ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ລັດຖະບານລາວ ຈັດສັນເງິນ 200 ຕື້ກີບ ຊ່ວຍທຸລະກິດຂະໜາດນ້ອຍ ແລະຂະໜາດກາງ ບັນເທົາຜົນກະທົບຈາກໂຄວິດ-19


ບໍລິສັດຂະໜາດນ້ອຍ ແລະຂະໜາດກາງ SMEs
ບໍລິສັດຂະໜາດນ້ອຍ ແລະຂະໜາດກາງ SMEs

ລັດຖະບານລາວຈັດສັນເງິນທຶນໄດ້ພຽງ 200 ຕື້ກີບເທົ່ານັ້ນ ສຳລັບສະໜັບສະໜູນ
ກອງທຶນເງິນກູ້ ເພື່ອຟື້ນຟູກິດຈະການຂອງບັນດາວິສາຫະກິດຂະໜາດນ້ອຍ ຂະໜາດ
ກາງ ທີ່ຖືກກະທົບຈາກ COVID-19 ຊຶ່ງຊົງລິດ ໂພນເງິນ ມີລາຍງານຈາກບາງກອກ.

ທ່ານສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງຊາດ ຖະແຫຼງວ່າ ລັດຖະບານລາວ
ສາມາດຈັດສັນງົບປະມານໃຫ້ກັບກອງທຶນເງິນກູ້ຢືມ ສຳລັບວິສາຫະ ກິດຂະໜາດນ້ອຍ
ຂະໜາດກາງ (SME) ໃນປີ 2020 ໃນມູນຄ່າລວມ 200 ຕື້ກີບ ໂດຍຜ່ານທະນາຄານ
ທຸລະກິດ ແລະກຳນົດອັດຕາດອກເບ້ຍເງິນກູ້ໄວ້ທີ່ ລະດັບ 3 ເປີເຊັນ ຕໍ່ປີ ສຳລັບ SME
ທີ່ຖືກກະທົບຈາກການລະບາດ ຂອງ ໄວຣັສ COVID-19 ໃນລາວ ດັ່ງທີ່ທ່ານສອນໄຊ
ໄດ້ໃຫ້ການຢືນຢັນວ່າ

“ການສະໜອງແຫຼ່ງທຶນໃຫ້ກັບທະນາຄານທຸລະກິດ ໄປປ່ອຍໃຫ້ກັບບຸກຄົນ ໃຫ້ກັບສັງ
ຄົມ ໂດຍສະເພາະ SME ປູກຝັງລ້ຽງສັດ ຫຼືສະບຽງອາຫານນັ້ນ ເຮົາມີແຫຼ່ງທຶນຈາກລັດ
ຖະບານໃຫ້ປີລະ 200 ຕື້ຫັ້ນ ຖືວ່າກະຊວງການເງິນໄດ້ ມອບໃຫ້ກອງທຶນ SME ຫັ້ນຖື
ວ່າ 0 ເປີເຊັນ ແລະກອງທຶນດັ່ງກ່າວໄດ້ປ່ອຍ ໃຫ້ປະຊາຊົນປະຊາຊົນຫັ້ນມີແຕ່ 3 ເປີເຊັນ
ເທົ່ານັ້ນ ບໍ່ໄດ້ບວກອີກຫຍັງເພີ້ມ.”

ແຕ່ຢ່າງໃດກໍຕາມທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ໃຫ້ການຢືນຢັນວ່າ ທ່່ານ
ໄດ້ຮັບການຮ້ອງຮຽນ ຈາກຜູ້ປະກອບການ SME ຈຳນວນນຶ່ງ ວ່າຕ້ອງໄດ້ຈ່າຍເງິນຄົນລະ 180,000 ກີບ ໃຫ້ກັບພະນັກງານລັດ ເພື່ອຈະ ໄດ້ຮັບສິດເຂົ້າຮ່ວມໂຄງການຝຶກອົບຮົມ
ທີ່ຮັບຜິດຊອບໂດຍກອງທຶນ SME ຂອງລັດຖະບານ ດ້ວຍຫວັງວ່າ ຈະມີໂອກາດໄດ້ຮັບ
ເງິນກູ້ຢືມຈາກກອງທຶນ ດັ່ງກ່າວ ຊຶ່ງໃນຄວາມເປັນຈິງແລ້ວການເຂົ້າຮ່ວມໃນການຝຶກອົບ
ຮົມ ແລະການ ຂໍກູ້ຢືມຈາກກອງທຶນ SME ນັ້ນບໍ່ມີຄ່າໃຊ້ຈ່າຍແຕ່ຢ່າງໃດ ສະນັ້ນເມື່ອມີ
ການ ຮຽກເກັບເອົາເງິນດັ່ງກ່າວ

ຈຶ່ງເປັນການປະຕິບັດທີ່ຜິດລະບຽບ ຊຶ່ງຈາກການ ກວດສອບໂດຍສະມາຊິກສະພາແຫ່ງ
ຊາດລາວ ກໍພົບວ່າບັນຫາດັ່ງກ່າວໄດ້ເກີດຂຶ້ນຈິງ.

ໂດຍການລະບາດຂອງເຊື້ອໄວຣັສ COVID-19 ໄດ້ສົ່ງຜົນກະທົບຕໍ່ລາຍໄດ້ ຂອງ SME
ໃນລາວຢ່າງໜັກ ເຖິງແມ່ນວ່າລັດຖະບານລາວ ຈະໄດ້ອອກມາດ ຕະການ ແລະຂໍຄວາມ
ຮ່ວມມືຈາກທະນາຄານການຄ້າຕ່າງໆ ເພື່ອຜ່ອນຜັນ ການຊໍາລະໜີ້ໃຫ້ແກ່ SME ເປັນ
ເວລາ 3 ຫາ 12 ເດືອນກໍຕາມ ແຕ່ການ ປະຕິບັດໂຕຈິງກໍກັບປາກົດວ່າມີການຕິດຕາມ
ທວງໜີ້ ແລະຍຶດເອົາສັບສິນຂອງ ໜ່ວຍທຸລະເກິດຂຶ້ນຢ່າງກວ້າງຂວາງ ສ່ວນທະນາຄານ
ທຸລະກິດຈຳນວນ 43 ລາຍ ກໍໄດ້ລາຍງານຕໍ່ທະນາຄານແຫ່ງຊາດ ວ່າມີລູກໜີ້ທະນາຄານ
4,918 ລາຍທີ່ໄດ້ຮັບຜົນກະທົບຈາກການລະບາດຂອງເຊື້ອໄວຮັສ COVID-19 ໄດ້ ຂໍ
ເລື່ອນການຊຳລະໜີ້ທີີມີມູນຄ່າຫຼາຍກວ່າ 13,000 ຕື້ກີບ ຫຼືປະມານ 1,445 ລ້ານໂດລາ
ສະຫະລັດ.

ສ່ວນເຈົ້າໜ້າທີ່ຂອງທະນາຄານໂລກໃນລາວ ຢືນຢັນວ່າທະນາຄານໂລກ ໄດ້ ໃຫ້ການ
ຊ່ວຍເຫຼືອເພື່ອພັດທະນາ SME ໃນລາວ 20 ລ້ານໂດລາສະຫະ ລັດ ໃນຊ່ວງປີ 2014 ຫາ
2019 ທີ່ຜ່ານມາໃນນີ້ເປັນການຊ່ວຍເຫຼືອດ້ານ ເທັກນິກ 10 ລ້ານໂດລາສະຫະລັດ ແລະ
ເງິນກູ້ສໍາລັບ SME ໃນມູນຄ່າ 10 ລ້ານໂດລາສະຫະລັດ ແຕ່ກໍປາກົດວ່າເຖິງທ້າຍປີ 2019
ໄດ້ມີການປ່ອຍເງິນກູ້ ເງິນໃຫ້ກັບ SME ພຽງ 42 ລາຍ ທີ່ຄິດເປັນມູນຄ່າລວມ 4,4 ລ້ານ
ໂດລາສະ ຫະລັດເທົ່ານັ້ນ ໂດຍມີສາເຫດມາຈາກການຈັດຕັ້ງປະຕິບັດທີ່ຊັກຊ້າພາຍໃນ
ໜ່ວຍງານຂອງລັດຖະບານລາວເອງ ຊຶ່ງເຮັດໃຫ້ມີ SME ພຽງ 12 ເປີເຊັນ ເທົ່ານັ້ນທີ່ມີ
ໂອກາດເຂົ້າເຖິງແຫຼ່ງເງິນທຶນກູ້ຢືມເພື່ອນໍາໃຊ້ໃນການພັດທະນາ ສິ້ນຄ້າ ແລະບໍລິການ
ສ່່ວນທີ່ເຫຼືອ 88 ເປີເຊັນ ນັ້ນຍັງບໍ່ມີໂອກາດເຂົ້າເຖິງ ແຫຼ່ງເງິນແຕ່ຢ່າງໃດ.

ສ່ວນສະພາອຸດສາຫະກໍາ ແລະການຄ້າສະຫະພາບຢູໂຣບ ຄາດວ່າການລະ ບາດຂອງ
COVID-19 ຈະເຮັດໃຫ້ເກີນກວ່າ 70 ເປີເຊັນ ຂອງໜ່ວຍທຸລະ ກິດທັງໝົດໃນລາວຕ້ອງ
ຂາດລາຍໄດ້ຫຼາຍກວ່າ 70 ປີເຊັນ ຂອງລາຍໄດ້ຕະ ຫຼອດປີ 2020 ອັນຈະເຮັດໃຫ້ບໍ່ມີເງິນ
ຊໍາລະໜີ້ໃຫ້ກັບທະນາຄານໃນປີນີ້ ທັງ ຈະເຮັດໃຫ້ວິສາຫະກິດ 128,690 ກວ່າລາຍ ຊຶ່ງ
ໃນນີ້ 97 ເປີເຊັນກໍຄື SME ທີ່ມີມູນຄ່າທາງເສດຖະກິດຄິດເປັນ 16 ເປີເຊັນ ຂອງ GDP
ໃນລາວ ແລະ ມີສ່ວນເຖິງ 63 ເປີເຊັນ ຂອງການຈ້າງງານທັງໝົດໃນລາວດ້ວຍນັ້ນ ຫາກ
ແຕ່ ກໍມີຄວາມສ່ຽງສູງ ທີ່ຈະມີການເລີກຈ້າງເພີ້ມຂຶ້ນຫາກບໍ່ໄດ້ຮັບເງິນກູ້ຢ່າງພຽງພໍກັບ
ຄວາມຕ້ອງການ.

ທັງນີ້ສະພາອຸດສາຫະກຳ ແລະການຄ້າແຫ່ງຊາດ ປະເມີນວ່າ ທຸລະກິດບໍລິການ ແລະທ່ອງທ່ຽວໃນລາວຈະມີການເລີກຈ້າງພະນັກງານຫຼາຍກວ່າ 9 ໝື່ນຄົນ ເພາະຈະສູນເສຍລາຍໄດ້ເກີນກວ່າ 700 ລ້ານໂດລາສະຫະລັດ ຈາກການປິດ ດ່ານຊາຍແດນ ທີ່ເຮັດໃຫ້ບໍ່ມີນັກທ່ອງທ່ຽວ ເຂົ້າມາລາວນັບແຕ່ເດືອນມີນາ 2020.

XS
SM
MD
LG