ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ລາວ ຍັງຕ້ອງປະຕິຮູບ ລະບົບການເງິນ ໂດຍແນໃສ່ ການດຸ່ນດ່ຽງ ລະຫວ່າງ ລາຍຮັບ ແລະ ລາຍຈ່າຍ


ເງິນຕາ ໃບນຶ່ງແສນກີບ ຂອງ ລາວ
ເງິນຕາ ໃບນຶ່ງແສນກີບ ຂອງ ລາວ

ລັດຖະບານລາວ ຍັງດຳເນີນການປະຕິຮູບ ລະບົບການເງິນຢ່າງຕັ້ງໜ້າ ໂດຍແນໃສ່
ການດຸ່ນດ່ຽງ ລະຫວ່າງ ລາຍຮັບກັບລາຍຈ່າຍ ກໍຄື ຢຸດການຂາດດຸນງົບປະມານຂອງ
ລັດ ໃຫ້ໄດ້ຢ່າງແທ້ຈິງ ພາຍໃນປີ 2025.

ທ່ານບຸນເຫຼືອ ສິນໄຊວໍລະວົງ ຫົວໜ້າກົມນະໂຍບາຍການເງິນ ແລະນິຕິກຳ ກະຊວງ
ການເງິນ ຢືນຢັນວ່າ ການປະຕິຮູບລະບົບການເງິນ ຂອງລັດຖະບານລາວ ຍັງດຳເນີນ
ໄປຢ່າງຕັ້ງໜ້າ ພາຍໃຕ້ແຜນຍຸດທະສາດ ການພັດທະນາຂະແໜງການເງິນ ນັບຈາກ
ປັດຈຸບັນເຖິງປີ 2025 ທີ່ແນໃສ່ການດຸ່ນດ່ຽງ ລະຫວ່າງ ລາຍຮັບກັບລາຍຈ່າຍ ໃນແຜນ
ການງົບປະມານ ຂອງລັດຖະບານ ໃຫ້ໄດ້ຢ່າງແທ້ຈິງພາຍໃນປີ 2025 ດ້ວຍການປັບ
ປຸງ ແລະສ້າງບັນດານິຕິກຳ ລະບົບຄຸ້ມຄອງ ລະບົບຂໍ້ມູນ-ຂ່າວສານ ການແຈ້ງພາສີ
ການອອກເລກໝາຍຜູ້ເສຍພາສີອາກອນ ການວິໄຈຂໍ້ມູນໜີ້ສິນພາກລັດ ແລະອື່ນໆ
ໃຫ້ທັນສະໄໝ ເຮັດໃຫ້ການຈັດເກັບລາຍຮັບ ແລະການຄຸ້ມຄອງລາຍຈ່າຍ ຂອງລັດ
ຖະບານລາວ ມີປະສິດທິພາບສູງຂຶ້ນ ດັ່ງທີ່ທ່ານບຸນເຫຼືອ ໃຫ້ການຢືນຢັນວ່າ:

“ປັດຈຸບັນນີ້ ກະຊວງການເງິນຂອງພວກເຮົາ ໄດ້ຫ້າງຫາ ກະກຽມ ຜັນຂະຫຍາຍ
ຍຸດທະສາດດັ່ງກ່າວ ເປັນແຜນງານ ແລ້ວກະໂຄງການລະອຽດເພື່ອເລີ່ມຈັດຕັ້ງ
ປະຕິບັດ ແຕ່ປີ 2018 ເປັນຕົ້ນໄປ ການປະຕິຮູບຂະແໜງການເງິນ ພວກເຮົານີ້
ໄດ້ສຸມໃສ່ການກໍ່ສ້າງພື້ນຖານໂຄງລ່າງ ໃຫ້ແກ່ການບໍລິຫານເງິນ ໃນພາກລັດ
ຂອງພວກເຮົາຫັ້ນ ໃຫ້ມີຄວາມເຂັ້ມແຂງ ເນັ້ນໃສ່ການຄົ້ນຄວ້າ ປັບປຸງບັນດາ
ນະໂຍບາຍທາງດ້ານ ລາຍຮັບ-ລາຍຈ່າຍ ໃຫ້ມັນສອດຄ້ອງກັບສະພາບ
ເສດຖະກິດ-ສັງຄົມ ໃນປັດຈຸບັນ.”

ສະພາການຄ້າ ແລະອຸດສາຫະກຳ ຂອງປະເທດຢູໂຣບ ປະຈຳ ລາວ ໄດ້ຈັດກອງປະຊຸມ ແລກປ່ຽນຄວາມຄິດເຫັນ ຂອງບັນດານັກຊ່ຽວຊານ ແລະເຈົ້າໜ້າທີ່ໆກ່ຽວຂ້ອງ ກ່ຽວກັບ ລະບົບການເກັບພາສີ ທີ່ເອີ້ນວ່າ Lao Tax Forum 2017 ຄັ້ງທຳອິດ ຢູ່ທີ່ນະຄອນວຽງຈັນ.
ສະພາການຄ້າ ແລະອຸດສາຫະກຳ ຂອງປະເທດຢູໂຣບ ປະຈຳ ລາວ ໄດ້ຈັດກອງປະຊຸມ ແລກປ່ຽນຄວາມຄິດເຫັນ ຂອງບັນດານັກຊ່ຽວຊານ ແລະເຈົ້າໜ້າທີ່ໆກ່ຽວຂ້ອງ ກ່ຽວກັບ ລະບົບການເກັບພາສີ ທີ່ເອີ້ນວ່າ Lao Tax Forum 2017 ຄັ້ງທຳອິດ ຢູ່ທີ່ນະຄອນວຽງຈັນ.

​ສຳລັບແຜນການງົບປະມານ ລາຍຮັບ-ລາຍຈ່າຍ ໃນສົກປີ 2018 ຂອງລັດຖະບານ
ລາວ ທີ່ກອງປະຊຸມ ສະໄໝສາມັນ ຄັ້ງທີ 4 ຂອງສະພາແຫ່ງຊາດລາວ ໄດ້ລົງມະຕິ
ຮັບຮອງເອົາຢ່າງເປັນທາງການ ເມື່ອວັນທີ 17 ພະຈິກ 2017 ທີ່ຜ່ານມາ ໄດ້ວາງ
ເປົ້າໝາຍ ໃນການຈັດເກັບລາຍຮັບໃຫ້ໄດ້ ໃນມູນຄ່າ 25,452 ຕື້ກີບ ຄິດເປັນ 17.02
ເປີເຊັນ ຂອງຍອດຜະລິດຕະພັນລວມ (GDP) ແລະຈະຕ້ອງຄຸມລາຍຈ່າຍ ບໍ່ໃຫ້ເກີນ
32,809 ຕື້ກີບ ຄິດເປັນ 21.94 ເປີເຊັນ ຂອງ GDP ດ້ວຍ ໃນເວລາດຽວກັນ.

ໂດຍການຈັດຕັ້ງປະຕິບັດໄດ້ຕາມແຜນການດັ່ງກ່າວ ກໍຈະເຮັດໃຫ້ລັດຖະບານ ລາວ
ຂາດດຸນງົບປະມານ ໃນມູນຄ່າບໍ່ເກີນ 7,357 ຕື້ກີບ ຄິດເປັນ 4.92 ເປີເຊັນ ຂອງ GDP
ໃນປີ 2018 ຊຶ່ງຄາດວ່າ ຈະມີມູນຄ່າລວມ 149,471 ຕື້ກີບ ຫຼືປະມານ 18,100 ລ້ານ
ໂດລາ ຫາກແຕ່ວ່າ ໃນແຜນການປີ 2017 ຜ່ານມາ ກໍປາກົດວ່າ ລັດຖະບານ ລາວ ຂາດ
ດຸນງົບປະມານ ໃນມູນຄ່າລວມ 8,019 ຕື້ກີບ ຄິດເປັນ 6.18 ເປີເຊັນ ຂອງ GDP ໂດຍມີ
ລາຍຈ່າຍພາກລັດ ໃນມູນຄ່າ 31,508 ຕື້ກີບ ຄິດເປັນ 97.24 ເປີເຊັນ ຂອງແຜນການປີ
ຫາກແຕ່ວ່າ ລາຍຈ່າຍດັ່ງກ່າວ ຍັງບໍ່ລວມທັງໜີ້ສິນທີ່ລັດຖະບານຈະຕ້ອງຊຳລະຄືນ ໃນ
ທ້າຍປີ 2017 ແຕ່ຢ່າງໃດ ໝາຍຄວາມວ່າ ລັດຖະບານ ຍັງຈະຕ້ອງຈັດຫາງົບປະມານ
ອີກ 6,216 ຕື້ກກີບ ເພື່ອຊຳລະເງິນກູ້ ແລະພັນທະບັດ ທັງພາຍໃນ ແລະຕ່າງປະເທດ
ຈຶ່ງເຮັດໃຫ້ລັດຖະບານລາວ ຂາດດຸນງົບປະມານຕົວຈິງ ເຖິງ 10.97 ເປີເຊັນ ຂອງ GDP.

ທະນາຄານແຫ່ງ ສປປ ລາວ ໄດ້ຈັດກອງປະຊຸມ ເຜີຍແຜ່ ການພັດທະນາຍຸດທະສາດ ລະບົບສະຖາບັນການເງິນ ແລະເງິນຕາ ຂອງ ສປປ ລາວ ໄລຍະ 10 ປີ ຈາກປີ 2016-2025.
ທະນາຄານແຫ່ງ ສປປ ລາວ ໄດ້ຈັດກອງປະຊຸມ ເຜີຍແຜ່ ການພັດທະນາຍຸດທະສາດ ລະບົບສະຖາບັນການເງິນ ແລະເງິນຕາ ຂອງ ສປປ ລາວ ໄລຍະ 10 ປີ ຈາກປີ 2016-2025.

​ທາງດ້ານທ່ານສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີວ່າການ ກະຊວງ
ການເງິນ ກໍຍອມຮັບວ່າ ລັດຖະບານລາວ ຈັດເກັບລາຍຮັບໄດ້ 95 ເປີເຊັນ ຂອງແຜນ
ການປີ 2017 ແລະປະຕິບັດລາຍຈ່າຍໄດ້ 96.65 ເປີເຊັນ ຂອງແຜນການປີ ໂດຍລາຍ
ຮັບທີ່ຫລຸດລົງຫຼາຍທີ່ສຸດ ກໍຄືຄ່າສຳປະທານໃນທຸລະກິດ ໂທລະຄົມມະນາຄົມ ແລະ
ການຂຸດຄົ້ນແຮ່ທາດ ໂດຍສະເພາະບໍ່ແຮ່ຄຳ ຢູ່ພູເບ້ຍ ແລະບ້ານຫ້ວຍຊາຍ ໃນແຂວງ
ໄຊສົມບູນ ນັ້ນ ຍັງຕ້ອງປະເຊີນກັບສະພາວະຂາດທຶນ ລວມກັນເກີນກວ່າ 200 ຕື້ກີບ
ອີກດ້ວຍ.

ສ່ວນລາຍຮັບຈາກຄ່າສຳປະທານທຸລະກິດ ໂທລະຄົມມະນາຄົມ ທີ່ຫລຸດລົງນັ້ນ ກໍເພາະ
ວ່າ ໄດ້ມີການໃຊ້ບໍລິການໂທລະຄົມມະນາຄົມລົດລົງ ໂດຍປະຊາຊົນລາວ ແລະບັນດາ
ຫົວໜ່ວຍທຸລະກິດຕ່າງໆ ໄດ້ພາກັນຫັນໄປຊົມໃຊລະບົບ Line ແລະ Internet ທີ່ບໍ່ມີ
ຄ່າໃຊ້ຈ່າຍ ຈຶ່ງເຮັດໃຫ້ລາຍຮັບຂອງລັດຖະບານລາວ ຫລຸດລົງນັ້ນເອງ.

ທາງດ້ານທະນາຄານພັດທະນາເອເຊຍ (ADB) ກໍຄາດວ່າ ເສດຖະກິດລາວ ຈະຂະ
ຫຍາຍຕົວເພີ່ມຂຶ້ນ 7 ເປີເຊັນ ໃນປີ 2018 ເມື່ອທຽບໃສ່ປີ 2017 ຫາກແຕ່ລັດຖະບານ
ລາວ ຍັງຈະຕ້ອງປະເຊີນກັບການຂາດດຸນທາງດ້ານເງິນທຶນໝຸນວຽນ ເຖິງ 20 ເປີເຊັນ
ຂອງ GDP ໂດຍເພີ່ມຂຶ້ນຈາກ 19 ເປີເຊັນ ຂອງ GDP ໃນປີ 2017 ທີ່ຜ່ານມາ.

XS
SM
MD
LG