ປະທານສະພາແຫ່ງຊາດລາວ ລະບຸວ່າການຈັດຕັ້ງປະຕິບັດ ເພື່ອສົ່ງເສີມການຜະລິດ
ສິນຄ້າຂອງວິສາຫະກິດຂະໜາດນ້ອຍ ແລະຂະໜາດກາງ (SME) ໂດຍລັດຖະບານ
ລາວດຳເນີນໄປຢ່າງຊັກຊ້າ ແລະບໍ່ມີປະສິດທິຜົນ .
ທ່ານນາງປານີ ຍາທໍ້ຕູ້ ປະທານສະພາແຫ່ງຊາດລາວ ຖະແຫລງຜົນການສຶກສາວິໃຈ
ກ່ຽວກັບການພັດທະນາວິສາຫະກິດຂະໜາດນ້ອຍ ແລະຂະໜາດກາງ ຫລື (SME)
ໃນລາວທີ່ດຳເນີນການສຶກສາວິໃຈ ໂດຍສະຖາບັນຄົ້ນຄວ້ານິດຕິກໍາ ແຫ່ງຊາດໃນສັງ
ກັດຂອງສະພາແຫ່ງຊາດລາວ ເມື່ອບໍ່ນານມານີ້ວ່າການຈັດຕັ້ງປະຕິບັດໃນພາບໂຕຈີງ
ພາຍໃຕ້ຄວາມຮັບຜິດຊອບຂອງລັດຖະບານລາວນັ້ນ ຍັງດຳເນີນໄປຢ່າຊັກຊ້າ ທັງຍັງ
ບໍ່ມີນິຕິກຳເພື່ອໃຫ້ການສະໜັບສະໜູນ ສົ່ງເສີມບັນດາ SME ທີ່ມີຄວາມສຳຄັນຕໍ່ການພັດທະນາປະເທດ ທີ່ເປັນຮູບອີກດ້ວຍດັ່ງທີ່ທ່ານນາງປານີ ໄດ້ໃຫ້ການຢືນຢັນວ່າ:
“ສຳລັບກິດຈະການຮັບໃຊ້ຄວາມໝັ້ນຄົງດ້ານສະບຽງອາຫານ ກິດຈະການທີ່ປະ
ກອບສ່ວນການລົບລ້າງຄວາມທຸກຍາກ ແລະອື່ນໆຈະໄດ້ຮັບນະໂຍບາຍພິເສດ
ກວ່າວິສາຫະກິດອື່ນໆ ຫລືສຳລັບວິສາຫະກິດທີ່ຫາກໍ່ຕັ້ງໃໝ່ ແມ່ນຈະໄດ້ຮັບການ
ຍົກເວັ້ນອາກອນມູນຄ່າເພີ້ມ ແລະອາກອນກຳໄລ 1-5 ປີ ຫລືຈະໄດ້ຮັບການປະຕິ
ບັດອັດຕາດອກເບ້ຍຕໍ່າກວ່າອັດຕາດອກເຍ້ຍປົກກະຕິ 5%-10% ຕໍ່ປີ ແຕ່ວ່າມາ
ຮອດປັດຈຸບັນ ບັນດານະໂຍບາຍສະລະບານບັນຊີວິສະຫະກິດຂະໜາດນ້ອຍ ຂະ
ໜາດກາງທີ່ຈະໄດ້ຮັບນະໂຍບາຍດັ່ງກ່າວ ກໍຍັງບໍ່ທັນສາມາດປະກາດໃຊ້ ແລະ
ອອກສູ່ສັງຄົມໄດ້.”
ກ່ອນໜ້ານີ້ ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີໄດ້ໃຫ້ການເນັ້ນໜັກຕໍ່ກອງປະ
ຊຸມນັກທຸລະກິດລາວຄັ້ງທີ່ 10 ຢູ່ນະຄອນຫລວງວຽງຈັນເມື່ອບໍ່ນານມານີ້ວ່າ ໃນຊຸມປີ
ທີ່ເຫລືອຂອງແຜນການພັດທະນາລະຍະຫ້າປີຄັ້ງທີ 8 ທີ່ຈະຈັດຕັ້ງປະຕິບັດໄປເຖິງປີ
2020 ນັ້ນ ລັດຖະບານລາວຈະໄດ້ແນ່ໃສ່ການສ້າງສະຖຽນລະພາບທາງເສດຖະກິດ
ມະຫາພາກ ແລະຮັກສາຈັງຫວະການເຕີບໂຕທາງເສດຖະກິດໃຫ້ມີຄວາມໜັກແໜ້ນ
ແລະໝັ້ນທ່ຽງດ້ວຍການສົງເສີມການຜະລິດສິນຄ້າຂອງບັນດາວິສະຫະກິດຂະໜາດ
ນ້ອຍ ແລະຂະໜາດກາງໃຫ້ເພີ້ມຂຶ້ນຢ່າງບໍ່ຢຸດຢັ້ງ ອີກທັງຈະແນໃສ່ການສົ່ງເສີມການ
ລົງທືນ ໃນພາກອຸດສາຫະກຳການຜະລິດຕ່າໆທີ່ເປັນມິດກັບສິ່ງແວດລ້ອມທຳມະຊາດ
ໂດຍເຫັນໄດ້ຈາກການອອກຄຳສັ່ງນາຍົກລັດ ຖະມົນຕີ ເລກທີ 15 ເພື່ອຫ້າມການສົ່ງ
ໄມ້ທ່ອນໄປຕ່າງປະເທດຢ່າງເດັດຂາດ ນັບແຕ່ເດືອນພຶດສະພາປີ 2016 ເປັນຕົ້ນມາ
ທັງນີ້ໂດຍໃນແຜນການສົກປີ 2016 ຫາ 2017 ລັດຖະບານລາວໄດ້ວາງຄາດໝາຍ
ການເຕີບໂຕທາງເສດຖະກິດໄວ້ໃນອັດຕາສະເລ່ຍ 7% ເຮັດໃຫ້ຍອດພະລິດຕະພັນ
ພາຍໃນ ຫລື ຈີດີພີ (GDP) ມີມູນຄ່າລວມເຖິງ 129,683 ຕື້ກີບ ຫລືປະມານ 16,210
ລ້ານໂດລາສະຫະລັດ ໂດຍຈະທົ່ວສະເລ່ຍເຖິງເປັນລາຍໄດ້ຂອງປະຊາຊາຊົນລາວ
ໃນລະດັບ 2,341 ໂດລາ ຕໍ່ຄົນໃນທ້າຍປີ 2017 ນີ້ ຫລືເພີ່ມຂຶ້ນ 18% ທຽບໃສ່ລາຍ
ໄດ້ສະເລ່ຍຂອງປະຊາຊົນລາວໃນປີ 2016.
ໂດຍລັດຖະບານລາວໄດ້ກຳໜົດ 10 ມາຕະການຈັດຕັ້ງປະຕິບັດໃນຕະຫລອດແຜນ
ການປີ 2016 ຫາ 2017 ນີ້ ເຊັ່ນການຄຸ້ມຄອງເສດຖະກິດມະຫາພາກ ໃຫ້ມີສະຖຽນ
ລະພາບ ແລະໝັ້ນທຽງ ເພື່ອຮັບປະກັນໃຫ້ເສດຖະກິດຂະຫຍາຍໂຕບໍ່ຫລູດ 7% ສືບ
ຕໍ່ປັບປຸງການຄຸ້ມຄອງລະບົບການເງິນ ແລະງົບປະມານໃຫ້ແຂງແຮງດ້ວຍການປະຕິ
ຮູບກົນໄກ ການເກັບລາຍຮັບໃຫ້ເຂົ້າສູ່ລະບົບທັນສະໄໝ ແລະໂປ່ງໃສການຄຸ້ມຄອງ
ເງິນຕາໃຫ້ມີສະຖຽນລະພາບ ສຶບຕໍ່ການປະຕິບັດນະໂນບາຍດອກເບ້ຍຕາມກົນໄກ
ຕະຫລາດ ປັບປຸງສະພາວະແວດລ້ອມຂອງການດຳເນີນທຸລະກິດ ສົ່ງເສີມການທົງທຶນ
ພາຍໃນ ແລະຈາກຕ່າງປະເທດໃຫ້ເພີ້ມຂຶ້ນຢ່າງຕໍ່ເນື່ອງ ຊຸກຍູ້ສົ່ງເສີມການຜະລິດ
ແລະການບໍລິການ ໂດຍສຸມໃສ່ການຜະລິດສິນຄ້າເພື່ອຊົມໃຊ້ພາຍໃນ ແລະຫລຸດ
ຜ່ອນການນຳເຂົ້າຈາກຕ່າງປະເທດເປັນຕົ້ນ.
ທາງດ້ານທ່ານສຸພັນ ແກ້ວມີໄຊ ລັດຖະມົນຕີວ່າການກະຊວງແຜນການ ແລະການລົງ
ທືນຖະແຫລງຢືນຢັນວ່າ ລັດຖະບານລາວໄດ້ປັບລົດຄາດໝາຍການເຕີບໂຕທາງເສດ
ຖະກິດລົງຈາກ 7.5% ເປັນ 7% ຕໍ່ປີໃນຊ່ວງ 3 ປີທີ່ເຫລືອຂອງແຜນການພັດທະນາເສດຖະກິດ ແລະສັງຄົມແຫ່ງຊາດ ລະຍະ 5 ປີ ຄັ້ງທີ 8 ທີ່ຈັດຕັ້ງປະຕິບັດຢູ່ໃນເວລານີ້
ແລະຈະຍັງຄົງ ຈັດຕັ້ງປະຕິບັດ ຢູ່ໃນເວລານີ ແລະຍັງປະຕິບັດໄປເຖິງປີ 2020 ຊຶ່ງຖ້າ
ຫາກເປັນໄປຕາມຄາດໝາຍດັ່ງກ່າວ ທີ່ຈະເຮັດໃຫ້ຍອດຜະລິດຕະພັນພາຍໃນ (GDP)
ມີມູນຄ່າເກີນກວ່າ 597,682 ຕື້ກີບ ທີ່ຄິດສະເລ່ຍເປັນລາຍໄດ້ຂອງປະຊາຊົນລາວ ທີ່
ລະດັບ 23.82 ລ້ານກີບ ຫລືປະມານ 2,978 ໂດລາ ຕໍ່ຄົນໃນປີ 2020.