ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລາວ ວາງເປົ້າໝາຍ ໄວ້ວ່າຈະຈັດເກັບ ລາຍຮັບ ໃຫ້ໄດ້ເພີ່ມຂຶ້ນ ເຖິງ 50 ເປີເຊັນ ໃນສົກປີ 2016-2020


ທະນາຄານໂລກ ໃຫ້ເງິນຊ່ວຍເຫຼືອ ແກ່ລາວ ມູນຄ່າ 31.8 ລ້ານໂດລາ ເພື່ອໂຄງການສິ່ງແວດລ້ອມ ແລະສັງຄົມລາວ ແລະ ໂຄງການກອງທຶນຮ່ວມມືສາກົນ ເພື່ອການສຶກສາ.
ທະນາຄານໂລກ ໃຫ້ເງິນຊ່ວຍເຫຼືອ ແກ່ລາວ ມູນຄ່າ 31.8 ລ້ານໂດລາ ເພື່ອໂຄງການສິ່ງແວດລ້ອມ ແລະສັງຄົມລາວ ແລະ ໂຄງການກອງທຶນຮ່ວມມືສາກົນ ເພື່ອການສຶກສາ.

ລັດຖະບານລາວ ວາງເປົ້າໝາຍທີ່ຈະຈັດເກັບລາຍຮັບ ໃນແຜນການພັດທະນາ ເສດຖະກິດ ແລະສັງຄົມແຫ່ງຊາດ ໃນສົກປີ 2016-2020 ໃຫ້ໄດ້ເພີ່ມຂຶ້ນ ເຖິ່ງ 50 ເປີເຊັນ ທຽບໃສ່ແຜນການໃນສົກປີ 2011-2015 ທີ່ຜ່ານມາ.

ທ່ານສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີວ່າການ ກະຊວງ
ການເງິນ ຢືນຢັນວ່າ ລັດຖະບານລາວ ໄດ້ວາງເປົ້າໝາຍທີ່ຈະຈັດເກັບລາຍຮັບ ໃນແຜນການພັດທະນາເສດຖະກິດ ແລະສັງຄົມແຫ່ງຊາດໃນຊ່ວງປີ 2016-2020 ໃຫ້ໄດ້ເພີ່ມຂຶ້ນໃນອັດຕາສະເລ່ຍ 50 ເປີເຊັນ ທຽບໃສ່ແຜນການໃນສົກປີ 2011-
2015 ທີ່ຜ່ານມາ ຊຶ່ງຈະເຮັດໃຫ້ລັດຖະບານລາວ ມີລາຍຮັບຄິດເປັນມູນຄ່າລວມ
ທັງໝົດ ເຖິງ 149,600 ຕື້ກີບ ຄິດເປັນ 19-20 ເປີເຊັນ ຂອງຍອດຜະລິດຕະພັນລວມ (GDP) ໃນຕະຫຼອດລະຍະ 5 ປີ ຂອງແຜນການ.

ທ່ານສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີວ່າການ ກະຊວງ ການເງິນ
ທ່ານສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີວ່າການ ກະຊວງ ການເງິນ

ທ່ານສົມດີ ບອກວ່າ ຄາດໝາຍລາຍຮັບດັ່ງກ່າວ ແບ່ງເປັນລາຍຮັບ ພາຍໃນ
131,800 ຕື້ກີບ ຫຼື ເພີ່ມຂຶ້ນເຖິງ 72 ເປີເຊັນ ທຽບໃສ່ ແຜນການໃນສົກປີ 2011-
2015 ແລະພ້ອມກັນນີ້ ລັດຖະບານລາວ ກໍຈະຄວບຄຸມລາຍຈ່າຍ ໃຫ້ຢູ່ໃນມູນຄ່າ ລວມທັງໝົດ ບໍ່ເກີນ 176,400 ຕື້ກີບ ໂດຍເພີ່ມຂຶ້ນເຖິງ 48.7 ເປີເຊັນ ທຽບໃສ່ແຜນ ການໃນສົກປີ 2011-2015 ຫາກແຕ່ກໍຄິດເປັນສັດສ່ວນບໍ່ເກີນ 25 ເປີເຊັນ ຂອງ
GDP ໃນຕະຫຼອດສົກປີ 2016-2020 ໂດຍໃນນີ້ກໍລວມເຖິງ ລາຍຈ່າຍເງິນເດືອນ ພະນັກງານລັດດ້ວຍ ໃນມູນຄ່າລວມ 60,000 ຕື້ກີບ ຫຼື ເພີ່ມຂຶ້ນເຖິງ 85 ເປີເຊັນ ທຽບໃສ່ສົກປີ 2011-2015 ອັນມີສາເຫດ ຈາກການປັບຂຶ້ນດັດຊະນີເງິນເດືອນ ພະນັກງານລັດ ໃນອັດຕາລະເລ່ຍ 500 ກີບຕໍ່ດັດຊະນີໃນແຕ່ລະປີ ທີ່ຈະເລີ່ມມີ
ຜົນບັງຄັບ ນັບຈາກປີ 2017 ເປັນຕົ້ນໄປ.

ແຕ່ຢ່າງໃດກໍຕາມ ລັດຖະບານລາວ ກໍໄດ້ປັບລົດຄາດໝາຍ ການຂະຫຍາຍຕົວ ທາງເສດຖະກິດລົງ ຈາກ 7.5 ເປີເຊັນ ເປັນ 7.2 ເປີເຊັນ ຕໍ່ປີໃນຊ່ວງປີ 2017-
2020 ຊຶ່ງຈະເຮັດໃຫ້ GDP ມີມູນຄ່າລວມ ຫຼາຍກວ່າ 597,682 ຕື້ກີບ ແລະຄິດ ສະເລ່ຍເປັນລາຍໄດ້ຂອງປະຊາຊົນລາວ ທີ່ລະດັບ 23.82 ລ້ານກີບ ຫຼື 2,978
ໂດລາ ໃນປີ 2020 ແລະການທີ່ຈະສາມາດບັນລຸ ຄາດໝາຍດັ່ງກ່າວໄດ້ ຢ່າງ
ແທ້ຈິງນັ້ນ ກໍຈະຕ້ອງນຳໃຊ້ເງິນທຶນບໍ່ນ້ອຍກວ່າ 173,328 ຕື້ກີບ ຫຼື 21,666
ລ້ານໂດລາ ຄິດເປັນ 29 ເປີເຊັນ ຂອງ GDP ຊຶ່ງໃນນີ້ແບ່ງເປັນການລົງທຶນ
ຂອງລັດ 21,723 ຕື້ກີບ ເງິນທຶນຈາກການກູ້ຢືມ ແລະຂໍຄວາມຊ່ວຍເຫຼື້ອຈາກ
ຕ່າງປະເທດ 33,960 ຕື້ກີບ ການລົງທຶນຂອງເອກະຊົນລາວ ແລະຕ່າງຊາດ
79,447 ຕື້ກີບ ແລະສິນເຊື່ອໃນລະບົບທະນາຄານໃນປະເທດອີກ 38,199 ຕື້ກີບ ຕາມລຳດັບ.

ກ່ອນໜ້ານີ້ ລັດຖະບານລາວ ໄດ້ວາງຄາດໝາຍການເຕີບໂຕທາງເສດຖະກິດໄວ້ ໃນອັດຕາສະເລ່ຍ 7.5 ເປີເຊັນ ຕໍ່ປີ ໃນຊ່ວງປີ 2016-2020 ຊຶ່ງຈະເຮັດໃຫ້ມູນຄ່າ
GDP ສະເລ່ຍເປັນລາຍໄດ້ຂອງປະຊາຊົນລາວເຖິງ 3,100 ຕໍ່ຄົນໃນປີ 2020 ຫາກແຕ່ການທີ່ຈະສາມາດບັນລຸເປົ້າໝາຍດັ່ງກ່າວໄດ້ ຢ່າງແທ້ຈິງນັ້ນ ກໍຈະຕ້ອງ ຊຸກຍູ້ໃຫ້ພາກກະສິກຳ ຂະຫຍາຍຕົວເພີ່ມຂຶ້ນ 3.2 ເປີເຊັນ ພາກອຸດສາຫະກຳ 9.3 ເປີເຊັນ ແລະພາກບໍລິການ 8.9 ເປີເຊັນຕໍ່ປີ ໂດຍຈະຕ້ອງລະດົມເງິນລົງທຶນໃຫ້ໄດ້
ເຖິງ 27,000 ລ້ານໂດລາ ໃນຕະຫຼອດລະຍະ 5 ປີ ດັ່ງກ່າວ ທັງຍັງຈະຕ້ອງຄວບຄຸມ ອັດຕາເງິນເຟີ້ ແລະ ປະລິມານເງິນທຶນໝຸນວຽນໃຫ້ໄດ້ຕາມແຜນການທີ່ວາງໄວ້ອີກ
ດ້ວຍ ດັ່ງທີ່ ທ່ານສົມດີ ດວງດີ ໄດ້ໃຫ້ການຢືນຢັນວ່າ:

ລັດຖະບານລາວ ຍັງຈະຕ້ອງຄວບຄຸມ ອັດຕາເງິນເຟີ້ ແລະ ປະລິມານເງິນທຶນໝຸນວຽນໃຫ້ໄດ້ ຕາມແຜນການທີ່ວາງໄວ້ອີກດ້ວຍ
ລັດຖະບານລາວ ຍັງຈະຕ້ອງຄວບຄຸມ ອັດຕາເງິນເຟີ້ ແລະ ປະລິມານເງິນທຶນໝຸນວຽນໃຫ້ໄດ້ ຕາມແຜນການທີ່ວາງໄວ້ອີກດ້ວຍ

“ຄາດຄະເນໃນປີ 2020 ລວມຍອດຜະລິດຕະພັນພາຍໃນ ຕໍ່ຫົວຄົນ ຖ້າໄລ່ເປັນ
GDP ແມ່ນ 3,100 ໂດລາ ຖ້າໄລ່ເປັນ GNI ແມ່ນ 2,450 ໂດລາຕໍ່ຫົວຄົນ ອັດຕາ ເງິນເຟີ້ ຢູ່ໃນລະດັບ ທີ່ເໝາະສົມ ອັນນີ້ ກະໄດ້ສົມທົບກັບທະນາຄານ ເພິ່ນວ່າ ບໍ່ໃຫ້ເກີນ 6 ເປີເຊັນສູງສຸດ ຮັບປະກັນສະຖຽນລະພາບທາງດ້ານອັດຕາແລກປ່ຽນ ຢູ່ໃນຂອບເຂດທີ່ຄຸ້ມຄອງໄດ້ ການເພີ່ມຂຶ້ນຂອງປະລິມານເງິນອອກສູ່ຂອດຈະລາ
ຈອນ ຫຼື M2 ໃຫ້ສອດຄ້ອງ ກັບການຂະຫຍາຍຕົວຂອງເສດຖະກິດ ຄາດຄະເນ ລາຍຮັບງົບປະມານລວມໃນ 5 ປີ ໃຫ້ໄດ້ລະຫວ່າງ 23 ເປີເຊັນ ຫາ 25 ເປີເຊັນ
ຂອງ GDP ໃນນັ້ນ ລາຍຮັບພາຍໃນ ໄດ້ປະມານ 20 ຫາ 22 ເປີເຊັນ ຂອງ GDP.”

ທາງດ້ານທ່ານລິເບີ ລີບົວປາວ ຫົວໜ້າສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດລາວ ຄາດວ່າ ໃນສົກປີ 2016-2017 ເສດຖະກິດລາວ ຍັງຈະຂະຫຍາຍຕົວເພີ່ມຂຶ້ນ ໃນ ອັດຕາສະເລ່ຍ 7.9 ເປີເຊັນ ແຕ່ວ່າ ທະນາຄານພັດທະນາເອເຊຍ (ADB) ລາຍງານ
ວ່າ ເສດຖະກິດລາວ ຂະຫຍາຍຕົວເພີ່ມຂຶ້ນ 7.3 ເປີເຊັນ ໃນປີ 2015-2016 ຫາກ
ແຕ່ ກໍຈະຂະຫຍາຍຕົວເພີ່ມຂຶ້ນ ໃນອັດຕາສະເລ່ຍບໍ່ເກີນ 7 ເປີເຊັນ ໃນສົກປີ 2016-
2017 ນີ້.

XS
SM
MD
LG