ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລັດຖະບານລາວ ຈະນຳສະເໜີ ລຳວົງລາວ ເປັນມໍລະດົກໂລກ ທາງວັດທະນະທຳ ຕໍ່ ອົງການ UNESCO


ນັກສິລະປະແມ່ຍິງ ລາວ ສະແດງການເປົ່າແຄນ.
ນັກສິລະປະແມ່ຍິງ ລາວ ສະແດງການເປົ່າແຄນ.

ລັດຖະບານ ລາວ ຈະນຳສະເໜີຕໍ່ອົງການ UNESCO ເພື່ອຂໍໃຫ້ພິຈາລະນາຮັບຮອງ
ລຳວົງ ລາວ ເປັນມໍລະດົກໂລກ ດ້ານວັດທະນະທຳໃນປີ 2019 ສ່ວນໃນວັນທີ 11
ເມສາກໍຈະຈັດງານສະຫຼອງສຽງແຄນ ລາວ ຢ່າງຍິ່ງໃຫຍ່.

ລັດຖະບານ ລາວ ໄດ້ຈັດໃຫ້ມີກອງປະຊຸມເພື່ອລະດົມຄວາມຄິດເຫັນ ກ່ຽວກັບ ມໍລະ
ດົກທາງວັດທະນະທຳຂອງມວນມະນຸດຊາດໃນກໍລະນີຂອງລຳວົງ ລາວ ເມື່ອບໍ່ນານ
ມານີ້ ພາຍໃຕ້ການເປັນປະທານໂດຍທ່ານ ບົວເງິນ ຊາພູວົງ ລັດຖະມົນຕີຊ່ວຍວ່າ
ການກະຊວງຖະແຫຼງຂ່າວ-ວັດທະນະທຳ ແລະ ທ່ອງທ່ຽວ ໂດຍມີເປົ້າໝາຍເພື່ອລະ
ດົມຄວາມຄິດເຫັນຈາກທຸກພາກສ່ວນເຂົ້າໃນການຈັດທຳລາຍງານສະເໜີຕໍ່
UNESCO ເພື່ອພິຈາລະນາຮັບຮອງເອົາລຳວົງ ລາວ ໃຫ້ເປັນມໍລະດົກໂລກດ້ານວັດ
ທະນະທຳຊຶ່ງທາງການ ລາວ ໄດ້ວາງຄາດໝາຍທີ່ຈະນຳສະເໜີດັ່ງກ່າວຕໍ່ UNESCO
ພາຍໃນປີ 2019.

ທັງນີ້ໂດຍກອງປະຊຸມໄດ້ຕົກລົງແຕ່ງຕັ້ງຄະນະທຳງານຂຶ້ນມາເພື່ອຮັບຜິດຊອບໃນ
ການສຶກສາຄົ້ນຄວ້າ ກ່ຽວກັບ ລຳວົງ ລາວ ເປັນການສະເພາະ ແລະ ເລັງໃສ່ການຈັດ
ທຳລາຍງານເພື່ອນຳສະເໜີຕໍ່ UNESCO ນີ້ເນັ້ນໜັກໃນເງື່ອນໄຂສຳຄັນ 2 ດ້ານ
ດ້ວຍກັນກໍຄື ລຳວົງ ລາວ ມີຄວາມສ່ຽງສູງທີ່ຈະສາບສູນ ຫຼື ສູນຫາຍໄປຕາມກາລະ
ເວລາ ແລະ ລຳວົງ ລາວ ຍັງມີໂອກາດທີ່ຈະຜິດພ້ຽນໄປຈາກລຳວົງ ລາວ ໃນແບບດັ່ງ
ເດີມອີກດ້ວຍ ສະນັ້ນ ເພື່ອເປັນການອະນຸລັກລຳວົງ ລາວ ຊຶ່ງເປັນມໍລະດົກທາງວັດທະ
ນະທຳຂອງມະນຸດຊາດໃຫ້ສືບຕໍ່ໄປຢ່າງຍາວນານ ຈຶ່ງຈຳເປັນຢ່າງຍິ່ງທີ່ຈະຕ້ອງສຶກສາ
ຄົ້ນຄວ້າເພື່ອນຳສະເໜີຕໍ່ອົງການ UNESCO ດັ່ງກ່າວ.

ກອງປະຊຸມລະດົມຄວາມຄິດເຫັນຄັ້ງນີ້ມີຂຶ້ນໃນທ່າມກາງບັນຍາກາດບັນເບີກບານ
ມ່ວນຊື່ນຂອງປະຊາຊົນ ລາວ ບັນດາເຜົ່າ ທີ່ມີຕໍ່ການລົງມະຕິຂອງ UNESCO ໃນ
ການຮັບຮອງໃຫ້ສຽງແຄນ ລາວ ເປັນມໍລະດົກໂລກທາງວັດທະນະທຳຂອງມວນມະ
ນຸດຊາດໃນດ້ານດົນຕີ ແລະ ໄດ້ມອບໃບປະຊາດໃຫ້ລັດຖະບານ ລາວ ຢ່າງເປັນ
ທາງການ ເມື່ອວັນທີ 14 ມີນາ 2018 ທີ່ນະຄອນຫຼວງ ປາຣີ ປະເທດ ຝຣັ່ງ ຊຶ່ງເປັນ
ການຢັ້ງຢືນເຖິງຜົນສຳເລັດທີ່ເກີດຈາກຄວາມພະຍາຍາມຂອງລັດຖະບານ ລາວ ໄດ້
ເປັນຢ່າງດີ ດັ່ງທີ່ທ່ານ ບໍ່ແສງຄຳ ວົງດາຣາ ລັດຖະມົນຕີວ່າການກະຊວງຖະແຫຼງ
ຂ່າວ-ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ໃຫ້ການຢືນຢັນວ່າ.

"ການທີ່ພວກເຮົາໄດ້ຮັບໃບຢັ້ງຢືນໃນເທື່ອນີ້ຖືວ່າເປັນກຽດອັນສູງສົ່ງສຳລັບປະເທດ
ພວກເຮົາ ປະຊາຊົນເຮົາ, ສຳລັບຄົນເຊື້ອຊາດ ລາວ ໂດຍທົ່ວໄປ ແລະ ກໍເປັນໝາກ
ຜົນຂອງການເຮັດວຽກຢ່າງຫ້າວຫັນ ຂະຫຍັນຂັນແຂງຂອງອ້າຍເອື້ອຍນ້ອງພະນັກ
ງານກະຊວງຖະແຫຼງຂ່າວ-ວັດທະນະທຳ ແລະ ທ້ອງທ່ຽວ ພວກເຮົາ ແລະ ເມື່ອວັນທີ
7 ເດືອນ 12 ປີ 2017 ກອງປະຊຸມຂອງຄະນະກຳມະການລະຫວ່າງຊາດຂອງ
UNESCO ວ່າດ້ວຍການອະນຸລັກມໍລະດົກວັດທະນະທຳ ນາມມະທຳທີ່ປະຊຸມກັນຢູ່
ແຂວງ ເຈຈູ ສາທາລະນະລັດ ເກົາຫຼີ ໄດ້ຕົກລົງຢ່າງເປັນເອກະສັນຮັບເອົາສຽງແຄນ
ລາວ ໃຫ້ເປັນມໍລະດົກຂອງມວນມະນຸດດ້ານວັດທະນະທຳ."

ໂດຍລັດຖະບານ ລາວ ຈະຈັດງານສະເຫຼີມສະຫຼອງສຽງແຄນ ລາວ ເປັນມໍລະດົກທາງ
ວັດທະນະທຳຂອງມະນຸດຊາດໃນວັນທີ 11 ເມສາ 2018 ນັບຕັ້ງແຕ່ເວລາ 7 ໂມງເຊົ້າ
ເປັນຕົ້ນໄປທີ່ເລີ່ມດ້ວຍການຈັດຂະບວນແຫ່ແຄນໄປຕາມສະຖານທີ່ສຳຄັນທາງປະ
ຫວັດສາດກໍຄື ອານຸສາວະລີເຈົ້າຟ້າງຸ່ມ, ອານຸສາວະລີນັກຮົບນິລະນາມ, ອານຸສາວະ
ລີປະທານໄກສອນ ພົມວິຫານ ແລະ ຜ່ານຖະໜົນສາຍສຳຄັນຕ່າງໆໃນນະຄອນຫຼວງ
ວຽງຈັນ ຊຶ່ງແຕ່ລະສະຖານທີ່ນັ້ນກໍຈະມີການອ່ານບົດລາຍງານ ແລະ ເປົ້າແຄນລວມ
ໝູ່ຍິງ-ຊາຍ ສ່ວນໃນຕອນກາງຄືນ ກໍຈະຈັດພິທີການສະເຫຼີມສະຫຼອງ ແລະ ຖ່າຍ
ທອດສົດທາງໂທລະພາບແຫ່ງຊາດ ລາວ ນັບແຕ່ເວລາ 19:30 ໂມງເປັນຕົ້ນໄປ.

ທາງດ້ານທ່ານ ສີວິໄລ ອຸດົມສຸກ ຫົວໜ້າຜະແນກການຖະແຫຼງຂ່າວ-ວັດທະນະທຳ
ແລະ ທ່ອງທ່ຽວ ແຂວງຊຽງຂວາງ ຢືນຢັນວ່າ ຄະນະຊ່ຽວຊານຂອງ UNESCO ຈະ
ເດີນທາງມາແຂວງຊຽງຂວາງ ພາຍໃນເດືອນສິງຫາ 2018 ເພື່ອເກັບກຳຂໍ້ມູນ ແລະ
ກວດກາຄວາມພ້ອມດ້ານຕ່າງໆຂອງທົ່ງໄຫຫີນ, ກ່ອນທີ່ຈະພິຈາລະນາເພື່ອຮັບຮອງ
ໃຫ້ເປັນມໍລະດົກໂລກທາງປະຫວັດສາດຢ່າງເປັນທາງການ ໂດຍຖ້າຫາກວ່າບໍ່ມີບັນ
ຫາຂັດຂ້ອງກໍເຊື່ອວ່າ ຄະນະຊ່ຽວຊານຂອງ UNESCO ຈະໃຫ້ຄຳຕອບກັບທາງການ
ລາວ ກ່ຽວກັບ ການຮັບຮອງສະຖານະໃນການເປັນມໍລະດົກໂລກຂອງທົ່ງໄຫຫີນ
ຢ່າງເປັນທາງການດ້ວຍ.

ນອກຈາກນີ້ ລັດຖະບານ ລາວ ຍັງຈະສະເໜີໃຫ້ UNESCO ພິຈາລະນາຮັບຮອງ
ເອົາເຂດປ່າສະຫງວນແຫ່ງຊາດພູຫີນໜາມໜໍ່ໃນແຂວງຄຳມ່ວນໃຫ້ເປັນມໍລະດົກ
ໂລກທາງທຳມະຊາດໃນຕົ້ນປີ 2019 ອີກດ້ວຍ ຊຶ່ງທ່ານ ບັສຕຽນ ປູເຣີ ທີ່ປຶກສາ
ອົງການປົກປັກຮັກສາລະບົບນິເວດ, ປ່າໄມ້ ແລະ ຊີວິນານາພັນຂອງລັດຖະບານ
ເຢຍຣະມັນ (GIZ) ປະຈຳ ລາວ ທີ່ໄດ້ໃຫ້ການຊ່ວຍເຫຼືອແກ່ລັດຖະບານ ລາວ ໃນ
ການຕຽມຄວາມພ້ອມຕ່າງໆນັ້ນ ກໍໝັ້ນໃຈວ່າ UNESCO ຈະໃຫ້ການຮັບຮອງແນ່
ນອນ ເພາະວ່າມີແຜນການຄຸ້ມຄອງແຜນງານດ້ານເຕັກນິກ ແລະ ການບໍລິຫານມໍ
ລະດົກໂລກຕາມມາດຕະຖານຂອງ UNESCO ຢ່າງຄົບຖ້ວນແລ້ວນັ້ນເອງ.

XS
SM
MD
LG