ລັດຖະບານລາວ ຄາດຫວັງວ່າ ຈະສາມາດແກ້ໄຂ ແລະຢຸດຢັ້ງບັນຫາວິກິດການທາງເສດຖະກິດ ແລະການເງິນໄດ້ໃນປີ 2024 ເພາະມີປັດໄຈບວກໃນຫຼາຍດ້ານ ເຊັ່ນການທ່ອງທ່ຽວ ແລະການສົ່ງອອກແຮ່ທາດ.
ທ່ານບຸນເຫຼືອ ສິນໄຊວໍລະວົງ ຜູ້ວ່າການທະນາຄານແຮງຊາດລາວ ຖະແຫລງຢືນຢັນວ່າ ລັດຖະບານລາວຄາດຫວັງວ່າ ຈະສາມາດແກ້ໄຂແລະຢຸດຢັ້ງບັນຫາວິດກິດການທາງເສດຖະກິດແລະການເງິນໄດ້ຢ່າງເປັນຮູບປະທຳພາຍໃນປີ 2024 ນີ້ ທັງຍັງສາມາດຈະເຮັດໃຫ້ເສດຖະກິດລາວ ມີການຂະຫຍາຍຕົວເພີ້ມຂຶ້ນອີກດ້ວຍ ເພາະວ່າ ມີປັດໄຈບວກໃນຫຼາຍດ້ານທີ່ຈະຊຸກຍູ້ໃຫ້ເສດຖະກິດລາວເຕືບໂຕ ແລະມີລາຍຮັບເປັນເງິນຕາຕ່າງປະເທດເພີ້ມຂຶ້ນ ເຊັ່ນ ນັກທ່ອງທ່ຽວຊາວຕ່າງປະເທດເດີນທາງເຂົ້າມາລາວເພີ້ມຂຶ້ນ ໂຄງການລົງທຶນຈາກຕ່າງປະເທດທີ່ເພີ້ມຂຶ້ນ ການເຊື່ອມຕໍ່ດ້ານ ລໍຈິສຕິກ (Logistic ການສະໜອງສິນຄ້າ) ລະຫວ່າງປະເທດທີ່ສະດວກວ່ອງໄວຂຶ້ນ ແລະການສົ່ງອອກແຮ່ທາດທີ່ເພີ້ມຂຶ້ນ ເປັນຕົ້ນ ດັ່ງທີ່ທ່ານບຸນເຫຼືອ ໄດ້ໃຫ້ການຢືນຢັນວ່າ:
“ສະພາບພາຍໃນຍັງມີປັດໄຈທີ່ເປັນທ່າແຮງຈະຊ່ວຍເຮັດໃຫ້ເສດຖະກິດເຕີບໂຕ ເປັນຕົ້ນແມ່ນການເປີດປະເທດ ຈະຊ່ວຍດຶງດູດນັກທ່ອງທ່ຽວເຂົ້າມາເພີ້ມຂຶ້ນ ການສົ່ງອອກແຮ່ທາດເພີ້ມຂຶ້ນ ການລົງທຶນຂະໜາດໃຫຍ່ທີ່ໄດ້ຮັບຮອງແລ້ວ ກຳລັງຈະກ້າວຂຶ້ນສູ່ການຈັດຕັ້ງປະຕິບັດຕົວຈິງ ການປັບປຸງລະບົບການຂົນສົ່ງລົດໄຟລາວ-ຈີນ ລະບົບ ລໍຈິສຕິກ ຊຶ່ງໄດ້ມີການແກ້ໄຂ ເຮັດໃຫ້ມີການບໍລິການໄດ້ຄ່ອງຕົວ ແລະຈຳນວນເພີ້ມຂຶ້ນ ຊຶ່ງປັດໄຈເຫຼົ່ານີ້ ຈະຊ່ວຍດູດເງິນຕາຕ່າງປະເທດເຂົ້າສູ່ລະບົບເສດຖະກິດໄດ້ຫຼາຍຂຶ້ນ.”
ໂດຍໃນປີ 2023 ທະນາຄານແຫ່ງຊາດລາວ ໄດ້ຂະຫຍາຍອັດຕາແລກປ່ຽນເງິນໃນລະບົບທະນາຄານ 2 ຄັ້ງກຊຄືໃນເດືອນກຸມພາແລະມິຖຸນາ ໂດຍໄດ້ເພີ້ມຄວາມແຕກຕ່າງຂອງອັດຕາແລກປ່ຽນລະຫວ່າງທະນາຄານແຫ່ງຊາດກັບທະນາຄານທຸລະກິດໃຫ້ຢູ່ທີ່ອັດຕາສະເລ່ຍ 4.5 ເປີເຊັນ ແລະ 7.5 ເປີເຊັນຕາມລຳດັບ ແຕ່ອັດຕາແລກປ່ຽນໃນຕະຫຼາດທີ່ເປັນຈິງນັ້ນ ສູງກວ່າອັດຕາທາງການລະຫວ່າງ 20 ແລະ 22 ເປີເຊັນ ເມື່ອທຽບໃສ່ເງິນໂດລາສະຫະລັດ ແລະເງິນບາດຕາມລຳດັບ ຊຶ່ງເປັນຍ້ອນການຂາດດຸນການຄ້າຕ່າງປະເທດຂອງລາວ ໂດຍສະເພາະການຂາດດຸນການຄ້າຕໍ່ໄທ ທີ່ມີມູນຄ່າລວມເກີນກວ່າ 1 ແສນລ້ານບາດໃນຕະຫຼອດປີ 2023 ນັ້ນ ໄດ້ເຮັດໃຫ້ເງິນກີບອ່ອນຄ່າລົງຫຼາຍເປັນພິເສດ ເພາະວ່າ ຫົວໜ່ວຍທຸລະກິດການຄ້າແລະປະຊາຊົນລາວ ຕ້ອງການເງິນນບາດຫຼາຍຂຶ້ນ ໃນຂະນະທີ່ທະນາຄານແຫ່ງຊາດແລະທະນາຄານການຄ້າໃນລາວບໍ່ສາມາດຕອບສະໜອງໄດ້ຢາງພຽງພໍ ຈຶ່ງຕ້ອງແລກປ່ຽນນອກທະນາຄານເປັນຫຼັກ ຊຶ່ງທາງການລາວ ບໍ່ສາມາດຄວບຄຸມໄດ້ເລຍ.
ແຕ່ຢ່າງໃດກໍຕາມ ລັດຖະບານລາວ ກໍໄດ້ເພີ້ມມາດຕະການຄວບຄຸມເງິນຕາຕ່າງປະເທດເພື່ອຈະດຶງດູດເຂົ້າສູ່ລະບົບທະນາຄານໃຫ້ໄດ້ຫຼາຍຂຶ້ນ ດ້ວຍການກຳນົດໃຫ້ບັນດາບໍລິສັດການຄ້າຂະໜາດໃຫຍ່ຈຳນວນເກີນກວ່າ 100 ລາຍຈະຕ້ອງລົງທະບຽນເພື່ອຊຳລະລາຄາການຄ້າໂດຍຜ່ານລະບົບທະນາຄ່ານເທົ່ານັ້ນ ຊຶ່ງເຮັດໃຫ້ເງິນຕາຕ່າງປະເທດໄຫລເຂົ້າສູ່ລະບົບທະນາຄານໃນລາວເພີ້ມຂຶ້ນເຖິງ 130 ເປີເຊັນ ແຕ່ດ້ວຍການຕົກຕໍ່າລົງຂອງຄ່າເງິນກີບນ ກໍເຮັດໃຫ້ລາຍຮັບຂອງລັດຖະບານລາວ ຈາກພາສີອາກາອນການຄ້າທີ່ເພີ້ມຂຶ້ນນັ້ນ ຄິດເປັນອັດຕາສວນພຽງ 0.6 ເປີເຊັນຂອງລາຍຮັບພາຍໃນທັງໝົດຂອງລັດຖະບານລາວ ໃນປີ 2023 ທີ່ຜ່ານມາ ດັ່ງທີ່ ທ່ານສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຖະແຫລງຢືນຢັນວ່າ:
“ໄດ້ປັບປຸງກົງຈັກການຈັດຕັ້ງຂແງລັດຖະການພາສີປະຈຳທ່າບົກ-ທ່ານາແລ້ງ ແລະກົນໄກການເກັບພາສີລວມສູນຢູ່ຈຸດດຽວ ຜ່ານການຈັດຕັ້ງປະຕິບັດເຫັນວ່າ ລາຍຮັບໄດ້ເພີ້ມຂຶ້ນ 93 ເປີເຊັນ ທຽບໃສໄລຍະຍດຽວກັນຂອງປີຜ່ານມາ ແລະເຖິງແມ່ນວ່າ ການເກັບລາຍຮັບເປັນສະກຸນເງິນຕາຕ່າງປະເທດເພີ້ມຂຶ້ນຂຶ້ນປະມານ 130 ເປີເຊັນ ເມື່ອທຽບໃສ່ປີທີ່ຜ່ານມາ ແຕ່ເມື່ອຄິດໄລ່ທຽບກັບສ່ວນຕ່າງຂອງອັດຕາແລກປ່ຽນ ເຫັນວາ ກວມອັດຕາສ່ວນພຽງເລັກນ້ອຍ ປະມານ 214 ຕື້ກີບ ຫຼືກວມເອົາ 0.6 ເປີເຊັນຂອງລາຍຮັບພາຍໃນ.”
ໃນປັດຈຸບັນ ປະຊາຊົນລາວ ຍັງຖືກກະທົບຢ່າງໜັກຈາກອັດຕາເງິນເຟີ້ທີ່ສູງເກີນກວ່າ 25 ເປີເຊັນ ແລະດັດຊະນີລາຄາການຊົມໃຊ້ທີ່ສູງກວ່າ 200 ເປີເຊັນ ນັບແຕ່ເດືອນກັນຍາ 2023 ເປັນຕົ້ນມາ ເຖິງແມ່ນວ່າ ຈະໄດ້ປັບຂຶ້ນອັດຕາຄ່າຈ້າງຂັ້ນຕ່ຳຈາກ 1 ລ້ານ 3 ແສນກີບ ເປັນ 1 ລ້ານ 6 ແສນກີບຕໍ່ເດືອນກໍຕາມ ແຕ່ວ່າ ກໍບໍ່ໄດ້ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນລາວດີຂຶ້ນແຕ່ຢ່າງໃດ ເພາະວ່າ ຄ່າເງິນກີບຍັງຕົກຕ່ຳລົງ ໃນຂະນະທີ່ລາຄາສິນຄ້າຍັງເພີ້ມສູງຂຶ້ນນັ້ນ ກໍເຮັດໃຫ້ປະຊາຊົນລາວ ຕ້ອງແບກຮັບຄ່າຄອງຊີບທີເພີ້ມຂຶ້ນ 2 ເທົ່າ ໝາຍຄວາມວ່າ ປະຊາຊົນລາວແຕ່ລະຄົນຕ້ອງມີລາຍໄດ້ເຖິງ 3 ລ້ານກີບ ຈຶ່ງຈະສາມາດດຳລົງຊີວິດປະຈຳວັນຕໍ່ໄປໄດ້.
ຍິ່ງໄປກວ່ານັ້ນ ບັນຫາເງິນເຟີ້ແລະຄ່າເງິນກີບຕົກຕ່ຳລົງດັ່ງກ່າວນີ້ ກໍຍັງໄດ້ສົ່ງຜົນກະທົບຕໍ່ລະດັບລາຍໄດ້ສະເລ່ຍຂອງປະຊາກອນລາວອີກດ້ວຍ ເມື່ອທຽບໃສ່ເງິນໂດລາສະຫະລັດ ກໍຄືສຳລັບປະຊາຊົນໃນທົ່ວປະເທດທີ່ມີລາຍໄດ້ສະເລ່ຍ 28.97 ລ້ານກີບຫຼືເທົ່າກັບ 2,022 ໂດລາຕໍ່ຄົນໃນປີ 2022 ນັ້ນ ກໍຈະຄິດເປັນພຽງແຕ່ 1,407 ໂດລາຕໍ່ຄົນເທົ່ານັ້ນ ຊຶ່ງຖືເປັນລາຍໄດ້ຕໍ່າທີ່ສຸດໃນອາຊຽນຮອງຈາກປະເທດມຽນມາ.
ຟໍຣັມສະແດງຄວາມຄິດເຫັນ