ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

​ລາວວ່າ​ ຕົນຕ້ອງ​ການ ຄວາມ​ຊ່ວຍ​ເຫຼືອ ຫຼາຍກວ່​າ 9,559 ຕື້​ກີບ ສຳ​ລັບ ​ສົກ​ປີ 2013-2014


ຍີ່​ປຸ່ນ ໃຫ້​ຄວາມ​ຊ່ວຍ​ເຫຼືອ ເພື່ອ​ສ້ອມ​ແປງ ທາງ​ເລກ 9
ຍີ່​ປຸ່ນ ໃຫ້​ຄວາມ​ຊ່ວຍ​ເຫຼືອ ເພື່ອ​ສ້ອມ​ແປງ ທາງ​ເລກ 9
ລັດຖະບານລາວຕ້ອງການຄວາມຊ່ວຍເຫຼືອດ້ານງົບປະມານແລະ
ກູ້ຢືມຈາກຕ່າງປະເທດ ໃນແຜນການປີ 2013-2014 ນີ້ ຄິດເປັນ
ມູນຄ່າລວມບໍ່ໜ້ອຍກ່ວາ 9,559 ຕື້ກີບ ຫລືປະມານ 1,200 ລ້ານ
ໂດລາ.

ກະຊວງແຜນການແລະການລົງທຶນ ລາຍງານວ່າ ການຈັດຕັ້ງປະ
ຕິບັດແຜນການພັດທະນາເສດຖະກິດແລະສັງຄົມໃນສົກປີ 2013-
2014 ນີ້ ລັດຖະບານລາວຈຳເປັນຈະຕ້ອງໃຊ້ຈ່າຍງົບປະມານຄິດ
ເປັນມູນຄ່າລວມ ເຖິງ 29,745 ຕື້ກີບ ຊຶ່ງຄິດເປັນ 32.81% ຂອງຍອດຜະລິດຕະພັນລວມ ພາຍໃນປະເທດຫລືGDP ແລະເພີ່ມຂຶ້ນເກີນກວ່າ 9% ທຽບໃສ່ແຜນການປີ 2012-2013 ທີ່ຜ່ານມາ.

ແຕ່ເນື່ອງຈາກວ່າ ລັດຖະບານລາວຄາດໝາຍວ່າຈະສາມາດຈັດເກັບລາຍຮັບພາຍໃນປະ
ເທດໄດ້ ໃນມູນຄ່າລວມ ບໍ່ເກີນ 20,186 ຕື້ກີບ ຈຶ່ງເຮັດໃຫ້ຈຳເປັນ ຈະຕ້ອງດຸ່ນດ່ຽງງົບປະ ມານລາຍຈ່າຍດັ່ງກ່າວດ້ວຍການກູ້ຢືມແລະຂໍການຊ່ວຍເຫຼືອລ້າຈາກຕ່າງປະເທດໃຫ້ໄດ້ ມູນຄ່າລວມເຖິງ 9,559 ຕື້ກີບຫລືປະມານ 1,200 ລ້ານໂດລາໂດຍໃນນີ້ກໍແບ່ງເປັນການ ຂໍການຊ່ວຍເຫຼືອລ້າ 5,030 ຕື້ກີບແລະກູ້ຢືມ 4,529 ຕື້ກີບ ໂດຍຖ້າຫາກວ່າເປັນໄປຕາມ ແຜນການດັ່ງກ່າວ ກໍຈະເຮັດໃຫ້ລັດຖະບານລາວ ເປັນໜີ້ຕ່າງປະເທດເພີ່ມຂຶ້ນອີກຫລາຍ
ກ່ວາ 566 ລ້ານໂດລານັ້ນເອງ.
ສ​ຫລ ໃຫ້​ຄວາມ​ຊ່ວຍ​ເ​ຫຼືອ ໃນ​ໂຄງ​ການ​ເກັບ​ກູ້​ລະ​ເບີດ ບໍ່​ທັນ​ແຕກ
ສ​ຫລ ໃຫ້​ຄວາມ​ຊ່ວຍ​ເ​ຫຼືອ ໃນ​ໂຄງ​ການ​ເກັບ​ກູ້​ລະ​ເບີດ ບໍ່​ທັນ​ແຕກ
ກ່ອນໜ້ານີ້ ທ່ານທອງສິງ ທຳມະວົງ ນາຍົກລັດຖະມົນຕີ ກໍໄດ້ຖະ
ແຫລງຍອມຮັບວ່າລັດຖະບານລາວມີລາຍຈ່າຍເພີ່ມຂຶ້ນຫາກແຕ່
ກໍມີແຫລ່ງລາຍຮັບງົບປະມານ ຢ່າງຈຳກັດ ຈຶ່ງໄດ້ເຮັດໃຫ້ລັດຖະ
ບານລາວ ຕ້ອງເພິ່ງພາ ການກູ້ຢືມ ຈາກທັງ ສະຖາບັນການເງິນ
ພາຍໃນ ແລະຕ່າງປະເທດຫລາຍຂຶ້ນ ທັງຍັງໄດ້ເປັນຜົນເຮັດໃຫ້
ພາລະໜີ້ສິນຂອງລັດຖະບານລາວມີມູນຄ່າເພີ່ມສູງຂຶ້ນນັບມື້ອີກ
ດ້ວຍ.

ໂດຍສາເຫດທີ່ສຳຄັນທີ່ເຮັດໃຫ້ໜີ້ສິນຂອງລັດຖະບານລາວເພີ່ມ
ຂຶ້ນນັ້ນ ກໍຍ້ອນວ່າພາກສ່ວນຕ່າງໆຂອງລັດຖະບານໄດ້ກູ້ເງິນມາ
ນຳໃຊ້ ໃນໂຄງການພັດທະນາຕ່າງໆ ໂດຍບໍ່ຄິດເຖິງແຫລ່ງລາຍ
ຮັບ ທີ່ຈະນຳມາໃຊ້ຄືນໜີ້ເງິນກູ້ດັ່ງກ່າວ ທັງກໍຍັງປາກົດວ່າມີຫຼາຍໆໂຄງການ ທີ່ບໍ່ໄດ້ຜ່ານ
ອະນຸມັດຈາກສະພາແຫ່ງຊາດ ແລະບໍ່ໄດ້ຈັດໃຫ້ມີການປະມູນໂຄງການ ຢ່າງຖືກຕ້ອງອີກ ດ້ວຍ.

ແຕ່ຢ່າງໃດກໍຕາມ ທ່ານ ທອງສິງ ກໍໄດ້ໃຫ້ການຢືນຢັນວ່າ ຈະພະຍາຍາມດຳເນີນມາດຕະ ການໃນທຸກທາງ ເພື່ອຈຳກັດ ແລະຄວບຄຸມ ມູນຄ່າໜີ້ລວມ ຂອງລັດຖະບານ ໃຫ້ຢູ່ໃນສັດ
ສ່ວນທີ່ບໍ່ເກີນ 45% ຂອງຍອດຜະລິດຕະພັນລວມພາຍໃນຫລືມູນຄ່າ GDP ທັງໝົດຂອງ ປະເທດ ໃນແຕ່ລະປີດັ່ງທີ່ທ່ານໄດ້ຖະແຫລງວ່າ:

“ຄາດໝາຍໃນການແກ້ໄຂໜີ້ສິນໃນຕໍ່ໜ້ານີ້ ພວກເຮົາຈະເອົາໃຈໃສ່ຈຳກັດໃຫ້ຕົວເລກ ໜີ້ສິນໂດຍລວມ ບໍ່ໃຫ້ເກີນ 45% ຂອງ GDP ແລະກໍຈະພະຍາຍາມ ແກ້ໄຂໜີ້ສິນ ໃຫ້ ຫລຸດຜ່ອນລົງຕາມຄາດໝາຍທີ່ສະພາແຫ່ງຊາດໄດ້ກຳໜົດເອົາໄວ້ແລະຈະພະຍາຍາມ ເຂັ້ມງວດໃນການປະຕິບັດວິໄນແຜນການ ແລະການເງິນ ອັນໃດບໍ່ຈຳເປັນ ແມ່ນບໍ່ສ້າງ ໜີ້ໃໝ່”
ທະ​ນາ​ຄານ​ໂລກ ໃຫ້​ຄວາມ​ຊ່ວຍ​ເຫຼືອ ດ້ານ​ພັດ​ທະ​ນາ​ການ​ຄ້າ​
ທະ​ນາ​ຄານ​ໂລກ ໃຫ້​ຄວາມ​ຊ່ວຍ​ເຫຼືອ ດ້ານ​ພັດ​ທະ​ນາ​ການ​ຄ້າ​
ໂດຍອີງຕາມລາຍງານຂອງທະນາຄານແຫ່ງຊາດລາວກໍໄດ້ລະ
ບຸວ່າ ຈົນເຖິງທ້າຍປີ 2012 ລັດຖະບານລາວ ມີໜີ້ຕ່າງປະເທດ
ຄິດເປັນມູນຄ່າລວມ ເກີນກວ່າ 3,000 ລ້ານໂດລາ ຊຶ່ງຄິດເປັນ
33.43% ຂອງມູນຄ່າ GDP ຫລືເພີ່ມຂຶ້ນຈາກປີ 2011 ໃນອັດ
ຕາສະເລ່ຍ 3.15% ແລະໃນນີ້ກໍຄິດເປັນໜີ້ເງິນກູ້ລະຍະຍາວທີ່
ມີເວລາສຳລະຄືນ ຕັ້ງແຕ່ 25 ປີຂຶ້ນໄປນັ້ນ ເຖິງ 64.28% ຂອງ ມູນຄ່າໜີ້ຕ່າງປະເທດທັງໝົດດັ່ງກ່າວ.

ແຕ່ຢ່າງໃດກໍຕາມກອງທຶນການເງິນສາກົນ (IMF) ກັບລາຍງານ
ວ່າ ໜີ້ສິນຕ່າງປະເທດຂອງ ລັດຖະບານລາວ ໄດ້ເພີ່ມຂຶ້ນເປັນ 47.4% ຂອງ GDP ໃນປີ 2013 ທັງກໍຍັງມີແນວໂນ້ມ ທີ່ ຈະເພີ່ມຂຶ້ນເປັນບໍ່ຕ່ຳກ່ວາ 49.1% ຂອງ GDP ໃນປີ 2014 ນີ້ອີກດ້ວຍຊຶ່ງກໍໝາຍຄວາມວ່າ ໜີ້ສິນຕ່າງປະເທດຂອງລັດຖະບານລາວໄດ້ກ້າວໄປສູ່ວິກິດການດ້ານງົບປະມານແລ້ວເນື່ອງ ຈາກລັດຖະບານລາວ ບໍ່ສາມາດທີ່ຈະຄວບຄຸມໜີ້ສິນຕ່າງປະເທດ ໃຫ້ຢູ່ໃນອັດຕາສະເລ່ຍທີ່ ບໍ່ເກີນ 45% ຂອງ GDP ໄດ້ນັ້ນເອງ.

ຍິ່ງໄປກ່ວານັ້ນ ການທີ່ມີໜີ້ສິນໃນອັດຕາທີ່ສູງດັ່ງກ່າວນີ້ ກໍຍັງເຮັດໃຫ້ລັດຖະບານລາວ ຕ້ອງ ເພິ່ງພາການຊ່ວຍເຫລືອຈາກຕ່າງປະເທດ ຫລາຍຂຶ້ນອີກດ້ວຍ ໂດຍກະຊວງແຜນການແລະ ການລົງທຶນລາຍງານວ່າ ການຈັດຕັ້ງປະຕິບັດແຜນການພັດທະນາໃນລະຍະ 2 ປີຕໍ່ໄປນີ້ລັດ ຖະບານລາວຕ້ອງການຊ່ວຍເຫລືອຈາກຕ່າງປະເທດ ໃນມູນຄ່າລວມ 1,620 ລ້ານໂດລາ.
XS
SM
MD
LG