ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານລາວ ມີລາຍຮັບຈາກການອະນຸຍາດໃຫ້ສໍາປະທານການຂຸດຄົ້ນແຮ່ທາດແບບເລັ່ງດ່ວນໃນລະດັບຕໍ່າກວ່າ 10 ເປີເຊັນ ຂອງມູນຄ່າການສົ່ງອອກແຮ່ທາດທັງໝົດ


ການຂຸດຄົ້ນບໍ່ແຮ່ແຫ່ງນຶ່ງ ຢູ່ໃນ ສປປ ລາວ ທີ່ສໍາປະທານໂດຍນາຍທຶນຕ່າງປະເທດ.
ການຂຸດຄົ້ນບໍ່ແຮ່ແຫ່ງນຶ່ງ ຢູ່ໃນ ສປປ ລາວ ທີ່ສໍາປະທານໂດຍນາຍທຶນຕ່າງປະເທດ.

ລັດຖະບານລາວ ມີລາຍຮັບຈາກການອະນຸຍາດໃຫ້ສໍາປະທານການຂຸດຄົ້ນແຮ່ທາດແບບເລັ່ງດ່ວນໃນລະດັບຕໍ່າກວ່າ 10 ເປີເຊັນ ຂອງມູນຄ່າການສົ່ງອອກແຮ່ທາດທັງໝົດ ໂດຍມີກຸ່ມບໍລິສັດຈີນ ໄດ້ຮັບຜົນປະໂຫຍດສູງສຸດ. ຊົງຣິດ ໂພນເງິນ ມີລາຍງານເລື້ອງນີ້ຈາກບາງກອກ.

ນັກທຸລະກິດໃນພາກອຸດສາຫະກໍາຂອງລາວ ເປີດເຜີຍວ່າ ລັດຖະບານລາວໄດ້ວາງເປົ້າໝາຍຈະຊຸກຍູ້ການຂຸດຄົ້ນແຮ່ທາດ ເພື່ອສົ່ງອອກໄປຕ່າງປະເທດໃຫ້ໄດ້ໃນມູນຄ່າລວມ 1,525 ລ້ານໂດລາ ໃນປີ 2023 ນີ້ ເຊິ່ງກໍຖືວ່າ ມີຄວາມເປັນໄດ້ສູງເພາະວ່າມີພື້ນຖານທີ່ຮອງຮັບ ແລະຕໍ່ເນື່ອງຈາກການຂຸດຄົ້ນແຮ່ທາດໃນປີ 2022 ຢູ່ແລ້ວ ໂດຍສະເພາະແມ່ນບັນດາບໍລິສັດຈາກຈີນ ທີ່ໄດ້ຮັບອະນຸມັດສໍາປະທານແບບເລັ່ງດ່ວນ 60 ກວ່າບໍລິສັດນັ້ນ ຕ່າງກໍພາກັນມີຄວາມພ້ອມໃນທຸກໆດ້ານແລ້ວ ທີ່ຈະເພີ້ມການຂຸດຄົ້ນໃນປີນີ້, ແຕ່ບັນຫາທີ່ໜ້າເປັນຫ່ວງກໍຄື ລັດຖະບານລາວ ຍັງໄດ້ຮັບຜົນຕອບແທນໃນລະດັບຕໍ່າຫຼາຍ ເມື່ອສົມທຽບກັບປະລິມານແຮ່ທາດທີ່ຖືກຂຸດຄົ້ນ ແລະຖືກສົ່ງອອກໄປຕ່າງປະເທດນັ້ນ ເຊິ່ງເຫັນໄດ້ຈາກການສົ່ງອອກແຮ່ທາດໃນປີ 2022 ທີ່ມີມູນຄ່າລວມຫຼາຍກວ່າ 8,534 ຕື້ກີບນັ້ນ ກໍປາກົດວ່າ ລັດຖະບານລາວມີລາຍຮັບຈາກຄ່າສໍາປະທານແບບເລັ່ງດ່ວນພຽງແຕ່ 9.93 ເປີເຊັນເທົ່ານັ້ນ ຂອງມູນຄ່າສົ່ງອອກແຮ່ທາດທັງໝົດໃນປີ 2022 ທີ່ຜ່ານມາ.

ໂດຍສາເຫດສໍາຄັນ ທີ່ເຮັດໃຫ້ເກີດບັນຫາດັ່ງກ່າວ ກໍຄື ການອະນຸຍາດໃຫ້ສໍາປະທານທີ່ບໍ່ມີການປະສານງານກັນລະຫວ່າງພະນັກງານລັດທີ່ຮັບຜິດຊອບໃນແຕ່ລະຂັ້ນ ທັງໃນຂັ້ນສູນກາງແລະທ້ອງຖິ່ນ ແລະຍັງມີການປະເມີນຄ່າສໍາປະ ທານທີ່ຕໍ່າກວ່າຄວາມເປັນຈິງ ເພື່ອຜົນປະໂຫຍດສ່ວນໂຕເປັນສໍາຄັນອີກດ້ວຍ ແລະໃນການອະນຸຍາດສໍາປະທານຈໍານວນບໍ່ໜ້ອຍ ກໍຍັງໄປກວມເອົາທີ່ດິນຂອງປະຊາຊົນລາວ ເຮັດໃຫ້ມີການຟ້ອງຮ້ອງກັນຢ່າງກວ້າງຂວາງໃນປັດຈຸບັນ, ດັ່ງທີ່ທ່ານນາງບຸນຄໍາ ວໍລະຈິດ ລັດຖະມົນຕີກະຊວງຊັບພະຍາກອນ ແລະສິ່ງແວດ ລ້ອມທໍາມະຊາດ ໄດ້ຖະແຫຼງຍອມຮັບຕໍ່ກອງປະຊຸມທີ່ວ່າດ້ວຍແຜນຍຸດທະສາດການພັດທະນາ ແລະການນໍາໃຊ້ທີ່ດິນແຫ່ງຊາດລາວເມື່ອບໍ່ນານມານີ້ວ່າ:

“ການຈັດຕັ້ງປະຕິບັດ ການເຊົ່າ-ສໍາປະທານ ທີ່ດິນຂອງລັດມີຫຼາຍຂະແໜງການຈັດຕັ້ງປະຕິບັດແລ້ວ ກໍຍັງເຮັດພໍໃຜພໍລາວ ອັນນີ້ພວກເຮົາກໍໄດ້ ຄົ້ນຄວ້າ-ລາຍງານ ມາແລ້ວເນາະ ແຕ່ວ່າການແກ້ໄຂຂອງພວກເຮົາກໍຍັງບໍ່ທັນສາມາດແກ້ໄຂໄດ້ຢ່າງຂາດໂຕເທື່ອ ການອະນຸຍາດໃຫ້ ເຊົ່າ-ສໍາປະທານ ທີ່ດິນຂອງລັດໃນບາງກິດຈະການ ແລະທ້ອງຖິ່ນ ແມ່ນເກີນຂອບເຂດສິດທີ່ກົດໝາຍກໍານົດ ບໍ່ສາມາດຮັບຮູ້ສິດນໍາໃຊ້ທີ່ດິນແລະຍັງບໍ່ສາມາດອອກໃບຕາດິນໃຫ້ປະຊາຊົນ ຈຶ່ງ ເຮັດໃຫ້ມີຫາງສຽງຈໍານວນນຶ່ງຕ້ອງການຮັບຮູ້ສິດຫັ້ນເນາະ.”

ໂດຍຫຼ້າສຸດ, ກອງປະຊຸມຂອງຄະນະລັດຖະບານລາວທີ່ມີ ທ່ານສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ເປັນປະທານກອງປະຊຸມ ເມື່ອທ້າຍເດືອນພຶດສະພາ ປີ 2023 ທີ່ຜ່ານມານີ້ ກໍໄດ້ມີຄໍາສັ່ງໃຫ້ດໍາເນີນການກວດກາສໍາປະທານການຂຸດຄົ້ນແຮ່ທາດທຸກໂຄງການຢ່າງລະອຽດ ເພື່ອປະເມີນວ່າ ຜົນປະໂຫຍດທີ່ລັດຖະບານໄດ້ຮັບນັ້ນ ສົມຄູ່ກັບສະພາບໂຕຈິງຫຼືບໍ່ ເຊິ່ງໃນນີ້ກໍລວມເຖິງການກວດກາສໍາປະທານການຂຸດຄົ້ນແຮ່ທາດຫາຍາກ (Rare Earth) ທີ່ໄດ້ອະນຸ ຍາດໃຫ້ກັບ 2 ບໍລິສັດຂຸດຄົ້ນແຮ່ທາດຈາກຈີນດ້ວຍ, ດັ່ງທີ່ ທ່ານນາງທິບພະກອນ ຈັນທະວົງສາ ໂຄສົກລັດຖະບານລາວ ໄດ້ຖະແຫຼງພາຍຫຼັງກອງປະຊຸມຄັ້ງດັ່ງກ່າວນີ້ວ່າ:

“ສືບຕໍ່ປະເມີນຄືນໂຄງການແຮ່ທາດທົດລອງ ແລະໂຄງການແຮ່ທາດປົກກະຕິໃຫ້ສໍາເລັດ, ແລະລາຍງານຜົນການກວດກາໃຫ້ລັດຖະບານຮູ້ ສຸມໃສ່ກວດກາຕິດຕາມ ແລະຊຸກຍູ້ການສົ່ງອອກແຮ່ທາດທັງໂຕທົດລອງ ແລະໂຕປົກກະຕິ, ໃນນັ້ນ ສຸມໃສ່ກວດກາຄຸນນະພາບແຮ່ເຫຼັກທີ່ສົ່ງອອກ ເພື່ອບໍ່ໃຫ້ມີຊ່ອງຫວ່າງສວຍໂອກາດ, ສຸມໃສ່ ຊຸກຍູ້-ຕິດຕາມ ການສົ່ງອອກແຮ່ຫາຍາກ ໂດຍໃຫ້ແຕ່ງຕັ້ງໜ່ວຍງານຮັບຜິດຊອບຄັກແນ່.”

ໃນນີ້ ລັດຖະບານລາວໄດ້ອະນຸຍາດໃຫ້ສໍາປະທານການຂຸດຄົ້ນແຮ່ທາດ ໃນລາວຈໍານວນ 319 ກິດຈະການ ແລະເຮັດໃຫ້ມີລາຍຮັບລວມ 1,100 ລ້ານໂດລາໃນຊ່ວງປີ 2016-2022, ແລະຍັງມີບໍລິສັດຕ່າງຊາດອີກ 308 ແຫ່ງ ທີ່ກໍາລັງລໍຖ້າການອະນຸຍາດສໍາປະທານ ຈາກລັດຖະບານລາວໃນປັດຈຸບັນນີ້ ໂດຍຄາດວ່າທາງການລາວຈະພິຈາລະນາສໍາເລັດສົມບູນໃນກາງປີ 2023 ນີ້, ເຊິ່ງສ່ວນຫຼາຍກໍຄືບໍລິສັດທີ່ເປັນເຄືອຂ່າຍຂອງກົມໃຫຍ່ສໍາຫຼວດທໍລະນີສາດ ແລະບໍ່ແຮ່ຂອງລັດຖະບານຈີນ ທີ່ໄດ້ສໍາຫຼວດຫາແຫຼ່ງທາດໃນລາວນັບຈາກປີ 2017 ເປັນຕົ້ນມາ, ໂດຍພົບວ່າ ໃນລາວມີປະລິມານສໍາຮອງຂອງແຮ່ຄໍາຫຼາຍກວ່າ 17 ລ້ານໂຕນ, ແຮ່ທອງແດງຫຼາຍກວ່າ 182 ລ້ານໂຕນ, ແລະທ່ານຫິນຫຼາຍກວ່າ 375 ລ້ານໂຕນ, ໂດຍເຮັດໃຫ້ບັນດາບໍລິສັດຈີນມອງເຫັນຜົນປະໂຫຍດຢ່າງຫຼວງຫຼາຍ ທີ່ຈະໄດ້ຈາກການລົງທຶນຂຸດຄົ້ນແຮ່ທາດໃນລາວ.

XS
SM
MD
LG