ລັດຖະບານລາວເລັ່ງການເຈລະຈາເພື່ອຂໍໃຊ້ເງິນກີບຫລາຍຂຶ້ນ ສຳລັບຊໍາລະມູນຄ່າການຄ້າກັບປະເທດ ເພື່ອນບ້ານ ໂດຍຖືວ່າເປັນມາດຕະການນຶ່ງໃນການແກ້ໄຂບັນຫາຂາດແຄນເງິນຕາຕ່າງປະເທດ. ຊົງລິດ ໂພນເງິນ ມີລາຍງານເລື້ອງນີ້ມາສະເໜີທ່ານຈາກບາງກອກ.
ທ່ານສອນໄຊ ສິດພະໄຊ, ຜູ້ວ່າການທະນາຄານແຫ່ງຊາດລາວ ຖະແຫລງວ່າ ລັດຖະບານລາວ ຈະເລັ່ງ ການເຈລະຈາກັບປະເທດເພື່ອນບ້ານ ເພື່ອຕົກລົງກ່ຽວກັບການສົ່ງເສີມການໃຊ້ເງິນສະກຸນເງິນທ້ອງຖິ່ນ ເພື່ອຊໍາລະມູນຄ່າການຄ້າລະຫວ່າງກັນຫລາຍຂຶ້ນ ຊຶ່ງຖືວ່າເປັນມາດຕະການນຶ່ງໃນການແກ້ໄຂບັນຫາຂາດແຄນເງິນຕາຕ່າງປະເທດ ທີ່ລາວກຳລັງປະເຊີນໜ້າຢູ່ໃນປັດຈຸບັນ ລວມທັງຈະດຳເນີນມາດຕະການຄວບຄຸມການສ້າງໜີ້ສິນຂອງພາກສ່ວນຜູ້ລົງທຶນພາຍໃນ ແລະຕ່າງປະເທດອີກດ້ວຍ, ດັ່ງທີ່ທ່ານສອນໄຊໄດ້ໃຫ້ການຢືນຢັນວ່າ:
“ທະນາຄານແຫ່ງ ສປປ ລາວ ກຳລັງຄົ້ນຄວ້າກົນໄກການນຳໃຊ້ເງິນທ້ອງຖິ່ນເຂົ້າໃນການຊຳລະສະສາງການຄ້າສອງຝ່າຍ ໃຫ້ຫລາຍຂຶ້ນເພື່ອສົ່ງເສີມການຄ້າລະຫວ່າງປະເທດໂດຍນຳໃຊ້ສະກຸນເງິນກີບ ແລະ ສ້າງຄວາມສົມດຸນດ້ານຄວາມຕ້ອງການເງິນຕາກັບປະເທດຄູ່ຄ້າຂອງ ສປປ ລາວ ໃຫ້ຫລາຍຂຶ້ນ ໄປຄຽງຄູ່ກັບການຄຸ້ມຄອງໜີ້ສິນຕ່າງປະເທດ ໂດຍສະເພາະແມ່ນໜີ້ສິນຂອງຜູ້ລົງທຶນຕ່າງປະເທດ ແລະ ພາກສ່ວນ ເອກະຊົນພາຍໃນ ເພື່ອຫລີກລ້ຽງການສ້າງຫນີ້ຕໍ່ຕ່າງປະເທດແບບບໍ່ຍືນຍົງ.”
ໂດຍຫລ້າສຸດນີ້ ໃນໂອກາດເດີນທາງໄປຢ້ຽມຢາມປະເທດໄທຢ່າງເປັນທາງການໃນວັນທີ 1-2 ມິຖຸນານີ້ທີ່ຜ່ານມາ ທ່ານພັນຄຳ ວິພາວັນ ນາຍົກລັດຖະມົນຕີລາວ ໄດ້ຍົກບັນຫາດັ່ງກ່າວ ເຈລະຈາຮ່ວມກັບພົນເອກ ປຣະຍຸດ ຈັນໂອຊາ, ນາຍົກລັດຖະມົນຕີໄທ. ທັງນີ້ ທາງການລາວຖືເປັນບັນຫາເລັ່ງດ່ວນທີ່ຈະຕ້ອງມີການຕົກລົງກັນໄວທີ່ສຸດ ຊຶ່ງຈະເປັນອີກແນວທາງນຶ່ງ ທີ່ຈະຊ່ວຍເຫລືອເພິ່ງພາ ແລະສົ່ງເສີມການຄ້າລະຫວ່າງກັນ ໃຫ້ຂະຫຍາຍຕົວເພີ້ມຂຶ້ນນັບມື້ອີກດ້ວຍ ດັ່ງທີ່ທ່ານພັນຄຳ ໄດ້ຖະແຫລງຢືນຢັນວ່າ:
“ສອງຝ່າຍໄດ້ເຫັນດີອຳນວຍຄວາມສະດວກໃຫ້ແກ່ການຄ້າຜ່ານແດນ, ການຄ້າຊາຍແດນເຊິ່ງກັນ ແລະ ກັນຕາມພັນທະສັນຍາຕ່າງໆ ທີ່ທັງສອງຝ່າຍເປັນຄູ່ພາຄີໃນຂອບສອງຝ່າຍ ແລະຫຼາຍຝ່າຍບົນພື້ນຖານການເພິ່ງພາເຊິ່ງກັນ ແລະກັນ. ຂໍເນັ້ນຕື່ມວ່າ ບົນພື້ນຖານເພິ່ງພາເຊິ່ງກັນແລະກັນ ຫມາຍຄວາມວ່າ ມີຜົນປະໂຫຍດຮ່ວມກັນ ຕະຫລອດເຖິງການສຶກສາຄວາມເປັນໄປ ໄດ້ໃນການນຳໃຊ້ເງິນຕາຂອງສອງປະເທດ, ເງິນກີບ-ເງິນບາດ ເພື່ອຊຳລະສະສາງລະຫວ່າງກັນ.”
ໃນປັດຈຸບັນ ລາວກຳລັງປະເຊີນກັບການຂາດດຸນບັນຊີການຊຳລະເງິນຕາຕ່າງປະເທດໃນລະດັບເກີນກວ່າ 10 ເປີເຊັນ ຂອງຍອດຜະລິດຕະພັນລວມພາຍໃນ (GDP) ຊຶ່ງເຮັດໃຫ້ທຶນສຳຮອງເງິນຕາຕ່າງປະເທດຂອງລາວ ຫຼຸດລົງຈາກ 1,263 ລ້ານໂດລາໃນທ້າຍປີ 2021 ເຫຼືອພຽງ 1,068 ລ້ານໂດລາ ຊຶ່ງເທົ່າກັບການນຳເຂົ້າສິນຄ້າ ຈາກຕ່າງປະເທດໄດ້ພຽງແຕ່ 1 ເດືອນເຄິ່ງເທົ່ານັ້ນ ໃນໄຕມາດທີ 1 ຂອງປີ 2022 ໂດຍມີສາເຫດສຳຄັນມາຈາກ ການຂາດດນການຄ້າຕ່າງປະເທດທີ່ເຮັດໃຫ້ລັດຖະບານລາວ ຕ້ອງກູ້ຢືມຈາກຕ່າງປະເທດເພີ້ມຂຶ້ນ ເພື່ອນຳມາໃຊ້ ດຸ່ນດ່ຽງລາຍຈ່າຍທີ່ສູງກວ່າລາຍຮັບ ທັງຍັງຈະເຮັດໃຫ້ລັດຖະບານລາວ ມີໜີ້ສິນເພີ້ມຈາກ 15,500 ລ້ານໂດລາ ຫຼື 70 ເປີເຊັນຂອງ GDP ປີ 2021 ເປັນສູງກວ່າ 75 ເປີເຊັນຂອງ GDP ໃນປີນີ້ ຊຶ່ງບໍ່ລວມເຖິງ 15,500 ຕື້ກີບໃນປີນີ້ເຊັ່ນກັນ.
ໂດຍໃນໄລຍະ 4 ເດືອນຕົ້ນປີ 2022 ນີ້ ລາວຍັງປະເຊີນກັບບັນຫາການຂາດດຸນການຄ້າຕ່າງປະເທດ ຄິດເປັນມູນຄ່າລວມ 589.66 ລ້ານໂດລາ. ສ່ວນໃນປີ 2021 ລາວສົ່ງສິນຄ້າອອກໄດ້ໃນມູນຄ່າ 5,458 ລ້ານໂດລາ (ບໍ່ລວມການສົ່ງອອກກະແສໄຟຟ້າ) ແລະນຳເຂົ້າສິນຄ້າຈາກຕ່າງປະເທດ ໃນມູນຄ່າ 5,806 ລ້ານໂດລາ ຈຶ່ງເຮັດໃຫ້ລາວຂາດດຸນການຄ້າຕ່າງປະເທດໃນມູນຄ່າລວມເຖິງ 348 ລ້ານ ໂດລາ ແຕ່ຖ້າລວມການສົ່ງອອກກະແສໄຟຟ້າດ້ວຍ ຈະເຮັດໃຫ້ລາວໄດ້ປຽບດຸນການຄ້າເຖິງ 1,740 ລ້ານໂດລາໃນປີ 2021 ແຕ່ວ່າລາຍໄດ້ຈາກການສົ່ງອອກໄຟຟ້ານັ້ນ ຕ້ອງໄດ້ນຳໃຊ້ເພື່ອຊຳລະໜີ້ຜູ້ທີ່ລົງທຶນກູ້ຢືມຈາກຕ່າງປະເທດເປັນສຳຄັນ ຈຶ່ງບໍ່ໄດ້ໂອນເງິນລາຍໄດ້ດັ່ງກ່າວເຂົ້າມາລາວແຕ່ຢ່າງໃດ ໃນຂະນະທີ່ລາວມີຄວາມຕ້ອງການເງິນຕາຕ່າງປະເທດໂດຍສະເລ່ຍ 4,000 ລ້ານ ໂດລາຕໍ່ປີ ແຕ່ກໍສາມາດແລກເງິນຕາໄດ້ພຽງ 50 ເປີເຊັນ ຈຶ່ງເຮັດໃຫ້ຂາດດຸນບັນຊີການຊຳລະເງິນຕາເຖິງ 2,000 ລ້ານໂດລາໃນແຕ່ລະປີ