ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທາງການລາວ ໄດ້ອະນຸຍາດສຳປະທານທີ່ດິນ ໃຫ້ກັບບັນດານັກລົງທຶນຈີນ ໃນແຂວງຈຳປາສັກ ຫຼາຍຂຶ້ນ


ທີ່ດິນ ຂອງບ້ານໃນເຂດຊົນນະບົດ ຂອງ ສປປ. ລາວ.
ທີ່ດິນ ຂອງບ້ານໃນເຂດຊົນນະບົດ ຂອງ ສປປ. ລາວ.

ທາງການລາວ ໄດ້ອະນຸຍາດສຳປະທານທີ່ດິນ ໃຫ້ກັບບັນດານັກລົງທຶນຈີນ ໃນແຂວງຈຳປາສັກ ຫຼາຍຂຶ້ນ,​ ສ່ວນການສວຍໃຊ້ອຳນາດເພື່ອຜົນປະໂຫຍດຂອງພະນັກງານພັກ-ລັດ ກໍ່ຍັງເກີດຂຶ້ນຢ່າງກວ້າງຂວາງ. ຊົງ​ລິດ ໂພນ​ເງິນ ມີລາຍງານເລື້ອງນີ້ ຈາກບາງກອກ.

ນັກທຸລະກິດໃນສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ເປີດເຜີຍວ່າ ການລົງທຶນຂອງຈີນ ຍັງຄອງອັນດັບນຶ່ງ ໃນແຂວງຈຳປາສັກ ແລະ ຍັງຈະເພີ້ມຂຶ້ນຢ່າງຕໍ່ເນື່ອງອີກດ້ວຍ ໂດຍສະເພາະແມ່ນການລົງທຶນໃນເຂດເສດຖະກິດພິເສດ - ມະຫານະທີສີພັນດອນ ທີ່ເມືອງໂຂງນັ້ນ ກໍ່ຄືເຂດເສດຖະກິດທີ່ມີມູນຄ່າການລົງທຶນຫຼາຍທີ່ສຸດໃນແຂວງຈຳປາສັກ ເຊິ່ງທີ່ຜ່ານມາກຸ່ມບໍລິສັດຈາກຈີນ ໄດ້ລົງທຶນໄປແລ້ວຫຼາຍກວ່າ 1,500 ລ້ານໂດລາສະຫະລັດ ແລະ ຍັງຈະສືບຕໍ່ການລົງທຶນ ເພື່ອພັດທະນາພື້ນທີ່ ທີ່ໄດ້ຮັບອະນຸຍາດສຳປະທານໃຫ້ໄດ້ຢ່າງຄົບຖ້ວນທັງ 10,000 ເຮັກຕາດ້ວຍນັ້ນ ຈຶ່ງເປັນຄວາມຮັບຜິດຊອບຂອງທາງການແຂວງຈຳປາສັກ ທີ່ຈະຕ້ອງເວນຄືນທີ່ດິນ ເພື່ອສົ່ງມອບໃຫ້ກຸ່ມນັກລົງທຶນຈີນດັ່ງກ່າວ, ໂດຍລວມເຖິງການເວນຄືນທີ່ດິນໃນເຂດອື່ນໆ ທີ່ກຸ່ມບໍລິສັດຈີນ ໄດ້ເຂົ້າໄປລົງທຶນພັດທະນາດ້ວຍນັ້ນ ດັ່ງທີ່ທນັກທຸລະກິດລາວ ໄດ້ໃຫ້ການຢືນຢັນວ່າ:

“ບັນດານັກລົງທຶນທີ່ເຂົ້າມາລົງທຶນຢູ່ແຂວງຈຳປາສັກ ທີ່ເຂົາເຂົ້າມາມີ 18 ປະເທດແຕ່ອັນດັບທີ່ນຶ່ງ ນີ້ເຮົາເອົາມູນຄ່າມາເປັນຫຼັກ ແມ່ນ ສປ. ຈີນ 47 ໂຄງການ ມູນຄ່າອະນຸຍາດ 1,557 ລ້ານໂດລາ ແລ້ວກະສ່ວນຫຼາຍແມ່ນລົງທຶນໃນເຂດເສດຖະກິດພິເສດ ແລະ ບໍລິການທ່ອງທ່ຽວ ນອກຈາກນັ້ນ ພວກເຮົາຍັງມີເຂດເສດຖະກິດພິເສດ 4 ເຂດ ຄື ເຂດເສດຖະກິດພິເສດນິຄົມອຸດສາຫະກຳປາກເຊ-ຍີີປຸ່ນ, ແລ້ວກະເຂດເສດຖະກິດໃໝ່ສີພັນດອນ ເຂດເສດຖະກິດວັງເຕົ່າ-ໂພນທອງ ແລະ ເຂດນິຄົມອຸດສາຫະກຳຈໍາປາສັກ-ລາວ ບໍລິການ ດຽວນີ້ກຳລັງຮັບການພັດທະນາໂດຍສະເພາະແມ່ນຢູ່ເຂດມະຫານະທີ-ສີພັນດອນນີ້ ກະແມ່ນວ່າໄດ້ຮັບການພັດທະ ນາຢ່າງຫຼວງຫຼາຍຈາກ ສປ. ຈີນ

ແຕ່ຢ່າງໃດກໍຕາມ ການກວດກາສຳປະທານທີ່ດິນໃນທົ່ວປະເທດລາວ ນັບແຕ່ເດືອນມັງກອນ 2023 ເປັນຕົ້ນມາ ເຊິ່ງສາມາດດຳເນີນການກວດກາໄດ້ພຽງ 460 ກວ່າໂຄງການ ໂດຍຄິດເປັນ 20.7 ເປີເຊັນ ຂອງສຳປະທານທັງໝົດ 2,223 ໂຄງການໃນທົ່ວປະເທດລາວ ກໍ່ພົບວ່າການອະນຸຍາດໃຫ້ສຳປະທານທີ່ດິນສ່ວນຫຼາຍ ບໍ່ໄດ້ປະຕິບັດຕາມກົດໝາຍສົ່ງເສີມມການລົງທຶນແຕ່ຢ່າງໃດ ແຕ່ວ່າເປັນການສວຍໃຊ້ອຳນາດ ເພື່ອສະແຫວງຫາຜົນປະໂຫຍດຂອງພະນັກງານລັດທີ່ກ່ຽວຂ້ອງໃນທຸກຂັ້ນເປັນດ້ານຫຼັກ ອັນເຮັດໃຫ້ເກີດເປັນການຂັດແຍ່ງຢ່າງກວ້າງຂວາງ ກ່ຽວກັບສິດໃນການຖືຄອງທີ່ດິນລະຫວ່າງປະຊາຊົນລາວ ກັບບັນດາບໍລິສັດຕ່າງຊາດ ໂດຍສະເພາະແມ່ນບໍລິສັດຈີນທີ່ໄດ້ຮັບສຳປະທານທີ່ດິນນັ້ນ ເພາະວ່າປະຊາຊົນລາວ ທີ່ຖືກເວນຄືນທີ່ດິນ ບໍ່ໄດ້ຮັບການຊົດເຊີຍຢ່າງຢຸດຕິທຳ ດັ່ງເຈົ້າໜ້າທີ່ໃນຄະນະກວດກາພັກ-ລັດ ໃຫ້ການຢືນຢັນວ່າ:

ໃນປັດຈຸບັນນີ້ ນັກລົງທຶນຂອງພາກເອກະຊົນພາຍໃນ ແລະຕ່າງປະເທດ ແມ່ນລ້ວນແຕ່ເຫັນວ່າມີບັນຫາ ບາງບ່ອນກະເກີດມີການທັບຊ້ອນເນື້ອທີ່ ມີບັນຫາຂໍ້ຂັດແຍ່ງເກີດຂຶ້ນ ບາງບ່ອນກະແຕະຕ້ອງເຖິງບັນຫາການຜະລິດ ເຂດທັບການຜະລິດຂອງພໍ່ແມ່-ປະຊາຊົນບັນດາເຜົ່າ ຫຼາຍໂຄງການກະບໍ່ປະຕິບັດຕາມເນື້ອໄນສັນຍາ ບໍ່ໄປຕາມກົດໝາຍ ໂດຍສະເພາະແມ່ນບັນຫາການຊຳລະ-ສະສາງ ບັນຫາຄ່າເຊົ້າສຳປະທານທີ່ດິນໃຫ້ແກ່ລັດ ຍິ່ງໄປກວ່ານັ້ນ ພໍ່ແມ່-ປະຊາຊົນບັນດາເຜົ່າຢູ່ໃນເຂດຂອງໂຄງການ ທີ່ໄດ້ຮັບຫານຈັດຕັ້ງປະຕິບັດ ບໍ່ໄດ້ຮັບການພັດທະນາເຫັນວ່າຊີວິດການເປັນຢູ່ຂອງປະຊາຊົນຖືກວ່າບໍ່ມີການຜັນປ່ຽນ”

ໂດຍອີງຕາມລາຍງານຂອງ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ລະບຸວ່າທາງການລາວ ໄດ້ອະນຸຍາດໃຫ້ສຳປະທານທີ່ດິນ ເພື່ອການຜະລິດດ້ານກະສິກຳໄປແລ້ວຈຳນວນເຖິງ 2,223 ໂຄງການ ທີ່ມີພື້ນທີີ່ ລວມກວ່າ 11 ລ້ານເຮັກຕາ ແຕ່ມີການໃຊ້ທີ່ດິນຕົວຈິງ 600,000 ກວ່າເຮັກຕາ ຫຼື 5 ເປີເຊັນ ເທົ່ານັ້ນ ຂອງພື້ນທີ່ສຳປະທານທັງໝົດ ສ່ວນສາເຫດສຳຄັນທີ່ເຮັດໃຫ້ເກີດການຂັດແຍ່ງກັນຢ່າງກວ້າງຂວາງໃນສັງຄົມລາວນັ້ນ ເພາະວ່າພະນັກງານລັດ ໄດ້ໃຊ້ອຳນາດໜ້າທີ່ຍາດແຍ່ງເອົາທີ່ດິນຂອງປະຊາຊົນ ໄປສົ່ງມອບໃຫ້ກັບນັກລົງທຶນໂດຍໄດ້ຮັບຜົນປະໂຫຍດຕອບແທນເປັນການສ່ວນຕົວ ສ່ວນປະຊາຊົນຜູ້ທີ່ຖືກຍາດແຍ່ງເອົາທີ່ດິນ ກັບໄດ້ຮັບການຊົດເຊີຍໃນອັດຕາທີ່ຕໍ່າຫຼາຍ ເມື່ອສົມທຽບກັບລາຄາທີ່ດິນຕົວຈິງນັ້ນ ຈຶ່ງເຮັດໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບດັ່ງກ່າວ ໄດ້ຮ້ອງຮຽນຕໍ່ຄະນະປະຈຳສະພາແຫ່ງຊາດ ເປັນຈຳນວນຫຼາຍ ແຕ່ກໍ່ປະກົດວ່າລັດຖະບານລາວ ຍັງສາມາດດຳເນີນມາດຕະການແກ້ໄຂບັນຫາ ໄດ້ຢ່າງຈຳກັດ.

ສ່ວນທ່ານສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ກໍ່ໄດ້ໃຫ້ການຢືນຢັນວ່າ ທ່ານໄດ້ມີຄຳສັ່ງໄປເຖິງພາກສ່ວນທີ່ກ່ຽວຂ້ອງ ເພື່ອໃຫ້ດຳເນີນການກວດກາສຳປະທານທີ່ດິນທຸກໂຄງການໃນທົ່ວປະເທດແລ້ວ ໂດຍຖ້າຫາກກວດກາພົບວ່າ ເປັນການໄດ້ຮັບສຳປະທານບໍ່ຖືກຕ້ອງຕາມກົດໝາຍ ຫຼືວ່າບໍ່ຈັດຕັ້ງປະຕິບັດຕາມສັນຍາການລົງທຶນຢ່າງແທ້ຈິງນັ້ນ ກໍ່ໃຫ້ດຳເນີນການຍົກເລີກສໍາປະທານໄດ້ໃນທັນທີ ຫາກແຕ່ກໍ່ຍົກເລີກໄດ້ພຽງ 101 ໂຄງການເທົ່ານັ້ນ ທັງຍັງພົບດ້ວຍວ່າ ມີທີ່ດິນຂອງປະຊາຊົນຕັ້ງຢູ່ໃນເຂດປ່າສະຫງວນ ກວ່າ 628,000 ຕອນ.

XS
SM
MD
LG