ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ລາວ ຈັດຕັ້ງປະຕິບັດ ແຜນການຫຼຸດຜ່ອນ ຈຳນວນ ຄອບຄົວທຸກຍາກ ໄດ້ເກີນຄາດໝາຍ


ພວກເດັກນ້ອຍ ຢູ່ໃນເຂດຊົນນະບົດ ຫ່າງໄກສອກຫລີກ ສ່ວນໃຫຍ່ແລ້ວ ມາຈາກຄອບຄົວທີ່ທຸກຍາກ
ພວກເດັກນ້ອຍ ຢູ່ໃນເຂດຊົນນະບົດ ຫ່າງໄກສອກຫລີກ ສ່ວນໃຫຍ່ແລ້ວ ມາຈາກຄອບຄົວທີ່ທຸກຍາກ

ລັດຖະບານລາວ ຈັດຕັ້ງປະຕິບັດແຜນການຫລຸດຜ່ອນ ຈຳນວນຄອບຄົວທຸກຍາກ ໄດ້
ເກີນກວ່າຄາດໝາຍ ທີ່ວາງເອົາໄວ້ ຫາກແຕ່ຊີວິດການເປັນຢູ່ຂອງປະຊາຊົນໃນເຂດ
ຕົວເມືອງ ກັບຊົນນະບົດ ຍິ່ງແຕກໂຕນກັນຫລາຍຂຶ້ນ.

ທ່ານສຸພັນ ແກ້ວມີໄຊ ລັດຖະມົນຕີວ່າການ ກະຊວງແຜນການ ແລະການລົງທຶນ ຍອມ
ຮັບວ່າ ການຈັດຕັ້ງປະຕິບັດແຜນການຫລຸດຜ່ອນບັນຫາຄວາມຍາກຈົນ ຂອງປະຊາຊົນ
ລາວໃນປີ 2017 ເຖິງແມ່ນວ່າ ຈະປະຕິບັດໄດ້ເກີນຄາດໝາຍ ທີ່ວາງໄວ້ກໍຕາມ ຫາກແຕ່
ກໍປາກົດວ່າ ສະພາບຊີວິດການເປັນຢູ່ຂອງປະຊາຊົນລາວ ທີ່ຢູ່ໃນເຂດຕົວເມືອງ ກັບ
ຊົນນະບົດ ມີການແຕກໂຕນກັນຫຼາຍນັບມື້ ໂດຍຈະເຫັນໄດ້ຢ່າງຊັດເຈນ ຈາກອັດຕາ
ສະເລ່ຍ ຄວາມຍາກຈົນຂອງປະຊາຊົນໃນເຂດນະຄອນວຽງຈັນ ທີ່ຍັງເຫຼືອພຽງ 1
ເປີເຊັນ ເທົ່ານັ້ນ ຂະນະທີ່ໃນຕ່າງແຂວງ ກັບຍັງມີປະຊາຊົນຍາກຈົນເກີນກວ່າ 30
ເປີເຊັນ ດັ່ງທີ່ ທ່ານສຸພັນ ໄດ້ໃຫ້ການຢືນຢັນວ່າ:

“ອັດຕາຄົນທຸກຍາກໂດຍທົ່ວໄປ ແມ່ນຍັງເຫຼືອຢູ່ 23.2 ເປີເຊັນ ແຕ່ກໍມີຄວາມແຕກ
ໂຕນກັນຫຼາຍໃນແຕ່ລະທ້ອງຖິ່ນ ເຊັ່ນແຂວງທີ່ທຸກຍາກກວ່າໝູ່ ຢູ່ແຂວງສາລະວັນ
49.8 ເປີເຊັນ ແຂວງບໍ່ແກ້ວ ຍັງ 44 ເປີເຊັນ ເຊກອງ ຍັງ 42.7 ເປີເຊັນ ຫົວພັນຍັງ
39.2 ເປີເຊັນ ຊຽງຂວາງ 31.9 ເປີເຊັນ ອຸດົມໄຊ 30.1 ເປີເຊັນ.”

ແຜນທີ່ ສະແດງໃຫ້ເຫັນ ອັດຕາຄວາມໜາແໜ້ນ ຂອງປະຊາຊົນລາວ ທີ່ມີສະຖານະພາບທຸກຍາກ ໃນແຕ່ລະຂົງເຂດຂອງລາວ
ແຜນທີ່ ສະແດງໃຫ້ເຫັນ ອັດຕາຄວາມໜາແໜ້ນ ຂອງປະຊາຊົນລາວ ທີ່ມີສະຖານະພາບທຸກຍາກ ໃນແຕ່ລະຂົງເຂດຂອງລາວ

ກ່ອນໜ້ານີ້ ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ກໍໄດ້ຢືນຢັນວ່າ ເປົ້າໝາຍຂອງ
ລັດຖະບານລາວ ທີ່ຈະລົບລ້າງຄວາມທຸກຍາກໃຫ້ໄດ້ຢ່າງສິ້ນເຊີງ ເພື່ອທີ່ຈະເຮັດໃຫ້
ລາວຫລຸດພົ້ນ ຈາກສະພາບດ້ອຍພັດທະນາໃຫ້ໄດ້ຢ່າງແທ້ຈິງ ໃນປີ 2020 ນັ້ນ ບໍ່ໄດ້
ໝາຍຄວາມວ່າ ຈະບໍ່ມີຄົນຍາກຈົນເຫຼືອຢູ່ໃນລາວເລີຍ ແຕ່ຢ່າງໃດ ຫາກແຕ່ແນໃສ່
ເຮັດໃຫ້ປະຊາຊົນມີຢູ່ ມີກິນ ໄດ້ຮັບການຮັກສາປິ່ນປົວເມື່ອເຈັບປ່ວຍ ລູກຫລານໄດ້ ເຂົ້າໂຮງຮຽນ ແລະສ້າງເງື່ອນໄຂໃຫ້ມີການຜະລິດ ທີ່ກຸ້ມຕົນເອງ ໃຫ້ໄດ້ຢ່າງຍືນຍົງ.

ພວກເດັກນ້ອຍ ຢູ່ໃນໄວຮ່ຳຮຽນ ຊັ້ນອານຸບານ ກຳລັງພາກັນ ສຳຫຼວດເບິ່ງປຶ້ນຮຽນ ຂອງຕົນ
ພວກເດັກນ້ອຍ ຢູ່ໃນໄວຮ່ຳຮຽນ ຊັ້ນອານຸບານ ກຳລັງພາກັນ ສຳຫຼວດເບິ່ງປຶ້ນຮຽນ ຂອງຕົນ

ສ່ວນຄະນະພັດທະນາຊົນນະບົດ ແລະລົບລ້າງຄວາມທຸກຍາກ ຂັ້ນສູນກາງ ລາຍງານ
ວ່າ ການຈັດຕັ້ງປະຕິບັດໂຄງການພັດທະນາຊົນນະບົດໃນປີ 2017 ໄດ້ວາງເປົ້າໝາຍ
ຈະລົບລ້າງບັນຫາຄວາມຍາກຈົນຂອງປະຊາຊົນລາວໃຫ້ໄດ້ 5,580 ຄອບຄົວ ເພື່ອ
ເຮັດໃຫ້ເຫຼືອ 70,924 ຄອບຄົວທີ່ຍາກຈົນ ຫຼື 6.09 ເປີເຊັນ ຂອງຈຳນວນຄອບຄົວ
ທັງໝົດ ໃນທົ່ວປະເທດ ທັງວາງຄາດໝາຍການລົບລ້າງບ້ານທຸກຍາກ ໃຫ້ໄດ້ 178
ບ້ານ ຊຶ່ງຈະເຮັດໃຫ້ຍັງເຫຼືອບ້ານທຸກຍາກບໍ່ເກີນ 1,511 ບ້ານ ຄິດເປັນ 18 ເປີເຊັນ ຂອງບ້ານທັງໝົດ ໂດຍຜ່ານການຈັດຕັ້ງປະຕິບັດໃນລະຍະ 6 ເດືອນຕົ້ນປີ 2017 ນີ້
ກໍປາກົດວ່າ ລັດຖະບານລາວ ສາມາດລົບລ້າງຄວາມຍາກຈົນ ຂອງປະຊາຊົນລາວ
ໄດ້ 6,546 ຄອບຄົວໃນ 83 ບ້ານ ຊຶ່ງເກີນກວ່າແຜນການທີ່ວາງເອົາໄວ້ດັ່ງກ່າວ.

ແຕ່ຢ່າງໃດກໍຕາມ ທ່ານທອງລຸນ ຍອມຮັບວ່າ ການຈັດຕັ້ງປະຕິບັດແຜນການພັດທະນາ
ຂອງລັດຖະບານລາວ ບໍ່ສາມາດບັນລຸຄາດໝາຍທີ່ວາງໄວ້ເປັນສ່ວນຫຼາຍ ເພາະວ່າ
ກົນໄກການຈັດຕັ້ງປະຕິບັດວຽກງານຂອງລັດຖະບານ ທັງໃນຂັນສູນກາງ ແລະ ທ້ອງ
ຖິ່ນນັ້ນ ມີບຸກຄະລາກອນຈຳນວນບໍ່ນ້ອຍ ທີ່ຂາດຄວາມຮັບຜິດຊອບ ຕໍ່ສ່ວນລວມ
ທັງຍັງ ເປັນບຸກຄະລາກອນທີ່ບໍ່ມີຄວາມຮູ້-ຄວາມສາມາດໃນວຽກງານ ທີ່ຕົນຮັບ
ຜິດຊອບ ອີກດ້ວຍ.

ທ່ານທອງລຸນ ຍອມຮັບດ້ວຍວ່າ ການຈັດຕັ້ງແຜນການພັດທະນາ ທາງເສດຖະກິດຂອງ
ລາວ ໃນປີ 2017 ນີ້ ຈະບໍ່ສາມາດຈັດຕັ້ງປະຕິບັດໄດ້ຕາມຄາດໝາຍທີ່ວາງໄວ້ ກໍຄື
ໃນຂະນະທີ່ໄດ້ວາງຄາດໝາຍການຂະຫຍາຍຕົວຂອງ ຍອດຜະລິດຕະພັນລວມພາຍໃນ
(GDP) ໄວ້ທີ່ອັດຕາສະເລ່ຍ 7 ເປີເຊັນ ຫາກແຕ່ການຈັດຕັ້ງປະຕິບັດຕົວຈິງ ຈະສາມາດ
ບັນລຸໄດ້ພຽງ 6.83 ເປີເຊັນເທົ່ານັ້ນ.

ສ່ວນທ່ານບຸນປອນ ສີສຸລາດ ປະທານກຳມະທິການເສດຖະກິດ ເທັກໂນໂລຈີ ແລະ
ສິ່ງແວດລ້ອມ ຂອງສະພາແຫ່ງຊາດລາວ ຖະແຫລງວ່າ ການຈັດຕັ້ງປະຕິບັດແຜນການ
ພັດທະນາເສດຖະກິດ ແລະສັງຄົມຂອງລັດຖະບານລາວ ໃນລະຍະ 9 ເດືອນຂອງປີ
2017 ນີ້ ບໍ່ສາມາດບັນລຸຄາດໝາຍທີ່ວາງໄວ້ໃນເກືອບທຸກໆດ້ານ ເຊັ່ນ ການສະໜອງ
ແຮງງານ ໄດ້ພຽງ 47.4 ເປີເຊັນຂອງແຜນການ ການເຂົ້າເຖິງຫລັກປະກັນ ດ້ານ
ສຸຂະພາບ ປະຕິບັດໄດ້ພຽງ 34.7 ເປີເຊັນ ໃນຂະນະທີ່ເປົ້າໝາຍແຜນການໄດ້ວາງ
ເອົາໄວ້ເຖິງ 51 ເປີເຊັນຂອງປະຊາກອນລາວ ໃນທົ່ວປະເທດ.

ສຳລັບໃນແຜນການປີ 2015-2016 ທີ່ຜ່ານມາ ລັດຖະບານລາວ ໄດ້ວາງເປົ້າໝາຍ
ລົບລ້າງບັນຫາຄວາມຍາກຈົນ ຂອງປະຊາຊົນລາວໃຫ້ໄດ້ໃນ 179 ບ້ານ ຄິດເປັນ
0.48 ເປີເຊັນ ຂອງບ້ານທຸກຍາກທັງໝົດ ໃນທົ່ວປະເທດ ຫາກແຕ່ ຈາກການຈັດຕັ້ງ
ປະຕິບັດຕົວຈິງ ສາມາດບັນລຸໄດ້ພຽງແຕ່ 50 ບ້ານ ຄິດເປັນ 0.03 ເປີເຊັນເທົ່ານັ້ນ
ຂອງບ້ານທຸກຍາກທີ່ມີຢູ່ທັງໝົດ 1,736 ບ້ານ ທັງຍັງມີເດັກອາຍຸຕ່ຳກວ່າ 5 ປີ ຄິດເປັນ
44 ເປີເຊັນ ທີ່ຍັງປະເຊີນກັບການຂາດແຄນດ້ານໂພຊະນາການຢ່າງໜັກ.

XS
SM
MD
LG