ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລັດຖະບານລາວ ຈະບໍ່ສາມາດບັນລຸເປົ້າໝາຍ ໃນແຜນການພັດທະນາທາງເສດຖະກິດ ໃນປີ 2021


ເງິນກີບລາວ.
ເງິນກີບລາວ.

ລັດຖະບານລາວຈະບໍ່ສາມາດບັນລຸເປົ້າໝາຍໃນຫຼາຍດ້ານ ໃນແຜນການພັດທະ ນາທາງ
ເສດຖະກິດ ໃນປີ 2021 ໂດຍສະເພາະແມ່ນການແກ້ໄຂບັນຫາຫຍຸ້ງ ຍາກທາງການເງິນ
ແລະຂາດແຄນເງິນຕາຕ່າງປະເທດ ຊຶ່ງ ຊົງລິດ ໂພນເງິນ ມີລາຍງານຈາກບາງກອກ.

ທ່ານພານຄຳ ວິພາວັນ ນາຍົກລັດຖະມົນຕີ ຖະແຫຼວງວ່າລັດຖະບານລາວໄດ້ ດຳເນີນໃນ
ທຸກວິທີທາງເຂົ້າໃນການຈັດຕັ້ງປະຕິບັດ ເພື່ອໃຫ້ບັນລຸຄາດໝາຍທີ່ ວາງໄວ້ ໃນແຜນການ
ພັດທະນາເສດຖະກິດ ສັງຄົມແຫ່ງຊາດ ໃນປີ 2021 ໂດຍສະເພາະແມ່ນການຮັບປະກັນ
ເສດຖະກິດມະຫາພາກໃຫ້ມີຄວາມໝັ້ນທ່ຽງ ດ້ວຍການແກ້ໄຂບັນຫາຫຍຸ້ງຍາກທາງການ
ເງິນ ແລະການຂາດແຄນເງິນຕາ ຕ່າງປະເທດ ນັ້ນກໍຄືມາດຕະການທີ່ສຳຄັນທີ່ໄດ້ດຳເນີນ
ຄຽງຄູ່ກັນກັບການຈັດ ເກັບລາຍຮັບເຂົ້າງົບປະມານລາຍຮັບແລະລາຍຈ່າຍ ແຕ່ວ່າການລະ
ບາດຂອງ ພະຍາດໄວຣັສໂຄວິດ-19 ທີ່ສົ່ງຜົນກະທົບຢ່າງຮຸນແຮງ ຕໍ່ທຸກພາກສ່ວນໃນ
ລາວນັ້ນກໍເຮັດໃຫ້ລັດຖະບານລາວບໍ່ສາມາດບັນລຸຄາດໝາຍທີ່ວາງໄວ້ດັ່ງກ່າວ ດັ່ງທີ່ທ່ານ
ພັນຄຳ ໄດ້ໃຫ້ການຢືນຢັນວ່າ:

“ມີຄາດໝາຍຫຼາຍອັນພວກເຮົາບໍ່ສາມາດປະຕິບັດໄດ້ຕາມທີ່ກຳນົດເປັນຕົ້ນແມ່ນ ການຂະ
ຫຍາຍໂຕຂອງ GDP ກະຍັງບໍ່ທັນໄດ້ຕາມຄາດໝາຍ ການຊຸກຍູ້ສົ່ງ ເສີມການຜະລິດ ເພື່ອ
ທົດແທນການນຳເຂົ້າ ແລະສົ່ງອອກ ກະຍັງບໍ່ທັນຕັ້ງໜ້າ ການສົ່ງເສີມການລົງທຶນຜ່ານປະ
ຕູດຽວ ກະຍັງບໍ່ສາມາດບຸກລະລຸໄດ້ອັດຕາການຫວ່າງງານກໍມີຫລັກຊະນະເພີ້ມຂຶ້ນ ການ
ເກັບລາຍຮັບ ການປະຕິບັດລາຍຈ່າຍ ອັດຕາເງິນເຟິ້ ການຄຸ້ມຄອງອັດຕາແລກປ່ຽນ ຍັງບໍ່
ທັນດຸນດ່ຽງ ແລະໝັ້ນທ່ຽງ.”

ທັງນີ້ລັດຖະບານລາວ ໄດ້ວາງແຜນການຈະສ້າງລາຍຮັບໃຫ່້ໄດ້ 27,629 ຕື້ກີບ ຫຼືຄິດເປັນ
15.13 ເປີເຊັນ ຂອງ GDP ໃນປີ 2021ແລະຈະຄຸມລາຍຈ່າຍໃຫ້ ຢູ່ໃນມູນຄ່າລວມບໍ່ເກີນ
31,583 ຕື້ກີບ ຊຶ່ງຄິດເປັນ 17.3 ເປີເຊັນຂອງ GDP ເພື່ອທີ່ຈະຄວບຄຸມການຂາດດຸນງົບ
ປະມານ ໃນມູນຄ່າລວມ ບໍ່ເກີນ 3,954 ຕື້ ກີບ ຄິດເປັນ 2.17 ເປີເຊັນ ຂອງ GDP ແຕ່ວ່າ
ກໍສາມາດຈັດເກັບລາຍຮັບໄດ້ ແທ້ພຽງ 86 ເປີເເຊັນ ຂອງແຜນການ ແລະເຮັດໃຫ້ທະນາ
ຄານພັດທະນາ ເອ ເຊຍ (ADB) ໄດ້ປັບລົດຄາດໝາຍ ການຂະຫຍາຍໂຕທາງເສດຖະກິດ
ໃນລາວ ຈາກລະດັບ 4 ເປີເຊັນ ລົງມາທີ່ລະດັບ 2.3 ເປີເຊັນ ແລະອັດຕາເງິນເພີ້ຈະສູງ
ກວ່າ5 ເປີເຊັນ ໃນຕະຫຼອດປີ 2021.

ຍິ່ງໄປກວ່ານັ້ນ ທຶນສຳລອງເງິນຕາຕ່າງປະເທດຂອງລາວ ກໍໄດ້ປັບໂຕລົດລົງຢ່າງຕໍ່ເນື່ອງ
ຊຶ່ງມີສາເຫດສຳຄັນມາຈາກການທີ່ລາວຕ້ອງປະເຊີນກັບການຂາດ ດູນການຄ້າຕ່່າງປະ
ເທດທີ່ເພີ້ມຂຶ້ນນັບມື້ ເມື່ອສົມທົບດ້ວຍ ການຂາດດູນບັນຊີ ເງິນຕາຕ່າງປະເທດ 9.4 ເປີ
ເຊັນ ຂອງ (GDP) ໃນປັດຈຸບັນ ຈຶ່ງເຮັດໃຫ້ທຶນ ສຳລອງເງິນຕາຕ່າງປະເທດຂອງລາວ
ຍັງເຫຼືອພຽງ1,207 ລ້ານໂດລາສະຫະ ລັດ ຫຼືເທົ່າກັບການນຳເຂົ້າສິນຄ້າຈາກຕ່າງປະ
ເທດໄດ້ພຽງ 2 ເດືອນ ແລະ ເຮັດໃຫ້ລັດຖະບານລາວຕ້ອງກູ້ຢືມຈາກຕ່າງປະເທດເພີ້ມ
ຂຶ້ນເພື່ອນຳມາໃຊ້ດຸນດ່ຽງລາຍຈ່່າຍທີ່ສູງກວ່າລາຍຮັບ ອັນໄດ້ສົ່ງຜົນເຮັດໃຫ້ລັດຖະ
ບານລາວມີໜີ້ສະ ສົມເຖິງ13,491 ລ້ານໂດລາສະຫະລັດ ຄິດເປັນ 68 ເປີເຊັນຂອງ
GDP ປີ 2020 ແລະຍັງຈະເພີ້ມຂຶ້ນເປັນເກີນກວ່າ 70 ເປີເຊັນ ຂອງ GDP ໃນປີ 2021
ເພາະຕ້ອງກູ້ຢືມຕ່າງປະເທດອີກ 2,000 ລ້ານໂດລາສະຫະລັດໃນປີ 2021.

ທັງນີ້ລັດຖະບານລາວຕ້ອງການເງິນຕາຕ່າງປະເທດ 4,000 ລ້ານໂດລາສະຫະລັດຕໍ່ປີ
ຫາກແຕ່ວ່າສາມາປະຕິບັດໄດ້ແທ້ພຽງ 50 ເປີເຊັນ ຈຶ່ງເຮັດໃຫ້ການ ຂາດດຸນບັນຊີການ
ສຳລະເງິນຕາຕ່າງປະເທດເຖິງ 2,000 ລ້ານໂດລາສະຫະ ລັດ ອັນໄດ້ເປັນສາເຫດທີ່
ເຮັດໃຫ້ສະຖາບັນ Moody’s Investor Service ໄດ້ປັບລົດລະດັບໜີ້ສິນຂອງລັດຖະ
ບານລາວ ຈາກລະດັບທີ່ມີຄວາມຫວັງວ່າຈະ ພັດທະນາໄດ້ດີຂຶ້ນນັ້ນ ລົງມາເປັນລະດັບ
ທີ່ຕິດລົບ ຫຼືພັດທະນາໃຫ້ດີຂຶ້ນໄດ້ ຍາກນັ້ນເອງ ຊຶ່ງພາຍໃຕ້ສະພາບການດັ່ງກ່າວນີ້ກໍ
ຍັງເຮັດໃຫ້ລັດຖະບານລາວ ຕ້ອງເລັ່ງເສີມຂະຫຍາຍການພົວພັນທາງການທູດກັບຕ່າງ
ປະເທດໃຫ້ກວ້າງຂວາງຫຼາຍຂຶ້ນ ດ້ວຍຫວັງວ່າຈະເຮັດໃຫ້ລາວມີໂອກາດໄດ້ຮັບການ
ຊ່ວຍເຫຼືອຈາກຕ່າງປະເທດເກີນກວ່າ 4,000 ລ້ານໂດລາສະຫະລັດ ໃນຊ່ວງປີ 2021-
2025 ນັ້ນເອງ.

ສ່ວນສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດລາວ ປະເມີນວ່າທຸລະກິດບໍລິການ ແລະ
ທ່ອງທ່ຽວໃນລາວ ສູນເສຍລາຍຮັບກວ່າ 700 ລ້ານໂດລາສະຫະລັດເພາະ ວ່າບໍ່ມີນັກ
ທ່ອງທ່ຽວທົບໂດຍຕົງຈາກການລະບາດໄວຣັສໂຄວິດ-19 ທັງຍັງ ເຮັດໃຫ້ທຸລະກິດລາວ
ເກີດການສູນເສຍເກີນກວ່າ7,000 ຕື້ກີບ ແລະສົ່ງຜົນກະ ທົບຕໍ່ໜ່ວຍທຸລະກິດ 128,690
ລາຍໃນທົ່ວປະເທດ ທີ່ຖືເປັນຜົນກະທົບຮຸນ ແຮງທີ່ສຸດ ນັບແຕ່ປີ 1975 ທັງຕ້ອງໃຊ້
ເວລາຟື້ນຟູອີກຫຼາຍປີ.

XS
SM
MD
LG