ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລັດຖະບານ ລາວ ຈະຂໍເລື່ອນ ການຊຳລະໜີ້ ເງິນກູ້ຕ່າງປະເທດ ໃນປີ 2020 ຍ້ອນ COVID-19


ຜູ້ຊ່ຽວຊານດ້ານການເງິນຂອງທະນາຄານໂລກໃຫ້ການຢືນຢັນວ່າລັດຖະບານ ລາວ ໄດ້ປະເຊີນກັບການເປັນໜີເງິນກູ້ທັງພາຍໃນ ແລະ ຕ່າງປະເທດ ເພີ່ມຂຶ້ນຈາກ 12,104 ລ້ານໂດລາ.
ຜູ້ຊ່ຽວຊານດ້ານການເງິນຂອງທະນາຄານໂລກໃຫ້ການຢືນຢັນວ່າລັດຖະບານ ລາວ ໄດ້ປະເຊີນກັບການເປັນໜີເງິນກູ້ທັງພາຍໃນ ແລະ ຕ່າງປະເທດ ເພີ່ມຂຶ້ນຈາກ 12,104 ລ້ານໂດລາ.

ລັດຖະບານ ລາວ ຈະຂໍເລື່ອນການຊຳລະໜີ້ເງິນກູ້ຕ່າງປະເທດໃນປີ 2020 ນີ້ ເນື່ອງຈາກການລະ ບາດຂອງເຊື້ອໄວຣັສສາຍພັນໃໝ່ COVID-19 ເຮັດໃຫ້ການຈັດເກັບລາຍຮັບບໍ່ໄດ້ຕາມແຜນການທີ່ວາງເອົາໄວ້.

ທ່ານ ຈະເລີນ ເຢຍປາວເຮີ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີຖະແຫຼງວ່າ ຄະນະລັດຖະບານ ລາວ ໄດ້ມີມະຕິເຫັນຊອບ ແລະ ມອບໝາຍໃຫ້ກະຊວງການເງິນເປັນພາສ່ວນຮັບຜິດ ຊອບໃນການເຈລະຈາກັບສະຖາບັນການເງິນສາກົນ ແລະ ບັນດາປະເທດເຈົ້າໜີ້ຂອງ ສປປ ລາວ ເພື່ອຂໍເລື່ອນການຊຳລະຄືນໜີ້ ແລະ ດອກເບ້ຍເງິນກູ້ໃນປີ 2020 ນີ້ເປັນກໍລະນີພິເສດ ເນື່ອງຈາກວ່າການລະບາດຂອງເຊື້ອໄວຣັສ COVID-19 ເຮັດໃຫ້ການຈັດເກັບລາຍຮັບຈາກສ່ວຍສາອາກອນ ແລະ ຄ່າທຳນຽມຕ່າງໆຂອງລັດຖະບານ ລາວ ໄດ້ຕໍ່າກວ່າເປົ້າໝາຍແຜນການທີ່ວາງໄວ້ ທັງຍັງເຮັດໃຫ້ຈະຕ້ອງກູ້ຢືມຈາກຕ່າງປະເທດເພີ່ມຂຶ້ນ ເພື່ອນຳມາໃຊ້ໃນການຟື້ນຟູການຜະລິດ ແລະ ທຸ ລະກິດຕ່າງໆທີ່ຖືກກະທົບຈາກການລະບາດຂອງເຊື້ອໄວຣັສ COVID-19 ອີກດ້ວຍ ຊຶ່ງເປົ້າໝາຍອັນດັບ 1​ ທີ່ທາງການ ລາວ ຈະຂໍເຈລະຈາກໍຄືກຸ່ມພັດທະນາທາງເສດຖະກິດ 20 ປະເທດ (G20) ຕິດຕາມດ້ວຍສະຖາບັນການເງິນສາກົນ ດັ່ງທີ່ທ່ານ ຈະເລີນ ໄດ້ໃຫ້ການຢືນຢັນວ່າ

“ກະຊວງການເງິນເປັນໃຈກາງປະສານສົມທົບກັບພາກສ່ວນກ່ຽວຂ້ອງ ປຶກສາຫາລືກັບສະຖາບັນການເງິນສາກົນ ແລະ ບັນດາປະເທດ G20 ກ່ຽວກັບ ການເລື່ອນໜີ້ຕາມນະໂຍບາຍຂອງ G20 ພ້ອມກັນນັ້ນກໍໃຫ້ສະເໜີຂໍກູ້ດອກເບ້ຍຕໍ່າບ່ວງໃໝ່ ເພື່ອຟື້ນຟູຜົນກະທົບຈາກການລະບາດຂອງ COVID-19 ແລ້ວສະເໜີຕໍ່ລັດຖະບານເພື່ອພິຈາລະນາ.”

ທາງດ້ານຜູ້ຊ່ຽວຊານດ້ານການເງິນຂອງທະນາຄານໂລກໃຫ້ການຢືນຢັນວ່າລັດຖະບານ ລາວ ໄດ້ປະເຊີນກັບການເປັນໜີ້ເງິນກູ້ທັງພາຍໃນ ແລະ ຕ່າງປະເທດເພີ່ມຂຶ້ນຈາກ 12,104 ລ້ານໂດລາ ຫຼືກວ່າ 65 ເປີເຊັນຂອງ GDP ໃນປີ 2018 ເປັນ 13,491 ລ້ານໂດລາ ຫຼື 68 ເປີເຊັນຂອງ GDP ໃນປີ 2019 ທັງຍັງປະເຊີນກັບການຂາດດຸນດ້ານງົບປະມານເຖິງ 9.5 ເປີເຊັນຂອງ GDP ໃນປີ 2019 ແລະ ເຊື່ອວ່າບັນຫາດັ່ງກ່າວນີ້ຍັງຈະເພີ່ມລະດັບຮຸນແຮງຫຼາຍຂຶ້ນໃນປີ 2020 ເພາະການລະບາດຂອງເຊື້ອໄວຣັສ COVID-19 ໃນປັດຈຸບັນບໍ່ພຽງແຕ່ຈະເຮັດໃຫ້ລາຍຮັບຂອງລັດຖະບານ ລາວ ຫຼຸດລົງຢ່າງຫຼວງຫຼາຍເທົ່ານັ້ນ ຫາກແຕ່ຍັງໄດ້ສົ່ງຜົນກະທົບຕໍ່ພາກທຸລະກິດຕ່າງໆຊຶ່ງລັດຖະບານ ລາວ ຈະຕ້ອງຊ່ວຍເຫຼືອດ້ວຍການໂຈະການຈັດເກັບພາສີເປັນການຊົ່ວຄາວນັ້ນເອງ.

ພາຍໃຕ້ສະພາບການດັ່ງກ່າວ ຈຶ່ງເຮັດໃຫ້ລັດຖະບານ ລາວ ຕ້ອງຂໍການຊ່ວຍເຫຼືອຈາກຕ່າງປະ ເທດເພີ່ມຂຶ້ນຈາກປີ 2019 ຢ່າງແນ່ນອນ ຫາກແຕ່ບັນຫາກໍຄືນານາຊາດໄດ້ໃຫ້ການຊ່ວຍເຫຼືອແກ່ລັດຖະບານ ລາວ ຫຼຸດລົງຢ່າງຕໍ່ເນື່ອງໃນໄລຍະ 5 ປີທີ່ຜ່ານມາເຊັ່ນໃນປີ 2019 ລັດຖະບານ ລາວ ໄດ້ຮັບການຊ່ວຍເຫຼືອ ແລະ ກູ້ຢືມຈາກຕ່າງປະເທດໃນມູນຄ່າລວມ 7,080 ຕື້ກີບ ໃນນີ້ຄິດເປັນການຊ່ວຍເຫຼືອລ້າພຽງ 1,066 ຕື້ກີບເທົ່ານັ້ນ ສ່ວນທີ່ເຫຼືອໃນມູນຄ່າ 6,014 ຕື້ກີບນັ້ນກໍຄືການກູ້ຢືມໄລຍະຍາວດອກເບ້ຍຕໍ່າ.

ສ່ວນນັກເສດຖະສາດໃນທະນາຄານພັດທະນາເອເຊຍ (ADB) ຄາດວ່າລັດຖະບານ ລາວ ຈະຂາດດຸນທາງດ້ານງົບປະມານເກີນກວ່າແຜນການວາງໄວ້ທີ່ອັດຕາສະເລ່ຍ 4.9 ເປີເຊັນຂອງ GDP ໃນປີ 2020 ໂດຍພິຈາລະນາການຈັດຕັ້ງປະຕິບັດແຜນການລາຍຮັບ ແລະ ລາຍຈ່າຍໃນໄລຍະ 4 ເດືອນທີ່ຜ່ານມາກໍເຮັດໃຫ້ຄາດໝາຍໄດ້ວ່າລັດຖະບານ ລາວ ຈະຕ້ອງປະເຊີນກັບການຂາດດຸນງົບປະມານສູງກວ່າ 9 ເປີເຊັນຂອງ GDP ຢ່າງແນ່ນອນເພາະການຈັດເກັບລາຍຮັບບໍ່ໄດ້ຕາມແຜນ ການ ສ່ວນດ້ານລາຍຈ່າຍພາກລັດນັ້ນກໍຍັງສູງກວ່າແຜນການ ເນື່ອງຈາກວ່າລັດຖະບານ ລາວ ຈະຕ້ອງນຳໃຊ້ເງິນທຶນຢ່າງຫຼວງຫຼາຍ ເພື່ອການຟື້ນຟູທຸລະກິດຕ່າງໆພາຍຫຼັງການລະບາດຂອງເຊື້ອໄວຣັສ COVID-19 ໄດ້ສິ້ນສຸດລົງແລ້ວນັ້ນ ຊຶ່ງຈະເຮັດໃຫ້ລັດຖະບານ ລາວ ມີພັນທະທີ່ຈະຕ້ອງຊຳລະຄືນໜີ້ເງິນກູ້ ແລະ ດອກເບ້ຍເພີ່ມຂຶ້ນດ້ວຍ ໂດຍສຳລັບໃນປີ 2020 ລັດຖະບານ ລາວ ຈະຕ້ອງຊຳລະໜີ້ໃນມູນຄ່າ 7,542 ຕື້ກີບ ແລະ ຍັງຈະເພີ່ມຂຶ້ນທຸກປີ ໂດຍຄາດວ່າຈະເກີນກວ່າ 10,142 ຕື້ກີບໃນປີ 2024.

XS
SM
MD
LG