ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານລາວ ຈະສົ່ງເສີມ ບໍລະສັດຕ່າງຊາດ ເພື່ອໃຫ້ລົງທຶນ ໃນການກໍ່ສ້າງ ທາງລົດໄຟ ໃນນະຄອນຫຼວງ ວຽງຈັນ


ອຸໂມງທາງລົດໄຟ ລາວ-ຈີນ.
ອຸໂມງທາງລົດໄຟ ລາວ-ຈີນ.

ລັດຖະບານລາວ ຈະສົ່ງເສີມບໍລະສັດຕ່າງຊາດ ເພື່ອໃຫ້ລົງທຶນໃນການກໍ່ສ້າງທາງລົດໄຟຈາກນະ ຄອນຫຼວງ ວຽງຈັນ ໄປທີ່ຄຳມ່ວນແລະເຊື່ອມຕໍ່ໄປຍັງທ່າເຮືອ ຫວຸງ ອ່າງ ໃນພາກກາງຂອງຫວຽດນາມ.


ທ່ານສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີກະຊວງແຜນການແລະການລົງທຶນ ຖະແຫລງວ່າ ການລະບາດອງພະຍາດໄວຣັສໂຄວິດ-19 ຈະບໍ່ກະທົບຕໍ່ແຜນການພັດທະ ນາພື້ນຖານໂຄງລ່າງໃນລາວ ໂດຍສະເພາະແມ່ນໂຄງການພັດທະນາຂະໜາດໃຫຍ່ ທີ່ເປັນການຕົກລົງຮ່ວມມືລະຫວ່າງລັດຖະບານກັບຕ່າງປະເທດນັ້ນ ລັດຖະບານລາວ ຈະໃຫ້ການສະໜັບສະ ໜຸນສົ່ງເສີມໃນທຸກໆດ້ານ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດໂຄງການດຳເນີນໄປໄດ້ຢ່າງສະດວກແລະບໍ່ມີອຸປະສັກຂັດຂວາງໃດໆ ດັ່ງຈະເຫັນໄດ້ຈາກໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ທີ່ຍັງຄົງດຳເນີນການກໍ່ສ້າງຢ່າງຕໍ່ເນື່ອງ ໂດຍມີເປົ້າໝາຍ ທີ່ຈະກໍ່ສ້າງໃຫ້ສຳເລັດ ແລະເປີດການເດີນລົດໄຟເຊື່ອມຕໍ່ ລະຫວ່າງ ລາວ-ຈີນ ໃຫ້ໄດ້ຢ່າງເປັນທາງການໃນໂອກາດສະເຫຼີມສະຫຼອງວັນຊາດລາວ ທີ 2 ທັນວາ 2021.

ຍິ່ງໄປກວ່ານັ້ນ ລັດຖະບານລາວ ຍັງຈະເລ່ງສົ່ງເສີມໃຫ້ບໍລິສັດຕ່າງຊາດເຂົ້າມາລົງທຶນໃນໂຄງການກໍ່ສາງທາງລົດໄຟ ທີ່ເຊື່ອມຕໍ່ກັບທາງລົດໄຟລາວ-ຈີນ ທີ່ນະຄອນຫຼວງວຽງຈັນ ໄປຍັງທ່າແຂກ ແຂວງຄຳມ່ວນ ແລະເຊື່ອມຕໍ່ໄປຍັງທ່າເຮືອ ຫວຸງ ອ່າງ ໃນພາກກາງຂອງຫວຽດນາມ ຊຶ່ງເປັນທ່າເຮືອທີ່ລັດຖະບານຫວຽດນາມ ໄດ້ມອບສິດໃນການພັດທະນາແລະການນຳໃຊ້ປະໂຫຍດໃນການຂົນສົ່ງສິນຄ້າໃຫ້ແກ່ລັດຖະບານລາວ ຢ່າງເປັນທາງການແລ້ວນັ້ນ ດັ່ງທີ່ ທ່ານສອນໄຊ ໃຫ້ການຢືນຢັນວ່າ:

“ສຸມໃສ່ບັນດາໂຄງການໃຫຍ່ດ້ານພະລັງງານ ບໍ່ແຮ່ ຫຼືວ່າ ການບໍລິການເຊື່ອມໂຍງທາງລົດໄຟ ລາວ-ຈີນ ທາງດ່ວນຕ່າງໆ ເພາະທາງລົດໄຟ-ທາງດ່ວນພາກເໜືອນີ້ ມັນກະໄດ້ຕັ້ງປະຕິບັດແລ້ວ ແລະຕໍ່ໄຫປພວກເຮົາຈະມີການຂະຫຍາຍຕໍ່ໄປຕື່ມເນາະ ແຕ່ວຽງຈັນໄປທ່າແຂກຫຼືທ່າແຂກໄປຫາຈຳປາສັກ ຫຼືວ່າ ທ່ານແຂກໄປຫາທາງທິດຕາເວັນອອກເຊື່ອມໃສ່ ສ.ສ.ຫວຽດນາມ ນັບທັງເລື້ອງການພັດທະນາທ່າເຮືອ ຫວຸງ ອ່າງ ທີ່ໄດ້ມີການຕົກລົງຮ່ວມກັບ ສ.ສ.ຫວຽດນາມ ໃຫ້ມັນເກີດຂຈຶ້ນໃຫ້ໄດ້ ໃນໄລຍະຕໍ່ໜ້າ.”

ກ່ອນໜ້ານີ້ ກະຊວງໂຍທາທິການແລະຂົນສົ່ງ ໄດ້ອະນຸຍາດໃຫ້ບໍລິສັດ Petroleum Trading Lao ຈຳກັດ (ມະຫາຊົນ) ເປັນຜູ້ດຳເນີນການສຶກສາສຳຫຼວດແລະອອກແບບການກໍ່ສ້າງທາງລົດ ໄຟ ທີ່ເຊື່ອມຕໍ່ຈາກນະຄອນຫຼວງ ວຽງຈັນໄປທ່າແຂກ ແລະເຊື່ອມຕໍ່ໄປຍັງທ່າເຮືອ ຫວຸງ ອ່າງ ໃນແຂວງຮ່າຕິງ ຂອງຫວຽດນາມ ຫາກແຕ່ການດຳເນີນງານໃນໄລຍະຜ່ານມານັ້ນ ກໍຍັງບໍ່ມີຄວາມຄືບໜ້າໃດໆ ເພາະວ່າບໍລິສັດ Petroleum Trading Lao ຈຳກັດ (ມະຫາຊົນ) ໄດ້ຮັບອະນຸຍາດໃຫ້ສຶກ ສາສຳຫຼວດສະເພາະໂຄງການທີ່ຢູ່ໃນເຂດລາວເທົ່ານັ້ນ ສ່ວນໂຄງການທີ່ຢູ່ໃນເຂດຫວຽດນາມນັ້ນ ກໍຈະຕ້ອງໄດ້ຮັບອະນຸຍາດຈາກລັດຖະບານຫວຽດນາມເສຍກ່ອນ ຈຶ່ງຈະສາມາດດຳເນີນການສຶກ ສາສຳຫຼວດໄດ້ໃນການປະຕິບັດຕົວຈິງ ຊຶ່ງລັດຖະບານຫວຽດນາມ ກໍຍັງບໍ່ໄດ້ຕົກລົງອະນຸຍາດແຕ່ຢ່າງໃດຈົນເຖິງປັດຈຸບັນນີ້.

ໂຄງການກໍ່ສ້າງທາງລົດໄຟຈາກຮນະຄອນຫຼວງ ວຽງຈັນໄປທ່າແຂກແລະທ່າເຮືອ ຫວຸງ ອ່າງ ດັ່ງກ່າວ ມີໄລຍະທາງຍາວ 270 ກິໂລແມັດ ຊຶ່ງແບ່ງເປັນ 150 ກິໂລແມັດໃນລາວກັບ 120 ກິໂລແມັດໃນຫວຽດນາມ ຊຶ່ງຖ້າຫາກວ່າ ມີການລົງທຶນກໍ່ສ້າງຈິງ ກໍຈະເປັນຜົນດີຕໍ່ການຂົນສົ່ງສິນຄ້າ ແລະ ໂດຍ ສານລະຫວ່າງລາວກັບຫວຽດນາມ ແລະໄທ ເພາະວ່າ ການຂົນສົ່ງສິນຄ້າ ແລະໂດຍສານທາງລົດ ໄຟມີຄ່າໃຊ້ຈ່າຍຕ່ຳກວ່າທາງລົດຍົນເກີນກວ່າ 50 ເປີເຊັນ ດັ່ງນັ້ນ ລັດຖະບານລາວ ຈຶ່ງໄດ້ເຈລະ ຈາກັບລັດຖະບານຫວຽດນາມ ເມື່ອບໍ່ນານມານີ້ ເພື່ອຮ່ວມມືກັນຢ່າງແຂງແຮງເພື່ອການຍາດແຍ່ງເອົາການຊ່ວຍເຫຼືອ ຈາກກອງທຶນນຶ່ງແລວ-ນຶ່ງເສັນທາງໃຫ້ໄດ້ຫຼາຍຂຶ້ນ ແນໃສ່ການຍົກລະດັບຄຸນ ນະພາບການສຶກສາແລະເທັກໂນໂລຈີທັນສະໄໝທີ່ນຳໃຊ້ໃນການຜະລິດກະສິກຳ ແລະ ພັດ ທະນາລະບົບໂຄງຂ່າຍ Internet ເພື່ອການພັດທະນາການຜະລິດສິນຄ້າສົ່ງອອກໄຕ່າງປະເທດເພີ້ມຂຶ້ນນັບມື້.

ທາງດ້ານທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ຍືນຢັນວ່າ ລັດຖະບານລາວ ຈະທຸ້ມເທຢ່າງສຸດຂີດ ເພື່ອປະກອບສ່ວນເຂົ້າໃນແຜນຍຸດທະສາດນຶ່ງແລວ-ນຶ່ງເສັ້ນທາງ (One Belt-One Road) ຂອງລັດຖະບານຈີນ ດ້ວຍຫວັງວ່າ ຈະພັດທະນາລາວໃຫ້ເປັນເຂດເຊື່ອມຕໍ່ໃນແຜນຍຸດທະສາດດັ່ງກ່າວ ຢູ່ໃນລຸ່ມແມ່ນ້ຳຂອງໃຫ້ໄດ້ຢ່າງເປັນຮູບປະທຳໂດຍສິ່ງທີ່ກຳລັງຈະປາກົດເປັນຈິງພາຍໃນທ້າຍປີ 2021 ກໍຄືໂຄງການກໍ່ສ້າງທາງລົດໄຟເຊື່ອຕໍ່ ລາວ-ຈີນ ດັ່ງກ່າວ.

XS
SM
MD
LG