ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວ​ເຫັນ​ດີ​ ໃນ​ຫລັກ​ການ​ ໃຫ້​ກາ​ນ​ສົ່ງ​ເສີມ ​ການ​ລົງ​ທຶນ​ຂອງ​ ບໍ​ລິ​ສັດ​ເອ​ກ​ກະ​ຊົນ​ໄທ ໃນ​ແຂວງ​ອຸ​ດົມ​ໄຊ


ພາບ​ຖ່າຍ​ຈາກ​ເທິງ​ອາ​ກາດ ເຂດ​ຕົວ​ເມືອງ ​ແຂວງ​ອຸ​ດົມ​ໄຊ
ພາບ​ຖ່າຍ​ຈາກ​ເທິງ​ອາ​ກາດ ເຂດ​ຕົວ​ເມືອງ ​ແຂວງ​ອຸ​ດົມ​ໄຊ

ລັດ​ຖະ​ບານ​ລາວ​ເຫັນ​ດີ​ໃນ​ຫລັກ​ການ​ ໃຫ້​ກາ​ນ​ສົ່ງ​ເສີມ​ການ​ລົງ​ທຶນ​ຂອງ​ບໍ​ລິ​ສັດ​ເອ​ກ​ກະ​ຊົນ​ໄທ ໃນ​ການ​ພັດ​ທະ​ນາເມື​ອງ​ໃໝ່ ທີ່​ທັນ​ສະ​ໄໝ ແລະ​ເຊດ​ຜະ​ລິດ​ສິນ​ຄ້າ​ກະ​ສິ​ກຳ​ປອດ​ສານ​ພິດ​ໃນ​ແຂວງ​ອຸ​ດົມ​ໄຊ.


ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ໃນ​ສຳ​ນັກ​ງານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເປີດ​ເຜີຍ​ວ່າ ກອງ​ປະ​ຊຸມ​ລັດ​ຖະ​ບານ​ສະ​ໄໝ​ສາ​ມັນ​ປະ​ຈຳ​ເດືອນ​ຕຸ​ລາ 2019 ໂດຍ​ທ່ານ​ທອງ​ລຸນ ສີ​ສຸ​ລິດ ນາ​ຍົກ​ລັດ​ຖະ​ມົນ​ຕີ ເປັນ​ປະ​ທານກອງ​ປະ​ຊຸມ ມີ​ມະ​ຕິ​ເຫັນ​ຊອບ​ໃນ​ຫລັກ​ການ​ເພື່ອ​ໃຫ້​ການ​ສົ່ງ​ເສີມ​ໂຄງ​ການ​ລົງ​ທຶນ​ຂະ​ໜາດ​ໃຫຍ່​ຂອງ​ກຸ່ມ​ບໍ​ລິ​ສັດ AMATA ຈຳ​ກັດ (​ມະ​ຫາ​ຊົນ) ຈາກ​ໄທ ທີ່​ຈະ​ລົງ​ທຶນ​ພັດ​ທະ​ນາ​ເມືອງ​ໃໝ່​ທັນ​ສະ​ໄໝ ແລະ​ເຂດ​ການ​ຜະ​ລິດ​ສິນ​ຄ້າ​ກະ​ສິ​ກຳ​ປອດ​ສານ​ພິດ ທີ່​ເຊື່ອ​ຕໍ່​ກັບ​ໂຄງ​ການກໍ່​ສ້າງ​ທາງ​ລົດ​ໄຟ​ລາວ-ຈີນ ໃນ​ແຂວງ​ອຸ​ດົມ​ໄຊ ແລະ​ແຂວງຫຼວງ​ນ້ຳ​ທາ ເມື່ອ​ວັນ​ທີ 25 ຕຸ​ລາ 2019 ທີ່​ຜ່ານ​ມາ.

ທັງ​ນີ້ ໂດຍ​ກຸ່ມ​ບໍ​ລິ​ສັດ AMATA ເປັນ​ບໍ​ລິ​ສັດ​ເອກ​ກະ​ຊົນ​ທີ່​ປະ​ສົບ​ຄວາມ​ສຳ​ເລັດ​ເປັນ​ຢ່າງ​ດີ ໃນ​ການ​ລົງ​ທຶນ​ພັດ​ທະ​ນາ​ນິ​ຄົມ​ອຸດ​ສາ​ຫະ​ກຳ ທັງ​ໃນ​ຫວຽດ​ນາມ ໄທ ແລະ​ມຽນ​ມາ ຈຶ່ງ​ເຮັດ​ໃຫ້​ລັດ​ຖະ​ບານ​ລາວ ເຊື່ອ​ໝັ້ນ​ວ່າ ຈະ​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ລົງ​ທຶນ​ພັດ​ທະ​ນາ​ເມືອງ​ໃໝ່​ທັນ​ສະ​ໄໝ ແລະ​ເຂດ​ການ​ຜະ​ລິດ​ສິນ​ຄ້າ​ກະ​ສິ​ກຳ​ປອດ​ສານ​ພິດ​ໃນ​ລາວ ດ້ວຍ​ເຊັ່ນ​ກັນ ແຕ່​ເນື່ອງ​ຈາກ​ເປັນ​ການ​ລົງ​ທຶນ​ຂະ​ໜາດ​ໃຫຍ່ ທີ່​ໄດ້​ຂໍ​ສິດ​ທິ​ພິ​ເສດ​ກ່ຽວ​ກັບ​ການ​ສົ່ງ​ເສີມ​ການ​ລົງ​ທຶນ​ຈາກ​ລັດ​ຖະ​ບານ​ລາວ ແລະ​ຈະ​ຕ້ອງ​ນຳ​ໃຊ້​ທີ່​ດິນ​ຢ່າງກວ້າງ​ຂວາງ​ດ້ວຍນັ້ນ ກອງ​ປະ​ຊຸມ​ລັດ​ຖະ​ບານ​ລາວຄັ້ງ​ນີ້ ຈຶ່ງມອບ​ໝາຍ​ໃຫ້​ກະ​ຊວງ​ແຜນ​ການ ແລະ​ການ​ລົງ​ທຶນ​ທີ່​ມີ​ຮອງນາ​ຍົກ​ລັດ​ຖະ​ມົນ​ຕີ ສອນ​ໄຊ ສີ​ພັນ​ດອນ ເປັນ​ລັດ​ຖະ​ມົນ​ຕີ​ວ່າ​ການ ກະ​ຊວງ​ດ້ວຍນັ້ນ ເປັນ​ພາ​ກ​ສ່​ວນ​ຮັບ​ຜິດ​ຊອບ​ການ​ເຈ​ລະ​ຈາ​ຕົກ​ລົງ​ກັບ​ກຸ່ມ​ບໍ​ລິ​ສັດ AMATA ໃຫ້​ສຳ​ເລັດ​ໄວ​ທີ່​ສຸດ.

ແຜນ​ທີ່​ເຂດ​ແດນ​ແຂວງ​ອຸ​ດົມ​ໄຊ
ແຜນ​ທີ່​ເຂດ​ແດນ​ແຂວງ​ອຸ​ດົມ​ໄຊ

ໂຄງ​ການ​ດັ່ງ​ກ່າວນີ້ ເປັນ 1 ໃນ 3 ໂຄງ​ການ​ລົງ​ທຶນ​ຂະ​ໜາດ​ໃຫ​ຍ່​ທີ່​ທາງ​ການ​ແຂວງ​ອຸ​ດົມ​ໄຊ ໄດ້​ຕົກ​ລົງ​ອະ​ນຸ​ມັດ​ການ​ລົງ​ທຶນ ເມື່ອບໍ່​ນານ​ມານີ້ ຊຶ່ງ​ມີ​ເປົ້າ​ໝາຍ​ເພື່ອ​ດຳ​ເນີນ​ການ​ພັດ​ທະ​ນາ​ເຂດ​ເມືອງ​ໃໝ່ ເຂດງ​ເມືອງ​ທັນ​ສະ​ໄໝ ເຂດ​ເສດ​ຖະ​ກິດ​ພິ​ເສດ ແລະ​ເຂດ​ກະ​ສິ​ກຳ​ສະ​ອາດ​ໃນ​ແລວ​ທາງ​ລົດ​ໄຟ​ລາວ-ຈີນ ໃນ​ເຂດ​ແຂວງ​ອຸ​ດົມ​ໄຊ ທີ່​ມີ​ໄລ​ຍະ​ທາງ​ຍາວກວ່າ 126 ກິ​ໂລ​ແມັດ ທີ່​ແນ​ໃສ່​ການ​ພັດ​ທະ​ນາ​ແຂວງ​ອຸ​ດົມ​ໄຊ ໃຫ້​ເປັນ​ສູນ​ກາງ​ການ​ພັດ​ທະ​ນາ​ທາງ​ເສດ​ຖະ​ກິດ ການ​ຄ້າ ການ​ບໍ​ລິ​ການ ແລະ​ທ່ອງ​ທ່ຽວ​ໃນ​ພາກ​ເໜືອ ໃຫ້​ໄດ້​ຢ່າງ​ເປັນ​ຮູບ​ປະ​ທຳ ໂດຍ​ອີກ 2 ໂຄງ​ການນັ້ນ ກໍ​ຄື​ການ​ລົງ​ທຶນ​ຂອງ​ກຸ່ມ​ບໍ​ລິ​ສັດ​ດອກ​ງິ້ວ​ຄຳ​ຈາກ​ຈີນ ຜູ້​ລົງ​ທຶນ​ພັດ​ທະ​ນາ​ເຂດ​ເສດ​ຖະ​ກິດ​ພິ​ເ​ສດ​ສາມຫຼ່ຽມ​ຄຳ​ຢູ່​ແຂວງ​ບໍ່​ແກ້ວ ແລະ​ກຸ່ມ​ບໍ​ລິ​ສັດ​ບໍ່​ເຕັນ​ແດນ​ຄຳ​ຈາກ​ຈີນ ຜູ້​ລົງ​ທຶນ​ພັດ​ທະ​ນາ​ເຂດ​ເສດ​ຖະ​ກິດ​ສະ​ເພາະ​ບໍ່​ເຕັນ​ແດນ​ຄຳ ທີ່​ແຂວງ​ຫຼວງ​ນ້ຳ​ທາ ຊຶ່ງ​ໃນ​ປັດ​ຈຸ​ບັນ​ ທັງ 3 ບໍ​ລິ​ສັດ ກໍ​ກຳ​ລັງ​ດຳ​ເນີນ​ການ​ສຶກ​ສາ​ສຳຫຼວດ​ໃນ​ພື້ນ​ທີ່​ຮັບ​ຜິດ​ຊອບ​ຂອງ​ຕົນ ໂດຍ​ຄາດ​ວ່າ ຈະ​ສຳ​ເລັດ ແລະ​ສາ​ມາດ​ສະ​ເໜີ​ແຜນ​ການ​ລະ​ອຽດ​ຕໍ່​ລັດ​ຖະ​ບານ​ລາວ​ໄດ້ ໃນ​ໄວໆ​ນີ້ ດັ່ງ​ທີ່​ທ່ານ​ຄຳ​ພັນ ເຜີຍ​ຍະ​ວົງ ເຈົ້າ​ແຂວງ​ແລະ​ເລ​ຂາ​ພັກ​ແຂວງ​ອຸ​ດົມ​ໄຊ ໄດ້​ຖະ​ແຫລງ​ຢືນ​ຢັນ​ວ່າ:

“ພວກ​ເຮົາ​ກໍ​ໄດ້​ເຊັນ​ສັນ​ຍາ ກັບ​ບໍ​ລິ​ສັດ​ດອກ​ງິ້ວ​ຄຳ ໃນ​ການ​ສຶກ​ສາ​ສຳຫຼວດ​ຄວາມ​ເປັນ​ໄປ​ໄດ້​ໃນ​ການ​ພັດ​ທະ​ນາ​ຕາມ​ແລວ​ທາງ​ລົດ​ໄຟ​ນີ້ ອັນ​ທີ​ສອງ​ມາ ພວກ​ເຮົາ​ກະ​ໄດ້​ເຊັນ​ສັນ​ຍາ ກັບ​ບໍ​ລິ​ສັດ AMATA ໃນ​ການ​ສ້າງ​ຕົວ​ເມືອງ​ໃໝ່​ຢູ່​ເມືອງ​ນາ​ໝໍ້ ແລ້ວ​ກະ​ຢູ່​ເມືອງ​ໄຊ ແລ້ວ​ກະ​ເມືອງ​ຮຸນນີ້ ເຮັດ​ຈັ່ງ​ໃດ​ໃຫ້​ມັນ​ເປັນ​ເມືອງ​ທີ່​ທັນ​ສະ​ໄໝ ອັນ​ທີ​ສາມມານີ້ ພວກ​ເຮົາ​ກະ​ໄດ້​ເຊັນ​ສັນ​ຍາ​ກັບ​ບໍ​ລິ​ສັດ​ບໍ່​ເຕັນ​ແດນ​ຄຳ​ໃນ​ການ​ສຶກ​ສາ​ສຳຫຼວດ​ການ​ພັດ​ທະ​ນາ​ເຂດ​ເສດ​ຖະ​ກິດ​ພິ​ເສດ​ຢູ່​ພູ​ຫລັກ​ຄຳ ຕິດ​ກັບ​ຊາຍ​ແດນ​ຈີນ.”

ໂດຍ​ໃນ​ສ່ວນ​ຂອງ​ສັນ​ຍາ​ທີ່​ທາງ​ການ​ແຂວງ​ອຸ​ດົມ​ໄຊ ໄດ້​ເຊັນ​ກັບ​ບໍ​ລິ​ສັດ​ດອກ​ງິ້ວ​ຄຳ​ນັ້ນ ຈະ​ເປັນ​ການ​ລົງ​ທຶນ​ພັດ​ທະ​ນາ​ຕົວ​ເມືອງ​ໃໝ່ ທີ່​ຕໍ່​ເນື່ອງ​ກັ​ລ​ສະ​ຖາ​ນີ​ລົດ​ໄຟ ໃນ​ແຂວງ​ອຸ​ດົມ​ໄຊ ທີ່​ມີ 9 ສະ​ຖາ​ນີດ້ວຍ​ກັນ ສ່ວນ​ສັນ​ຍາ​ຂອງ​ບໍ​ລິ​ສັດ​ບໍ່​ເຕັນ​ແດນ​ຄຳ​ນັ້ນ ຈະ​ເປັນ​ການ​ພັດ​ທະ​ນາ​ເຂດ​ເສດ​ຖະ​ກິດ​ພິ​ເສດ ທີ່​ພູ​ຫລັກ​ຄຳ​ໃນ​ເຂດ​ເມືອງ​ນາ​ໝໍ້ ແລະ​ການ​ພັດ​ທະ​ນາ​ຕົວ​ເມືອງ​ໃໝ່ ທີ່​ເຂດ​ອ່າງ​ນ້ຳ​ຫິນ​ຢູ່​ເຂດ​ເມືອງ​ໄຊ ມີ​ພື້ນ​ທີ່​ສຳ​ປະ​ທານ​ລວມກວ້າງກວ່າ 3,000 ເຮັກ​ຕາ.

ສ່ວນ​ສັນ​ຍາ​ຂອງ​ກຸ່ມ​ບໍ​ລິ​ສັດ AMATA ນັ້ນ ຈະ​ເປັນ​ການ​ພັດ​ທະ​ນາ​ຕົວ​ເມືອງ​ທັນ​ສະ​ໄໝ ແລະ​ເຂດ​ພັດ​ທະ​ນາ​ກະ​ສິ​ກຳ​ສະ​ອາດ ທີ່​ມີ​ພື້ນ​ທີ່​ສຳ​ປະ​ທານກວ່າ 5,000 ເຮັກ​ຕາ ນອກ​ຈາກນີ້ ກໍ​ຍັງ​ມີ​ບໍ​ລິ​ສັດ​ຈີນ​ອີກ​ເຖິງ 10 ລາຍ ທີ່​ໄດ້​ເຊັນ​ບັນ​ທຶກ​ຄວາມ​ເຂົ້າ​ໃຈຮ່ວມ​ກ່ຽວ​ກັບ​ການ​ລົງ​ທຶນ​ພັດ​ທະ​ນາ​ສະ​ຖານ​ທີ່​ທ່ອງ​ທ່ຽວ ສິ່ງ​ອຳ​ນວຍ​ຄວາມ​ສະ​ດວກ​ຕ່າງໆ ຢ່າງ​ຄົບ​ຊຸດ​ທັງ 3 ໂຄງ​ການ ແລະ​ຍັງ​ຈະ​ມີ​ການ​ລົງ​ທຶນ ຈາກ​ຈີນ ແລະ​ໄທ ເພີ້ມ​ຂຶ້ນ​ນັບ​ມື້​ອີກ​ດ້ວຍ.

XS
SM
MD
LG