ລັດຖະບານລາວຈະຕ້ອງອອກພັນທະບັດມູນຄ່າຫຼາຍກວ່າ 1 ໝື່ນ 5 ພັນຕື້ກີບ ເພື່ອນໍາໃຊ້ຊໍາລະຄືນໜີ້ໃນປະເທດ ໃນປີ 2022 ນີ້, ທັງຍັງຈະຕ້ອງອະນຸຍາດໃຫ້ສໍາປະທານທີ່ດິນ ແລະຂຸດຄົ້ນແຮ່ທາດເພີ້ມຂຶ້ນດ້ວຍ. ຊົງຣິດ ໂພນເງິນ ມີລາຍງານເລື້ອງນີ້ຈາກບາງກອກ.
ເຈົ້າໜ້າທີ່ຂັ້ນສູງໃນກະຊວງການເງິນເປີດເຜີຍວ່າ ໃນແຜນການງົບປະມານລາຍຈ່າຍປະຈໍາປີ 2022 ລັດຖະບານລາວຈະຕ້ອງໄດ້ກູ້ຢືມເງິນທັງຈາກສະຖາບັນການເງິນພາຍໃນ ແລະຕ່າງປະເທດໃນມູນຄ່າລວມເກີນກວ່າ 1 ໝື່ນ 5 ພັນຕື້ກີບ ສໍາລັບນໍາໃຊ້ເພື່ອການຊໍາລະຄືນໜີ້ສິນຂອງລັດຖະບານທີ່ຄົບກໍານົດ ແລະບໍ່ສາມາດຂໍເລື່ອນການຊໍາລະໄດ້ອີກແລ້ວ ໂດຍການກູ້ຢືມໃນມູນຄ່າດັ່ງກ່າວນີ້ທຽບໄດ້ກັບ 8 ເປີເຊັນ ຂອງຄາດໝາຍຜະລິດຕະພັນລວມພາຍໃນ (GDP) ປີ 2022 ນີ້, ສະນັ້ນ ຈຶ່ງບໍ່ແມ່ນເລື້ອງງ່າຍທີ່ຈະໄດ້ຮັບການຕອບສະໜອງຈາກສະຖາບັນການເງິນຢ່າງຄົບຖ້ວນ ອັນເຮັດໃຫ້ລັດຖະບານລາວຈະຕ້ອງຈັດຫາລາຍໄດ້ຈາກແຫຼ່ງອື່ນໆດ້ວຍເຊັ່ນ ການເຈລະຈາກັບເຈົ້າໜີ້ ເພື່ອຂໍປັບຫຼຸດມູນໜີ້ລົງໃຫ້ໄດ້ຫຼາຍທີ່ສຸດ ການເກັບລາຍຮັບຈາກສໍາປະທານໂຄງການຕ່າງໆໃຫ້ໄດ້ເພີ້ມຂຶ້ນ ໂດຍສະເພາະແມ່ນການຈັດເກັບລາຍຮັບຈາກສໍາປະທານທີ່ດິນເຂື່ອນໄຟຟ້າ ການຂຸດຄົ້ນແຮ່ທາດ ແລະການຫັນຊັບສິນຂອງລັດເປັນທຶນທີ່ລວມເຖິງການອອກພັນທະບັດລັດຖະບານລາວໃນມູນຄ່າລວມ 5 ພັນຕື້ກີບ ໃນວັນທີ 15 ມິຖຸນາ 2022 ທີ່ຈໍາໜ່າຍຜ່ານທະນາຄານທຸລະກິດ 9 ແຫ່ງນັ້ນ, ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງໃນກະຊວງການເງິນໄດ້ໃຫ້ການຢືນຢັນວ່າ:
“ການອອກພັນທະບັດທະນາຄານແຫ່ງ ສປປ ລາວ ສະກຸນເງິນກີບໃນຄັ້ງນີ້ແມ່ນເພື່ອຊັ້ນຄົນໃນສັງຄົມໄດ້ມີໂອກາດລົງທຶນໃນປະເພດຫຼັກຊັບທີ່ມີຄວາມໝັ້ນຄົງ ແລະປອດໄພທີ່ສຸດ, ແລະໃຫຜົນຕອບແທນທີ່ດີ. ການຈໍາໜ່າຍພັນທະບັດໃນຄັ້ງນີ້ ກໍໄດ້ດໍາເນີນການຜ່ານທະນາຄານການຄ້າຕ່າງປະເທດ-ລາວ (ມະຫາຊົນ), ທະນາຄານພັດທະນາລາວ, ທະນາຄານຮ່ວມພັດທະນາ, ທະນາຄານພົງສະຫວັນ, ທະນາຄານ ST, ທະນາຄານ BIC, ທະນາຄານຮ່ວມທຸລະກິດລາວ ຫວຽດນາມ, ທະນາຄານອຸດສາຫະກໍາ ແລະການຄ້າຈີນ.”
ໂດຍພັນທະບັດດັ່ງກ່າວນີ້ ມີອາຍຸການຖືຄອງ 6 ເດືອນທີ່ອັດຕາດອກເບ້ຍ 20 ເປີເຊັນຕໍ່ປີ, ລາຄາການລົງທຶນໜ່ວຍລະ 1 ແສນກີບ ໂດຍປະຊາຊົນລາວສາມາດຊື້ພັນທະບັດໄດ້ບໍ່ເກີນ 2 ຕື້ກີບຕໍ່ຄົນ ສ່ວນນິຕິບຸກຄົນທີ່ຈົດທະບຽນຢູ່ໃນລາວນັ້ນກໍສາມາດຊື້ພັນທະບັດໄດ້ບໍ່ເກີນ 10 ຕື້ກີບຕໍ່ຄົນ ທັງຍັງຈະຕ້ອງເປັນນິຕິບຸກຄົນທີ່ບໍ່ໄດ້ດໍາເນີນທຸລະກິດດ້ານການເງິນການທະນາຄານອີກດ້ວຍ ສ່ວນການອອກພັນທະບັດຄັ້ງທີ 2 ແລະຄັ້ງທີ 3 ທີ່ຈະມີມູນຄ່າລວມ 10,000 ຕື້ກີບນັ້ນ ກໍຄາດການວ່າ ຈະມີຂຶ້ນໃນໄຕມາດທີ 3 ແລະໄຕມາດທີ 4 ໃນປີ 2022 ນີ້.
ສ່ວນເຈົ້າໜ້າທີ່ຂັ້ນສູງໃນທະນາຄານແຫ່ງຊາດເປີດເຜີຍວ່າ ລັດຖະບານລາວປະເຊີນກັບການຂາດດຸນດ້ານບັນຊີເງິນຕາຕ່າງປະເທດເກີນກວ່າ 10 ເປີເຊັນຂອງຜະລິດຕະພັນລວມພາຍໃນ (GDP) ປີ 2021 ທີ່ເຮັດໃຫ້ທຶນສໍາຮອງເງິນຕາຕ່າງປະເທດຂອງລັດຖະບານມີມູນຄ່າຕໍ່າກວ່າ 1,263 ລ້ານໂດລາ ຫຼືເທົ່າກັບການນໍາເຂົ້າສິນຄ້າຕ່າງປະເທດບໍ່ເຖິງ 2 ເດືອນ ຈຶ່ງເຮັດໃຫ້ລັດຖະບານລາວຕ້ອງກູ່ຢືມຈາກຕ່າງປະເທດຫຼາຍຂຶ້ນ ເພື່ອນໍາມາໃຊ້ດຸ່ນດ່ຽງລາຍຈ່າຍທີ່ຫຼາຍກວ່າລາຍຮັບ ທັງເຮັດໃຫ້ລັດຖະບານລາວມີໜີ້ເຖິງ 15 ຕື້ 500 ລ້ານໂດລາ ຄິດເປັນ 70 ເປີເຊັນຂອງ GDP ປີ 2021 ແລະຄາດວ່າຈະເພີ້ມຂຶ້ນເປັນເກີນກວ່າ 75 ເປີເຊັນຂອງ GDP ປີ 2022 ນີ້, ເພາະວ່າ ລັດຖະບານລາວຈະຕ້ອງກູ້ຢືມຈາກຕ່າງປະເທດໃນມູນຄ່າ 1,275 ລ້ານໂດລາ ເຊິ່ງບໍ່ລວມເຖິງ 15 ຕື້ກີບຈາກການອອກພັນທະບັດສໍາລັບການຊໍາລະຄືນໜີ້ພາຍໃນປະເທດໃນປີ 2022 ນີ້ແຕ່ຢ່າງໃດ.
ທັງນີ້ ລັດຖະບານລາວມີຄວາມຕ້ອງການເງິນຕາຕ່າງປະເທດ ໃນມູນຄ່າໂດຍສະເລ່ຍ 4 ຕື້ໂດລາຕໍ່ປີ ແຕ່ຈັດຕັ້ງປະຕິບັດໄດ້ແທ້ພຽງແຕ່ 50 ເປີເຊັນເທົ່ານັ້ນ ເນື່ອງຈາກສາມາດແລກປ່ຽນເງິນຕາຈາກບັນດາຜູ້ສົ່ງສິນຄ້າອອກໄປຕ່າງປະເທດໄດ້ພຽງ 2 ຕື້ໂດລາເທົ່ານັ້ນໃນແຕ່ລະປີ ຈຶ່ງເຮັດໃຫ້ຕ້ອງປະເຊີນກັບບັນຫາຂາດດຸນບັນຊີການຊໍາລະເງິນຕາຕ່າງປະເທດເຖິງ 2 ຕື້ໂດລາຕໍ່ປີ ແລະເປັນສາເຫດທີ່ເຮັດໃຫ້ສະຖາບັນ Moody’s Investor Service ໄດ້ປັບຫຼຸດລະດັບໜີ້ສິນຂອງລັດຖະບານລາວຈາກລະດັບທີ່ມີຄວາມຫວັງວ່າຈະພັດທະນາໃຫ້ດີຂຶ້ນ ມາເປັນລະດັບຕິດລົບ ນັບແຕ່ປີ 2019 ເປັນຕົ້ນມາ ທັງຍັງປາກົດວ່າທະນາຄານແຫ່ງຊາດລາວປະສົບກັບຄວາມລົ້ມແຫຼວໃນການແລກປ່ຽນເງິນຕາອີກດ້ວຍ.