອງການພັດທະນາ ທັງໝົດ 9 ດ້ານທີ່ໄດ້ຕົກລົງໄວ້ກັບ UNDP ຂອງລັດຖະບານລາວ ລະຍະ 5 ປີ.
ກອງປະຊຸມໂຕະມົນ ຂອງບັນດາຄູ່ຮ່ວມພັດທະນາ ແລະ ລັດຖະບານລາວ ກ່ຽວກັບ ສະຫັດສະວັດ ຂອງການພັດທະນາ ທັງໝົດ 9 ດ້ານທີ່ໄດ້ຕົກລົງໄວ້ກັບ UNDP ຂອງລັດຖະບານລາວ ລະຍະ 5 ປີ.

ແຕ່ຢ່າງໃດກໍຕາມ ບັນດາປະເທດ ແລະອົງການສາກົນ ທີ່ໃຫ້ການຊ່ວຍເຫຼືອ ແກ່ ລັດຖະບານລາວດັ່ງກ່າວ ກໍໄດ້ເນັ້ນໜັກໃຫ້ຄວາມສຳຄັນເປັນພິເສດໃນ 4 ດ້ານ ທີ່ກ່ຽວຂ້ອງກັບແຜນການພັດທະນາ ທາງເສດຖະກິດ ແລະສັງຄົມແຫ່ງຊາດລາວ
ລະຍະ 5 ປີ ຄັ້ງທີ 8 ທີ່ຈັດຕັ້ງປະຕິບັດຈາກປີ 2016-2020 ຊຶ່ງປະກອບດ້ວຍ ການຄຸ້ມຄອງເສດຖະກິດມະຫາພາກ ແລະການເຕີບໂຕທີ່ສົມສ່ວນ ແລະຍືນຍົງ ການພັດທະນາຊັບພະຍາກອນມະນຸດ ແລະສັງຄົມ ການນຳໃຊ້ຊັບພະຍາກອນ ທຳມະຊາດຢ່າງຍືນຍົງ ແລະອະນຸລັກ ສິ່ງແວດລ້ອມຢ່າງມີປະສິດທິຜົນ ເພື່ອເຮັດ
ໃຫ້ລາວລຸດພົ້ນຈາກສະພາບດ້ອຍພັດທະນາໃຫ້ໄດ້ ຢ່າງແທ້ຈິງພາຍໃນປີ 2020
ດັ່ງກ່າວ.

ທາງດ້ານທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ຢືນຢັນວ່າ ກອງປະຊຸມ
ໂຕະມົນ ລະຫວ່າງລັດຖະບານລາວ ກັບບັນດາປະເທດທີ່ໃຫ້ການຊ່ວຍເຫຼືອແກ່
ລາວ ແລະອົງການສະຫະປະຊາຊາດ ເພື່ອການພັດທະນາ ນັບຕັ້ງແຕ່ປີ 1983
ເປັນຕົ້ນມາ ໄດ້ປະກອບສ່ວນຢ່າງສຳຄັນເຂົ້າໃນການພັດທະນາໃນທຸກໆດ້ານ ທີ່ມີເປົ້າໝາຍເພື່ອລົບລ້າງຄວາມຍາກຈົນຂອງປະຊາຊົນລາວ ໂດຍເຫັນໄດ້ ຈາກອັດຕາຄວາມຍາກຈົນ ທີ່ໄດ້ລົດລົງຈາກ 48 ເປີເຊັນ ຂອງຈຳນວນປະຊາ
ກອນລາວ ທັງໝົດໃນປີ 1992 ເປັນ 27.6 ເປີເຊັນ ໃນປີ 2008 17 ເປີເຊັນ
ໃນປີ 2015 ແລະບໍ່ເຖິງ 10 ເປີເຊັນ ໃນປີ 2016.

ທັງນີ້ໂດຍອີງຕາມສະຖິຕິຂອງທະນາຄານແຫ່ງ ສປປ ລາວ ໄດ້ລະບຸວ່າ ລັດຖະບານ
ລາວ ໄດ້ຮັບການຊ່ວຍເຫຼືອລ້າ ຈາກຕ່າງປະເທດໃນມູນຄ່າ 475.3 ລ້ານໂດລາ
ໃນປີ 2000 ແລ້ວກໍເພີ່ມຂຶ້ນເປັນ 1,046.39 ລ້ານໂດລາ ໃນປີ 2006 ແລະເພີ່ມ
ຂຶ້ນເປັນ 3,708.8 ລ້ານໂດລາ ໃນປີ 2011 ສ່ວນປີ 2014 ກໍນັບເປັນປີທີ່ລາວ ໄດ້ຮັບການຊ່ວຍເຫຼືອລ້າ ຈາກຕ່າງປະເທດຫຼາຍທີ່ສຸດ ກໍຄື 5,169.55 ລ້ານໂດລາ ແລະລົດລົງເປັນ 4,545.8 ລ້ານໂດລາ ໃນປີ 2015 ທີ່ຜ່ານມາ.

ແຕ່ຢ່າງໃດກໍຕາມ ລັດຖະບານລາວ ກໍບໍ່ສາມາດບັນລຸເປົ້າໝາຍ ສະຫັດສະວັດ ຂອງການພັດທະນາ ໃນ 6 ດ້ານຈາກທັງໝົດ 9 ດ້ານທີ່ໄດ້ຕົກລົງໄວ້ກັບ UNDP ຊຶ່ງປະກອບດ້ວຍການທີ່ເດັກອາຍຸຕ່ຳກວ່າ 5 ປີ ຍັງມີສ່ວນສູງ ແລະນ້ຳໜັກ ຕ່ຳກວ່າ
ເກນ ການຮຽນຈົບຊັ້ນປະຖົມທີ 5 ເພີ່ມຂຶ້ນຢ່າງຊັກຊ້າເດັກອາຍຸຕ່ຳກວ່າ 1 ປີ ຍັງ ເສຍຊີວິດໃນອັດຕາສະເລ່ຍທີ່ສູງ ອັດຕາການຕາຍຂອງແມ່ຍິງຂະນະຖືພາກໍຍັງສູງ ການເພີ່ມອັດຕາການປົກຫຸ້ມຂອງປ່າໄມ້ ຍັງປະຕິບັດໄດ້ຕ່ຳ ແລະ ການເກັບກູ້ລະເບີດ ບໍ່ທັນແຕກ (UXO) ກໍປະຕິບັດໄດ້ໃນພື້ນທີ່ຢ່າງຈຳກັດ ສ່ວນເດັກທີ່ໄດ້ຮັບການລ້ຽງ ດູດ້ວຍນົມແມ່ ນັບແຕ່ມື້ເກີດຈົນຮອດອາຍຸ 6 ເດືອນ ກໍມີພຽງແຕ່ 40 ເປີເຊັນເທົ່ານັ້ນ ຫາກແຕ່ລັດາຖະບານລາວ ກໍຄາດຫວັງວ່າ ຈະໄດ້ຮັບການຊ່ວຍເຫຼືອຈາກຕ່າງປະເທດ ເພີ່ມຂຶ້ນອີກ ໂດຍສະເພາະແມ່ນການຊ່ວຍເຫຼືອ ຈາກບັນດາຄູ່ຮ່ວມພັດທະນາ ໃນ
ກອງປະຊຸມໂຕະມົນ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງຂອງລາວ ໄດ້ໃຫ້ການອະທິບາຍວ່າ:

“ກອງປະຊຸມໂຕະມົນນີ້ ແມ່ນເປັນກອງປະຊຸມ ທີ່ລັດຖະບານ ມີຄວາມຕັ້ງໃຈ ຢາກເອົາແຜນພັດທະນາເສດຖະກິດ-ສັງຄົມ ຂອງຕົວເອງ ສະເໜີໃຫ້ແກ່ ປະຊາຄົມໂລກ ໃຫ້ແກ່ອົງການຜູ້ທີ່ໃຫ້ທຶນ ບັນດາປະເທດທີ່ໃຫ້ການຊ່ວຍ
ເຫຼືອ ຮູ້ຈັກວ່າຄວາມຕັ້ງໃຈຂອງລັດຖະບານຢາກຈະພັດທະນາເສດຖະກິດ
ສັງຄົມ ຂອງຕົນເອງໄປຕາມທິດແນວໃດ ແລະຈາກການນຳສະເໜີແຜນການ ແລະທິດທາງຕ່າງໆ ໃຫ້ແກ່ຕ່າງປະເທດຊາບ ກະໄດ້ຖືເອົາໂອກາດນີ້ ເປັນ ເວທີທີ່ລະດົມຂົນຂວຍໃຫ້ບັນດາອົງການຕ່າງປະເທດໃຫ້ການຊ່ວຍເຫຼືອ
ແກ່ ສປປ ລາວ.”

ນອກຈາກນັ້ນ ກໍຍັງມີບັນຫາທ້າທາຍ ກ່ຽວກັບອັດຕາການເສຍຊີວິດ ຂອງແມ່ຍິງ ໃນຂະນະຖືພາ ທີ່ເຖິງແມ່ນວ່າ ອັດຕາການເສຍຊີວິດຈະລຸດລົງຈາກ 650 ໃນທຸກໆ ໜຶ່ງແສນຄົນ ໃນປີ 1995 ມາເປັນ 339 ຄົນກໍຕາມ ແຕ່ວ່າ ລັດຖະບານລາວ ກໍບໍ່ ສາມາດບັນລຸໃຫ້ໄດ້ເຖິງ 260 ຄົນ ໃນທຸກໆ ໜຶ່ງແສນຄົນ ໃນປີ 2015 ຈຶ່ງນັບເປັນ ອີກບັນຫາໜຶ່ງ ທີ່ຫຍຸ້ງຍາກຢ່າງຍິ່ງຂອງລັດຖະບານລາວ.

XS
SM
MD
LG