ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານລາວ ລົ້ມແຫຼວໃນການຈັດຕັ້ງປະຕິບັດ 24 ເປົ້າໝາຍຂອງການພັດທະນາທາງສັງຄົມ


ຕະຫຼາດຂາຍຜັກທີ່ບາງສ່ວນປູກຢູ່ໃນປະເທດ ແລະບາງສ່ວນກໍນຳເຂົ້າຈາກປະເທດເພື່ອນບ້ານ ພ້ອມທັງເຄື່ອງໃຊ້ເຄື່ອງສອຍ ທີ່ເປັນສ່ວນນຶ່ງເຮັດໃຫ້ເກີດພາວະເງິນເຟີ້.
ຕະຫຼາດຂາຍຜັກທີ່ບາງສ່ວນປູກຢູ່ໃນປະເທດ ແລະບາງສ່ວນກໍນຳເຂົ້າຈາກປະເທດເພື່ອນບ້ານ ພ້ອມທັງເຄື່ອງໃຊ້ເຄື່ອງສອຍ ທີ່ເປັນສ່ວນນຶ່ງເຮັດໃຫ້ເກີດພາວະເງິນເຟີ້.

ລັດຖະບານລາວ ລົ້ມແຫຼວໃນການຈັດຕັ້ງປະຕິບັດ 24 ເປົ້າໝາຍຂອງການພັດທະນາທາງສັງຄົມ ເພື່ອຍົກລະດັບຄຸນນະ ພາບຊີວິດການເປັນຢູ່ທີ່ດີຂອງປະຊາຊົນລາວ ທັງຍັງປາກົດມີຫຼາຍດ້ານທີ່ຕົກຕ່ຳລົງກວ່າເກົ່າ.

ສະມາຊິກສະພາແຫ່ງຊາດລາວ ເປີດເຜີຍວ່າ ບັນຫາວິກິດການທາງເສດຖະກິດ ແລະການຕົກຕ່ຳລົງຢ່າງໜັກຂອງຄ່າເງິນກີບ ໄດ້ສົ່ງຜົນກະທົບຕໍ່ການຈັດຕັ້ງປະຕິບັດບັນດາເປົ້າໝາຍການພັດທະນາທາງສັງຄົມຂອງລາວ ໃນທຸກໆດ້ານ ໂດຍເຖິງແມ່ນວ່າ ການຈັດເກັບລາຍຮັບຂອງລັດຖະບານລາວ ຈະເພີ້ມຂຶ້ນເຖິງ 21.7 ເປີເຊັນ ໃນປີ 2023 ທັງຍັງຄາດວ່າ ຈະເພີ້ມຂຶ້ນອີກເຖິງ 29 ເປີເຊັນ ໃນປີ 2024 ນີ້ກໍຕາມ ແຕ່ດ້ວຍການຕົກຕ່ຳລົງຂອງຄ່າເງິນກີບ ເມື່ອທຽບໃສ່ເງິນໂດລາສະຫະລັດ ຈຶ່ງເຮັດໃຫ້ລາຍຮັບທີ່ເພີ້ມຂຶ້ນດັ່ງກ່າວ ບໍ່ໄດ້ເຮັດໃຫ້ຄວາມສາມາດໃນດ້ານລາຍຈ່າຍຂອງລັດຖະບານລາວ ເພີ້ມຂຶ້ນແຕ່ຢ່າງໃດ ຊຶ່ງເມື່ອສົມທົບກັບ 48 ເປີເຊັນຂອງງົບປະມານລາຍຈ່າຍທັງໝົດນັ້ນ ກໍຄືລາຍຈ່າຍດ້ານບໍລິຫານແລະເງິນເດືອນຂອງພະນັກງານລັດຖະບານດ້ວຍແລ້ວ ກໍຍັງເຮັດໃຫ້ເກີດບັນຫາຂາດງົບປະມານສຳລັບນຳໃຊ້ໃນໂຄງ ການພັດທະນາຕ່າງໆ ອັນເຮັດໃຫ້ລັດຖະບານລາວ ບ9ສາມາດບັນລຸເປົ້າໝາຍການພັດທະນາທາງສັງຄົມໃນ 24 ດ້ານດ້ວຍກັນ ດັ່ງທີ່ສະມາຊິກສະພາແຫ່ງຊາດ ຢືນຢັນວ່າ:

“ການຈັດຕັ້ງປະຕິບັດຄາດໝາຍໃນຂົງເຂດວັດທະນະທຳສັງຄົມ ຍັງມີ 24 ຄາດໝາຍບໍ່ທັນຮັບປະກັນທາງດ້ານປະລິມານ ແລະຄຸນນະພາບ ທັງຍັງມີຄວາມສ່່ຽງທີ່ຈະບໍ່ບັນລຸ ເປັນຕົ້ນ ອັດຕາປະລະການຮຽນຂອງນັກຮຽນ ອັດຕາສ່ວນນັກຮຽນທີ່ຮຽນຈົບຊັ້ນມັດທະຍົມຕອນຕົ້ນ ເຂົ້າຮຽນໃນສາຍອາຊີວະສຶກສາ ຝຶກອົບຮົມວິຊາຊີບ ແລະການສຶກສາຂັ້ນສູງຍັງຕ່ຳ ອັດຕາການປະກັນສຸຂະພາບແຫ່ງຊາດ ອັດຕາການເກີດລູກມີແພດຊ່ວຍ ອັດຕາການໃຫ້ວັກຊີນກັນພະຍາດ ອັດຕາການຊົມໃຊ້ນ້ຳສະອາດ ການສ້າງຖານຂໍ້ມູນ ແລະການຄຸ້ມຄອງແຮງງານບໍ່ທັນໄດ້ດີ ອັດຕາການປະກັນສັງຄົມໃນຫົວໜ່ວຍແຮງງານ ກໍຍັງຕ່ຳ.”

ຍິ່ງໄປກວ່ານັ້ນ ດ້ວຍສະພາບການທີ່ປະຊາຊົນລາວ ຕ້ອງປະເຊີນກັບສະພາວະເງິນເຟີ້ໃນອັດຕາສູງ ແລະຄ່າເງິນກີບຕົກຕ່ຳລົງຢ່າງຮຸນແຮງນັບແຕ່ປີ 2020 ເປັນຕົ້ນມາ ຊຶ່ງເຮັດໃຫ້ດັດຊະນີລາຄາການຊົມໃຊ້ໄດ້ປັບຕົວສູງຂຶ້ນເກີນກວ່າ 200 ເປີເຊັນ ໃນຂະນະທີ່ລາຍໄດ້ຂອງປະຊາຊົນລາວ ສ່ວນໃຫຍ່ຍັງຄົງເດີມໃນປັດຈຸບັນ ຈຶ່ງບໍ່ພຽງແຕ່ຈະສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນລາວ ຢ່າງກວ້າງຂວາງເທົ່ານັ້ນ ແຕ່ຍັງເຮັດໃຫ້ລັດຖະບານລາວ ຕ້ອງໄດ້ເລື່ອນເປົ້າໝາຍໃນການລົບລ້າງບັນຫາຍາກຈົນໃນລາວ ໃຫ້ໄດ້ຢ່າງສິ້ນເຊີງໃນປີ 2024 ອອກໄປເປັນໃນປີ 2026 ທັງຍັງທີ່ທ່າອ່ຽງທີ່ຈະເລື່ອນເປົ້າໝາຍອອກໄປອີກ ຖ້າຫາກວ່າ ການແກ້ໄຂວິກິດການທາງເສດຖະກິດ-ການເງິນຍັງບໍ່ສາມາດຈັດຕັ້ງປະຕິບັດໄດ້ຈິງ ໂດຍສະເພາະແມ່ນການຊຸກຍູ້ການຜະລິດສິນຄ້າໃນເຂດຊົນນະບົດນັ້ນ ດັ່ງທີ່ຊາວກະສິກອນລາວ ໃນນະຄອນວຽງຈັນ ໃຫ້ການຢືນຢັນວ່າ:

“ຕ້ອງສົ່ງເສີມການຜະລິດພາຍໃນໃຫ້ຫຼາຍຂຶ້ນ ມີຫຼາກຫຼາຍຊະນິດຫຼາຍທາງເລືອກ ມັນກະສິຖືກລົງ ຖ້າຫາກວ່າ ຍາມໃດສິນຄ້າມັນມີໜ້ອຍລາຄາມັນກໍແພງຄືເຫັນໃນທຸກມື້ນີ້ແລ້ວ ການສົ່ງເສີມການຜະລີດພາຍໃນໃຫ້ຫຼາຍ ກະຕ້ອງສ້າງຊົນ ລະປະທານຢູ່ເຂດຫ່າງໄກສອກຫລີກໃຫ້ແຫລະ ບ່ອນທີ່ວ່າ ມັນດິນງາມສາມາດປູກຝັງ ລ້ຽງສັດໄດ້ ພ້ອມດຽວກັນນັ້ນ ກະຕ້ອງສ້າງທາງລົດເພື່ອອຳນວຍຄວາມສະດວກໃນການຂົນສົ່ງເຖິງບ້ານຂອງເຂົາເຈົ້າ ຈຶ່ງຈະສາມາດເອົາສິນຄ້າທີ່ເຂົາເຈົ້າຜະລີດຫັ້ນ ໄປຂາຍໄດ້ໃນຕະຫຼາດ.”

ທັງນີ້ ໂດຍເຖິງແມ່ນວາ ອັດຕາເງິນເຟີ້ໃນລາວ ໄດ້ປັບຕົວລົດລົງຢ່າງຕໍ່ເນື່ອງ ກໍຄືຈາກລະດັບສູງສຸດທີ່ 41.26 ເປີເຊັນ ເມື່ອເດືອນກຸມພາ 2023 ລົງມາຢູ່ທີ່ລະດັບ 25.35​ ເປີເຊັນ ເມື່ອເດືອນກຸມພາ 2024 ນັ້ນ ກໍບໍ່ໄດ້ເຮັດໃຫ້ລະດັບຄ່າຄອງຊີບໃນລາວ ລົດລົງແຕ່ຢ່າງໃດ ຊຶ່ງເຫັນໄດ້ຈາກດັດຊະນີລາຄາສິນຄ້າ ຍນັງປັບຕົວສູງຂຶ້ນເກີນກວ່າ 215 ເປີເຊັນ ໂດຍສະ ເພາະແມ່ນໃນດ້ານການຄົມມະນາຄົມແລະຂົນສົ່ງ ທີ່ປັບຕົວສູງຂຶ້ນ 232.48 ເປີເຊັນ ຕາມດ້ວຍອາຫານແລະເຄື່ອງດື່ມ ໝວດຮັກສາສຸຂະພາບແລະຢາ ໝວດເຄື່ອງນຸ່ງຫົ່ມ ໂຮງແຮມ-ຮ້ານອາຫານ ແລະບໍລິການຕ່າງໆນັ້ນ ລ້ວນແຕ່ປັບຕົວສູງຂຶ້ນກວ່າ 200 ເປີເຊັນ ໂດຍລັດຖະບານລາວ ບໍ່ສາມາດຄວບຄຸມໄດ້ເລີຍ ເພາະວ່າ ເປັນສິນຄ້າທີ່ລາວຜະລິດໄດ້ບໍ່ພຽງພໍ ຈຶ່ງຕ້ອງນຳເຂົ້າຈາກຕ່າງປະເທດເປັນດ້ານຫຼັກ.

ໂດຍບັນຫາອັດຕາເງິນເຟີ້ສູງແລະຄ່າເງິນກີບຕົກຕ່ຳລົງດັ່ງກ່າວ ໄດ້ສົ່ງຜົນກະທົບຕໍ່ລະດັບລາຍໄດ້ສະເລ່ຍຂອງປະຊາ ກອນລາວໃນທົ່ວປະເທດ ເມື່ອທຽບໃສ່ເງິນໂດລາສະຫະລັດ ກໍຄືສຳລັບປະຊາຊົນໃນເຂດນະຄອນວຽງຈັນ ຊຶ່ງເຄີຍມີລາຍໄດ້ສະເລ່ຍ 64 ລ້ານກີບ ຫຼື 6,379 ໂດລາຕໍ່ຄົນ ໃນປີ 2022 ນັ້ນ ກໍຈະຄິດເປັນພຽງແຕ່ 3,063 ໂດລາຕໍ່ຄົນເທົ່ານັ້ນ ໃນປັດ ຈຸບັນ ຊຶ່ງລົດລົງເກີນກວ່າ 52 ເປີເຊັນ ທຽບໃສ່ປີ 2022 ສ່ວນປະຊາຊົນລາວທີ່ຢູ່ເຂດຕ່າງແຂວງທີ່ມີລາຍໄດ້ຕ່ຳກວ່າເຂດນະຄອນວຽງຈັນ ເຊັ່ນ ປະຊາຊົນໃນແຂວງບໍລິຄຳໄຊ ທີ່ມີລາຍໄດ້ສະເລ່ຍບໍ່ເຖິງ 1,300 ໂດລາຕໍ່ຄົນນັ້ນ ກໍມີທ່າອຽງທີ່ຈະຍາກຈົນເພີ້ມຂຶ້ນອີກ ກໍຍ້ອນວ່າ ມີລາຍໄດ້ທີ່ບໍ່ໝັ້ນຄົງ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG