ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານລາວ ຈະຕ້ອງສ້າງຕັ້ງໜ່ວຍງານກາງ ເພື່ອຮັບຜິດຊອບໃນການຄວບຄຸມ ແລະການກວດກາສໍາປະທານການຂຸດຄົ້ນແຮ່ທາດ


ການຂຸດຄົ້ນບໍ່ແຮ່ໃນ ສປປ ລາວ
ການຂຸດຄົ້ນບໍ່ແຮ່ໃນ ສປປ ລາວ

ລັດຖະບານລາວຈະຕ້ອງສ້າງຕັ້ງໜ່ວຍງານກາງ ເພື່ອຮັບຜິດຊອບໃນການຄວບຄຸມ ແລະການກວດກາສໍາປະທານການຂຸດຄົ້ນແຮ່ທາດ ໃນທົ່ວປະເທດ ແນໃສ່ການຈັດເກັບລາຍຮັບ ທີ່ມີປະສິດທິພາບສູງຂຶ້ນ ຊຶ່ງ ຊົງລິດ ໂພນເງິນ ມີລາຍງານຈາກບາງກອກ.

ສືບເນື່ອງຈາກການທີ່ບັນດາສະມາຊິກສະພາແຫ່ງຊາດລາວ ໄດ້ປະກອຍຄວາມເຫັນໃນກອງປະຊຸມສະໄໝສາມັນຄັ້ງທີ 5 ຂອງສະພາແຫ່ງຊາດລາວ ທີ່ດຳເນີນກອງປະຊຸມໃນຊ່ວງວັນທີ 26 ມິຖຸນາຫາ 18 ກໍລະກົດ 2023 ວ່າລັດຖະບານ ລາວໄດ້ຮັບຜົນຕອບແທນທີ່ບໍ່ຄຸ້ມຄ່າ ຈາກການໃຫ້ສຳປະທານການຂຸດຄົ້ນແຮ່ທາດແບບເລັ່ງດ່ວນແກ່ 98 ບໍລິສັດຈາກຈີນ ໂດຍລັດຖະບານລາວໄດ້ຮັບຄ່າສຳປະທານພຽງ 100 ລ້ານໂດລາສະຫະລັດ ເທົ່ານັ້ນ ໃນປີ 2022 ແລະຍັງເກັບຄ່າສຳປະທານບໍ່ທັນໄດ້ 128 ລ້ານໂດລາສະຫະລັດໃນປີ 2023 ນີ້ກໍໄດ້ເປັນຜົນເຮັດໃຫ້ມີການສະເໜີໃຫ້ລັດຖະບານລາວສ້າງຕັ້ງໜ່ວຍງານກາງຂຶ້ນມາເພື່ອຮັບຜິດຊອບໃນການຄວບຄຸມ ແລະການກວດກາສຳປະທານການຂຸດຄົ້ນແຫ່ທາດໃນທົ່ວປະເທດ ໂດຍແນໃສ່ການຈັດເກັບລາຍຮັບຈາກຄ່າສຳປະທານໃຫ້ມີປະສິດທິພາບສູງຂຶ້ນ ເພາະວ່າລັດຖະບານລາວໄດ້ຮັບຄ່າສຳປະທານຕໍ່າຫລາຍ ໃນໄລຍະທີ່ຜ່ານມານັ້ນ ໂດຍສະເພາະແມ່ນຄ່າສຳປະທານຂຸດຄົ້ນແຮ່ທາດຫາຍາກ ຫລື (Rare Earth) ທີ່ລັດຖະບານລາວໄດ້ຮັບສະເລ່ຍພຽງ 30 ໂດລາສະຫະລັດ ເທົ່ານັ້ນຕໍ່ການຂຸດຄົ້ນແຮ່ຫາຍາກໃນປະລິມານ 1 ຕັນ ທັງຍັງບໍ່ຮູ້ປະລິມານທີ່ຊັດເຈນອີກດ້ວຍວ່າ ບັນດາບໍລິສັດຈີນ ໄດ້ຂົນສົ່ງແຮ່ຫາຍາກຈາກລາວໄປຈີນເທົ່າໃດແທ້ ໃນໄລຍະທີ່ຜ່ານມາ ເນື່ອງຈາກບໍ່ມີໜ່ວຍງານກາງທີ່ດຳເນີນມາດຕະການຄວບຄຸມ ແລະການກວດກາຢ່າງມີປະສິດທິພາບ ຮວມທັງຍັງບໍ່ມີແຜນຍຸດທະສາດ ລະດັບຊາດວ່າດ້ວຍການພັດທະນາການປຸງແຕ່ງແຮ່ທາດອິີກດ້ວຍ ດັ່ງສະມາຊິກສະພາແຫ່ງຊາດລາວ ໄດ້ຖະແຫລງໃຫ້ທັດສະນະວ່າ:

ການຂຸດຄົ້ນແຮ່ທາດໃນຕໍ່ໜ້ານີ້ ຂໍໃຫ້ຮວມສູນຢູ່ບ່ອນດຽວ ເພາະຜ່ານມານີ້ ພວກເຮົາປ່ອຍປະລະເລີຍຫລາຍ ບັດນີ້ຜົນປະໂຫຍດຂອງປະເທດຊາດ ກໍບໍ່ໄດ້ຈັກພໍເທົ່າໃດຈັ່ງຊັ້ນ ຖ້າຫາກມີລັດວິສາຫະກິດພັດທະນາບໍ່ແຮ່ລາວຂຶ້ນມາເປັນໂຕແທນໃຫ້ແກ່ລັດຖະບານ ຜົນປະໂຫຍດກໍແມ່ນລັດຖະບານໄດ້ບາດນີ້ ຍຸດທະສາດການປຸງແຕ່ງແຮ່ທາດຢູ່ພາຍໃນປະເທດນີ້ ກໍຍັງບໍ່ທັນຈະແຈ້ງ ເພາະວ່າພວກເຮົາຕ້ອງກຳໜົດວ່່າ ແຮ່ທາດຊະນິດນີ້ ຄວນປຸງແຕ່ງນີ້ ຮອດພູ້ນມັນຈັກ ​ເປີ​ເຊັນ ແລະຈະເອົາອອກ ນອກນີ້ຈະເປີເຊັນ.“

ຍິ່ງໄປກວ່ານັ້ນ ກໍຍັງປາກົດດ້ວຍວ່າໃນປັດຈຸບັນ 13 ບໍລິສັດຈີນ ໄດ້ຢຸດການດຳເນີນທຸລະກຳ ໃນການຂຸດຄົ້ນ ແລະຊື້ຂາຍເງິນ Crypto ໄປແລ້ວ ພ້ອມກັນນີ້ກໍຍັງປາກົດດ້ວຍວ່າ ມີຫລາຍບໍລິສັດທີ່ບໍ່ໄດ້ປະຕິບັດຕາມສັນຍາສຳປະທານ ແລະຫລາຍບໍລິສັດ ກໍຍັງບໍ່ມີປະສົບການໃນດ້ານການຂຸດຄົ້ນແຮ່ທາດອີກດ້ວຍ ສະນັ້ນ ຈຶ່ງມິຄວາມຈຳເປັນຢ່າງຍິ່ງທີ່ລັດຖະບານລາວ ຈະຕ້ອງທົບທວນຄືນວ່າ ການອະນຸຍາດໃຫ້ສຳປະທານດັ່ງກ່າວມັນຄຸ້ມຄ່າຫລືບໍ່ ສ່ວນການຈັດທຳແຜນທີ່ຊັບພະຍາກອນແຮ່ທາດໃນທົ່ວປະເທດນັ້ນ ຄາດໝາຍວ່າຈະຈັດທຳແລ້ວເສັດໃນປີ 2030 ຖ້າຫາກໄດ້ຮັບການສະໜັບສະໜູນດ້ານງົບປະມານຢ່າງພຽງພໍ ດັ່ງທີ່ ທ່ານໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານແລະບໍ່ແຮ່ ຖະແຫລງ ວ່າ:

ສຶບຕໍ່ສຳຫລວດ ສ້າງແຜນທີ່ທໍລະນີສາດ ແຮ່່ທາດ ມາດຕາສ່ວນ 1 ສ່ວນ 100,000 ໃນເຂດທີ່ບໍ່ໄດ້ປະຕິບັດ ທີ່ມີເນື້ອທີ 74,696 ກິໂລຕາແມັດ ຊຶ່ງກວມເອົາ 31.5 ຂອງເນື້ອທີ່ທົ່ວປະເທດ ໃຫ້ສຳເລັດຮ້ອຍສ່ວນຮ້ອຍໃນປີ 2030 ຄາດວ່າຈະໃຊ້ງົບປະມານ 20 ລ້ານໂດລາສະຫະລັດ ແລະຄັດເລືອກສ້າງແຜນ ທີ່ທໍລະນີສາດແຮ່ທາດມາດຕາສ່ວນ 1 ສ່ວນ 200,000 ມາເປັນຕາສ່ວນ 1 ສ່ວນ 50,000 ໃນເຂດທີີ່ມີທ່າແຮງທາງດ້ານແຮ່ທາດ ຄາດວ່າຈະໃຊ້ງົບປະ ມານຈະນວນ 4,450,000 ໂດລາສະຫະລັດ.

ທັງນີ້ໂດຍສຳລັບການຂຸດຄົ້ນແຮ່ທາດທີ່ຫາຍາກນັ້ນ ເຖິງແມ່ນວ່າບໍລິສັດຊຸນຕ້າພັດທະນາບໍ່ແຮ່ຈຳກັດ ຊຶ່ງໄດ້ຮັບອະນຸຍາດໃຫ້ຂຸດຄົ້ນ ໃນພື້ນທີ່ 3 ກິໂລແມັດມົນທົນ ທີ່ເຂດບ້ານປຸງ ແລະບ້ານນາຂີ່ ເມືອງຜາໄຊ ແລະບໍລິສັດຕົງຫລີເຊີງພັດທະນາບໍ່ແຮ່ຈຳກັດ ທີ່ໄດ້ຮັບອະນຸຍາດໃຫ້ຂຸດຄົ້ນ ໃນພື້ນທີ່ 25.28 ກິໂລ
ແມັດມົນທົນ ຢູ່ເຂດບ້ານໃໝ່ ແລະບ້້ານນາສາບ ເມືອງຜາໄຊ ແຂວງຂຽງຂວາງ ໂດຍທັງ 2 ບໍລິສັດ ໄດ້ຂຸດເຈາະເພື່ອສຳຫລວດຫາແຮ່ທາດດັ່ງກ່າວແລ້ວ 30 ກວ່າຂຸມກໍ່ຕາມ ແຕ່ກໍຍັງບໍ່ມີລາຍງານ ຜົນຄືບໜ້າແຕ່ຢ່າງໃດ ໃນຂະນະທີ່ສຳປະທານດັ່ງກ່າວມີອາຍຸຈົນເຖິງທ້າຍປີ 2025 ຈຶ່ງຍັງບໍ່​ຊັດເຈນວ່າ ລັດຖະບານລາວຈະໄດ້ຮັບຜົນຕອບແທນເທົ່າໃດ.

XS
SM
MD
LG