ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໘ ພຶດສະພາ ໒໐໒໔

ລັດຖະບານລາວ ຈະຄວບຄຸມພາວະເງິນເຟີ້ ໃຫ້ຢູ່ທີ່ອັດຕາສະເລ່ຍ ຕ່ຳກວ່າ 9 ເປີເຊັນ ພາຍໃນທ້າຍປີ 2024


ຕະຫຼາດຂາຍຜັກທີ່ບາງສ່ວນປູກຢູ່ໃນປະເທດ ແລະບາງສ່ວນກໍນຳເຂົ້າຈາກປະເທດເພື່ອນບ້ານ ພ້ອມທັງເຄື່ອງໃຊ້ເຄື່ອງສອຍ ທີ່ເປັນສ່ວນນຶ່ງເຮັດໃຫ້ເກີດພາວະເງິນເຟີ້.
ຕະຫຼາດຂາຍຜັກທີ່ບາງສ່ວນປູກຢູ່ໃນປະເທດ ແລະບາງສ່ວນກໍນຳເຂົ້າຈາກປະເທດເພື່ອນບ້ານ ພ້ອມທັງເຄື່ອງໃຊ້ເຄື່ອງສອຍ ທີ່ເປັນສ່ວນນຶ່ງເຮັດໃຫ້ເກີດພາວະເງິນເຟີ້.

ລັດຖະບານລາວ ຈະຄວບຄຸມພາວະເງິນເຟີ້ ໃຫ້ຢູ່ທີ່ອັດຕາສະເລ່ຍຕ່ຳກວ່າ 9 ເປີເຊັນໃນທ້າຍປີ 2024 ທັງຈະຄຸມການຂາດດຸນດ້ານງົບປະມານພາກລັດ ໃຫ້ຢູ່ທີ່ລະດັບບໍ່ເກີນ 2.91 ເປີເຊັນ ຂອງຍອດຜະລິດຕະພັນລວມພາຍໃນ ຊຶ່ງ ຊົງຣິດ ໂພນເງິນ ມີລາຍງານຈາກບາງກອກ.

ທ່ານບຸນເຫຼືອ ສິນໄຊວໍລະວົງ ຜູ້ວ່າການທະນະຄານແຫ່ງຊາດລາວ ຖະແຫລງຢືນຢັນວ່າ ເປົ້າໝາຍສຳຄັນຂອງແຜນການດ້ານການເງິນແຫ່ງຊາດໃນປີ 2024 ນີ້ ກໍຄືການຄວບຄຸມພາວະເງິນເງິນເຟີ້ໃຫ້ຢູ່ໃນອັດຕາສະເລ່ຍຕ່ຳກວ່າ 9 ເປີເຊັນໃນທ້າຍປີ 2024 ດ້ວຍການຄຸ້ມຄອງປະລິມານເງິນ ໃນລະບົບເສດຖະກິດ ໃຫ້ຂະຫຍາຍຕົວໃນລະດັບປານກາງ ແລະດຶງເອົາເງິນຕາທີ່ຈະໄດ້ຈາກການສົ່ງອອກສິນຄ້າໄປຕ່າງປະເທດໃຫ້ເຂົ້າສູ່ລະບົບທະນາຄານພາຍໃນປະເທດໃຫ້ໄດ້ຫລາຍຂຶ້ນ ຫຼືໃຫ້ມີມູນຄ່າເທົ່າກັບການນຳເຂົ້າສິນຄ້າຈາກຕ່າງປະເທດໄດ້ເຖິງ 5 ເດືອນ ອັນຈະສົ່ງຜົນດີຕໍ່ສະຖຽນລະພາບຂອງຄ່າເງິນກີບດ້ວຍນັ້ນ ດັ່ງທີ່ ທ່ານບຸນເຫຼືອ ຢືນຢັນວ່າ:

“ໃນປີ 2024 ພວກເຮົາຈະຄຸມອັດຕາເງິນເຟີ້ໃຫ້ມີແນວໂນ້ມຫລຸດລົງຢ່າງຕໍ່ເນື່ອງ ແລະໃນທ້າຍປີ 2024 ຈະໃຫ້ຕ່ຳກວ່າ 9 ເປີເຊັນ ຈະຄຸ້ມຄອງອັດຕາແລກປ່ຽນ
ເໜັງຕີງ ຢູ່ໃນລະດັບທີ່ບໍ່ສ້າງຄວາມກົດດັນໃຫ້ກັບອັດຕາແລກປ່ຽນ ແລະເງິນເຟີ້ ຈະຄຸ້ມຄອງປະລິມານເງິນໃຫ້ຂະຫຍາຍຕົວລະດັບປານກາງ ບໍ່ເກີນ 25 ເປີເຊັນ ສ້າງຄວາມເຂັ້ມແຂງໃຫ້ຄັງແຮ່ສຳຮອງສາມາດກຸ້ມການນຳເຂົ້າຢ່າງຕ່ຳບໍ່ຫລຸດ 5 ເດືອນຂຶ້ນໄປ ຈະຄຸ້ມຄອງເງິນຕາຈາກການສົ່ງອອກໃຫ້ເຂົ້າມາລະບົບທະນາຄານບໍ່ຫລຸດ 70 ເປີເຊັນ ຂອງການສົ່ງອອກທັງໝົດ.”

ໂດຍອັດຕາເງິນເຟີ້ໃນລາວ ໄດ້ປັບຕົວລົດລົງຈາກລະດັບສູງສຸດ 41.26 ເປີເຊັນ ເມື່ອເດືອນກຸມພາ 2023 ລົງມາຢູ່ທີ່ລະດັບ 24.37 ເປີເຊັນເມື່ອເດືອນທັນວາ 2023 ແຕ່ວາ ກໍບໍ່ເຮັດໃຫ້ລະດັບຄ່າຄອງຊີບໃນລາວ ລົດລົງແຕ່ຢ່າງໃດ ໂດຍດັດຊະນີລາຄາສິນຄ້າ ກໍຍັງປັບຕົວສູງຂຶ້ນເກີນກວ່າ 200 ເປີເຊັນເປັນສ່ວນໃຫຍ່ ໂດຍສະເພາະແມ່ນໃນດ້ານຄົມມະນາຄົມ-ຂົນສົ່ງນັ້ນ ໄດ້ປັບຕົວສູງຂຶ້ນເຖິງ 232.48 ເປີເຊັນ ຕາມດ້ວຍໝວດອາຫານແລະເຄື່ອງດື່ມ ໝວດຮັກສາສຸຂະພາບແລະຢາ ໝວດເຄື່ອງນຸ່ງຫົ່ມ ໂຮງແຮມ-ຮ້ານອາຫານ ແລະບໍລິການຕ່າງໆ ລ້ວນແຕ່ປັບຕົວສູງຂຶ້ນເກີນກວ່າ 200 ເປີເຊັນ ໂດຍທີ່ລັດຖະບານລາວ ບໍ່ສາມາດຄວບຄຸມໄດ້ເລີຍ ເພາະວ່າ ເປັນສິນຄ້ານຳເຂົ້າຈາກຕ່າງປະເທດເປັນດ້ານຫລັກ.

ພາຍໃຕ້ສະພາການດັ່ງກ່າວ ກໍຍັງໄດ້ສົ່ງຜົນເຮັດໃຫ້ຄ່າເງິນກີບ ຍັງສືບຕໍ່ຜັນຜວນອີກດ້ວຍ ເພາະວ່າ ສິນຄ້າທີ່ນຳເຂົ້າຈະຕ້ອງຊຳລະລາຄາດ້ວຍເງິນຕາຕ່າງປະເທດ ໂດຍສະເພາະແມ່ນເງິນບາດແລະໂດລາສະຫະລັດນັ້ນ ກໍຄືເງິນຕາຕ່າງປະເທດທີ່ພາກທຸລະກິດການຄ້າໃນລາວ ຕ້ອງການຫລາຍທີ່ສຸດ ເມື່ອສົມທົບກັບການທີ່ລາວ ຂາດດຸນການຄ້າຕ່າງປະເທດດ້ວຍແລ້ວ ຍັງເຮັດໃຫ້ເງິນກີບອ່ອນຄ່າລົງເຖິງ 20.8 ເປີເຊັນ ແລະ 22.7 ເປີເຊັນທຽບໃສ່ໂດລາສະຫະລັດ ແລະເງິນບາດ ຕາມລຳດັບ ເພາະສະນັ້ນ ປັດໄຈສຳຄັນທີ່ຈະເຮັດໃຫ້ຄ່າເງິນກີບແຂງຂຶ້ນໄດ້ນັ້ນ ກໍຄືການສົ່ງອອກສິນຄ້າຂອງລາວ ໄປຕ່າງປະເທດໃຫ້ໄດ້ຫຼາຍຂຶ້ນ ແລະລົດການນຳເຂົ້າສິນຄ້າຈາກຕ່າງປະເທດໃຫ້ໄດ້ຢ່າງແທ້ຈິງ ລວມເຖິງການຈັດເກັບລາຍຮັບຂອງລັດຖະບານລາວ ໃຫ້ໄດ້ຫຼາຍຂຶ້ນ ແລະຄວບຄຸມລາຍຈ່າຍເພື່ອຈຳກັດການຂາດດຸນດ້ານງົບປະມານຂອງລັດຖະບານລາວ ໃຫ້ຢູ່ໃນສັດສ່ວນທີ່ບໍ່ເກີນ 2.91 ເປີເຊັນຂອງມູນຄ່າຜະລິດຕະພັນລວມພາຍໃນ (GDP) ໃນປີ 2024 ອີກດ້ວຍ ດັ່ງທີ່ທ່ານສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ໃຫ້ການຢືນຢັນວ່າ:

“ແຜນງົບປະມານຂອງປີ 2024 ນີ້ ກະແມ່ນຄາດໝາຍສູ້ຊົນເກັບລາຍຮັບນີ້ ຈະເພີ້ມຂຶ້ນຢູ່ໃນ 49,737 ຕື້ກີບ ເພີ້ມຂຶ້ນ 29 ເປີເຊັນ ກະຖືວ່າເປັນແຜນການທີ່ບຸກທະລຸທີ່ເພີ້ມຂຶ້ນສູງ ທີ່ເທົ່າກັບ 16.93 ເປີເຊັນຂອງ GDP ສະເພາະລາຍຮັບພາຍໃນນີ້ ແມ່ນຈະເພີ້ມຂຶ້ນ 30 ເປີເຊັນ ເທົ່າກັບ 15.22 ເປີເຊັນຂອງ GDP ແລະຄາດໝາຍເພດານລວມຍອດລາຍຈ່າຍງົບປະມານແຫ່ງລັດ 58,294 ຕື້ກີບ ເທົ່າກັບ 19.84 ເປີເຊັນນຂອງ GDP ໃນນີ້ ພາກລາຍຈ່າຍລົງທຶນນີ້ ແມ່ນຢູ່ໃນ 20,000 ຕື້ກີບ.”

ໂດຍໃນໄລຍະຜ່ານມາ ລັດຖະບານລາວໄດ້ແກ້ໄຂບັນຫາເງິນເຟີ້ດ້ວຍການອອກພັນທະບັດເປັນສະກຸນເງິນກີບເຖິງ 5 ຄັ້ງໃນ 9 ເດືອນຕົ້ນປີ 2023 ທີ່ເຮັດໃຫ້ທະນາຄານແຫ່ງຊາດລາວ ສາມາດຄວບຄຸມປະລິມານເງິນກີບ ໃນຕະຫຼາດໄດ້ຫຼາຍຂຶ້ນ ຫາກແຕ່ການທີ່ລາວ ຍັງຕ້ອງນຳເຂົ້າສິນຄ້າອຸປະໂພກບໍລິໂພກຈາກຕ່າງປະເທດທີ່ຕ້ອງຊຳລະລາຄາດ້ວຍເງິນຕາຕ່າງປະເທດ ເຊັ່ນເງິນບາດ ແລະດອນລາສະຫະລັດ ຈຶ່ງເຮັດໃຫ້ການອອກພັນທະບັດດັ່ງກ່າວ ບໍ່ໄດ້ສົ່ງຜົນເຮັດໃຫ້ລາຄາສິນຄ້າລົດລົງແຕ່ຢ່າງໃດ ເພາະສະພາບການທີ່ເປັນຈິງ ກໍຄືລັດຖະບານລາວ ບໍ່ສາມາດຄວບຄຸມລາຄາສິນຄ້າທີ່ນຳເຂົ້າຈາກຕ່າງປະເທດໄດ້ເລຍ ຊຶ່ງກໍເຊັ່ນດຽວກັນກັບການທີ່ບໍ່ສາມາດຄວບຄຸມອັດຕາແລກປ່ຽນເງິນຕາໄດ້ຢ່າງແທ້ຈິງ ອັນເຮັດໃຫ້ຄ່າເງິນກີບຕົກຕ່ຳລົງເລື້ອຍມາ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG