ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລັດ​ຖະ​ບານ​ ລາວ ປະ​ສົບ​ຄວາມລົ້ມ​ແຫຼວ​ ໃນ​ການ​ສ້າງ ວຽກ​ເຮັດ​ງານ​ທຳ ແລະ ​ການ​ຍົກ​ລະ​ດັບ ​ຄຸນນ​ະພາບ ຝີ​ມື​ແຮງ​ງານ


ແຮງ​ງານ​ລາວ ທີ່​ເປັນເຍົາ​ວະ​ຊົນ​ ພາ​ກັນໄປ​ຈົດ​​ທະ​ບຽນ ເພື່ອ​ເດີນ​ທ​າງ​ໄປ​ເຮັດ​ວຽກ​ຢູ່​ໄທ
ແຮງ​ງານ​ລາວ ທີ່​ເປັນເຍົາ​ວະ​ຊົນ​ ພາ​ກັນໄປ​ຈົດ​​ທະ​ບຽນ ເພື່ອ​ເດີນ​ທ​າງ​ໄປ​ເຮັດ​ວຽກ​ຢູ່​ໄທ

ລັດ​ຖະ​ບານ​ລາວ ລົ້ມ​ແຫຼວ​ໃນ​ການ​ສ້າງວຽກ​ເຮັດ​ງານ​ທຳ ແລະ​ການ​ຍົກ​ລະ​ດັບ​ຄຸນນ​ບະ​ພາບຝີ​ມື​ແຮງ​ງານ ອັນ​ເປັນ​ສາ​ເຫດ​ສຳ​ຄັນ ທີ່​ເຮັດ​ໃຫ້​ແຮງ​ງານ​ລາວ ພາ​ກັນ​ໄປ​ລັກ​ລອບ​ທຳ​ງານ​ໂດຍ​ຜິດ​ກົດ​ໝາຍ​ໃນ​ໄທ ເພີ້ມ​ຂຶ້ນ.


ທ່ານ​ບຸນ​ທອງ ຈິດ​ມະ​ນີ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ແລະ​ປະ​ທານ​ຄະ​ນະ​ກວດ​ກາ​ພັກ-ລັດ ຖະ​ແຫລງ​ຢືນ​ຢັນ​ວ່າ ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ການ​ພັດ​ທະ​ນາ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ໃນ​ລາວ ໂດຍ​ສະ​ເພາະ​ແມ່ນ​ໃນ​ດ້ານ​ການ​ສ້າງວຽກ​ເຮັດ​ງານ​ທຳ ແລະ​ການ​ຍົກ​ລະ​ດັບ​ຄຸນ​ນະ​ພາບ​ຝີ​ມື​ແຮງ​ງານ​ລາວ ໃນ​ໄລ​ຍະ​ທີ່​ຜ່ານ​ມານັ້ນ ຍັງ​ປະ​ສົບ​ກັບ​ຄວາມ​ລົ້ມ​ແຫຼວ​ຢູ່​ເລື້ອ​ມາ ເນື່ອງ​ຈາກບໍ່​ສາ​ມາດ​ພັດ​ທະ​ນາ​ແຮງ​ງານ​ມີ​ຝີ​ມື ເພື່ອ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ຕະຫຼາດ​ແຮງ​ງານ​ພາຍ​ໃນ​ປະ​ເທດ​ໄດ້​ຢ່າງ​ພຽງ​ພໍ ທັງ​ຍັງ​ປາ​ກົດ​ວ່າ ບັນ​ດາ​ອົງ​ການ ແລະ​ນັກ​ທຸ​ລະ​ກິດ​ໃນ​ພາກ​ການ​ຜະ​ລິດ​ຕ່າງໆໃນ​ລາວນັ້ນ ຍັງ​ບໍ່​ສາ​ມາດ​ຈ້າງ​ຕຳ​ແໜ່ງ​ງານ​ໃໝ່ໆໄດ້​ເພີ້ມ​ຂຶ້ນ​ອີກ​ດ້ວຍ ດັ່ງ​ທີ່​ທ່ານ​ບຸນ​ທອງ ໄດ້​ໃຫ້​ການ​ຢືນ​ຢັນ​ວ່າ:

“ອົງ​ການ​ແລະ​ນັກ​ທຸ​ລະ​ກິດ ຍັງ​ບໍ່​ທັນ​ສະ​ໜອງ​ຕຳ​ແໜ່ງ​ງານ​ໃໝ່​ໃຫ້​ພຽງ​ພໍ​ກັບ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ ຂອງ​ຕະຫຼາດ​ແຮງ​ງານ ຕຳ​ແໜ່ງ​ງານ​ທີ່​ເກີດ​ຂຶ້ນ​ໃໝ່​ຈຳ​ນວນ​ນຶ່ງ ທີ່​ຕ້ອງ​ການ​ແຮງ​ງານ​ທີ່​ມີ​ຝີ​ມື​ແຮງ​ງານ ຊຶ່ງ​ເຮັດ​ໃຫ້​ແຮງງ​ງານ​ພົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ໃນ​ການ​ເຂົ້າ​ເຖິງ​ການ​ມີ​ວຽກ​ເຮັດ​ງານ​ທຳ ແລະ​ວຽກ​ທີ່​ມີ​ລາຍ​ໄດ້​ສູງ ການ​ສົ່ງ​ເສີມ ການ​ຈັດ​ຫາ​ແຮງ​ງານ ແລະ​ການ​ເຂົ້າ​ເຖິງ​ການ​ບໍ​ລິ​ການ​ຈັດ​ຫາ​ແຮງ​ງານ ຍັງ​ບໍ່​ທັນ​ຕອບ​ສະ​ໜອງ​ກັບ ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ຕະຫຼາດ​ແຮງ​ງານ.”

ທັງ​ນີ້ ອົງ​ການ​ແຮງ​ງານ​ສາ​ກົນ ຫຼື ILO ຄາດ​ໝາຍ​ວ່າ ພາຍ​ໃນ​ປີ 2020 ບັນ​ດາ​ຫົວ​ໜ່ວຍ​ທຸ​ລະ​ກິດ​ຕ່າງໆ​ໃນ​ລາວ ຈະ​ຕ້ອງ​ການ​ແຮງ​ງານ​ມີ​ຝີ​ມືຫຼາຍກວ່າ 658,000 ຄົນ ຊຶ່ງ​ກໍ​ເຮັດ​ໃຫ້​ທາງ​ການ​ລາວ ຈະ​ຕ້ອງ​ພັດ​ທະ​ນາ​ລະ​ບົບ​ທົດ​ສອບ ແລະ​ອອກ​ໃບ​ຢັ້ງ​ຢືນ​ມາດ​ຕະ​ຖານ​ຝີ​ມື​ແຮງ​ງານ​ໃຫ້​ໄດ້​ໃນ 27 ອາ​ຊີບ ເພື່ອ​ເຮັດ​ໃຫ້​ແຮງ​ງານ​ລາວ ສາ​ມາດ​ທີ່​ຈະ​ເດີນ​ທາງ​ໄປ​ທຳ​ງານ​ໄດ້​ໃນ​ທົ່ວ​ອາ​ຊຽນ​ດ້ວຍ​ກັນ ຫາກ​ແຕ່​ວ່າ ໃນ​ຊ່ວງ​ປີ 2016-2019 ທີ່​ຜ່ານ​ມາ ລັດ​ຖະ​ບານ​ລາວ ກໍ​ສາ​ມາດ​ພັດ​ທະ​ນາ​ແຮງ​ງານ​ມີ​ຝີ​ມື ແລະ​ສ້າງວຽກ​ເຮັດ​ງານ​ທຳ​ໄດ້​ພຽງ 10 ເປີ​ເຊັນກວ່າ ຂອງ​ແຜນ​ການຫຼື 15,000 ກວ່າ​ຄົນ​ຕໍ່​ປີ ເທົ່າ​ນັ້ນ.

ພ​ວກ​ນັກ​ສຶກ​ສາ​ລາວ ກຳ​ລັງ​ຮຽນ​ຮູ້ວິ​ທີການ​ສ້ອມ​ແປງ​ລົດ​ຍົນ ຢູ່​ທີ່​ໂຮງ​ຮຽນ​ວິ​ຊາ​ຊີບ
ພ​ວກ​ນັກ​ສຶກ​ສາ​ລາວ ກຳ​ລັງ​ຮຽນ​ຮູ້ວິ​ທີການ​ສ້ອມ​ແປງ​ລົດ​ຍົນ ຢູ່​ທີ່​ໂຮງ​ຮຽນ​ວິ​ຊາ​ຊີບ

ສ່ວນ ທ່ານ​ສົມ​ໃຈ ເພັດ​ສີ​ນວນ ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ຈາກ​ແຂວງ​ຄຳ​ມ່ວນ ຢືນ​ຢັນ​ວ່າ ບັນ​ຫາ​ການ​ວ່າງ​ງານ​ຂອງ​ເຍົາ​ວະ​ຊົນ​ລາວ ໃນ​ເຂດ​ຊົນ​ນະ​ບົດ​ຍັງ​ມີ​ທ່າ​ອ່ຽງ​ເພີ້ມ​ຂຶ້ນ​ໄດ້​ໃນ​ແຜນ​ການ​ພັດ​ທະ​ນ​າ​ເສດ​ຖະ​ກິດ ແລະ​ສັງ​ຄົມ​ແຫ່ງ​ຊາດ ໄລ​ຍະ 5 ປີ ຄັ້ງ​ທີ 8 ທີ່​ຈະ​ສິ້ນ​ສຸດ​ແຜນ​ການ​ໃນ​ປີ 2020 ຢ່າງ​ແນ່ນອນ ເພາະ​ບັນ​ຫາ​ຄວາມ​ຍາກ​ຈົນ​ຂອງ​ປະ​ຊາ​ຊົນ​ໃນ​ເຂດ​ຊົນ​ນະ​ບົດ​ນັ້ນ ຖື​ເປັນ​ສາ​ເຫດ​ທີ່​ສຳ​ຄັນ​ທີ່​ເຮັດ​ໃຫ້​ເຍົາ​ວະ​ຊົນ​ລາວ ໄດ້​ພາ​ກັນ​ປະ​ການ​ຮຽນ​ເພີ້ມ​ຂຶ້ນ​ນັບ​ມື້ ໂດຍ​ເຫັນ​ໄດ້​ຈາກ​ສົກ​ຮຽນ​ປີ 2018-2019 ຜ່ານ​ມາ ຊຶ່ງ​ມີ​ເຍົາ​ວະ​ຊົນ​ລາວ ປະ​ການ​ຮຽນ​ໃນ​ລະ​ດັບ​ປະ​ຖົມ ມັດ​ທະ​ຍົມ​ຕົ້ນ ແລະ​ມັດ​ທະ​ຍົມ​ປາຍ ໃນ​ອັດ​ຕາ​ສ​ະ​ເລ່ຍ 2 ຫາ 7 ເປີ​ເຊັນ ແລະ 8 ເປີ​ເຊັນ ຕາມ​ລຳ​ດັບ ສ່ວນ​ການ​ພັດ​ທະ​ນາ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ໃນ​ລາວ ກໍ​ບໍ່​ສອດ​ຄ້ອງ​ກັບ​ຄວາມ​ຕ້ອງ​ການ​ຕົວ​ຈິງ ເພາະ​ສະ​ຖາ​ບັນ​ການ​ສຶກ​ສາ​ຊັ້ນ​ສູງ​ໃນ​ລາວ ຍັງ​ບໍ່​ມີ​ການ​ພັດ​ທະ​ນາ​ຫລັກ​ສູດ​ການ​ຮຽນ​ການ​ສອນ​ທີ່​ເທົ່າ​ທັນ​ກັບ​ສະ​ພາບ​ການ​ພາຍ​ໃນ ແລະ​ຕ່າງ​ປະ​ເທດ ໂດຍ​ສະ​ເພາະ​ແມ່ນ​ການ​ພັດ​ທະ​ນາ​ໃນ​ສາຍ​ວິ​ຊາ​ຊີບ​ນັນ ດັ່ງ​ທີ່ ທ່ານ​ສົມ​ໃຈ ໄດ້​ຢືນ​ຢັນ​ວ່າ:

“ເລື້ອງ​ຊາວ​ໜຸ່ມ​ຢູ່​ຊົນ​ນະ​ບົດ​ສິ​ມີ​ວິ​ທີ​ການ​ແກ້​ໄຂ​ແນວ​ໃດ ດຽວ​ນີ້​ນິ ຊາວ​ໜຸ່ມ​ລາວ​ເຮົາ​ຢູ່​ຊົນ​ນະ​ບົດ​ວ່າງ​ງານ ວຽກ​ເຮັດ​ງານ​ທຳ​ນີ້ ຫາ​ເຮັດ​ຍາກ ນອກ​ຈາກ​ເຮັດ​ນາ​ແລ້ວ​ ກະ​ຖື​ວ່າ ເຮັດ​ອັນ​ອື່ນນີ້​ກະ​ຍາກ ມາ​ເບິ່ງ​ຢູ່​ໃນ​ແຜນ 8 ປີ ນີ້​ກະ​ເປັນ​ປີ​ທີ 4 ແລ້ວ ແລະ​ຍັງ​ຢູ່​ປີ​ດຽວ​ເທົ່າ​ນັ້ນ ກະ​ແກ້​ໄຂ​ໄດ້​ຍາກ​ຢູ່ ​ບັນ​ຫານີ້ ຂ້າພະ​ເຈົ້າ ສະ​ເໜີ​ວິ​ທີ​ການ​ທີ່​ຈະ​ສ້າງ​ເງື່ອນ​ໄຂ​ທາງ​ດ້ານ​ໂຮງງ​ຮຽນ​ວິ​ຊາ​ຊີບ ເພື່ອ​ໃຫ້​ຈົບ​ມັດ​ທະ​ຍົມ​ຕົ້ນ ຫຼື​ມັດ​ທະ​ຍົມ​ປາຍ ນີ້​ເຂົ້​າ​ຮຽນ ໂຮງ​ຮຽນ​ວິ​ຊາ​ຊີບ​ເລີຍ ຈະ​ເປັນ​ຊັ້ນ​ຕົ້ນ​ຊັ້ນ​ກາງ ກະ​ຢ່າ ແຕ່​ວ່າ ຮຽນ​ຈົບ​ມາ​ແລ້ວ ໃຫ້​ເຂົາ​ເຈົ້າໄດ້​ປະ​ກອບ​ອາ​ຊີບ​ອິດ​ສະ​ຫລະ ຫາ​ກິດ​ໄດ້​ເລີຍ.”

ທາງ​ດ້ານ ເຄືອ​ຂ່າຍ​ເພື່ອ​ໃຫ້​ການ​ຊ່ອຍ​ເຫຼືອ​ແຮງ​ງານ​ຕ່າງ​ດ້າວ​ໃນ​ປະ​ເທດ​ໄທ ກໍ​ປະ​ເມີນ​ວ່າ ມີ​ແຮງ​ງານ​ລາວຫຼາຍກວ່າ 6 ແສນ​ຄົນ​ຢູ່​ໃນ​ໄທ ຊຶ່ງ​ໃນ​ຈຳ​ນວນນີ້ ເປັນ​ແຮງ​ງານ​ລາວ ທີ່​ທຳ​ງານ​ຢ່າ​ງ​ຖືກ​ຕ້ອງ​ຕາມ​ກົດ​ໝາຍ 270,000 ກວ່າ​ຄົນ ແລະ​ມີ​ແຮງ​ງານ​ລາວ ທີ່​ລັກ​ລອບ​ທຳ​ງານ​ໂດຍ​ຜິດ​ກົດ​ໝາຍ​ຢູ່​ໃນ​ໄທ ຫຼາຍກວ່າ 330,000 ຈຶ່ງ​ມີ​ຄວາມ​ສ່ຽງ​ສູງ​ທີ່​ຈະ​ຕົກ​ເປັນ​ເຍື່ອ​ຂອງ​ການ​ຄ້າ​ມະ​ນຸດ ໂດຍ​ສະ​ເພາະ​ແມ່ນ​ການ​ຖືກ​ບັງ​ຄັບ​ໃຫ້​ຂາຍ​ບໍ​ລິ​ກາ​ນ​ທາງ​ເພດນັ້ນ.

XS
SM
MD
LG