ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານ ລາວ ສົ່ງເສີມ ການຜະລິດ ດ້ານກະສິກຳ ໃນຂະນະທີ່ ຊາວນາ ປະເຊີນກັບ ບັນຫາຄ່າໃຊ້ຈ່າຍ ທີ່ສູງຂຶ້ນ


ຊາວນາລາວ ເກັບກ່ຽວເຂົ້າ.
ຊາວນາລາວ ເກັບກ່ຽວເຂົ້າ.

ລັດຖະບານ ລາວ ເລັ່ງໃຫ້ການສົ່ງເສີມການຜະລິດດ້ານກະສິກຳ ເພື່ອຮັບປະກັນການ
ຕອບສະໜອງດ້ານສະບຽງອາຫານພາຍໃນ ແລະ ເພີ່ມການສົ່ງອອກ ແຕ່ກະເສດຕະ
ກອນ ລາວ ຕ້ອງປະເຊີນບັນຫາຕົ້ນທຶນທີ່ສູງຂຶ້ນ.

ທ່ານ ລຽນ ທິແກ້ວ ລັດຖະມົນຕີວ່າການກະຊວງກະສິກຳ ແລະ ປ່າໄມ້ ຖະແຫຼງຢືນຢັນ
ວ່າ ກະເສດຕະກອນ ລາວ ໃນທົ່ວປະເທດສາມາດຜະລິດເຂົ້າໃນລະດູການປະຈຳປີ
2015-2016 ທີ່ຜ່ານມາ ໄດ້ໃນປະລິມານລວມ 4 ລ້ານກວ່າໂຕນ ໂດຍມີເນື້ອທີ່ປັກ
ດຳນາປີ ແລະ ນາແຊງລວມທັງໝົດ 975,215 ເຮັກຕາ ຫາກແຕ່ສາມາດສົ່ງຜົນຜະລິດ
ເຂົ້າໄປຂາຍທີ່ຕ່າງປະເທດໄດ້ພຽງ 21,000 ໂຕນເທົ່ານັ້ນ ຊຶ່ງເປັນຜົນກະທົບຈາກພາ
ວະໂລກຮ້ອນທີ່ເຮັດໃຫ້ສະພາບດິນຟ້າອາກາດບໍ່ມີຄວາມແນ່ນອນ ເຊັ່ນຝົນຕົກຫຼ້າຊ້າ
ແລະ ພາວະແຫ້ງແລ້ງແກ່ຍາວ ຈຶ່ງເຮັດໃຫ້ການຜະລິດເຂົ້າບໍ່ໄດ້ຕາມເປົ້າໝາຍແຜນ
ການທີ່ວາງໄວ້.

ທາງດ້ານເຈົ້າໜ້າທີ່ຂັ້ນສູງໃນກະຊວງກະສິກຳ ແລະ ປ່າໄມ້ບອກວ່າ ສາເຫດທີ່ສຳຄັນ
ອີກຢ່າງໜຶ່ງທີ່ເຮັດໃຫ້ຜົນຜະລິດເຂົ້າໃນ ລາວ ບໍ່ເປັນໄປຕາມເປົ້າໝາຍທີ່ວາງໄວ້ກໍຄື
ຕົ້ນທຶນການຜະລິດທີ່ສູງຂຶ້ນຢ່າງຕໍ່ເນື່ອງ ໃນຂະນະທີ່ລັດຖະບານ ລາວ ກໍບໍ່ສາມາດຈະ
ໃຫ້ການຊ່ວຍເຫຼືອແກ່ບັນດາກະເສດຕະກອນ ລາວ ໄດ້ຢ່າງພຽງພໍກັບຄວາມຕ້ອງການ
ທີ່ເປັນຈິງດ້ວຍແລ້ວ ຈຶ່ງສົ່ງຜົນກະທົບຕໍ່ການຜະລິດ ແລະ ຄວາມໝັ້ນຄົງດ້ານສະບຽງ
ອາຫານຢ່າງຫຼີກລ່ຽງບໍ່ໄດ້ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງຂອງ ລາວ ໃຫ້ການຢືນຢັນວ່າ.

"ພວກເຮົາຍັງບໍ່ທັນມີຄັງແຮ່ເຂົ້າເພືອເປົ້າໝາຍນຳໃຊ້ເພື່ອການສຸກເສີນ. ນອກຈາກນັ້ນ
ສປປ ລາວ ຍັງເປັນປະເທດດຽວໃນອາຊຽນ ທີ່ບໍ່ມີຄັງແຮ່ເຂົ້າທີ່ຖືກຕ້ອງ, ການລົງທຶນ
ໃສ່ປັດໃຈການຜະລິດ ກໍບໍ່ສົມສ່ວນ ແລະ ຂາດປະສິດທິຜົນ ເປັນຕົ້ນແມ່ນຫຼາຍໂຄງ
ການຊົນລະປະທານ ທີ່ສ້າງແລ້ວກໍບໍ່ໄດ້ນຳໃຊ້ຫັນເປັນກະເສດສຸມ ບາງບ່ອນກໍບໍ່ໄດ້
ໃຊ້ຍ້ອນຂາດການປະຕິບັດນະໂຍບາຍທີ່ເໝາະສົມ ເຊັ່ນ ບໍ່ມີແນວພັນພຽງພໍ, ຂາດຝຸ່ນ
ປຸ໋ຍ, ຂາດກົນຈັກ, ລາຄາກະແສໄຟຟ້າ, ຄ່ານໍ້າຊົນລະປະທານສູງເກີນຄວາມອາດສາ
ມາດຂອງປະຊາຊົນຮັບໄດ້."

ໂດຍພາຍໃຕ້ພາວະດັ່ງກ່າວ ຍັງເຮັດໃຫ້ທາງການ ລາວ ຄາດໝາຍວ່າ ໃນປີ 2017 ນີ້
ກະເສດຕະກອນ ລາວ ຈະສາມາດສົ່ງຜົນຜະລິດເຂົ້າໄປຂາຍຕ່າງປະເທດໄດ້ໃນປະລິ
ມານລວມບໍ່ເກີນ 20,000 ໂຕນ ເພາະຈະຕ້ອງຕອບສະໜອງການບໍລິໂພກພາຍໃນປະ
ເທດໃຫ້ພຽງພໍກັບຄວາມຕ້ອງການຂອງປະຊາຊົນ ລາວ ເປັນບູລິມະສິດ ຊຶ່ງເປັນໄປຕາມ
ແຜນການຮັບປະກັນຄວາມມັ້ນຄົງດ້ານສະບຽງອາຫານຂອງລັດຖະບານ ລາວ ຊຸດປັດຈຸ
ບັນນັ້ນເອງ.

ແຕ່ຢ່າງໃດກໍຕາມໃນປີ 2016 ກະເສດຕະກອນ ລາວ ກໍສາມາດຜະລິດສະບຽງອາຫານ
ແລະ ສິນຄ້າໄດ້ເພີ່ມຂື້ນຈາກປີ 2015 ເຊັ່ນຜະລິດພືດຜັກໄດ້ 1 ລ້ານ 7 ແສນໂຕນ, ສາ
ລີຫວານ 27,950 ໂຕນ, ເຜືອກມັນ 330,900 ໂຕນ, ໝາກໄມ້ 1.33 ລ້ານໂຕນ, ສາລີ
ລ້ຽງສັດ 1 ລ້ານ 2 ແສນໂຕນ, ອ້ອຍ 2 ລ້ານ 1 ແສນໂຕນ, ຖົ່ວເຫຼືອງ-ຖົ່ວດິນຫຼາຍກວ່າ
85,310 ໂຕນ, ໝາດເດືອຍ 271,000 ໂຕນ, ມັນຕົ້ນ 2 ລ້ານ 4 ແສນໂຕນ, ຢາສູບ
66,800 ໂຕນ ຕອບສະໜອງຊີ້ນສັດໃຫ້ປະຊາຊົນ ລາວ ໄດ້ທີ່ລະດັບ 65 ກິໂລກຣາມຕໍ່
ຄົນຕໍ່ປີ.

ທາງດ້ານອົງການສະຫະປະຊາຊາດ ເພື່ອການພັດທະນາ (UNDP) ລາຍງານວ່າ ການ
ທີ່ລັດຖະບານ ລາວ ໄດ້ວາງເປົ້າໝາຍຈະຊຸກຍູ້ການຜະລິດເຂົ້າໃຫ້ໄດ້ເຖິງ 5 ລ້ານໂຕນ
ໃນປີ 2020 ແລະ ຮັບປະກັນຄວາມມັ້ນຄົງດ້ານສະບຽງອາຫານໃຫ້ໄດ້ 100 ເປີເຊັນນັ້ນ
ບໍ່ແມ່ນເລື່ອງງ່າຍ ເພາະຈະຕ້ອງຂະຫຍາຍລະບົບຊົນລະປະທານໃຫ້ໄດ້ 18 ໂຄງການ
ພາຍໃນປີ 2020 ແລະ ເພີ່ມຂຶ້ນອີກ 17 ໂຄງການພາຍໃນປີ 2025 ເພື່ອຕອບສະໜອງ
ນໍ້າໃຫ້ທີ່ນາ 5 ແສນເຮັກຕາ ແລະ ເພີ່ມຂຶ້ນເປັນ 6 ແສນເຮັກຕາໃນປີ 2020 ແລະ 2025
ຕາມລຳດັບ.

ນອກຈາກນັ້ນ ການປູກເຂົ້າຢູ່ນອກເຂດຊົນລະປະທານຍັງມີຄວາມສ່ຽງສູງຕໍ່ການປ່ຽນ
ແປງຂອງສະພາບດິນຟ້າອາກາດ, ທັງໄພແຫ້ງແລ້ງ ແລະ ນໍ້າຖ້ວມອີກດ້ວຍ. ດັ່ງຈະເຫັນ
ໄດ້ຈາກລະດູແລ້ງຂອງປີ 2016 ທີ່ກະເສດຕະກອນ ລາວ ໃນທົ່ວປະເທດປູກເຂົ້ານາແຊງ
ໄດ້ໃນເນື້ອທີ່ລວມພຽງ 94,700 ກວ່າເຮັກຕາ ຄິດເປັນ 75 ເປີເຊັນຂອງແຜນການປີ
ແລະ ຫຼາຍເຂດກໍສາມາດປະຕິບັດໄດ້ພຽງ 35 ເປີເຊັນຂອງແຜນການເທົ່ານັ້ນ.

XS
SM
MD
LG