ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໘ ພຶດສະພາ ໒໐໒໔

ລັດຖະບານລາວ ສັ່ງໃຫ້ ດຳເນີນຄະດີ ກັບ 16 ບໍລິສັດເອກກະຊົນ ທີ່ສໍ້ໂກງ ປະຊາຊົນ


ບໍລິສັດ PS ພັດທະນາ ກະສິກຳ-ອຸດສາຫະກຳ ແລະການຄ້າ ຂາອອກ-ຂາເຂົ້າ ຈຳກັດ ໂຄສະນາຊວນເຊື່ອໃຫ້ລາງວັນ ເປັນສ້ອຍຄໍຄຳ ເພື່ອດຶງດູດໃຫ້ປະຊາຊົນ ເຂົ້າມາຮ່ວມລົງທຶນ ໃນບໍລິສັດ ແລະ ຕົວະວ່າ ຈະແບ່ງຜົນກຳໄລໃຫ້ ສູງກວ່າອັດຕາ ດອກເບ້ຍໃນທະນາຄານ.
ບໍລິສັດ PS ພັດທະນາ ກະສິກຳ-ອຸດສາຫະກຳ ແລະການຄ້າ ຂາອອກ-ຂາເຂົ້າ ຈຳກັດ ໂຄສະນາຊວນເຊື່ອໃຫ້ລາງວັນ ເປັນສ້ອຍຄໍຄຳ ເພື່ອດຶງດູດໃຫ້ປະຊາຊົນ ເຂົ້າມາຮ່ວມລົງທຶນ ໃນບໍລິສັດ ແລະ ຕົວະວ່າ ຈະແບ່ງຜົນກຳໄລໃຫ້ ສູງກວ່າອັດຕາ ດອກເບ້ຍໃນທະນາຄານ.

ລັດຖະບານລາວ ສັ່ງໃຫ້ດຳເນີນຄະດີກັບ 16 ບໍລິສັດເອກກະຊົນ ທີ່ສໍ້ໂກງປະຊາຊົນ
ໃນນີ້ 6 ບໍລິສັດຖືກສັ່ງປິດໄປແລ້ວ ແລະ 6 ບໍລິສັດໃຫ້ຢຸດກິດຈະການຊົ່ວຄາວ ສ່ວນ
ອີກ 4 ບໍລິສັດຢູ່ໃນຂັ້ນການສອບສວນ.

ທ່ານນາງ ວັດທະນາ ດາລາລອຍ ຮອງຜູ້ວ່າການທະນາຄານແຫ່ງຊາດ ຢືນຢັນວ່າ
ຄະນະລັດຖະບານລາວ ໄດ້ມີຄຳສັ່ງໃຫ້ພາກສ່ວນທີ່ກ່ຽວຂ້ອງ ຈະຕ້ອງດຳເນີນມາດ
ຕະການຕາມກົດໝາຍຢ່າງເຂັ້ມງວດ ເພື່ອລົງໂທດຢ່າງເດັດຂາດ ຕໍ່ບັນດາບໍລິສັດ
ເອກກະຊົນທີ່ດຳເນີນທຸລະກິດໃນລັກສະນະ ທີ່ເປັນການຫລອກລວງ ແລະສໍ້ໂກງເອົາ
ຊັບສິນຂອງປະຊາຊົນລາວ ຢ່າງກວ້າງຂວາງໃນໄລຍະທີ່ຜ່ານມາ ຊຶ່ງຫລ້າສຸດກໍປາກົດ
ວ່າ ກະຊວງອຸດສາຫະກຳ ແລະການຄ້າ ໄດ້ອອກແຈ້ງການ ຈຳນວນ 3 ສະບັບ ເພື່ອດຳ
ເນີນມາດຕະການ ກັບ 12 ບໍລິສັດ ສ່ວນທາງການຕຳຫລວດ ກໍກຳລັງດຳເນີນການສອບ
ສວນ 4 ບໍລິສັດທີ່ຖືກສົງໄສວ່າ ໄດ້ດຳເນີນທຸລະກິດໃນລັກສະນະດຽວກັນນີ້ ດັ່ງທີ່ ທ່ານ
ນາງ ວັດທະນາ ໄດ້ໃຫ້ການຢືນຢັນວ່າ:

“ກະຊວງອຸດສາຫະກຳ ແລະການຄ້າ ໄດ້ອອກແຈ້ງການທັງໝົດ 3 ສະບັບ ຕິດພັນກັບ
12 ບໍລິສັດ 6 ບໍລິສັດ ແມ່ນໄດ້ແຈ້ງໃຫ້ຍຸຕິການເຄື່ອນໄຫວ ແລະອີກ 6 ບໍລິສັດ ແມ່ນ
ແຈ້ງໂຈະການເຄື່ອນໄຫວຊົ່ວຄາວ ເຈົ້າໜ້າທີ່ຕຳຫຼວດ ກຳລັງຢູ່ໃນຂະບວນການຂອງ
ກົດໝາຍ ຕິດພັນກັບອີກ 4 ບໍລິສັດ ສັງລວມແລ້ວ ເພື່ອແກ້ໄຂບັນຫາຂອງບໍລິສັດ ທີ່
ເຄື່ອນໄຫວເກີນຂອບເຂດ ວັດຖຸປະສົງ ແມ່ນຕິດພັນກັບຫຼາຍຂະແໜງການ ແລະຈະ
ຕ້ອງໄດ້ສືບຕໍ່ ປະສານງານກັນຢ່າງກົມກຽວ.”

ຊັບສິນທີ່ເປັນທີ່ດິນແຫ່ງນຶ່ງ ຂອງບໍລິສັດ PS ພັດທະນາ ກະສິກຳ-ອຸດສາຫະກຳ ແລະການຄ້າ ຂາອອກ-ຂາເຂົ້າ ຈຳກັດ
ຊັບສິນທີ່ເປັນທີ່ດິນແຫ່ງນຶ່ງ ຂອງບໍລິສັດ PS ພັດທະນາ ກະສິກຳ-ອຸດສາຫະກຳ ແລະການຄ້າ ຂາອອກ-ຂາເຂົ້າ ຈຳກັດ

ກ່ອນໜ້ານີ້ ຄະນະຮັບຜິດຊອບເພື່ອແກ້ໄຂບັນຫາບໍລິສັດເອກກະຊົນ ທີ່ດຳເນີນທຸລະ
ກິດ ໂດຍ ການສໍ້ໂກງປະຊາຊົນລາວ ໄດ້ທຳການຍຶດຊັບສິນຂອງບໍລິສັດ PS ພັດທະນາ
ກະສິກຳ-ອຸດສາຫະກຳ ແລະການຄ້າຂາອອກ-ຂາເຂົ້າ ຈຳກັດ ທັງຍັງໄດ້ຄວບຄຸມໂຕ
ຄະນະຜູ້ບໍລິຫານບໍລິສັດ 12 ຄົນ ໄວ້ດຳເນີນຄະດີ ແລະໄດ້ອອກຄຳສັ່ງໃຫ້ບໍລິສັດດັ່ງ
ກ່າວ ເປັນຜູ້ລົ້ມລະລາຍທາງທຸລະກິດ ເມື່ອເດືອນກັນຍາ 2017 ຫາກແຕ່ວ່າ ກໍຍັງບໍ່
ສາມາດປະເມີນມູນຄ່າຊັບສິນ ທີ່ຍຶດໄວ້ດັ່ງກ່າວໄດ້ເລີຍ ເພາະຍັງກວດບໍ່ພົບບັນຊີ
ຊັບສິນ ບັນຊີລາຍຮັບ-ລາຍຈ່າຍ ບັນຊີລາຍຊື່ລູກຄ້າ ແລະຜູ້ຮ່ວມລົງທຶນ ກໍຄືປະຊາຊົນ
ລາວ ທີ່ໄດ້ພາກັນນຳເງິນໄປຮ່ວມລົງທຶນ ຕາມການໂຄສະນາຊວນເຊື່ອຂອງບໍລິສັດ PS
ດ້ວຍການຕົວະວ່າ ຈະແບ່ງຜົນກຳໄລໃຫ້ສູງກວ່າອັດຕາດອກເບ້ຍໃນທະນາຄານ ເມື່ອ
ປະກອບກັບບໍລິສັດດັ່ງກ່າວ ໄດ້ດຳເນີນທຸລະກິດແຕ່ປີ 2012 ເປັນຕົ້ນມາແລ້ວ ກໍຍິ່ງ
ເປັນການຍາກທີ່ຈະປະເມີນມູນຄ່າຊັບສິນ ແລະຄວາມເສຍຫາຍທີ່ເກີດຂຶ້ນໄດ້.

ປະຊາຊົນລາວ ຈຳນວນນຶ່ງ ທີ່ໄດ້ຮັບຄວາມເສຍຫາຍ ຈາກການສໍ້ໂກງຂອງບໍລິສັດ PS ພັດທະນາ ກະສິກຳ-ອຸດສາຫະກຳ ແລະການຄ້າ ຂາອອກ-ຂາເຂົ້າ ຈຳກັດ ພະຍາຍາມຈະໄປພົບກັບ ບັນດາເຈົ້າໜ້າທີ່ບໍລິຫານ ຂອງບໍລິສັດ.
ປະຊາຊົນລາວ ຈຳນວນນຶ່ງ ທີ່ໄດ້ຮັບຄວາມເສຍຫາຍ ຈາກການສໍ້ໂກງຂອງບໍລິສັດ PS ພັດທະນາ ກະສິກຳ-ອຸດສາຫະກຳ ແລະການຄ້າ ຂາອອກ-ຂາເຂົ້າ ຈຳກັດ ພະຍາຍາມຈະໄປພົບກັບ ບັນດາເຈົ້າໜ້າທີ່ບໍລິຫານ ຂອງບໍລິສັດ.

ທາງດ້ານເຈົ້າໜ້າທີ່ກອງທຶນການເງິນສາກົນ (IMF) ປະຈຳລາວ ໃຫ້ທັດສະນະວ່າ ລັດ
ຖະບານລາວ ມີການຕອບສະໜອງຕໍ່ບັນຫານີ້ຢ່າງຊັກຊ້າ ທັງໆທີ່ຮັບຮູ້ວ່າ ປະຊາຊົນ
ລາວ ໄດ້ຮັບຜົນກະທົບຈາກການສໍ້ໂກງ ແລະໄດ້ພາກັນທວງເອົາເງິນຄືນຈາກບໍລິສັດ
PS ນັບຕັ້ງແຕ່ຕົ້ນປີ 2017 ແລ້ວ ສ່ວນທະນາຄານແຫ່ງຊາດລາວ ກໍໄດ້ຮັບແຈ້ງຂໍ້ມູນ
ກ່ຽວກັບການຮ່ວມລົງທຶນ ຂອງປະຊາຊົນໃນບໍລິສັດ PS ຈຳນວນຫຼາຍກວ່າ 30,000
ລາຍ ຄິດເປັນມູນຄ່າລົງທຶນລວມຫຼາຍກວ່າ 800 ຕື້ກີບ ໂດຍຍັງບໍ່ລວມເຖິງ 20,000
ກວ່າຄົນ ທີ່ໄດ້ຖອນທຶນອອກໄປກ່ອນໜ້ານີ້ ແຕ່ຢ່າງໃດ.

ສ່ວນທ່ານສົມພາວ ໄຟສິດ ຜູ້ວ່າການທະນາຄານແຫ່ງຊາດ ກໍຍອມຮັບວ່າ ບັນຫາທີ່
ເກີດຂຶ້ນດັ່ງກ່າວນີ້ ເຮັດໃຫ້ທະນາຄານແຫ່ງຊາດ ຕ້ອງດຳເນີນມາດຕະການຢ່າງເຂັ້ມ
ງວດຫຼາຍຂຶ້ນ ໃນການຄວບຄຸມການໂອນ ການຖອນເງິນ ລວມທັງຍັງຕ້ອງຄວບຄຸມ
ການແລກປ່ຽນ ແລະກວດກາການໂອນເງິນຕາຕ່າງປະເທດ ຜ່ານລະບົບທະນາຄານ
ຂອງລັດຖະບານ ແລະເອກກະຊົນໃນທົ່ວປະເທດ ເພາະບັນຫາຂອງບໍລິສັດ PS ຍັງ
ໄດ້ສົ່ງຜົນເຖິງຄວາມເຊື່ອໝັ້ນຂອງຄົນລາວ ແລະຊາວຕ່າງຊາດທີ່ມີຕໍ່ເງິນກີບອີກດ້ວຍ.

ຊຶ່ງເມື່ອສົມທົບກັບສະພາວະເຄັ່ງຕຶງໃນດ້ານງົບປະມານ ແລະການລົດລົງຂອງທຶນສຳ
ຮອງເງິນຕາຕ່າງປະເທດດ້ວຍແລ້ວ ກໍຍິ່ງເຮັດໃຫ້ພາກເອກກະຊົນ ຂາດຄວາມເຊື່ອໝັ້ນ
ເງິນກີບ ແລະໄດ້ພາກັນຫັນໄປຖືຄອງເງິນຕາຕ່າງປະເທດຫຼາຍຂຶ້ນ ໂດຍທີ່ທະນາຄານ
ຂອງລັດຖະບານ ບໍ່ສາມາດຄວບຄຸມໄດ້ເລຍ ຊຶ່ງກໍຈະເຫັນໄດ້ຈາກອັດຕາແລກປ່ຽນທີ່
ຍັບຫ່າງຈາກກັນເພີ້ມຂຶ້ນ ລະຫວ່າງເງິນກີບ ກັບໂດລາສະຫະລັດ ແລະເງິນບາດໃນ
ຕະຫຼາດ ມີສ່ວນຕ່າງຈາກທະນາຄານເຖິງ 3.75 ເປີເຊັນ ແລະ 3.08 ເປີເຊັນ ຕາມ
ລຳດັບໃນປັດຈຸບັນນີ້.

XS
SM
MD
LG