ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໑໔ ທັນວາ ໒໐໒໕

ລັດຖະບານລາວ ວາງເປົ້າໝາຍ ທີ່ຈະລົດໜີ້ສາທາລະນະໃຫ້ໄດ້ ໃນມູນຄ່າ 1,000 ລ້ານໂດລາສະຫະລັດ ພາຍໃນປີ 2025


ເງິນກີບລາວ
ເງິນກີບລາວ

ລັດຖະບານລາວວາງເປົ້າໝາຍທີ່ຈະຫຼົດໜີ້ສາທາລະນະໃຫ້ໄດ້ໃນມູນຄ່າ 1,000 ລ້ານໂດລາ ພາຍໃນປີ 2025 ດ້ວຍການເພີ້ມລາຍຮັບຈາກການຂຸດຄົ້ນຊັບພະ ຍາກອນທໍາມະຊາດ ໂດຍສະເພາະແມ່ນໄຟຟ້າແລະບໍ່ແຮ່ນັ້ນ ຊຶ່ງຊົງລິດ ໂພນເງິນ ມີລາຍງານຈາກບາງກອກ.

please wait

No media source currently available

0:00 0:04:27 0:00

ທ່ານບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນຖະແຫຼງວ່າ ລັດຖະບານລາວ
ວາງເປົ້າໝາຍທີ່ຈະຫລົດໜີ້ສາທາລະນະໃຫ້ໄດ້ໃນມູນຄ່າ 1,000 ລ້ານໂດລາສະຫະລັດ
ພາຍໃນປີ 2025 ໂດຍຖືເປັນພາກສ່ວນທີ່ສຳຄັນ ຂອງ ວາລະແຫ່ງຊາດດ້ານເສດຖະກິດ
ທີ່ຈະຕ້ອງປະຕິບັດໃຫ້ໄດ້ຢ່າງແທ້ຈິງ ເພາະ ສະພາວະໜີ້ສິນຂອງລັດຖະບານລາວໃນປັດ
ຈຸບັນນີ້ ຈັດຢູ່ໃນຂັ້ນວິກິດຕະການ ແລ້ວ ສະນັ້ນຈຶ່ງຕ້ອງສຸມໃສ່ການສ້າງລາຍຮັບ ຈາກຊັບ
ສິນຂອງລັດ ແລະຊັບ ພະຍາກອນທຳມະຊາດ ໃຫ້ໄດ້ຫຼາຍຂຶ້ນ ໂດຍສະເພາະແມ່ນການ
ຂຸດຄົ້ນບໍ່ແຮ່ ແລະແຫຼ່ງຜະລິດພະລັງງານໄຟຟ້ານັ້ນ ດັ່ງທີ່ທ່ານບຸນໂຈມໄດ້ໃຫ້ການ
ຢືນຢັນວ່າ:

“ການແກ້ໄຂໜີ້ສາທາລະນະຂອງປະເທດນີ້ ມັນເປັນບັນຫາທີ່ຮ້ອນທີ່ສຸດຫັ້ນລະມັນຕົກ
ຢູ່ໃນສະພາບທີ່ຈະຕ້ອງມີສ່ວນຮວມຂອງໝົດທຸກພາກສ່ວນ ໃນສັງຄົມນີ້ ເພື່ອຈະແກ້|
ໄຂບັນຫານີ້ ລັດຖະບານກໍໄດ້ມີມາດຕະການເພື່ອຊອກກົນໄກແກ້ໄຂ ວ່າຈະເອົາແຫຼ່ງເ
ງິນມາແຕ່ໃສ ເພື່ອມາແກ້ໄຂໜີ້ຕະຫຼອດ 5 ປີນີ້ ແຫຼ່ງທີ່ 1 ນີ້ ພວກເຮົາຈະອີງໃສ່ການ
ສ້າງຖານລາຍຮັບພາຍໃນພາກເຮົາເພີ້ມເຕີມແຕ່ນີ້ຫາປີ 2025 ຂຸດຄົ້ນແຫຼ່ງລາຍຮັບ
ທີ່ບົ່ມຊ້ອນໃຫ້ 1 ຕື້ໂດລາ ໃນ 5 ປີ ເພື່ອສະສົມໄປຊໍາລະໜີ້ຕະຫຼອດ 5 ປີ.”

ທ່ານບຸນໂຈມ ຍອມຮັບດ້ວຍວ່າ ບັນຫາດ້ານເສດຖະກິດການເງິນ ທີ່ລາວກຳ ລັງຜະເຊີນໃນປັດຈຸບັນຖືເປັນສະພາບທີ່ມີຄວາມຫຍຸ້ງຍາກຢ່າງທີ່ສຸດ ໂດຍນອກ ຈາກໜີ້ສາທາລະນະທີ່ເພີ້ມຂຶ້ນຢ່າງຕໍ່ເນື່ອງແລ້ວ ຍັງຕ້ອງຜະເຊີນກັບການຂາດ ດຸນດ້ານເງິນຕາຕ່າງປະເທດ ສະພາວະໜີ້ເສຍໃນລະບົບທະນະຄານການຄ້າ (NPL) ທີ່ເພີ້ມຂຶ້ນ ແລະອັດຕາການແລກປ່ຽນເງິນຕາທີ່ແຕກຕ່າງກັນເພີ້ມຂຶ້ນ ລະຫວ່າງທະນາຄານ ກັບຕະຫຼາດອັນເຮັດໃຫ້ລັດຖະບານລາວຕ້ອງກຳໜົດ ໃຫ້ ບັນຫາເຫລົ່ານີ້ເປັນວາລະແຫ່ງຊາດດ້ານເສດຖະກິດ ທີ່ຈະຕ້ອງດຳເນີນມາດ ຕະການແກ້ໄຂໃຫ້ໄດ້ຢ່າງແທ້ຈິງ ທັງຍັງຖືເປັນຄວາມຮັບຜິດຊອບຮ່ວມຂອງ ທຸກພາກສ່ວນ ທັງໃນພາກລັດ ພາກເອກກະຊົນ ລວມເຖິງປະຊາຊົນລາວທຸກ ຄົນອີກດ້ວຍ

ໂດຍລັດຖະບານລາວໄດ້ວາງເປົ້າໝາຍຂອງວາລະແຫ່ງຊາດ ທາງດ້ານເສດຖະ ກິດການເງິນໄວ້ ໃນ 4 ດ້ານດ້ວຍກັນກໍຄືການຫລົດພາຣະໜີ້ສາທາລະນະຂອງ ລັດຖະບານໃຫ້ຢູ່ທີ່ລະດັບ 64.2 ເປີເຊັນ ຂອງຍອດຜະລິດຕະພັນລວມ (GDP) ພາຍໃນປີ 2023 ໃນນີ້ແບ່ງເປັນໜີ້ຕ່າງປະເທດ 55.3 ເປີເຊັນ ແລະ ໜີ້ພາຍ ໃນ 8.9 ເປີເຊັນ ຂອງ GDP ການເພີ້ມທຶນສຳລອງເງິນຕາຕ່າງປະ ເທດ ເພື່ອຮັບປະກັນການນຳເຂົ້າສິນຄ້າຕ່າງປະະເທດໃຫ້ໄດ້ 3 ເດືອນ ການ ຄວບຄຸມອັດຕາແລກປ່ຽນເງິນຕາ ລະຫວ່າງທະນາຄານກັບຕະຫຼາດໃຫ້ແຕກ ຕ່າງກັນບໍ່ເກີນ 2 ເປີເຊັນແລະການຄຸມສະພາວະໜີ້ເສຍໃນທະນາຄານ (NPL) ໃຫ້ບໍ່ເກີນ 3 ເປີເຊັນ ຂອງມູນໜີ້ທັງໝົດ.

ສ່ວນທ່ານສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງຊາດຍອມຮັບວ່າ ຄ່າ ເງິນກີບຍັງສຶບຕໍ່ຕົກຢູ່ໃນສະພາວະການຜັນຜວນ ແລະມີທ່າອຽງ ອ່ອນຄ່າລົງ ນັບມື້ ຊຶ່ງເຫັນໄດ້ຈາກອັດຕາແລກປ່ຽນໃນທະນາຄານກັບຕະຫຼາດທີ່ແຕກຕ່າງ ກັນ ຫຼາຍກວ່າ 22 ເປີເຊັນ ໂດຍສະເພາະແມ່ນອັດຕາແລກປ່ຽນລະຫວ່າງເງິນ ກີບກັບໂດລາສະຫະລັດ ແລະເງິນບາດນັ້ນ ຍັງຖືເປັນເງິນຕາຕ່າງປະເທດ ທີີ່ມີ ອິດທິພົນຕໍ່ຄ່າເງິນກີບ ຫຼາຍທີີ່ສຸດທີ່ມີສາເຫດສຳຄັນມາຈາກ ການທີ່ລາວຕ້ອງ ຜະເຊີນກັບການຂາດດຸນການຄ້າຕ່າງປະເທດຢ່າງຕໍ່ເນື່ອງ ແລະເຮັດໃຫ້ລາວ ຕ້ອງຜະເຊີນກັບການຂາດດຸນບັນຊີການຊຳລະເງິນຕາຕ່່າງປະເທດ ທີ່ສົມທົບ ດ້ວຍໜີ້ຕ່າງປະເທດທີ່ເພີ້ມຂຶ້ນດັ່ງທີ່ ທ່ານສອນໄຊ ໄດ້ໃຫ່້ການຢືນຢັນວ່າ:

ສາເຫດຕົ້ນຕໍທີ່ພາໃຫ້ເກີດສະພາບດັ່ງກ່າວ ກໍແມ່ນຍ້ອນຄວາມຕ້ອງການດ້ານ ເງິນຕາຕ່າງປະເທດຢູ່ພາຍໃນມີຫຼາຍກວ່າຄວາມສາມາດໃນການສະໜອງເງິນ ຕາ ສະພາບການຂາດດຸນດ້ານສິນຄ້າຂາດດຸນດ້ານການບໍລິການພາວະໃນການ ຊຳລະດອກເບ້ຍເງິນກູ້ຢືມຈາກຕ່າງປະເທດຍິ່ງມີຫຼາຍຂຶ້ນ ຢ່າງຕໍ່ເນື່ອງແລະ ຍາວນານ ໃນຂະນະທີ່ລາຍຮັບຂອງເຮົາຫລຸດລົງຍ້ອນຜົນກະທົບຈາກໂຄວິດ-19.”

ໂດຍລັດຖະບານລາວມີໜີ້ສະສົມເຖິງ 13,491 ລ້ານໂດລາສະຫະລັດ ຄິດເປັນ 68 ເປີເຊັນ ຂອງ GDP ໃນປີ 2020 ແລະຄາດວ່າ ຈະເພີ້ມຂຶ້ນເປັນເກີນກວ່າ 70 ເປີເຊັນ ຂອງ GDP ໃນປີ 2021 ນີ້ ເພາະລັດຖະບານລາວຍັງຈະຕ້ອງ ກູ້ຢືມຈາກຕ່າງປະເທດເພີ້ມຂຶ້ນອີກກວ່າ 2,000 ລ້ານໂດລາສະຫະລັດ ເພື່ອ ການດຸນດ່ຽງດ້ານລາຍຈ່າຍ ທີ່ສູງກວ່າລາຍຮັບນັ້ນເອງ.

XS
SM
MD
LG