ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວ ຕ້ອງການເງິນທຶນ ເຖິງ 27 ຕື້ໂດລາ ເພື່ອນຳໃຊ້ໃນ ໂຄງການພັດທະນາຕ່າງໆ


ລັດຖະບານລາວ ຕ້ອງການເງິນທຶນ ເພື່ອໂຄງການພັດທະນາ ເສັ້ນທາງສາຍຫຼັກຕ່າງໆ ພາຍໃນປະເທດ.
ລັດຖະບານລາວ ຕ້ອງການເງິນທຶນ ເພື່ອໂຄງການພັດທະນາ ເສັ້ນທາງສາຍຫຼັກຕ່າງໆ ພາຍໃນປະເທດ.

ລັດຖະບານລາວຕ້ອງການເງິນທຶນ ໃນມູນຄ່າລວມເຖິງ 27,000 ລ້ານໂດລາ ສຳລັບ ນຳໃຊ້ໃນໂຄງການພັດທະນາຕ່າງໆ ທີ່ລັດຖະບານລາວ ໄດ້ວາງອອກ ໃນຕະຫຼອດ ແຜນການພັດທະນາ ລະຍະ 5 ປີ ໃນຊ່ວງປີ 2016-2020.

ທ່ານສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີວ່າການ ກະຊວງການເງິນ ຖະແຫລງວ່າ ລັດຖະບານລາວ ໄດ້ວາງຄາດໝາຍການພັດທະນາເສດຖະກິດ ໃຫ້ຂະ ຫຍາຍຕົວເພີ້ມຂຶ້ນ ບໍ່ນ້ອຍກວ່າ 7.5 ເປີເຊັນ ຕໍ່ປີ ຕະຫຼອດ ການຈັດຕັ້ງປະຕິບັດແຜນ ການພັດທະນາເສດຖະກິດ ແລະ ສັງຄົມແຫ່ງຊາດ ລະຍະ 5 ປີ ຄັ້ງງທີ 8 ໃນຊ່ວງປີ 2016-2020 ໂດຍຈະເຮັດໃຫ້ມູນຄ່າ ຜະລິດຕະພັນລວມພາຍໃນ (GDP) ຖົວສະເລ່ຍ ເປັນລາຍຮັບຂອງປະຊາຊົນລາວ ໄດ້ເຖິງ 3,100 ໂດລາຕໍ່ຄົນ ໃນປີ 2020.

ລັດຖະບານລາວ ຕ້ອງການເງິນທຶນ ເພື່ອປັບປຸງ ຄອງຊົນລະປະທານທົ່ວປະເທດ ເພື່ອຈະໄດ້ສົ່ງເສີມການຜະລິດໃນພາກກະສິກຳ
ລັດຖະບານລາວ ຕ້ອງການເງິນທຶນ ເພື່ອປັບປຸງ ຄອງຊົນລະປະທານທົ່ວປະເທດ ເພື່ອຈະໄດ້ສົ່ງເສີມການຜະລິດໃນພາກກະສິກຳ

ຫາກແຕ່ວ່າ ການທີ່ຈະສາມາດບັນລຸເປົ້າໝາຍດັ່ງກ່າວ ໄດ້ຢ່າງແທ້ຈິງນັ້ນ ກໍຈະຕ້ອງຊຸກ ຍູ້ ໃຫ້ພາກກະສິກຳຂະຫຍາຍຕົວເພີ້ມຂຶ້ນ 3.2 ເປີເຊັນຕໍ່ປີ ສ່ວນພາກອຸດສາຫະກຳ ແລະ ພາກບໍລິການ ກໍຈະຕ້ອງຂະຫຍາຍຕົວ ເພີ້ມຂຶ້ນ 9.3 ແລະ 8.9 ເປີເຊັນຕໍ່ປີ ຕາມລຳດັບ ຊຶ່ງເຮັດໃຫ້ຈຳເປັນຈະຕ້ອງລະດົມເງິນລົງງທຶນ ທີ່ຈະນຳໃຊ້ໃນໂຄງການພັດທະນາຕ່າງໆ ຂອງລັດຖະບານລາວ ໃຫ້ໄດ້ເຖິງ 27 ຕື້ໂດລາ ໃນລະຍະ 5 ປີດັ່ງກ່າວ ໂດຍໃນນີ້ ເປັນ ການລົງທຶນພາກລັດຖະລານ 24 ຫາ 28 ເປີເຊັນ ພາກເອກະຊົນ 54 ຫາ 58 ເປີເຊັນ ແລະສິນເຊື່ອ ໃນລະບົບທະນາຄານ 19 ຫາ 21 ເປີເຊັນ ຂອງມູນຄ່າການລົງທຶນທັງໝົດ ທັງຍັງຈະຕ້ອງຄວບຄຸມອັດຕາເງິນເຟີ້ ແລະ ປະລິມານເງິນທຶນໝຸນວຽນ ໃຫ້ໄດ້ຕາມ ເປົ້າໝາຍ ແຜນການທີ່ວາງໄວ້ອີກດ້ວຍ ດັ່ງທີ່ ທ່ານສົມດີ ໄດ້ໃຫ້ການຢືນຢັນວ່າ:

“ອັດຕາເງິນເຟີ້ ຢູ່ໃນລະດັບທີ່ເໝາະສົມ ອັນນີ້ ກໍໄດ້ສົມທົບກັບທະນາຄານ ເພິ່ນວ່າ ບໍ່ໃຫ້ເກີນ 6 ເປີເຊັນ ສູງສຸດ ຮັບປະກັນສະຖຽນລະພາບທາງດ້ານອັດຕາແລກປ່ຽນ ຢູ່ໃນຂອບເຂດທີ່ຄຸ້ມຄອງໄດ້ ການເພີ້ມຂຶ້ນຂອງປະລິມານເງິນອອກສູ່ຂອດຈະລາ ຈອນ ຫຼື M2 ໃຫ້ສອດຄ້ອງກັບການຂະຫຍາຍຕົວ ຂອງເສດຖະກິດ ຄາດຄະເນລາຍ ຮັບງົບປະມານລວມ ໃນ 5 ປີ ໄດ້ລະຫວ່າງ 23 ຫາ 25 ເປີເຊັນ ຂອງ GDP ໃນນັ້ນ ລາຍຮັບພາຍໃນໄດ້ປະມານ 20 ຫາ 22 ເປີເຊັນ ຂອງ GDP.”

ກ່ອນໜ້ານີ້ ທ່ານລີເບີ ລີບົວປາວ ຫົວໜ້າສະຖາບັນຄົ້ນຄວ້າ ເສດຖະກິດແຫ່ງຊາດ ໄດ້ຖະແຫລງໃຫ້ການຄາດໝາຍວ່າ ເສດຖະກິດລາວ ຈະເຕີບໂຕປະມານ 7.7 ເປີເຊັນ ໃນແຜນການປີ 2015-2016 ໂດຍເປັນຜົນຈາກການຂະຫຍາຍຕົວ ຂອງຂະແໜງ ພະລັງງານໄຟຟ້າ ແລະ ອຸດສາຫະກຳປຸງແຕ່ງ ສ່ວນແຜນການປີ 2016-2017 ເສດຖະກິດລາວ ກໍຍັງຈະຂະຫຍາຍຕົວເພີ້ມຂຶ້ນ ໃນອັດຕາສະເລ່ຍເຖິງ 7.9 ເປີເຊັນ ໂດຍເປັນຜົນຈາກການເຕີບໂຕ ຂອງຂະແໜງບໍລິການ ແລະ ພະລັງໄຟຟ້າ ໃນຂະນະ ທີ່ຂະແໜງບໍ່ແຮ່ ຈະປະກອບສ່ວນໜ້ອຍລົງເລື້ອຍໆ.

ແຕ່ຢ່າງໃດກໍຕາມ ທະນາຄານໂລກ ໄດ້ຄາດໝາຍວ່າ ເສດຖະກິດລາວ ຂະຫຍາຍຕົວ ເພີ້ມຂຶ້ນ 6.4 ເປີເຊັນ ໃນລະຍະແຜນການປີ 2014-2015 ທຽບໃສ່ແຜນການປີ 2013- 2014 ໂດຍມີສາເຫດສຳຄັນ ມາຈາກການຕົກຕ່ຳລົງ ໃນພາກການສົ່ງສິນຄ້າ ອອກໄປ ຕ່າງປະເທດ ເນື່ອງຈາກລະດັບຄວາມຕ້ອງການສິນຄ້າທີ່ຕ່ຳລົງໃນທົ່ວໂລກ ທີ່ສົມທົບ ດ້ວຍການຕົກຕ່າງຂອງການປ່ອຍສິນເຊື່ອ ໃນລະບົບທະນາຄານໃນທົ່ວປະເທດລາວ.

ທະນາຄານໂລກ ຄາດວ່າ ການຂະຫຍາຍຕົວທາງເສດຖະກິດຂອງລາວ ຈະດີຂຶ້ນໃນປີ 2016 ສອດຄ້ອງກັບການຄາດໝາຍ ຂອງ ທ່ານສົມດີ ທີ່ໄດ້ຢືນຢັນວ່າ ເສດຖະກິດ ຂອງຈະຂະຫຍາຍຕົວເພີ້ມຂຶ້ນບໍ່ຕ່ຳກວ່າ 7.5 ເປີເຊັນ ໃນແຜນການປີ 2015-2016 ແຕ່ຄະນະຊ່ຽວຊານຂອງທະນາຄານພັດທະນາເອເຊຍ (ADB) ເຊື່ອວ່າ ເສດຖະກິດ ໃນລາວ ຈະຂະຫຍາຍຕົວເພີ້ມຂຶ້ນ ພຽງ 7.3 ເປີເຊັນ ເທົ່ານັ້ນ ໃນປີ 2015-2016.

ກ່ອນໜ້ານີ້ ກະຊວງແຜນການ ແລະ ການລົງທຶນ ລາຍງານວ່າ ໃນແຜນການປີ 2014- 2015 ລັດຖະບານລາວ ໄດ້ວາງເປົ້າໝາຍການພັດທະນາເສດຖະກິດ ໃຫ້ຂະຫຍາຍຕົວ ເພີ້ມຂຶ້ນ ໃນອັດຕາສະເລ່ຍ 7.5 ເປີເຊັນ ແຕ່ວ່າ ການທີ່ຈະຮັບປະກັນ ໄດ້ຢ່າງຄັກແນ່ວ່າ ເສດຖະກິດຂອງລາວຈະຂະຫຍາຍຕົວ ໃນອັດຕາດັ່ງກ່າວໄດ້ ຢ່າງແທ້ຈິງນັ້ນ ກໍຈະຕ້ອງ ລະດົມການລົງທຶນໃຫ້ໄດ້ຫຼາຍກວ່າ 39,690 ຕື້ກີບ ຫຼື 32 ເປີເຊັນ ຂອງ GDP ຕະຫຼອດ ປີ.

ແຕ່ວ່າ ລັດຖະບານລາວ ກໍສາມາດປະກອບສ່ວນໄດ້ພຽງ 3,300 ຕື້ກີບ ຫຼື ບໍ່ເຖິງ 10 ເປີເຊັນ ເທົ່ານັ້ນ ສ່ວນທີ່ເຫຼືອກໍຕ້ອງລະດົມຈາກການລົງທຶນ ຂອງເອກະຊົນລາວ ແລະ ຕ່າງຊາດໃນມູນຄ່າເຖິງ 18,200 ຕື້ກີບ ລວມການຊ່ວຍເຫຼືອ ຈາກນານາຊາດ ແລະ ເພີ້ມວົງເງິນສິນເຊື່ອ ໃນປະເທດອີກເຖິງ 18,190 ຕື້ກີບ.

XS
SM
MD
LG