ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ລັດຖະບານ ລາວ ຈະຕ້ອງປະຕິບັດ 5 ມາດຕະການ ເພື່ອສະກັດກັ້ນ ການອອກ ໃບຕາດິນ ຊ້ຳຊ້ອນ


ປ້າຍປະກາດຂາຍດິນ
ປ້າຍປະກາດຂາຍດິນ

ຄະນະປະຈຳສະພາແຫ່ງຊາດ ລະບຸວ່າ ລັດຖະບານລາວ ຈະຕ້ອງປະຕິບັດ 5 ມາດ-
ຕະການ ເພື່ອສະກັດກັ້ນການອອກໃບຕາດິນຊ້ຳຊ້ອນທີ່ເຮັດໃຫ້ເກີດມີບັນຫາການ
ຍາດແຍ່ງ ແລະຍັກຍອກເອົາທີ່ດິນຢ່າງກວ້າງຂວາງໃນລາວ.

ທ່ານບຸນປອນ ສີສຸລາດ ປະທານຄະນະກຳມາທິການເສດຖະກິດ ເທັກໂນໂລຈີ ແລະ
ສິ່ງແວດລ້ອມຂອງສະພາແຫ່ງຊາດລາວ ຖະແຫລງວ່າ ເຫດທີ່ເຮັດໃຫ້ມີການອອກໃບ
ຕາດິນຊ້ຳຊ້ອນອັນນຳໄປສູ່ບັນຫາຂັດແຍ້ງ ກ່ຽວກັບການຍາດແຍ່ງເອົາທີ່ດິນ ລະຫວ່າງ
ເອກະຊົນ ແລະການຍັກຍອກເອົາດິນລັດຢ່າງກວ້າງຂວາງ ໃນເວລານີ້ ກໍຄືການຈັດຕັ້ງ
ປະຕິບັດທີ່ຂາດຄວາມໂປ່ງໃສ ຂອງພະນັກງານລັດທີ່ຮັບຜິດຊອບ ໃນການອອກໃບ
ຕາດິນໂດຍສະເພາະແມ່ນການໃຊ້ອຳນນາດໜ້າທີ່ຢ່າງບໍ່ຊອບທຳເພື່ອສະແຫວງຫາ ຜົນປະໂຫຍດສ່ວນຕົວ ດ້ວຍການຍາດແຍ່ງເອົາທີ່ດິນຂອງປະຊາຊົນ ແລະການຍັກ
ຍອກເອົາດິນລັດ ໄປຂາຍໃຫ້ກັບບັນດານາຍທຶນນັ້ນ ຖືເປັນບັນທີ່ລັດຖະບານລາວ ຈະ
ຕ້ອງດຳເນີນມາດຕະການສະກັດກັ້ນຢ່າງຮີບດ່ວນທີ່ສຸດ ທັງນີ້ ໂດຍການຈັດຕັ້ງປະຕິ
ບັດໃນ 5 ມາດຕະການທີ່ສຳຄັນຢ່າງເຂັ້ມງວດ ດັ່ງທີ່ ທ່ານບຸນປອນ ໄດ້ຖະແຫລງຢືນ
ຢັນວ່າ:

“ກວດຄືນຖານຂໍ້ມູນທີ່ດິນໃຫ້ລະອຽດ ເພື່ອເປັນພື້ນຖານ ໃນການຢັ້ງຢືນກຳມະສິດ
ທີ່ດິນ ຄົ້ນຄວ້າ-ນຳໃຊ້ເຄື່ອງມືທີ່ທັນສະໄໝ ແລະສ້າງກົນໄກການປະສານງານ ກັບ
ພາກສ່ວນຕ່າງໆ ທີ່ມີສ່ວນຮ່ວມໃນການຄຸ້ມຄອງ ແລະນຳໃຊ້ໃບຕາດິນ ເພື່ອແກ້ໄຂ
ໃບຕາດິນຊ້ຳຊ້ອນ ກວດກາ ແລະປັບປຸງຄືນຄ່າທຳນຽມ ແລະຄ່າບໍລິການອອກໃບ
ຕາດິນເພື່ອໃຫ້ປະຊາຊົນ ມີຄວາມສົນໃຈມາຂຶ້ນສຳມະໂນທີ່ດິນ ແລະອອກໃບຕາດິນ
ຫລຸດຜ່ອນຂຶ້ນຕອນ ໄລຍະເວລາ ໃນການອອກໃບຕາດິນ ຈັດຊື້ເຄືອງມືທີ່ທັນສະໄໝ
ແລະລົງທຶນເຂົ້າໃສ່ການສຳຫຼວດ ຈັດສັນ ແລະວາງແຜນນຳໃຊ້ທີ່ດິນຕາມແຜນ
ແມ່ບົດຈັດສັນທີ່ດິນແຫ່ງຊາດ.”

ກົມຕາດິນຂອງທາງການ ລາວ ອອກໃບຕາດິນ ໃຫ້ແກ່ປະຊາຊົນ
ກົມຕາດິນຂອງທາງການ ລາວ ອອກໃບຕາດິນ ໃຫ້ແກ່ປະຊາຊົນ

ສ່ວນ ທ່ານບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ ຢືນຢັນວ່າ ບັນຫາຂັດແຍ້ງ
ກ່ຽວກັບສິດການຖືຄອງທີ່ດິນທີ່ເກີດຂຶ້ນຢ່າງກວ້າງຂວາງ ທັງລະຫວ່າງພາກລັດ ກັບ ພາກເອກະຊົນ ແລະລະຫວ່າງພາກເອກະຊົນດ້ວຍກັນ ຈົນກາຍເປັນບັນຟ້ອງຮ້ອງ
ກັນເພີ້ມຂຶ້ນເລື້ອຍໆນັ້ນ ເປັນຍ້ອນພະນັກງານລັດໄດ້ເຂົ້າໄປມີສ່ວນກ່ຽວຂ້ອງດ້ວຍ ໂດຍສະເພາະການອະນຸຍາດອອກໃບຕາດິນຊ້ຳຊ້ອນນັ້ນ ຖືເປັນສາເຫດທີ່ເຮັດໃຫ້
ເກີດການຂັດແຍ້ງຫລາຍທີ່ສຸດ ເນື່ອງຈາກພະນັກງານລັດ ທີ່ມີສ່ວນໃນການອະນຸ
ຍາດອອກໃບຕາດິນນັ້ນ ບໍ່ປະຕິບັດຕາມລະບຽບກົດໝາຍ ດ້ວຍເຫັນແກ່ຜົນປະ
ໂຫຍດສ່ວນຕົນເປັນຫລັກ ດັ່ງທີ່ ທ່ານບຸນທອງ ໄດ້ເນັ້ນຢ້ຳວ່າ:

“ບັນຫາພະນັກງານກະເປັນຂອດນຶ່ງ ທີ່ຄວນໄດ້ເອົາໃຈໃສ່ ໂດຍສະເພາະແລ້ວ
ກໍແມ່ນພວກທີ່ກ່ຽວກັບທີ່ດິນ ລະແມ່ນຫຍຸ້ງນຳອັນໂຕການອອກໃບຕາດິນຊ້ຳຊ້ອນ
ແຕ່ລະມື້ ກະຂັດແຍ້ງກັນ ຂຶ້ນສານ ລົງໂທດຕັດສິນ ອັນນັ້ນອັນນີ້ ກະບໍ່ຍອມກັນ ກວດໄປກວດມາ ດິນຕອນນຶ່ງລະແມ່ນສອງ-ສາມຄົນເປັນເຈົ້າ ຜູ້ນີ້ກະຂາຍໃຫ້
ຜູ້ນັ້ນ ຜູ້ນັ້ນໄດ້ ກະຂາຍໃຫ້ຜູ້ພຸ້ນອອກໄປ ເຮົາຢາກໃຫ້ປະຕິບັດຕາລະບຽບກົດ
ໝາຍຄັກແນ່.”

ທາງດ້ານເຈົ້າໜ້າທີ່ຂອງເຄືອຂ່າຍການພັດທະນາແບບເປີດ (Open Development
Network) ຊຶ່ງເປັນອົງການບໍ່ຂຶ້ນກັບລັດຖະບານ (NGO) ເປີດເຜີຍວ່າ ທາງການລາວ
ໂດຍກະຊວງຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ ໄດ້ຂຶ້ນທະບຽນສຳມະໂນ
ທີ່ດິນໄວ້ແລ້ວ 3 ລ້ານກວ່າຕອນໃນທົ່ວປະເທດ ແຕ່ກໍປາກົດວ່າ ໄດ້ມີການອະນຸຍາດ
ອອກໃບຕາດິນໃຫ້ກັບປະຊາຊົນລາວໄດ້ພຽງ 1 ລ້ານກວ່າຕອນ ຫຼືຄິດເປັນ 40 ເປີເຊັນ
ກວ່າຂອງຈຳນວນທັງໝົດທີ່ໄດ້ຂຶ້ນທະບຽນສຳມະໂນທີ່ດິນດັ່ງກ່າວ.

ສ່ວນ ທ່ານສົມມາດ ພົນເສນາ ລັດຖະມົນຕີວ່າການ ກະຊວງຊັບພະຍາກອນທຳມະຊາດ
ແລະສິ່ງແວດລ້ອມ ກໍຍອມຮັບວ່າ ການຄຸ້ມຄອງທີ່ດິນຂອງລັດຖະບານຍັງບໍ່ມີປະສິດທິ
ພາບ ທັງຍັງກາຍເປັນຊ່ອງວ່າງ ເຮັດໃຫ້ມີການຍັກຍອກເອົາທີ່ດິນຂອງ ລັດຖະບານ ໄປ
ຂາຍໃຫ້ພາກເອກະຊົນລາວແລະຊາວຕ່າງຊາດທີ່ລົງທຶນໃນລາວຢ່າງກວ້າງຂວາງອີກ
ດ້ວຍ ຍ້ອນວ່າລາວ ຍັງບໍ່ມີແຜນແມ່ບົດກ່ຽວກັບການຈັດສັນທີ່ດິນແຫ່ງຊາດ ຈຶ່ງເຮັດໃຫ້
ບໍ່ມີຫລັກການລວມຂອງການຈັດຕັ້ງປະຕິບັດທີ່ໄດ້ມາດຕະຖານດຽວກັນ ໃນທົ່ວປະເທດ
ຄັນເມື່ອມີການຍັກຍອກເອົາທີ່ດິນຂອງລັດ ແລະປະຊາຊົນຫຼາຍຂຶ້ນ ຈຶ່ງເກີດການບໍ່ເຊື່ອ
ໝັ້ນຕໍ່ ພັກ-ລັດເພີ້ມຂຶ້ນດ້ວຍເຊັ່ນກັນ.

ທັງນີ້ ຄະນະສະເພາະກິດ ເພື່ອການສຶກສາວິໄຈ ແລະວິເຄາະບັນຫາການນຳໃຊ້ທີ່ດິນ ທົ່ວປະເທດລາວ ລາຍງານວ່າ ການຈັດທຳເອກະສານປອມ ເພື່ອຍັກຍອກເອົາທີ່ດິນ
ລັດ ແລະການສໍ້ໂກງເອົາທີ່ດິນປະຊາຊົນ ແລ້ວນຳໄປຂາຍໃຫ້ກັບບໍລິສັດເອກະຊົນ
ລາວ ແລະຕ່າງຊາດທີ່ລົງທຶນໃນລາວ ໄດ້ເກີດຂຶ້ນຢ່າງກວ້າງຂວາງ ໃນນີ້ລວມເຖິງ
ການປອມແປງໃບຕາດິນ ເພື່ອນຳໃຊ້ໃນການຄ້ຳປະກັນການກູ້ຢືມ ເງິນທັງຈາກ
ທະນາຄານຂອງລັດ ແລະທະນາຄານເອກະຊົນໃນລາວດ້ວຍ ຊຶ່ງຈາກການຈັດຕັ້ງ
ປະຕິບັດໃນໄລຍະ 2 ປີຜ່ານມາ ປາກົດວ່າ ຄະນະສະເພາະກິດຂອງລັດຖະບານ
ສາມາດຍຶດເອົາທີ່ດິນຂອງລັດ ທີ່ຖືກຍັກຍອກໄປ ໂດຍຜິດກົດໝາຍກັບຄືນມາໄດ້
ຄິດເປັນເນື້ອທີ່ກວ້າງກວ່າ 20,000 ເຮັກຕາ ແລະກຳລັງກວດກາອີກຫຼາຍໝື່ນເຮັກຕາ ໃນເວລານີ້.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 26 ເມສາ 2024

XS
SM
MD
LG