ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານລາວຂໍໃຫ້ນາຍຈ້າງ ບໍ່ໃຫ້ເລີກຈ້າງແຮງງານ ທີ່ຖືກກະທົບຈາກການລະບາດ ຂອງ ໂຄວິດ-19


ສູນບໍລິການແຮງງານລາວທີ່ໄປເຮັດວຽກຢູ່ໄທແຫ່ງນຶ່ງໃນນະຄອນຫລວງວຽງຈັນ
ສູນບໍລິການແຮງງານລາວທີ່ໄປເຮັດວຽກຢູ່ໄທແຫ່ງນຶ່ງໃນນະຄອນຫລວງວຽງຈັນ

ລັດຖະບານລາວ ຮຽກຮ້ອງໃຫ້ນາຍຈ້າງເພື່ອຂໍບໍ່ໃຫ້ເລີກຈ້າງແຮງງານທີ່ຖືກກະທົບຈາກການລະບາດ ຂອງເຊື້ອພະຍາດໂຄວິດ-19 ໂດຍສະເພາະແມ່ນແຮງງານຫລາຍກວ່າ 1 ລ້ານຄົນ ທີ່ບໍ່ມີປະກັນໄພສັງຄົມ. ຊົງລິດໂນເງິນມີລາຍລະອຽດກ່ຽວກັບເລື້ອງນີ້ ມາສະເໜີທ່ານຈາກບາງກອກ.

ທ່ານ ພົງໄຊສັກ ອິນທະລາດ, ຫົວໜ້າມກົມຄຸ້ມຄອງແຮງງານ, ກະຊວງແຮງງານ ແລະສະຫວັດດີ ການສັງຄົມ ຖະແຫລງວ່າ ຄະນະລັດຖະບານລາວ ໄດ້ມອບໝາຍໃຫ້ກະຊວງແຮງງານ ເປັນພາກສ່ວນທີ່ຮັບຜິດຊອບການປະສານງານກັບຫົວໜ່ວຍທຸລະກິດເອກະຊົນ ແລະນານຈ້າງໃນທົ່ວປະເທດ ເພື່ອຂໍໃຫ້ໂຈະແຜນການທີ່ຈະເລີກຈ້າງແຮງງານທີ່ຖືກກະທົບຈາກການລະບາດຂອງໄວຣັສ ໂຄວິດ-19 ໃນໄລຍະນີ້ ເພາະການເລີກຈ້າງແຮງງານນັ້ນ ຈະເປັນການຊໍ້າເຕີມເຮັດໃຫ້ສະພາບເສດຖະກິດລາວ ຕົກຕໍ່າລົງໄປອີກ ແລະເພື່ອຫລີກລ້ຽງຈາກສະພາບການດັ່ງກ່າວ ຈຶ່ງຈໍາເປັນຢ່າງຍິ່ງທີ່ບັນດາຫົວໜ່ວຍທຸລະກິດ ຈະຕ້ອງຈ້າງແຮງງານຕໍ່ໄປ ໂດຍສາມາດຫລຸດຜ່ອນດ້ານລາຍຈ່າຍລົງໄດ້ດ້ວຍການຈ່າຍຄ່າຈ້າງ ໃຫ້ກັບແຮງງານໃນອັດຕາ 50 ເປີເຊັນຂອງຄ່າຈ້າງເດີມເຕັມຈໍານວນ ສໍາລັບເດືອນເມສາ 2020 ທີ່ຕ້ອງໄດ້ຢຸດກິດຈະການຊົ່ວຄາມຕາມຄໍາສັ່ງຂອງນາຍົກລັດຖະມົນຕີເລກທີ 06/ນຍ ວ່າດ້ວຍການສະກັດກັ້ນ Covid-19 ໃນລາວນັ້ນ ດັ່ງທີ່ທ່ານພົງໄຊສັກໄດ້ຢືນຢັນວ່າ:
“ໃຫ້ຫົວໜ່ວຍແຮງງານທີ່ໄດ້ຢຸດກິດຈະການຊົ່ວຄາວໃນເດືອນເມສາ 2020 ຕາມຄໍາສັ່ງຂອງນາຍົກລັດຖະມົນຕີເລກທີ 06/ນຍ ປະຕິບັດເຊັ່ນ ຖ້າຫົວໜ່ວຍແຮງງານໃດ ຍັງບໍ່ທັນໄດ້ຈ່າຍເງິນເດືອນ ຫລືແຮງງານໃຫ້ຜູ້ອອກແຮງງານກໍແມ່ນໃຫ້ສືບຕໍ່ພິຈາລະນາ ຈ່າຍຕາມປົກກະຕິ ຖ້າມີຄວາມຈໍາເປັນ ໂດຍມີການຢັ້ງຢືນຈາກພາກສ່ວນທີ່ກ່ຽວຂ້ອງກໍ ແມ່ນໃຫ້ຈ່າຍ ຢ່າງໜ້ອຍເທົ່າກັບ 50 ເປີເຊັນຂອງເງິນເດືອນ ຫລືວ່າ ຂອງຄ່າແຮງງານທີ່ໄດ້ຮັບປົກກະຕິ ເພາະສະນັ້ນ ເດືອນ 4 ນີ້ ກະແມ່ນພິຈາລະນາຈ່າຍຄັ້ງນຶ່ງ ສົມມຸດວ່າ ໄດ້ 4 ລ້ານ ກໍຕ້ອງຈ່າຍ 2 ລ້ານ.”

ແຕ່ຢ່າງໃດກໍຕາມ ທ່ານພົງໄຊສັກ ກໍຍອມຮັບວ່າ ມີຂໍ້ຂັດແຍ້ງດ້ານແຮງງານທີ່ເພີ້ມຂຶ້ນຢ່າງຕໍ່ເນື່ອງໃນໄລຍະທີ່ຜ່ານມາ ໂດຍສະເພາະແມ່ນການເລີກຈ້າງທີ່ບໍ່ປະຕິບັດຕາມກົດໝາຍແຮງງານ ຈຶ່ງເຮັດໃຫ້ມີການຟ້ອງຮ້ອງກັນລະຫວ່າງຜູ້ອອກແຮງງານກັບຜູ້ໃຊ້ແຮງງານເພີ້ມຂຶ້ນເລື້ອຍໆ ເພາະການລະບາດຂອງພະຍາດໄວຣັສ Covid-19 ໄດ້ສົ່ງຜົນກະທົບຢ່າງຮຸນແຮງຕໍ່ລາຍຮັບຂອງບັນດາຫົວໜ່ວຍທຸລະກິດໃນທົ່ວປະເທດລາວຢ່າງຫລີກລ້ຽງບໍ່ໄດ້ນັ້ນເອງ.

ກໍາມະກອນລາວຄົນນຶ່ງທີ່ຂີດຢາງໃນສວນຢາງແຫ່ງນຶ່ງຂອງລາວ
ກໍາມະກອນລາວຄົນນຶ່ງທີ່ຂີດຢາງໃນສວນຢາງແຫ່ງນຶ່ງຂອງລາວ

ທາງດ້ານ ທ່ານອຸເດດ ສຸວັນນະວົງ, ປະທານສະພາອຸດສາຫະກຳແລະການຄ້າແຫ່ງຊາດ ຢືນຢັນວ່າ ການລະບາດຂອງໄວຣັສ Covid-19 ນອກຈາກຈະກະທົບຕໍ່ລາຍໄດ້ຂອງຫົວໜ່ວຍທຸລະກິດແລ້ວ ກໍຍັງສົ່ງຜົນກະທົບຢ່າງໜັກຕໍ່ແຮງງານທີ່ບໍ່ມີຫລັກປະກັນດ້ານສະຫວັດດີການສັງຄົມ ເພາະວ່າມີແຮງງານພຽງ 96,000 ກວ່າຄົນຂອງກຳລັງແຮງງານຫລາຍກວ່າ 1 ລ້ານ 2 ແສນຄົນ ທີ່ເປັນລູກຈ້າງຂອຫົວໜ່ວຍທຸລະກິດໃນທົ່ວປະເທດທີ່ດ້ຮັບການຄຸ້ມຄອງຕາມລະບົບປະກັນສັງຄົມ ສ່ວນທີ່ເຫລືອເກີນກວ່າ 1 ລ້ານຄົນ ກໍຄືແຮງງານທີ່ເຂົ້າບໍ່ເຖິງລະບົບປະກັນດ້ານສະຫວັດດີການສັງຄົມ ແຕ່ຢ່າງໃດ.

ທັງນີ້ ເຖິງແມ່ນວ່າ ລັດຖະບານລາວຈະໄດ້ອອກມາດຕະການຂໍຄວາມຮ່ວມມືຈາກທະນາຄານຂອງລັດ ແລະທະນາຄານເອກະຊົນ ເພື່ອຂໍໃຫ້ຜ່ອນຜັນຫລືໂຈະການຊຳລະໜີ້ເງິນກູ້ແລະດອກເບ້ຍໃຫ້ແກ່ບັນດາຫົວໜ່ວຍທຸລະກິດເປັນເວລາ 3-12 ເດືອນກໍຕາມ ແຕ່ໃນການປະຕິບັດຕົວຈິງນັ້ນ ກັບປາກົດມີການຕິດຕາມທວງໜີ້ແລະຍຶດເອົາຊັບສິນຂອງຫົວໜ່ວຍທຸລະກິດເກີດຂຶ້ນຢ່າງກວ້າງຂວາງໃນເວລານີ້ ຊຶ່ງໃນນີ້ກໍລວມເຖິງການຕິດຕາມທວງໜີ້ ແລະຍຶດເອົາຊັບສິນຂອງບັນດາລູກຈ້າງທີ່ຂາດລາຍໄດ້ເພາະການສັ່ງເປີດກິດຈະການຊົ່ວຄາວຂອງບັນດາຫົວໜ່ວຍທຸລະກິດດັ່ງກ່າວດ້ວຍ ເພາະສະນັ້ນ ຈຶ່ງມີຄວາມຈຳເປັນຢ່າງຍິ່ງທີ່ຈະຕ້ອງໄດ້ຮັບການຊ່ວຍເຫຼືອຈາກລັດຖະບານລາວໃນການຊຸກຍູ້ໃຫ້ບັນດາທະນາຄານລັດແລະເອກະຊົນປະຕິບັດມາດຕະການໂຈະການຊຳລະໜີ້ແລະດອກເບ້ຍຢ່າງຮີບດ່ວນ.

ປັດຈຸບັນ ລາວມີຫົວໜ່ວຍທຸລະກິດ 128,690 ກວ່າລາຍໃນທົ່ວປະເທດໂດຍ 97 ເປີເຊັນ ເປັນວິສາຫະກິດຂະໜາດນ້ອຍແລະຂະໜາດກາງ (SME) ຊຶ່ງມີມູນຄ່າທາງເສດຖະກິດເຖິງ 16 ເປີເຊັນ ຂອງຍອດຜະລິດຕະພັນລວມພາຍໃນ (GDP) ຂອງລາວແລະມີການຈ້າງງານຫລາຍກວ່າ 1 ລ້ານ 2 ແສນຄົນ ຄິດເປັນ 63 ເປີເຊັນ ຂອງການຈ້າງງານທັງໝົດແລະຖືເປັນກຸ່ມສ່ຽງທີ່ຈະຖືກເຊົາຈ້າງຫຼາຍທີ່ສຸດໃນລາວ.

ອ່ານສະຫລຸບລາຍງານນີ້ເປັນພາສາອັງກິດຢູ່ລຸ່ມນີ້

Lao government asks employers not to lay off workers due to the impact of Covid-19

Being concerned that the country’s economy will drop further, Lao government asks employers not to lay off workers due to the impact of Covid-19, especially those over one million people without social security, said Director General of Labor Administration, Ministry of Labor and Social Welfare. For those businesses that were closed due to the government lockdown measures to curb Covid-19 pandemic during April are asked to pay at least 50% of their regular wages to the workers.

XS
SM
MD
LG