ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທຶນສຳຮອງເງິນຕາຕ່າງປະເທດ ຂອງລັດຖະບານ ລາວ ຫຼຸດລົງຢ່າງຕໍ່ເນື່ອງ ແລະ ຍັງສືບຕໍ່ຫຼຸດລົງອີກ


ເງິນ ແລະ ຫຼຽນຈາກຫຼາຍສະກຸນເງິນ.
ເງິນ ແລະ ຫຼຽນຈາກຫຼາຍສະກຸນເງິນ.

ທຶນສຳຮອງເງິນຕາຕ່າງປະເທດຂອງລັດຖະບານ ລາວ ຫຼຸດລົງຢ່າງຕໍ່ເນື່ອງ ແລະ ຍັງສືບຕໍ່ຫຼຸດລົງອີກ ໂດຍມີສາເຫດສຳຄັນມາຈາກການທີ່ ລາວ ປະເຊີນກັບການຂາດດຸນການຄ້າຕ່າງປະເທດເພີ່ມຂຶ້ນນັບມື້.


ເຈົ້າໜ້າທີ່ຂັ້ນສູງໃນທະນາຄານແຫ່ງຊາດ ລາວ ເປີດເຜີຍວ່າທຶນສຳຮອງເງິນຕາຕ່າງປະເທດຂອງລັດຖະບານ ລາວ ໄດ້ປັບຕົວຫຼຸດລົງຢ່າງຕໍ່ເນື່ອງ ແລະ ຍັງຈະສືບຕໍ່ຫຼຸດລົງອີກ ໂດຍມີສາເຫດສຳຄັນມາຈາກການທີ່ ລາວ ຕ້ອງປະເຊີນກັບການຂາດດຸນການຄ້າຕ່າງປະເທດເພີ່ມຂຶ້ນນັບມື້ຊຶ່ງເຫັນໄດ້ຈາກໃນໄລຍະ 6 ເດືອນຕົ້ນປີ 2021 ທີ່ການຄ້າຕ່າງປະເທດຂອງ ລາວ ມີມູນຄ່າລວມ 5,845 ລ້ານໂດລາ ໃນນີ້ແບ່ງເປັນການສົ່ງອອກ 2,880 ລ້ານໂດລາ ແລະ ນຳເຂົ້າ 2,966 ລ້ານໂດລາ ເຮັດໃຫ້ ລາວ ຂາດດຸນການຄ້າຕ່າງປະເທດ 86 ລ້ານໂດລາເມື່ອສົມທົບດ້ວຍການຂາດດຸນບັນຊີເງິນຕາຕ່າງປະເທດ 9.4 ເປີເຊັນຂອງມູນຄ່າຜະລິດຕະພັນລວມ (GDP) ໃນປີ 2020 ເລື້ອຍມາຈົນເຖິງປັດຈຸບັນນີ້ເຮັດໃຫ້ທຶນສຳຮອງເງິນຕາຕ່າງປະເທດຂອງລັດຖະບານ ລາວ ຍັງເຫຼືອພຽງ 1,207 ລ້ານໂດລາ ຫຼື ເທົ່າກັບການນຳເຂົ້າສິນຄ້າຈາກຕ່າງປະເທດໄດ້ພຽງ 2​ ເດືອນຈຶ່ງເຮັດໃຫ້ລັດຖະ ບານ ລາວ ຕ້ອງກູ້ຢືມຈາກຕ່າງປະເທດເພີ່ມຂຶ້ນ ເພື່ອນຳມາໃຊ້ດຸ່ນດ່ຽງລາຍຈ່າຍທີ່ສູງກວ່າລາຍຮັບ ອັນໄດ້ສົ່ງຜົນເຮັດໃຫ້ລັດຖະບານ ມີໜີ້ສະສົມເຖິງ 13,491 ລ້ານໂດລາຄິດເປັນ 68 ເປີເຊັນຂອງ GDP ປີ 2020 ແລະ ຍັງຈະເພີ່ມຂຶ້ນເປັນເກີນກວ່າ 70 ເປີເຊັນຂອງ GDP ໃນປີ 2021 ນີ້ເນື່ອງຈາກວ່າລັດຖະບານ ລາວ ຕ້ອງການຈະກູ້ຢືມເງິນຈາກຕ່າງປະເທດໃນມູນຄ່າເກີນກວ່າ 2,000 ລ້ານໂດລາໃນປີ 2021 ນີ້ນັ້ນເອງ.

ທາງດ້ານທະນາຄານແຫ່ງຊາດ ລາວ ລາຍງານວ່າລັດຖະບານ ລາວ ມີຄວາມຕ້ອງການເງິນຕາຕ່າງປະເທດຫຼາຍກວ່າ 4,000 ລ້ານໂດລາໃນແຕ່ລະປີ ຫາກແຕ່ກໍສາມາດປະຕິບັດໄດ້ຈິງພຽງ 50 ເປີ ເຊັນເພາະສາມາດແລກເງິນຕາຕ່າງປະເທດຈາກບັນດາຜູ້ສົ່ງອອກສິນຄ້າ ລາວ ໄດ້ພຽງ 2,000 ລ້ານໂດລາ ອັນເຮັດໃຫ້ຂາດດຸນບັນຊີການຊຳລະເງິນຕາຕ່າງປະເທດເກີນກວ່າ 2,000 ລ້ານ ແລະ ເປັນສາເຫດທີ່ເຮັດໃຫ້ສະຖາບັນ Moody’s Investor Service ໄດ້ປັບຫຼຸດລະດັບໜີ້ສິນຂອງລັດ ຖະບານ ລາວ ຈາກລະດັບທີ່ມີຄວາມຫວັງວ່າຈະພັດທະນາໄດ້ດີຂຶ້ນນັ້ນລົງມາເປັນລະດັບທີ່ຕິດລົບຫຼືວ່າຕົກຕໍ່າລົງກວ່າໃນປີ 2020 ນັ້ນເອງ.

ພາຍໃຕ້ສະພາບການດັ່ງກ່າວຍັງເຮັດໃຫ້ລັດຖະບານ ລາວ ຈະຕ້ອງເລັ່ງເສີມຂະຫຍາຍການພົວ ພັນທາງການທູດກັບຕ່າງປະເທດໃຫ້ກວ້າງຂວາງຫຼາຍຂຶ້ນ ດ້ວຍຫວັງວ່າຈະເຮັດໃຫ້ບົດບາດຂອງ ລາວ ໂດດເດັ່ນຂຶ້ນໃນເວທີສາກົນອັນຈະເຮັດໃຫ້ ລາວ ມີໂອກາດໄດ້ຮັບການຊ່ວຍເຫຼືອຈາກຕ່າງປະເທດເພີ່ມຂຶ້ນດ້ວຍ ໂດຍເປົ້າໝາຍໃນປີ 2021-2025 ຄືການຍາດເອົາການຊ່ວຍເຫຼືອຈາກຕ່າງປະເທດໃຫ້ໄດ້ 800 ລ້ານໂດລາຕໍ່ປີ ດັ່ງທີ່ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີການຕ່າງປະ ເທດໄດ້ໃຫ້ການຢືນຢັນວ່າ

“ເພື່ອທະວີເຄື່ອນໄຫວການທູດເສດຖະກິດລະດົມຂົນຂວາຍການຊ່ວຍເຫຼືອເພື່ອການພັດທະນາຫຼື ODA ເພື່ອປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ 5 ປີຄັ້ງທີ 9 ຄາດຄະເນໃຫ້ໄດ້ປະມານ 700-800 ລ້ານໂດລາຕໍ່ປີ ສູ້ຊົນປັບປຸງກົງຈັກການຈັດຕັ້ງໃຫ້ກະທັດຮັດມີປະສິດທິພາບມີແບບແຜນມີວິດທີເຮັດວຽກທີ່ທັນສະໄໝ ແລະ ປັບປຸງລະບົບນິຕິກຳຂອງກະຊວງການຕ່າງປະເທດໃຫ້ຄົບຖ້ວນສົມບູນໂດຍພື້ນຖານພາຍໃນປີ 2025.”

ທັງນີ້ລັດຖະບານ ລາວ ໄດ້ວາງແຜນການຈະສ້າງລາຍຮັບໃຫ້ໄດ້ 27,629 ຕື້ກີບຫຼືຄິດເປັນ 15.13 ເປີເຊັນຂອງ GDP ໃນປີ 2021 ແລະ ຈະຄຸມລາຍຈ່າຍໃຫ້ຢູ່ໃນມູນຄ່າລວມບໍ່ເກີນ 31,583 ຕື້ກີບຊຶ່ງຄິດເປັນ 17.3 ເປີເຊັນຂອງ GDP ເພື່ອທີ່ຈະຄວບຄຸມການຂາດດຸນງົບປະມານໃນມູນຄ່າລວມບໍ່ເກີນ 3,954 ຕື້ກີບ ຫຼືຄິດເປັນ 2.17ເປີເຊັນຂອງ GDP ໃນປີ 2021 ຫາກແຕ່ການທີ່ຈະສາມາດບັນລຸເປົ້າໝາຍດັ່ງກ່າວໄດ້ໃນການຈັດຕັ້ງປະຕິບັດຕົວຈິງນັ້ນກໍບໍ່ແມ່ນເລື່ອງງ່າຍເພາະວ່າການລະ ບາດຂອງໄວຣັສ COVID-19 ນັບຕັ້ງແຕ່ປີ 2020 ເປັນຕົ້ນມາໄດ້ເຮັດໃຫ້ລັດຖະບານ ລາວ ຈັດເກັບລາຍຮັບໄດ້ຕໍ່າກວ່າແຜນການທີ່ວາງໄວ້.

ສ່ວນທະນາຄານພັດທະນາເອເຊຍ ຄາດວ່າເສດຖະກິດ ລາວ ໃນປີ 2021 ຈະຂະຫຍາຍຕົວຂຶ້ນ 4 ເປີເຊັນທຽບໃສ່ປີ 2020 ແລະ ເພີ່ມຂຶ້ນເປັນ 4.5 ເປີເຊັນໃນປີ 2022 ໂດຍຈະເຮັດໃຫ້ລາຍໄດ້ສະ ເລ່ຍຂອງປະຊາຊົນ ລາວ ເພີ່ມຂຶ້ນອີກ 2.4 ເປີເຊັນໃນປີ 2021 ແລະ 2.9 ເປີເຊັນໃນປີ 2022 ແຕ່ ວ່າການອ່ອນຄ່າລົງຂອງເງິນກີບຍ້ອນການຂາດດຸນການຄ້າຕ່າງປະເທດຈະເຮັດໃຫ້ ລາວ ຕ້ອງປະເຊີນກັບພາວະເງິນເຟີ້ສູງກວ່າ 5 ເປີເຊັນໃນປີນີ້.

XS
SM
MD
LG