ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານ ລາວ ສູນເສຍລາຍຮັບ ຈາກການ ຂຸດຄົ້ນແຮ່ທາດ ແລະ ການຊົມໃຊ້ລະບົບ ໂທລະຄົມມະນາຄົມ


ບໍ່ຄຳຢູ່ພູເບ້ຍ ແລະ ບ້ານຫ້ວຍຊາຍໃນແຂວງໄຊສົມບູນ ຍັງຕ້ອງປະເຊີນກັບສະພາວະຂາດທຶນ ຄິດເປັນມູນຄ່າ
ລວມກັນບໍ່ນ້ອຍກວ່າ 200 ຕື້ກີບ
ບໍ່ຄຳຢູ່ພູເບ້ຍ ແລະ ບ້ານຫ້ວຍຊາຍໃນແຂວງໄຊສົມບູນ ຍັງຕ້ອງປະເຊີນກັບສະພາວະຂາດທຶນ ຄິດເປັນມູນຄ່າ ລວມກັນບໍ່ນ້ອຍກວ່າ 200 ຕື້ກີບ

ລາຍຮັບຂອງລັດຖະບານ ລາວ ຈາກຄ່າສຳປະທານການຂຸດຄົ້ນແຮ່ທາດ ແລະ ການຊົມ ໃຊ້ລະບົບໂທລະຄົມມະນາຄົມຫຼຸດລົງຢ່າງຕໍ່ເນື່ອງ ໂດຍສະເພາະບໍ່ຄຳຂະໜາດໃຫຍ່ 2 ແຫ່ງຍັງປະເຊີນກັບການຂາດທຶນອີກດ້ວຍ.

ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີວ່າການກະຊວງການເງິນ ຖະແຫຼງລາຍງານຕໍ່ກອງປະຊຸມສະໄໝສາມັນຄັ້ງທີ 3 ຂອງສະພາແຫ່ງຊາດ ລາວ ຊຸດທີ
8 ທີ່ໄດ້ດຳເນີນກອງປະຊຸມຢ່າງເປັນທາງການລະຫວ່າງວັນທີ 25 ເມສາ ຫາ 18 ພຶດສະ
ພາ 2017 ນີ້ວ່າລາຍຮັບຂອງລັດຖະບານ ລາວ ທີ່ຫຼຸດລົງຫຼາຍທີ່ສຸດໃນປັດຈຸບັນຄື ລາຍ
ຮັບຈາກຄ່າສຳປະທານໃນທຸລະກິດໂທລະຄົມມະນາຄົມ ແລະ ການຂຸດຄົ້ນແຮ່ທາດ ໂດຍ
ສະເພາະແຮ່ຄຳຢູ່ພູເບ້ຍ ແລະ ບ້ານຫ້ວຍຊາຍໃນແຂວງໄຊສົມບູນ ຍັງຕ້ອງປະເຊີນກັບ ສະພາວະຂາດທຶນ ຄິດເປັນມູນຄ່າລວມກັນບໍ່ນ້ອຍກວ່າ 200 ຕື້ກີບອີກດ້ວຍ ຊຶ່ງໝາຍ ຄວາມວ່າລັດຖະບານ ລາວ ຈະບໍ່ມີລາຍຮັບຈາກເໝືອງແຮ່ຄຳຂະໜາດໃຫຍ່ທັງ 2 ແຫ່ງ ດັ່ງກ່າວນີ້ເລີຍ.

ສ່ວນລາຍຮັບຈາກຄ່າສຳປະທານໃນທຸລະກິດໂທລະຄົມມະນາຄົມທີ່ຫຼຸດລົງນັ້ນກໍເພາະວ່າ ໄດ້ມີການໃຊ້ບໍລິການໂທລະຄົມມະນາຄົມຫຼຸດລົງໂດຍປະຊາຊົນ ລາວ ແລະ ບັນດາຫົວ
ໜ່ວຍທຸລະກິດຕ່າງໆ ໄດ້ພາກັນຫັນໄປຊົມໃຊ້ລະບົບທີ່ບໍ່ຕ້ອງເສຍຄ່າບໍລິການກໍຄືລະບົບ ອອນລາຍ ແລະ ອິນເຕີແນັດ ເພື່ອສື່ສານລະຫວ່າງ ກັນຫຼາຍຂຶ້ນຈຶ່ງສົ່ງຜົນເຮັດໃຫ້ລາຍ
ຮັບຂອງລັດຖະບານ ລາວ ຫຼຸດລົງດ້ວຍ ດັ່ງທີ່ທ່ານ ສົມດີ ໄດ້ໃຫ້ການຊີ້ແຈງວ່າ.

"ມີລາຍຮັບບາງປະເພດທີ່ມີຂໍ້ຫຍຸ້ງຍາກ ບໍ່ທັນສາມາດປະຕິບັດໄດ້ຕາມຄາດໝາຍເທົ່າ
ທີ່ຄວນ ເປັນຕົ້ນລາຍຮັບຈາກຊັບພະຍາກອນທຳມະຊາດ ຄືວ່າອາກອນກຳໄລຈາກຄຳ
ປີນີ້ທັງ 2 ບໍ່ໃຫຍ່ຖືວ່າບໍ່ມີກຳໄລແຫຼະ ສິຂາດໄປ 200 ຕື້ ນອກຈາກນັ້ນກໍມີລາຍຮັບອັນ
ໃຫຍ່ອື່ນໆ ຊຶ່ງເປັນລາຍຮັບຈາກໂທລະຄົມ ອັນນີ້ກໍຫຼຸດລົງຫຼາຍຈາກອາກອນຂອງໂທ
ລະສັບຕ່າງໆ ຍ້ອນວ່າຄົນນີ້ຫັນໄປນຳໃຊ້ອອນລາຍ ນຳໃຊ້ອິນເຕີແນັດ ທີ່ບໍ່ໄດ້ເສຍ
ເງິນ ກະເລີຍເຮັດໃຫ້ການເສຍພັນທະຫຼຸດລົງຫຼາຍພໍສົມຄວນ."

ສຳລັບໃນແຜນການປະຈຳປີ 2015-2016 ທີ່ຜ່ານມາ ລັດຖະບານ ລາວ ສາມາດຈັດເກັບ
ລາຍຮັບໄດ້ໃນມູນຄ່າລວມທັງໝົດ 22,555.59 ຕື້ກີບ ຊຶ່ງຄິດເປັນ 95.17 ເປີເຊັນຂອງ
ແຜນການປີ 2015-2016 ທີ່ສິ້ນສຸດແຜນການເມື່ອທ້າຍເດືອນກັນຍາປີ 2016 ຜ່ານມາ ໂດຍເປັນລາຍຮັບພາຍໃນ 20,041.19 ຕື້ກີບ ທີ່ໄດ້ຈາກສ່ວຍສາອາກອນ 9,711 ຕື້ກີບ,
ພາສີ 6,366 ຕື້ກີບ, ພັນທະຈາກລັດວິສາຫະກິດ 1,968 ຕື້ກີບ, ຊັບສິນຂອງລັດ 1,975
ຕື້ກີບ ແລະ ອື່ນໆອີກ 2,119 ຕື້ກີບ.

ໂດຍທ່ານ ສົມດີ ກໍຍອມຮັບວ່າການຈັດເກັບລາຍຮັບໄດ້ຕໍ່າກວ່າເປົ້າໝາຍດັ່ງກ່າວມີສາ
ເຫດທີ່ສຳຄັນມາຈາກລະ ດັບປະສິດທິພາບຕໍ່າໃນການຈັດເກັບລາຍຮັບໃນຫຼາຍພາກ
ສ່ວນ ໂດຍສະເພາະແມ່ນພາກສ່ວນທີ່ຮັບຜິດຊອບການຈັດເກັບພາສີອາກອນການຄ້າ
ແລະ ຊັບສິນຂອງລັດນັ້ນ ຊຶ່ງກໍເຮັດໃຫ້ການຈັດເກັບລາຍຮັບພາຍໃນໄດ້ຕໍ່າກວ່າເປົ້າ
ໝາຍທີ່ວາງໄວ້ຫຼາຍກວ່າ 1,100 ຕື້ກີບ.

ການຈັດເກັບລາຍຮັບໄດ້ຕໍ່າກວ່າແຜນການດັ່ງກ່າວຍັງເຮັດໃຫ້ລັດຖະບານ ລາວ ຕ້ອງ
ປັບຫຼຸດເປົ້າໝາຍຂອງການຈັດເກັບລາຍຮັບຕະຫຼອດແຜນການລົງຈາກເດີມ 26,159 ຕື້
ກີບເປັນ 23,700 ກວ່າຕື້ກີບ ທັງຍັງຕ້ອງປັບຫຼຸດລາຍຈ່າຍລົງຈາກ 31,946 ຕື້ກີບ ເປັນ
31,118 ຕື້ກີບ ໂດຍຫຼຸດລົງເຖິງ 828 ຕື້ກີບ ເມື່ອເຖິງຊ່ວງ 6 ເດືອນທຳອິດຂອງແຜນການ
ປີ ທັງເຮັດໃຫ້ລັດຖະບານ ລາວ ຕ້ອງປະເຊີນບັນຫາຂາດດຸນງົບປະມານເພີ່ມຂຶ້ນຈາກ
5,787 ຕື້ກີບເປັນ 7,418 ຕື້ກີບ ຄິດເປັນ 6.43 ເປີເຊັນຂອງ GDP ເຮັດໃຫ້ການລົງທຶນ
ຂອງລັດຫຼຸດລົງເກີນກວ່າ 500 ຕື້ກີບ ຈຶ່ງສົ່ງຜົນກະທົບຕໍ່ການຈັດຕັ້ງປະຕິບັດແຜນການ
ຢ່າງຫຼີກລ່ຽງບໍ່ໄດ້ເຊັ່ນກັນ.

ພາຍໃຕ້ສະພາບການດັ່ງກ່າວນີ້ ລັດຖະບານ ລາວ ຈຶ່ງໄດ້ຕັດສິນໃຈນຳໃຊ້ລະບົບການ
ຈັດເກັບລາຍຮັບສ່ວຍອາກອນແບບປະຕູດຽວ (One Stop Service) ໃນທຸກພາກສ່ວນ
ທີ່ກ່ຽວຂ້ອງກັບການຈັດເກັບລາຍຮັບເຂົ້າງົບປະມານຂອງລັດຖະບານໃນທົ່ວປະເທດໃຫ້
ໄວທີ່ສຸດ ໂດຍສະເພາະພາກການຄ້າຂາອອກ ແລະ ຂາເຂົ້າລວມເຖິງພາກສ່ວນທີ່ຮັບຜິດ
ຊອບການນຳເຂົ້າຍານພາຫະນະຈາກຕ່າງປະເທດດ້ວຍນັ້ນ.

ທັງນີ້ໂດຍລັດຖະບານ ລາວ ໄດ້ວາງເປົ້າໝາຍຈະຈັດເກັບລາຍຮັບໃນຊ່ວງປີ 2016-
2020 ໃຫ້ເພີ່ມຂຶ້ນ 50 ເປີເຊັນທຽບໃສ່ຊ່ວງປີ 2011-2015 ຊຶ່ງກໍຈະເຮັດໃຫ້ລັດຖະບານ
ລາວ ມີລາຍຮັບລວມ 149,000 ຕື້ກີບ ຄິດເປັນ 19-20 ເປີເຊັນຂອງຍອດຜະລິດຕະພັນ
ລວມ (GDP) ໃນຕະຫຼອດ 5 ປີດັ່ງກ່າວ ໂດຍແບ່ງເປັນລາຍຮັບພາຍໃນ 131,800 ຕື້ກີບ
ຫຼື ເພີ່ມຂຶ້ນເຖິງ 72 ເປີເຊັນທຽບໃສ່ຊ່ວງປີ 2011-2015.

XS
SM
MD
LG