ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໐໓ ພຶດສະພາ ໒໐໒໔

ລັດຖະບານລາວ ຈະຈຳກັດການອະນຸຍາດໃຫ້ສຳປະທານຂຸດຄົ້ນແຮ່ຫາຍາກ ຫຼື rare-earth ພຽງບໍ່ເກີນ 15 ໂຄງການ


ໂຄງການຂຸດຄົ້ນບໍ່ແຮ່ຫາຍາກ ທີ່ບໍລິສັດຈີນໄດ້ຮັບສຳປະທານຢູ່ໃນລາວ. ພາບຖ່າຍໂດຍ ພູຄຳ ພອນວິໄຊ.
ໂຄງການຂຸດຄົ້ນບໍ່ແຮ່ຫາຍາກ ທີ່ບໍລິສັດຈີນໄດ້ຮັບສຳປະທານຢູ່ໃນລາວ. ພາບຖ່າຍໂດຍ ພູຄຳ ພອນວິໄຊ.

ລັດຖະບານລາວ ຈະຈຳກັດການອະນຸຍາດໃຫ້ສຳປະທານຂຸດຄົ້ນແຮ່ຫາຍາກ ຫຼື rare-earth ພຽງບໍ່ເກີນ 15 ໂຄງການ ແລະຕັ້ງໂຮງງາຍແຍກແຮ່ຫາຍາກ ເປັນທາດດຽວເພື່ອສົ່ງອອກໃຫ້ໄດ້ກ່ອນປີ 2030 ຊົງຣິດ ໂພນເງິນ ມີລາຍງານຈາກ ບາງກອກ.

ທ່ານໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະບໍ່ແຮ່ ຖະແຫລງວ່າ ລັດຖະບານລາວ ຈະຈຳກັດການອະນຸຍາດໃຫ້ສຳປະທານຂຸດຄົ້ນແຮ່ຫາຍາກ (rare-earth) ພຽງບໍ່ເກີນ 15 ໂຄງການໃນທົ່ວປະເທດ ແລະພ້ອມກັນນີ້ ກໍຈະຊຸກຍູ້ໃຫ້ມີການລົງທຶນສ້າງຕັ້ງໂຮງງານແຍກແຮ່ຫາຍາກເປັນທາດດຽວ ເພື່ອສົ່ງອອກໄປຕ່າງປະເທດໃຫ້ໄດ້ກ່ອນປີ 2030 ໂດຍຈະຈັດຕັ້ງລັດວິສາຫະກິດພັດທະນາແຮ່ທາດລາວຂຶ້ນມາ ເພື່ອຮັບຜິດຊອບໃນການຄຸ້ມຄອງ ແລະເບິ່ງແຍງຜົນປະໂຫຍດຈາກແຮ່ຫາຍາກໃຫ້ກັບລັດຖະບານລາວ ເປັນການສະເພາະດ້ວຍ ດັ່ງທີ່ ທ່ານໂພໄຊ ໄດ້ຖະແຫລງຢືນຢັນວ່າ:

“ຊຸກຍູ້ ສົ່ງເສີມໃຫ້ມີການສ້າງຕັ້ງໂຮງງານແຍກທາດແຮ່ຫາຍາກ ແຍກເປັນທາດດຽວກ່ອນການສົ່ງອອກໃຫ້ໄດ້ຢ່າງນ້ອຍ 1 ແຫ່ງ ຢູ່ແຂວງຊຽງຂວາງ ກ່ອນປີ 2030 ແລະຮອດປີ 2027 ຕ້ອງໄດ້ຄັດຈ້ອນບັນດາໂຄງການລົງທຶນແຮ່ທາດຫາຍາກບໍ່ໃຫ້ເກີນ 15 ໂຄງການ ແລະບໍ່ອະນຸຍາດໃຫ້ໂຄງການລົງທຶນແຮ່ຫາຍາກຄືນໃໝ່ຕື່ມອີກ ພ້ອມນີ້ ໃຫ້ມີການຕັ້ງລັດວິສາຫະກິດພັດທະນາແຮ່ທາດລາວ ຕ່າງໜ້າລັດຖະບານໃນການຊື້-ຂາຍແຮ່ຫາຍາກດັ່ງກ່າວ.”

ແຕ່ຢ່າງໃດກໍຕາມ ການຈັດເກັບລາຍຮັບຂອງລັດຖະບານລາວ ຈາກຄ່າສຳປະທານການຂຸດຄົ້ນແຮ່ທາດໃນໄລຍະຜ່ານມາເຖິງປັດຈຸບັນ ກໍຍັງຄົງບໍ່ມີປະສິດທິພາບ ຈຶ່ງເຮັດໃຫ້ມີລາຍຮັບຕ່ຳຫລາຍ ທຽບໃສ່ປະລິມານແຮ່ທາດທີ່ຖືກຂຸດຄົ້ນໄປ ໂດຍສະເພາະແມ່ນການຂຸດຄົ້ນແຮ່ຫາຍາກທີ່ລັດຖະບານລາວ ໄດ້ຮັບຄ່າສຳປະທານພຽງ 30 ໂດລາເທົ່ານັ້ນ ຕໍ່ການຂຸດຄົ້ນແຮ່ຫາຍາກໃນປະລິມານ 1 ໂຕນ ລວມທັງບໍ່ຮູ້ປະລິມານທີ່ຊັດເຈນດ້ວຍວ່າ ບັນດາບໍລິສັດຈີນ ທີ່ໄດ້ຮັບສຳປະທານນັ້ນ ໄດ້ມີການຂົນສົ່ງແຮ່ຫາຍາກຈາກລາວ ໄປຈີນເທົ່າໃດແທ້ ເພາະບໍ່ມີໜ່ວຍງານກາງຂອງລັດຖະບານລາວ ທີ່ທຳການກວດກາທີ່ມີປະສິດທິພາບ ລວມທັງຍັງບໍ່ມີການກວດກາ ແລະກວດສອບການປະຕິບັດຂອງບັນດາພະນັກງານລັດ ທີ່ກ່ຽວຂ້ອງດ້ວຍນັ້ນ ຈຶ່ງເຮັດໃຫ້ມີການທຸຈະລິດເກີດຂຶ້ນໄດ້ຢ່າງກວ້າງຂວາງນັ້ນເອງ.

ໂດຍສຳລັບການຂຸດຄົ້ນແຮ່ທາດຫາຍາກນັ້ນ ບໍລິສັດຊຸນຕ້າພັດທະນາບໍ່ແຮ່ ແລະບໍລິສັດຕົງຫຼີເຊິງພັດທະນາບໍ່ແຮ່ຈາກຈີນ ໄດ້ຮັບອະນຸຍາດໃຫ້ຂຸດຄົ້ນໃນເນື້ອທີ່ລວມ 29 ກິໂລແມັດມົນທົນຢູ່ເຂດບ້ານປຸງ ບ້ານນາຂີ່ ບ້ານໃໝ່ ແລະບ້ານນາສາບ ເມືອງຜາໄຊ ແຂວງຊຽງຂວາງ ກໍໄດ້ທຳການຂຸດຄົ້ນເພື່ອສຳຫຼວດຫາແຮ່ທາດດັ່ງກ່າວນັບແຕ່ປີ 2021 ແຕ່ກໍຍັງບໍ່ມີລາຍງານຜົນຄືບໜ້າແຕ່ຢ່າງໃດ ຈຶ່ງຍັງບໍ່ຊັດເຈນວ່າ ລັດຖະບານລາວ ຈະໄດ້ຮັບຜົນປະໂຫຍດຕອບແທນເທົ່າໃດແທ້ ຈົນເຖິງປັດຈຸບັນນີ້.

ສ່ວນສະມາຊິກສະພາແຫ່ງຊາດລາວ ເປີດເຜີຍວ່າ ບັນດາບໍລິສັດຈີນ ທີ່ໄດ້ຮັບສຳປະທານການຂຸດຄົ້ນແຮ່ທາດແບບເລັ່ງດ່ວນ ໂດຍສະເພາະແມ່ນສຳປະທານຂຸດຄົ້ນແຮ່ເຫຼັກ ນັບຈາກປີ 2021 ເປັນຕົ້ນມານັ້ນ ໄດ້ພາກັນຢຸດເຊົາການຂຸດຄົ້ນ ແລະປະຖິ້ມສຳປະທານເພີ້ມຂຶ້ນນັບມື້ ຊຶ່ງມີສາເຫດສຳຄັນມາຈາກລາຄາແຮ່ເຫຼັກໃນຕະຫຼາດສາກົນທີ່ຕົກຕ່ຳລົງຢ່າງຕໍ່ເນື່ອງ ທີ່ສົມທົບກັບລາຄານ້ຳມັນທີ່ສູງຂຶ້ນ ຈຶ່ງບໍ່ຄຸ້ມຄ່າສຳປະທານໃຫ້ຕ່ຳກວ່າ 30 ໂດລາຕໍ່ການຂຸດຄົ້ນແຮ່ທາດ 1 ໂຕນ ຫາກບໍ່ສະນັ້ນ ບໍລິສັດຈີນ ກໍຍັງຈະປະຖິ້ມສຳປະທານເພີ້ມຂຶ້ນອີກ ດັ່ງທີ່ສະມາຊິກສະພາແຫ່ງຊາດລາວ ໄດ້ໃຫ້ການຢືນຢັນວ່າ:

“ຜົນການຕິດຕາມກວດກາ ກໍເຫັນຫຼາຍສິ່ງຫຼາຍຢ່າງ ທີ່ພວກເຮົາເກັບລາຍຮັບຍັງບໍ່ທັນໄດ້ຕົວເລກ ທີ່ພວກເຮົາຄາດໄວ້ເນາະ ສະໄໝທີ່ແລ້ວ ພວກເຮົາກໍເວົ້າແລ້ວວ່າ ແຮ່ທາດພວກເຮົານີ້ ຂຸດມາແລ້ວບໍ່ໄດ້ຂາຍ ສະນັ້ນໜິ ຢາກສະເໜີທາງກະຊວງການເງິນ ກະຊວງພະລັງງານແລະບໍ່ແຮ່ ກະຊວງແຜນການແລະການລົງທຶນ ໄດ້ທົບທວຍນຄືນເບິ່ງສິເຮັດແນວໃດ? ໃນເມື່ອແຮ່ທາດໂດຍສະເພາະແຮ່ເຫຼັກໃນຕະຫຼາດໂລກນີ້ຫລຸດ ແລ້ວພວກເຮົາຍັງຄົງຢູ່ 30 ໂດລາຕໍ່ໂຕນນັ້ນ ມັນສິບໍ່ໄດ້ຂາຍ ຍັງກອງກັນຢູ່ແຮ່ທາດຂຸດມາໄວ້ຫັ້ນນະ ລ່ະພວກເຮົາສິກຳນົດເປັນຂັນບໍ່ ໃນການສິເກັບລາຍຮັບ ຄັນບໍ່ຈັ່ງຊັ້ນເຮົາກະສິບໍ່ໄດ້ເງິນ ເພາະວ່າ ແຮ່ທາດມັນບໍ່ໄດ້ເກນທີ່ຈະຂາຍໄດ້.”

ທັງນີ້ ລັດຖະບານລາວ ມີລາຍຮັບຈາກການໃຫ້ສຳປະທານຂຸດຄົ້ນແຮ່ທາດແບບທົດລອງ ຫຼືເລັ່ງດ່ວນໃຫ້ບໍລິສັດຈີນ 98 ລາຍໃນມູນຄ່າລວມພຽງ 228 ລ້ານໂດລາເທົ່ານັ້ນ ໃນປີ 2021-2023 ທີ່ຜ່ານມາ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG