ລັດຖະບານລາວຄາດໝາຍວ່າ ຜົນຜະລິດໃນພາກພະລັງງານ
ແລະ ບໍ່ແຮ່ຈະມີສັດສ່ວນເພີ້ມຂຶ້ນຈາກ 12 ເປີເຊັນ ຂອງຍອດ
ຜະລິດຕະພັນລວມ (GDP) ໃນແຜນການປີ 2011-2015
ເປັນ 20 ເປີເຊັນ ຂອງ GDP ໃນປີ 2020.
ທ່ານສຸລິວົງ ດາລາວົງ ລັດຖະມົນຕີວ່າການ ກະຊວງພະລັງງານ
ແລະ ບໍ່ແຮ່ເມື່ອບໍ່ນານມານີ້ ວ່າ ຜົນຜະລິດໃນພາກພະລັງງານ
ແລະ ບໍ່ແຮ່ ໄດ້ເພີ້ມຂຶ້ນໃນອັດຕາສະເລ່ຍ 8 ເປີເຊັນ ຕໍ່ປີໃນແຜນການປີ 2011-2015
ໂດຍມີມູນຄ່າລວມ 94,342.39 ຕື້ກີບຄິດເປັນ 12 ເປີເຊັນ ຂອງຍອດຜະລິດຕະພັນ
ລວມພາຍໃນ (GDP) ແລະເພີ້ມຂຶ້ນ 9.22 ເປີເຊັນ ທຽບກັບແຜນການປີ 2006-2010.
ພ້ອມກັນນີ້ ທ່ານສຸລິວົງ ໄດ້ໃຫ້ການຄາດໝາຍດ້ວຍວ່າ ຜົນຜະລິດ ໃນພາກພະລັງງານ
ແລະ ບໍ່ແຮ່ ຈະເພີ້ມຂຶ້ນເປັນ 20 ເປີເຊັນ ຂອງ GDP ໃນປີ 2020 ຖ້າຫາກວ່າ ສາມາດ
ຮັກສາອັດຕາການຂະຫຍາຍຕົວໃຫ້ໄດ້ໃນລະດັບ 12 ເປີເຊັນ ຕໍ່ປີໃນແຜນການປີ 2016
-2020 ໂດຍແບ່ງເປັນການຂະຫຍາຍຕົວ ຂອງຂະແໜງພະລັງງານໃນອັດຕາສະເລ່ຍ
15 ເປີເຊັນ ແລະຂະແໜງບໍ່ແຮ່ ໃນອັດຕາສະເລ່ຍ 10 ເປີເຊັນ ຕໍ່ປີຕາມລຳດັບ.
ທ່ານສຸລິວົງ ຢືນຢັນວ່າ ການພັດທະນາພະລັງງານໃນລາວ ທີ່
ສ່ວນໃຫຍ່ເປັນການສ້າງເຂື່ອນໄຟຟ້ານັ້ນ ຖືເປັນພະລັງງານທີ່
ສະອາດສົ່ງຜົນກະທົບຕໍ່ສັງຄົມ ແລະ ສະພາບແວດລ້ອມທຳ
ມະຊາດ ໃນລະດັບທີ່ຕ່ຳຫຼາຍ ທັງຍັງຈະສົ່ງຜົນດີ ຕໍ່ການພັດ
ທະນາເສດຖະກິດ ເພື່ອຍົກລະດັບ ຄຸນນະພາບຊີວິດການເປັນ
ຢູ່ຂອງປະຊາຊົນລາວ ໃຫ້ດີຂຶ້ນເທື່ອລະກ້າວອີກດ້ວຍ ດັ່ງທີ່
ທ່ານສຸລິວົງ ໄດ້ເນັ້ນຢ້ຳວ່າ:
“ການພັດທະນາໄຟຟ້າ ຢູ່ ສປປ ລາວ ສ່ວນໃຫຍ່ແມ່ນ
ໄຟຟ້ານ້ຳຕົກ ຊຶ່ງຈັດເປັນພະລັງງານ ໃນກຸ່ມແຫຼ່ງພະລັງງານ ທີ່ສະອາດເປັນ
ພະລັງງານ ທົດແທນໄດ້ ແລະ ມີຜົນກະທົບນ້ອຍຕໍ່ສິ່ງແວດລ້ອມ ທຳມະຊາດ ແລະ
ສັງຄົມ ພ້ອມກັນນັ້ນ ພະລັງງານໄຟຟ້ານ້ຳຕົກ ຍັງປະກອບສ່ວນ ອັນໃຫຍ່ຫລວງ
ຕໍ່ການພັດທະນາທ້ອງຖິ່ນ ຊົນນະບົດ ໄປໃນຕົວ ເປັນການປະກອບສ່ວນ ສ້າງລາຍ
ຮັບແຫ່ງຊາດ ຈາກການຂາຍໄຟຟ້າ ແລະ ເປັນການຊ່ວຍໃຫ້ຂະແໜງການອື່ນໆ
ໄດ້ຮັບການພັດທະນາອີກດ້ວຍ.”
ກະຊວງພະລັງງານ ແລະບໍ່ແຮ່ໄດ້ວາງແຜນການ ຈະເພີ້ມ
ຄວາມອາດສາມາດ ການຜະລິດພະລັງງານໄຟຟ້າຈາກ
3,200 MW ໃນປັດຈຸບັນເປັນບໍ່ນ້ອຍກວ່າ 12,500 MW
ໃນປີ 2020 ຊຶ່ງຈະຕ້ອງດຳເນີນການກໍ່ສ້າງເຂື່ອນໄຟຟ້າ
ຈຳນວນ 38 ໂຄງການ ແລະໂຮງງານໄຟຟ້າຖ່ານຫິນ 1
ໂຄງການ.
ແຕ່ຢ່າງໃດກໍຕາມ ສຳຫລັບໃນດ້ານຂະແໜງບໍ່ແຮ່ນັ້ນ
ກະຊວງພະລັງງານ ແລະບໍ່ແຮ່ ໄດ້ທຳການກວດສອບ
ການດຳເນີນງານ ຂອງບັນດາບໍລິສັດ ທີ່ໄດ້ຮັບສຳປະທານ
ຂຸດຄົ້ນແຮ່ ທາດໃນທົ່ວປະເທດ ຊຶ່ງພົບວ່າ ການດຳເນີນງານ ຂອງບໍລິສັດສ່ວນໃຫຍ່ ບໍ່
ເປັນໄປຕາມສັນຍາ ເຊັ່ນການຄຸ້ມຄອງໂຄງການ ບໍ່ໄດ້ມາດຕະຖານ ຈຶ່ງສົ່ງຜົນກະທົບ ຕໍ່
ສິ່ງແວດລ້ອມທຳມະຊາດ ລະບົບນິເວດວິທະຍາ ແລະ ຊີວິດການເປັນຢູ່ ຂອງປະຊາຊົນ
ຢ່າງກວ້າງຂວາງ.
ສ່ວນການຊົດເຊີຍຕໍ່ຜົນເສຍຫາຍ ຂອງປະຊາຊົນນັ້ນ ກໍດຳເນີນໄປຢ່າງຊັກຊ້າ ໃນຂະນະ
ດຽວກັນ ກໍຍັງມີການນຳໃຊ້ນິຕິກຳໃນການແຈ້ງຊຳລະພາສີອາກອນ ທີ່ກ່ຽວກັບການຂຸດ
ຄົ້ນແຮ່ທາດ ທີ່ບໍ່ໂປ່ງໃສ ແລະການປະຕິບັດໜ້າທີ່ ຂອງພະນັກງານລັດ ກໍຍັງບໍ່ລວມສູນ
ແລະ ບໍ່ເປັນເອກະພາບກັນໃນທົ່ວປະເທດ ຈຶ່ງເຮັດໃຫ້ເກີດມີການສັບສົນໃນການຄຸ້ມຄອງ
ແລະ ການຈັດເກັບລາຍຮັບເຂົ້າງົບປະມານຂອງລັດຖະບານ.
ໂດຍຜົນທີ່ຕິດຕາມມາ ກໍຄືເກີດການຮົ່ວໄຫລ ຂອງລາຍຮັບຢ່າງຫລວງຫຼາຍ ດັ່ງທີ່ທ່ານ
ສຸລິວົງ ໄດ້ຍົກຕົວຢ່າງເຖິ່ງກໍລະນີ 2 ບໍລິສັດເອກະຊົນ ທີ່ໄດ້ຮັບສຳປະທານຂຸດຄົ້ນແຮ່ຊາຍ
ໃນເຂດແຂວງຊຽງຂວາງ ຫາກແຕ່ໃນການປະຕິບັດຕົວຈິງ ກັບເປັນການລັກລອບຂຸດຄົ້ນ ແຮ່ຄຳ ວ່າ:
“ຜູ້ໄດ້ຮັບອະນຸຍາດນີ້ມີ 2 ບໍລິສັດ ແມ່ນໄດ້ຮັບອະນຸຍາດ ການຂຸດຄົ້ນຫິນຊາຍ
ເພື່ອຈະເອົາ ໄປກໍ່ສ້າງ ແຕ່ໃນຕົວຈິງຕັ້ງແມ່ນການລັກລອບ ສວຍໃຊ້ໃບອະນຸຍາດ
ຂຸດຄົ້ນຫິນຊາຍ ເພື່ອຈະເອົາໄປຂຸດຄົ້ນຄຳ ຕົກຂ້ອນຜິດຕໍ່ລະບຽບການ ເມື່ອ
ພວກຂ້າພະເຈົ້າຊາບແລ້ວ ພວກຂ້າພະເຈົ້າກະໄດ້ເຕືອນ ເຕືອນແລ້ວ ບໍລິສັດ
ທີໜຶ່ງຫັ້ນ ປະເຄືອງປະຂອງໜີເລີຍ ສ່ວນບໍລິສັດທີສອງນັ້ນ ກໍຍັງສືບຕໍ່ຂຸດຄົ້ນຢູ່.”
ໂດຍສຳປະທານທີ່ຢູ່ໃນຄວາມຮັບຜິດຊອບ ຂອງກະຊວງພະລັງງານ ມີເຖິງ 226 ບໍລິສັດ
ຊຶ່ງກວມເອົາພື້ນທີ່ຂຸດຄົ້ນລວມກັນກວ້າງກວ່າ 58,569 ກິໂລແມັດມົນທົນ ໂດຍຄິດເປັນ
ເກືອບ 25 ເປີເຊັນ ຂອງພື້ນທີ່ທັງໝົດຂອງປະເທດລາວ.